ການຂົນສົ່ງສິນຄ້າ ຣະຫວ່າງ ນະຄອນຫຼວງວຽງຈັນ ແລະ ພາກເໜືອຂອງລາວ ພົບຄວາມຫຍຸ້ງຍາກຫລາຍ ຍ້ອນຂົວຂ້າມນໍ້າເຊືອງ ຢູ່ຖນົນ ເລຂທີ 13 ເໜືອ ໃນເຂດແຂວງຫລວງພຣະບາງຫັກ ມາແຕ່ຕົ້ນເດືອນກັນຍານີ້ ຍ້ອນຝົນຕົກໜັກ ເຮັດໃຫ້ຣົດບັນທຸກຂນາດໃຫຍ່ ບໍ່ສາມາດຜ່ານໄປມາໄດ້ ຮວມທັງການຂົນສົ່ງສິນຄ້າ ຈາກຈີນ ໄປນະຄອນຫລວງວຽງຈັນ ດັ່ງຄົນຂັບຣົດ ບັນທຸກທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 16 ກັນຍາ ນີ້ວ່າ:
”ຣົດບັນທຸກໜັກນີ້ ແມ່ນເຂົາບໍ່ໃຫ້ຂ້າມເພາະວ່າ ຂົວມັນຍຸບລົງຫລາຍ ເຂົາຢ້ານມັນບໍ່ຮັບປະກັນຄັນ ຖ້າວ່າຊິມາທາງພາກເໜືອ ແມ່ນໄດ້ໃຊ້ ເສັ້ນທາງລຽບແຄມຂອງ ອອກໄປໃສ່ບໍ່ແກ້ວພຸ້ນ ແຕ່ວ່າເສັ້ນທາງໂຕນີ້ ໄກຫລາຍເສັຍເວລາຫລາຍມື້ຊົ່ວຊິຮອດ.”
ທ່ານກ່າວຕື່ມວ່າ ຣົດທີ່ຈະມາຂ້າມນໍ້າເຊືອງໃນປະຈຸບັນ ຕ້ອງໃຊ້ເຮືອບັກ ທີ່ຈະຕ້ອງໄດ້ຈ່າຍເງິນຄ່າຂ້າມ, ແຕ່ຈະຂ້າມໄດ້ສະເພາະຣົດນ້ອຍ, ຣົດທີ່ຈະຂ້າມ ຕ້ອງໄດ້ລຽນຄິວກັນ, ບາງຄັນໄດ້ລໍຖ້າດົນຈຶ່ງໄດ້ຂ້າມ, ເຮັດໃຫ້ເສັຍເວລາຫຼາຍ.
ບໍຣິສັດຂອງປະເທດເກົາຫລີໃຕ້ ຈະສ້າງຂົວແຫ່ງນີ້ໃໝ່ ໂດຍຈະໃຊ້ເວລາໃນການກໍ່ສ້າງປະມານ 3 ເດືອນ ຈຶ່ງຈະສຳເຣັດ ຕາມຂໍ້ມູນ ຂອງຜແນກໂຍທາທິການ ແລະຂົນສົ່ງ ແຂວງຫລວງພຣະບາງ.