ຢູ່ລາວຍັງບໍ່ມີການ ຝຶກຊ້ອມ ຮັບມືພັຍພິບັດ

ຈໍາປາທອງ
2020.06.26
F-Sanamxay ພັຍພິບັດເຂື່ອນແຕກ ຢູ່ເມືອງສນາມໄຊ ທີ່ບໍ່ມີໃຜຄາດຄິດໄວ້ກ່ອນ ວ່າເຫດການແບບນີ້ຈະເກີດຂຶ້ນໄດ້
ນັກຂ່າວພົລເມືອງ

ຢູ່ປະເທດລາວ ເຂື່ອນໄຟຟ້າທີ່ໄດ້ກໍ່ສ້າງແລ້ວ ແລະ ກໍາລັງກໍ່ສ້າງ ສ່ວນຫຼາຍຍັງບໍ່ມີການຝຶກຊ້ອມ ປ້ອງກັນພັຍນໍ້າຖ້ວມ ແລະເຫດສຸກເສີນ ຕາມມາຕຖານ ສາກົນ ກໍຣະນີ ເຂື່ອນໄຟຟ້າແຕກ, ເຮັດໃຫ້ມີຄວາມສ່ຽງຕໍ່ການ ທີ່ຈະເກີດຜົລກະທົບ ໜັກໜ່ວງທີ່ສຸດ ເຊັ່ນກໍຣະນີເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອມື້ວັນທີ 23 ກໍຣະກະດາ 2018 ເຮັດໃຫ້ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ຈໍານວນຫຼວງຫຼາຍ ທີ່ທຸກຍາກລໍາບາກຢູ່ແລ້ວ ຍິ່ງໄດ້ຮັບຄວາມທໍຣະມານ ຕື່ມອີກ ຈົນວ່າມາຮອດມື້ນີ້ ທາງການລາວ ກໍຍັງບໍ່ສາມາດ ແກ້ໄຂໃຫ້ຕົກໄປໄດ້.

ກ່ຽວກັບເຣຶ່ອງນີ້ ຜູ້ຕາງໜ້າໂຄງການເຂື່ອນໄຟຟ້າ ດອນສະໂຮງ ຢູ່ເມືອງໂຂງ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ມິຖຸນາ ນີ້ວ່າ ສະເພາະເຂື່ອນ ດອນສະໂຮງ ນີ້ບໍ່ມີການ ຝຶກຊ້ອມ ປ້ອງກັນນໍ້າຖ້ວມ ແລະເຫດສຸກເສີນ ໃຫ້ປະຊາຊົນ ທີ່ຢູ່ອ້ອມຂ້າງ ເຂື່ອນເທື່ອ, ມີແຕ່ຣະບົບ ເຕືອນພັຍ ໃນໂຕເຂື່ອນເທົ່ານັ້ນ:

“ບໍ່ໆ ຕາມຮູ້ນີ໋ ບໍ່ເຫັນໄດ໋ ປາກົດວ່າບໍ່ມີອັນນີ້ເນາະ ເພາະວ່າຫລັງຈາກທີ່ວ່າ ເຂົາເຈົ້າເຮັດຮຽບຮ້ອຍແລ້ວ ລະມີເຂື່ອນເຊປຽນເຊນໍ້ານ້ອຍ ແຕກຫັ້ນນ່າ ແລ້ວຣັຖບານໃຫ້ ຣີວິວ ທາງດ້ານເທັກນິກຄືນ ຂະເຈົ້າກໍເຮັດຄືນໝົດ ຕາມກໍາໜົດ ຂອງຣັຖບານຫັ້ນແລ້ວ.”

ທ່ານກ່າວຕື່ມວ່າ ຫລັງຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອປີ 2018 ກະຊວງພະລັງງານ ແລະບໍ່ແຮ່ ກໍເຂັ້ມງວດຫຼາຍຂຶ້ນກ່ຽວກັບ ມາຕການ ຄວາມປອດພັຍ ຂອງໂຄງສ້າງເຂື່ອນ ແລະ ຣະບົບຄວາມປອດພັຍ ທີ່ຈະຕ້ອງໄດ້ປັບປຸງ ໃຫ້ໄດ້ມາຕຖານສາກົນ, ສ່ວນເຣຶ່ອງ ການຝຶກຊ້ອມ ປ້ອງກັນພັຍຕ່າງໆນັ້ນ ທາງກະຊວງພະລັງງານ ແລະບໍ່ແຮ່ ບໍ່ໄດ້ກໍາໜົດຣະບຽບການ.

ເມື່ອບໍ່ດົນມານີ້ ເຂື່ອນໄຟຟ້ານໍ້າກົງ 1 ຂນາດ 160 ເມກາວັດ ຂອງບໍຣິສັດຈີນ ຢູ່ເມືອງພູວົງ ແຂວງອັດຕະປື ໄດ້ຝຶກຊ້ອມປ້ອງກັນພັຍ ນໍ້າຖ້ວມ ແລະເຫດສຸກເສີນ ປະຈໍາປີ ໃນມື້ວັນທີ 25 ມິຖຸນາ 2020 ເພື່ອທົດສອບ ຣະບົບ ຄວາມປອດພັຍ ແລະ ວິທີການຮັບມື ເມື່ອມີ ເຫດສຸກເສີນເກີດຂຶ້ນ, ແຕ່ການຝຶກຊ້ອມນັ້ນ ແມ່ນສະເພາະ ສໍາລັບພະນັກງານ ພາຍໃນ, ບໍ່ມີປະຊາຊົນຢູ່ເມືອງພູວົງ ຫລື ເມືອງໃກ້ຄຽງ ເຂົ້າຮ່ວມ, ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປີທ່ານນຶ່ງ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ທາງເມືອງເຮົາກະບໍ່ຮູ້ປານໃດເນາະ ປົກຕິຄັນເພິ່ນວ່າ ສິຮັບປະຊາຊົນໄປຝຶກເນາະ ເພິ່ນກະສິໄດ້ແຈ້ງມາ ຄືບໍ່ເຫັນ ຍັງບໍ່ເຫັນ ເອກສານ. ກະດີແທ້ລະວະ ເພາະວ່າເຮົາກະເຫັນເພື່ອນບ້ານເຮົາ ກິຄືໄທເນາະ ຂະເຈົ້າກະເຮັດ ເພາະວ່າແຕ່ລະອັນ ກະຕ້ອງມີໂຄງການ ຝຶກຊ້ອມ ໃຫ້ມີສະຕິໃນການ ຢູ່ອາສັຍຕ່າງໆ ນີ້ນະ. ແຮງເຂົ້າສູ່ຣະດູຝົນກະແຮງ ກະຄືເຫັນຜ່ານມາແລ້ວ ບ້ານເຮົາບໍ່ເຄີຍ ເຮັດຈັກເທື່ອ.”

ທ່ານກ່າວຕື່ມອີກວ່າ ໂຄງການເຂື່ອນໄຟຟ້າທຸກແຫ່ງ ຄວນມີການຝຶກຊ້ອມ ປ້ອງກັນພັຍ ແລະເຫດສຸກເສີນ ເປັນປະຈໍາທຸກປີ ເພື່ອທົດສອບ ຣະບົບ ຄວາມປອດພັຍ ເພື່ອໃຫ້ພະນັກງານ ພາຍໃນໂຄງ ການ ແລະປະຊາຊົນທີ່ຢູ່ເໜືອເຂື່ອນ ແລະ ທ້າຍເຂື່ອນ ມີປະສົບການໃນການ ກຽມພ້ອມຮັບມື ເມື່ອເກີດເຫດສຸກເສີນຂຶ້ນ ຍ້ອນວ່າທີ່ຜ່ານມາກໍເຄີຍມີເຫດການ ເຂື່ອນໄຟຟ້າແຕກ ໃຫ້ເຫັນແລ້ວ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ປະຊາຊົນຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ແລະໄດ້ຖືກໃຫ້ໂຍກຍ້າຍ ອອກຈາກເຂດໂຄງການ ເຂື່ອນໄຟຟ້ານໍ້າຄານ 3 ຢູ່ ເມືອງຊຽງເງິນ ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມິຖຸນາ ນີ້ວ່ານັບຕັ້ງແຕ່ໄດ້ຖືກ ໃຫ້ໂຍກຍ້າຍມາຢູ່ບ້ານຈັດສັນ ໃໝ່ນີ້ ກໍບໍ່ເຄີຍໄດ້ຮັບການຝຶກຊ້ອມ ປ້ອງກັນພັຍນໍ້າຖ້ວມ ແລະ ເຫດສຸກເສີນໃດໆ ຈາກທາງໂຄງການເຂື່ອນນີ້, ຫາກເກີດເຂື່ອນແຕກ ຂຶ້ນມາ ຫລື ນໍ້າຊຸແຮງ ຊາວບ້ານກໍຕ້ອງໄດ້ຊ່ອຍເຫລືອ ກັນເອງ ດັ່ງທີ່ທ່ານກ່າວວ່າ:

“ ເອີ... ບໍ່ມີໆ ຝຶກຊ້ອມເປັນຂະບວນແນວນັ້ນ ແນວນີ້ແທ້ບໍ່ມີ ບໍ່ໄດ້ຊ້ອມຈັກເທື່ອ ວ່າເຮົາ ສິຫລົບແນວໃດ. ອັນນີ້ມີແຕ່ວ່າ ຜູ້ໃດກະຕຽມໃຜ ຕຽມມັນແລ້ວ ເອີ... ນໍ້າມາກະໄປໃຜ ໄປມັນແຫລວ.”

ແລະຊາວບ້ານອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຕາມມາຕຖານແລ້ວ ເຂື່ອນທຸກແຫ່ງກໍ ຄວນມີຣະບົບເຕືອນພັຍ ແລະມີການຝຶກຊ້ອມ ປ້ອງກັນພັຍ ຕ່າງໆ ເພື່ອກຽມພ້ອມຮັບມືກັບ ເຫດການຕ່າງໆທີ່ອາຈເກີດຂຶ້ນ. ແຕ່ສໍາລັບ ເຂື່ອນໄຟຟ້າ ໃນລາວ ກໍບໍ່ຮູ້ຄືກັນວ່າ ເພິ່ນມີຣະບົບປ້ອງກັນ ຕາມມາຕຖານສາກົນ ຫລືບໍ່ ດັ່ງທີ່ທ່ານກ່າວວ່າ:

“ແຈ້ງເຕືອນໂຕໃດ ບໍ່ຮູ້ເຂື່ອນນ້ອຍ ເຮົາບໍ່ຈັກນໍາເຂົາ ບໍ່ໄດ້ເຂົ້າໄປຮ່ວມກອງປະຊຸມ ນໍາເຂົາ ຈັກເທື່ອ ທັມດາມັນກະຫລັກ ການສາກົລ ມັນກະແນວນັ້ນໝົດ ຫັ້ນແຫລ້ວ ເຣື່ອງຄວາມປອດພັຍເນາະ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ມິຖຸນາ ນີ້ວ່າພາຍຫລັງ ເຂື່ອນເຊປຽນ- ເຊນໍ້ານ້ອຍແຕກ ເມື່ອປີ 2018, ຣັຖບານລາວ ກໍໄດ້ຖອດຖອນ ບົດຮຽນ ແລະສັ່ງໃຫ້ກະຊວງ ພະລັງງານ ແລະບໍ່ແຮ່ ລົງກວດກາ ຕິດຕາມເຂື່ອນໄຟຟ້າ ທຸກແຫ່ງໃນທົ່ວປະເທດ ເພື່ອກວດສອບມາຕຖານ ຂອງເຂື່ອນທັງໝົດ ດັ່ງທີ່ທ່ານ ກ່າວວ່າ:

“ພວກເຮົາກະໄດ້ຖອດບົດຮຽນ ພາຍຫລັງເຂື່ອນແຕກ ກະໄດ້ເວົ້າກັນໝົດແລ້ວ ໃຫ້ມັນໄປຕາມຣະບຽບ ໄປຕາມຂັ້ນຕອນສາກົລຫັ້ນແຫຼະ ທີ່ເພິ່ນກໍານົດ. ດຽວນີ້ທາ ງຣັຖບານລາວ ເພິ່ນກະມອບ ໃຫ້ກະຊວງພະລັງງານ ເປັນຜູ້ໄປປັບປຸງຄືນທັງໝົດ ບັນຫາ ເພາະວ່າຢູ່ໃນຫລັກ ການສາກົລ ເຂົາກໍາໜົດແນວໃດ ພວກເຮົາກະກໍາໜົດ ແນວນັ້ນແຫລະ.”

ທ່ານກ່າວວ່າ ການກວດກາເຂື່ອນໄຟຟ້າ ໃນທົ່ວປະເທດທີ່ຜ່ານມານັ້ນ ສ່ວນຫລາຍຈະແມ່ນເຂື່ອນໄຟຟ້າ ຂນາດນ້ອຍ ແລະ ຂນາດກາງ ທີ່ບໍ່ໄດ້ ມາຕຖານສາກົນ, ບໍ່ມີຣະບົບເຕືອນພັຍແລະໂຄງສ້າງ ເຂື່ອນ ແໜ້ນໜາ ຖືວ່າຍັງມີຄວາມສ່ຽງຢູ່. ແຕ່ກໍໄດ້ສັ່ງໃຫ້ປັບປຸງແກ້ໄຂ ໃຫ້ໄດ້ມາຕຖານສາກົນ ໄປແລ້ວ. ແຕ່ທ່ານບໍ່ໃຫ້ຣາຍລະອຽດ ໃດໆຕື່ມ.

ທ່ານເວົ້າຕື່ມວ່າໃນຕໍ່ໜ້ານີ້ ເຂື່ອນໄຟຟ້າທຸກແຫ່ງໃນປະເທດລາວ ຕ້ອງມີແຜນການປະຕິບັດ ຮັບມືກັບພັຍສຸກເສີນ ຢ່າງເປັນຣະບົບເຊັ່ນວ່າ ຣະບົບເຕືອນພັຍເໜືອ ເຂື່ອນ, ທ້າຍເຂື່ອນ ແລະການຝຶກ ຊ້ອມປ້ອງກັນ ແລະຮັບມືກັບພັຍນ້າຖ້ວມ ແລະເຫດສຸກເສີນຕ່າງໆ ເປັນປະຈໍາ ທຸກປີ ໂດຍໃຫ້ປະຊາຊົນທີ່ຢູ່ໃກ້ເຂື່ອນ ເຂົ້າຮ່ວມໃນການຝຶກຊ້ອມ ທຸກຄັ້ງ ຄືກັບຫລາຍໆປະເທດ ໄດ້ປະຕິບັດກັນ.

ເມື່ອບໍ່ດົນມານີ້ ດຣ. ສີນາວາ ສຸພານຸວົງ ຮອງຣັຖມົນຕຣີກະຊວງພະລັງງານ ແລະບໍ່ແຮ່ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ໄປຕິດຕາມ ກວດສອບການກໍ່ສ້າງ ແລະການດໍາເນີນງານ ຂອງເຂື່ອນໄຟຟ້າ ຕ່າງໆ ເພື່ອຄວາມປອດພັຍ ຂອງເຂື່ອນ ຮວມທັງເຂື່ອນນໍ້າງຽບ 1, ເຂື່ອນນໍ້າເທີນ 1 ຢູ່ແຂວງບໍລິຄໍາໄຊ, ເຂື່ອນນໍ້າຫິນບູນຕອນລຸ່ມ ຢູ່ແຂວງຄໍາມ່ວນ, ເຂື່ອນເຊລະນອງ 1 ຢູ່ແຂວງສະຫວັນນະເຂດ, ເຂື່ອນນໍ້າອີມູນ ຢູ່ແຂວງເຊກອງ.

ອີງຕາມການຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ເມື່ອເດືອນທັນວາປີກາຍ, ທົ່ວປະເທດລາວມີເຂື່ອນໄຟຟ້າທີ່ທໍາການ ຜລິດແລ້ວ 73 ແຫ່ງ ແລະກໍາລັງຢູ່ໃນຣະຫວ່າງການກໍ່ສ້າງ 27 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.