ຊາວນາລາວປະເຊີນ ພັຍແລ້ງ

ໄຊຍາ
2020.07.14
F-MK ຮູບຖ່າຍແມ່ນໍ້າຂອງ ຢູ່ເຂດ ເມືອງສັງທອງ ຊາຍແດນ ຕິດກັບ ເມືອງຊະນະຄາມ ຖ່າຍວັນທີ 12 ພືສພາ 2020
RFA/OK

ຊາວນາຫຼາຍກວ່າ 6,847 ຄອບຄົວຢູ່ເມືອງຕຸ້ລານ ແຂວງສາລະວັນ ໄດ້ຮັບຜົລກະທົບ ຈາກພັຍແລ້ງຢ່າງໜັກໃນເນື້ອທີ  5,780 ເຮັກຕ້າ. ໂດຍໃນເດືອນພຶສພາ ຜ່ານມາຝົນຕົກທົ່ວ ປະເທດເຮັດໃຫ້ຊາວນາ ໄດ້ຕົກກ້າດຳນາ ແຕ່ພໍເຂົ້າເດືອນມິຖຸນາ ຈົນເຖິງປັດຈຸບັນຝົນຍັງບໍ່ຕົກ ລົງມາ. ດັ່ງຊາວນາ ບ້ານດອນຊາດ ເມືອງຕຸ້ມລານ ແຂວງສາລະວັນ ໄດ້ກ່າວຕໍ່ເອເຊັຽ ເສຣີໃນວັນທີ 13 ກໍຣະກະດາວ່າ:

"ຍັງຜູ້ບໍ່ທັນໄດ້ຕົກກ້າຍັງບໍ່ທັນຫວ່ານກ້າ ຍັງ 14 ຄອບຄົວ ແລ້ວວ່າ ຜູ້ໃດຕົກກ້າແລ້ວຫຼາຍ ແຕ່ວ່າຜູ້ໃດດຳ ປະມານ 3-4 ຄອບຄົວແຕ່ວ່າ ດຳກະເປັນຈັ່ງຊັ້ນແຫຼະ 3-4 ຄອບຄົວດໍາໝົດ ແລ້ວນໍ້າຫ້ວຍໝົດແລ້ວຜູ້ຕົກກ້າ ກໍແຫ້ງຕາຍໝົດແລ້ວ ຖືວ່າໄດ້ຮັບຄວາມເສັຽຫາຍໝົດທຸກຄົນ ແລ້ວ."

ສະເພາະເມືອງຕຸ້ມລານ ໄດ້ຮັບຜົລກະທົບ 37 ບ້ານບາງພື້ນທີ່ ບໍ່ມີຮອດນໍ້າ ນໍາໃຊ້ເຂົ້າໃນຊີວິດປະຈຳວັນ ຈາກສະພາບການດັ່ງກ່າວມັນ ເຮັດໃຫ້ຄົນຢູ່ເມືອງຂາດນໍ້າໃຊ້ ນອກຈາກຊາວນາ ບໍ່ມີນໍ້າສນອງເຂົ້າໃນການຜລິດແລ້ວ ຊີວິດປະຈຳວັນກໍ່ຍັງຂາດນໍ້າໃຊ້ອີກ. ຕໍ່ກັບບັນຫາ ດັ່ງກ່າວ ຊາວນາ ບ້ານກະເຈີນ ໄດ້ກ່າວວ່າ:

"ຜູ້ບາງຄົນຫັ້ນຍັງບໍ່ທັນໄດ້ຕົກກ້ານາເລີຍ ໄຖ ຂຸດ ຜູ້ຕົກກ້າແລ້ວກໍມີຫາກກ້າມັນຈົນຕາຍແລ້ວ ກະບໍ່ມີນາຊິເຮັດແລ້ວ ຜູ້ມີເງື່ອນໄຂແດ່ກໍ ພໍໄດ້ຕົກກ້າ ປະຊາຊົນ ກະອຸກໃຈແຫຼະເນາະ ຝົນບໍ່ຕົກ ກໍຊິຂໍເຂົ້າ ຂໍນໍ້າແດ່ ແນວໃດຊ່ອຍໄດ້ກໍພໍຊ່ອຍກັນໄປ."

ຕໍ່ກັບພັຍແລ້ງໃນເມືອງຕຸ້ມລານ ເຈົ້າໜ້າທີ່ໄດ້ກ່າວວ່າ ປະຊາຊົນໃນເມືອງຕຸ້ມລານສ່ວນຫລາຍແມ່ນປູກເຂົ້າກິນພາຍໃນຄອບຄົວ ແລະ ເມືອງຕຸ້ມລານກໍເປັນເມືອງນ້ອຍ ບໍ່ມີແມ່ນໍ້າໃຫຍ່ ໄຫລຜ່ານ ເຮັດໃຫ້ບໍ່ສາມາດສ້າງຊົລປະທານ ເພື່ອກັກເກັບນໍ້າໄວ້ໃຊ້. ຊາວນາເມືອງ ຕຸ້ມລານ ຈຶ່ງອາສັຍນໍ້າທັມມະຊາດ ມາຜລິດໃນຣະດູຝົນເທົ່ານັ້ນ.

"ກໍມີແຕ່ຖ້າຝົນ ຖ້າຝົນບໍ່ຕົກກໍບໍ່ໄດ້ເຮັດນາແຫລະ ນໍ້າຫ້ວຍ ນໍ້າຮ່ອງ ກໍບົກເດ້ ເຮົາກໍແນະນຳເຂົາໄປມັນກໍບໍ່ມີນໍ້າ ເຮົາກະມີແຕ່ຊຸກຍູ້ສົ່ງ ເສີມເຂົາວ່າ ກັກນໍ້າໄວ້ເດີ້ ນໍ້າຫ້ວຍ ນໍ້າຮ່ອງ ມັນກໍບົກ ມັນໝົດປັນຍາຊ່ອຍເຂົາ ໂລດເຮົາກາຊ່ອຍແຕ່ທີ່ພໍຊ່ອຍໄດ້ ມີແຕ່ແນະນໍາ."

ໃນຂນະທີ່ ເມືອງອຸທຸມພອນ ແຂວງສວັນນະເຂດ ກໍ່ປະເຊີນກັບພັຍແລ້ງ ເຊັ່ນກັນ ດັ່ງເຈົ້າໜ້າທີ່ໄດ້ ກ່າວວ່າ ຝົນຂາດໄລຍະສົ່ງຜົລໃຫ້ ຊາວນາ ທີ່ຫວ່ານກ້າຕ້ອງຢຸດ ຊົ່ວຄາວ ເພື່ອລໍຖ້າ ຝົນຕົກລົງມາ. ສ່ວນຝາຍຂນາດນ້ອຍ ກໍ່ສນອງນໍ່າບໍ່ພຽງພໍ:

"ມີກໍມີຝາຍນໍ້າລີນຂນາດນ້ອຍໄວ້ເກັບນໍ້າຍາມແລ້ງ ໂດຍປະຊາຊົນດູດນໍ້າດຳນາ ຫ້ວຍນາຮ່ອງແຫ້ງໝົດດຽວນີ້ ບໍ່ມີນໍ້າດູດແລ້ວ ປະຊາຊົນ ອັນເຮັດນາປີ ນີ້ໝົດເມືອງ ມີຈຳນວນ 17 ພັນ 605 ເຮັກຕ້າ ປົກດຳກໍໄດ້ແຕ່ 40% ສວນທີ່ເຫລືອນັ້ນ ກໍໍ່ບໍ່ໄດ້ປັກດຳ ມີແຕ່ຫວ່ານກ້າໄວ້ ຊື່ໆຍ້ອນຝົນບໍ່ຕົກແຫຼະ ມັນແຫ້ງແຫຼະ."

ສ່ວນຊາວນາເມືອງທ່າພະບາດ ແຂວງບໍລິຄຳໄຊ ດຳນາໄດ້ສຳເຣັດ 100% ຍ້ອນມີຊົລປະທານ ແຕ່ຊາວນາໃນເຂດນີ້ ກໍຍັງກັງວົນກັບ ພັຍແລ້ງ ໃນອານາຄົດ ຊົລປະທານອາດສນອງນໍ້າ ບໍ່ໄດ້. ດັ່ງຊາວນາບ້ານຫນອງເກີນໄດ້ກ່າວວ່າ:

"ຖືວ່າຍັງສົມບູນຢູ່ ກໍຢ້ານຢູ່ພັຍທັມມະຊາດ ແນວຕາບໍ່ເຫັນເນາະ ເພາະວ່າ ຊົລປະທານ ເຮົານີ້ມັນກໍບໍ່ທົ່ວເຖິງ ກໍໄດ້ແຕ່ສ່ວນໃດສ່ວນນຶື່ງ ມັນກາແຫ້ງແລ້ງ ສົມມຸດວ່າເນາະ ເພາະວ່າ ເຮົາພໍມີຊົລປະທານ ພໍເອົານໍ້າຂຶ້ນແດ່ ພໍເອົາເຖິງຖ້າມັນແຫ້ງແລ້ງ ເອົານໍ້າບໍ່ເຖີງ.

ປີ 2019 ສປປ ລາວ ປະສົບກັບພັຍພິບັດໜັກໜ່ວງ ທັງນໍ້າຖ້ວມ, ພັຍແລ້ງ , ແຜ່ນດິນໄຫວ ແລະ ໂຣຄຣະບາດ ເຊິ່ງໄດ້ສ້າງຜົລກະທົບ ໂດຍກົງໃຫ້ ປະຊາຊົນ 163,000 ຄົນ, 1961 ບ້ານ , 128 ເມືອງ ແລະ 13 ແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.