ຂ.ເຊກອງ ຈະສ້າງໂຮງໄຟຟ້າ ຖ່ານຫິນ


2020.06.09
F-Hongsa ມີປະຊາຊົນ ບ້ານວຽງແກ້ວ ທີ່ຢູ່ຫ່າງຈາກ ໂຮງງານໄຟຟ້າ ຫົງສາລິກໄນ ປະມານ 6 ກິໂລແມັດ ໄດ້ຮັບຜົລກະທົບ ເຣື້ອງສຸຂພາບ ແລະ ຜົລປູກ ຂອງພວກຂະເຈົ້າ ບໍ່ອອກໝາກຜົລ ຍ້ອນຝຸ່ນຄັວນ ຈາກໂຮງງານ ຕິດຕາມໃບ ຂອງພືດຜັກ ທີ່ປູກ.
RFA/VD

ທາງການລາວ ຈະໃຫ້ບໍຣິສັດ Evolution Power Investment Corporation ຫລື EPIC ຂອງສິງກະໂປ ສ້າງໂຮງງານໄຟຟ້າຖ່ານຫິນ ຂນາດ 1,000 MW ຢູ່ເມືອງດາກຈຶງ ແຂວງເຊກອງ, ດັ່ງ ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິຖຸນາ ນີ້ວ່າ:

“ບໍຣິສັດ ຂະເຈົ້າສັມປະທານແລ້ວ ຊອກຄົ້ນເປັນລິກໄນທ ໄດ້ ຕອນສໍາຣວດຄວາມຮ້ອນ 7 ພັນ ພຸ້ນໄດ໋ ໄດ້ໄປວິຈັຍຄັກແນ່ແລ້ວ ແຕ່ປີ 2008 ມັນຫລາຍປີແລ້ວ.”

ທ່ານກ່າວຕື່ມວ່າ ຣັຖບານລາວ ຈ້າງບໍຣິສັດຕ່າງປະເທດ ເຂົ້າມາສໍາຣວດແຮ່ທາດຕ່າງໆ ຢູ່ແຂວງເຊກອງ ແລ້ວພົບວ່າ ຢູ່ຫຼາຍພື້ນທີ່ ມີແຮ່ ທາດ ແລະຖ່ານຫິນຫລາຍ ແຕ່ຍັງບໍ່ອະນຸຍາດໃຫ້ບຸກຄົນ ຫລື ບໍຣິສັດ ເຂົ້າໄປຂຸດຄົ້ນ ຍ້ອນວ່າພວກເຂົາບໍ່ມີ ຄວາມໝັ້ນຄົງທາງການເງິນ ຈົນມີບໍຣິສັດ EPIC ຂອງ ສິງກະໂປ ສເນີເຂົ້າມາສ້າງ ໂຮງໄຟຟ້າຖ່ານຫິນ ແລະ ຣັຖບານລາວ ກໍອະນຸມັດໃຫ້ບໍຣິສັດດັ່ງກ່າວ ສຶກສາ ຄວາມເປັນໄປໄດ້ ແລະລົງທຶນສ້າງ.

ກ່ຽວກັບໂຄງການສ້າງໂຮງໄຟຟ້າຖ່ານຫິນ ທີ່ວ່ານີ້ ຫລາຍຝ່າຍກັງວົນນໍາ ເຣຶ່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ. ຊາວບ້ານຜູ້ນຶ່ງຢູ່ ເມືອງດາກຈຶງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າຫາກ ຣັຖບານລາວ ອະນຸມັດໃຫ້ສ້າງໂຮງໄຟຟ້າ ຖ່ານຫິນນີ້ແທ້ ກໍຈະມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຢູ່ເມືອງນີ້ໜັກໜ່ວງ ທັງປ່າໄມ້ ກໍຈະຖືກທໍາລາຍ, ຊາວບ້ານ ແລະ ສັດປ່າ ຈະຕ້ອງໄດ້ຫາແຫລ່ງ ທີ່ຢູ່ ໃໝ່ ແລະ ຈະບໍ່ມີປ່າໄມ້ ພໍໃຫ້ປະຊາຊົນ ໃນເຂດນັ້ນ ຫາຢູ່ຫາກິນໄດ້ ຄືເກົ່າ ດັ່ງທີ່ທ່ານກ່າວວ່າ:

“ແມ່ນ ມັນກະເສັຽຫາຍຫຼາຍຢ່າງ ເສັຽຫາຍທັງຕົ້ນໄມ້ໄບຫຍ້າເນາະ ສິ່ງແວດລ້ອມແລ້ວກະຜູ້ຄົນ ກະບໍ່ມີບ່ອນຫາເງິນສັດປ່າກະສິ ສູນພັນ.”

ໃນຂນະດຽວກັນ ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງດາກຈຶງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ໂຄງການໂຮງໄຟຟ້າຖ່ານຫິນ ດັ່ງກ່າວ ໜ້າຈະບໍ່ເຮັດໃຫ້ມີບັນຫາຫຍັງເກີດຂຶ້ນ ເພາະກ່ອນຈະອະນຸມັດ ໃຫ້ມີການສ້າງ ບໍ່ວ່າໂຄງການໃດ ຣັຖບານກໍມີຂັ້ນຕອນປະຕິບັດ ນັບຕັ້ງແຕ່ ສູນກາງ ລົງຮອດທ້ອງຖິ່ນ ໃນການສຶກສາຜົລກະທົບ ໃນດ້ານຕ່າງໆກ່ອນ, ດັ່ງທີ່ທ່ານກ່າວວ່າ:

“ກະສິບໍ່ມີບັນຫາຫຍັງດອກ ເພາະວ່າຂະເຈົ້າກະມີວິທີປ້ອງກັນ ມີວິທີບໍາບັດຄັກແນ່ ເອີ, ຂະເຈົ້າກະຄືສິບໍ່ມີບັນຫາ ເພາະມັນຜ່ານມາແຕ່ຂັ້ນ ກະຊວງ ຈົນລົງຮອດທ້ອງຖິ່ນ ເປັນເອກພາບ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ນັກອະນຸຮັກ ສິ່ງແວດລ້ອມ ຢູ່ປະເທດລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິຖຸນາ ນີ້ວ່າການພັທນາ ໂຄງການຂນາດໃຫຍ່ກວມເອົາພື້ນທີ່ປ່າໄມ້ ຫຼາຍຮ້ອຍເຮັກຕາ ຮວມທັງໂຄງການໂຮງໄຟຟ້າຖ່ານຫິນ ທີ່ມີລັກສນະດຽວກັນກັບ ໂຮງໄຟຟ້າ ຖ່ານຫິນລິກໄນ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ນັ້ນຍ່ອມມີຜົລກະທົບ ໃນຫລາຍດ້ານ ທີ່ຫລີກລ້ຽງບໍ່ໄດ້.

ສະນັ້ນ ຣັຖບານລາວ ຈຶ່ງຄວນຈະສຶກສາຂໍ້ມູນ ກ່ຽວກັບຜົລກະທົບ ທີ່ອາດຈະເກີດຂຶ້ນຈາກໂຄງການນີ້ ທັງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ຖ້າຫາກມີຜົລກະທົບໜັກໜ່ວງ ແລະ ບໍ່ຄຸ້ມຄ່າ ຣັຖບານ ກໍຄວນຈະປະໄວ້ຄືເກົ່າ ດັ່ງທີ່ທ່ານກ່າວວ່າ:

“ຜົລກະທົບເຣື່ອງດ້ານປ່າໄມ້ ເພິ່ນກະເກັບກໍາເອົາໄປວິເຄາະ ຫັ້ນແລ້ວ ກະທົບດ້ານສັງຄົມ ທັມຊາດເນາະ ແລ້ວເພິ່ນສິເຮັດແນວໃດ ດ້ານວິຊາການ ກະໃຫ້ກວດເບິ່ງ ຫລາຍບ່ອນນະ ກະທົບສັງຄົມແນວໃດ ກະທົບທັມຊາດແນວໃດ ເພິ່ນກະເອົາມາປະຊຸມ ວິເຄາະເບິ່ງ.”

ໂຄງການໂຮງໄຟຟ້າຖ່ານຫິນຂນາດ 1,000 MW, ມູນຄ່າການລົງທຶນ 1,700 ລ້ານໂດລາ ສະຫະຣັຖ ຢູ່ເມືອງດາກຈຶງ ແຂວງເຊກອງ ທີ່ ຣັຖບານລາວ ອະນຸມັດໃຫ້ສ້າງນີ້ ເປັນໂຄງການຮ່ວມລົງທຶນ ຣະຫວ່າງ ບໍຣິສັດ Evolution Power Investment Corporation ຂອງ ສິງກະໂປ, ບໍຣິສັດຄູນມີໄຊກໍ່ສ້າງ ແລະສ້ອມແປງ ຂົວ-ທາງ ແລະຣັຖບານລາວ ຊຶ່ງໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 27 ພຶສພາ ທີ່ຜ່ານມານີ້. ແຕ່ຍັງບໍ່ຮູ້ວ່າ ສັດສ່ວນການລົງທຶນ ຂອງແຕ່ລະຝ່າຍນັ້ນມີເທົ່າໃດ ກັນແທ້.

ໂຄງການດັ່ງກ່າວ ຄາດວ່າຈະກໍ່ສ້າງສໍາເຣັດໃນປີ 2027. ກະແສໄຟຟ້າ ທີ່ຜລິດໄດ້ ຈະຂາຍໃຫ້ປະເທດເພື່ອນບ້ານ: ໄທ, ວຽດນາມ ແລະ ກໍາພູຊາ ແຕ່ຍັງບໍ່ມີຣາຍງານກ່ຽວກັບ ສັນຍາຊື້-ຂາຍໄຟຟ້າ ນັ້ນເທື່ອ.

ອີງຕາມຣາຍງານຂອງ ເວັບໄຊ ASEAN Today ວັນທີ 5 ມິຖຸນານີ້, ປະເທດລາວ ມີປະຣິມານຖ່ານຫິນສໍາລອງ ປະມານ 600-700 ລ້ານຕັນ ຊຶ່ງສ່ວນໃຫຍ່ເປັນລິກໄນ ທີ່ເປັນແຮ່ທາດ ທີ່ກໍ່ໃຫ້ເກີດມົລພິດ ຫລາຍທີ່ສຸດຫາກມັນຮົ່ວໄຫລ ແລະ ນໍາໃຊ້ແບບບໍ່ໄດ້ມາຕຖານ ຊຶ່ງຜູ້ສ້າງໂຮງໄຟຟ້າຖ່ານຫິນ ຮູ້ບັນຫາ ແລະຮູ້ຜົລກະທົບນັ້ນດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.