ພະຍຸໝາກເຫັບ ຖລົ່ມເມືອງສິງ ເສັຽຫາຍໜັກ ຕາຍ 1

ໄມ​ຊູ​ລີ
2019.12.30
F-LT ແຂວງຫຼວງນໍ້າທາ ທາງພາກເໜືອ ຂອງ ສປປ ລາວ
RFA Graphics

ໃນຕອນເຊົ້າ ເວລາ 5 ໂມງ ຂອງມື້ ວັນທີ 29 ເດືອນ ທັນວາ ປີ 2019 ນີ້, ເກີດມີ ລົມພະຍຸ ໝາກເຫັບ ພັດເຂົ້າມາຖລົ່ມ ບ້ານນາຄຳ, ບ້ານຊໍ້ ແລະ ບ້ານໜອງບົວ, ເມືອງສິງ ແຂວງຫຼວງນໍ້າທາ ເຮັດໃຫ້ ບ້ານເຮືອນ ຂອງປະຊາຊົນ ຈຳນວນ ຫຼາຍຫຼັງ ເປ່ເພ. ນອກຈາກ ບ້ານເຮືອນ ຂອງປະຊາຊົນ ໄດ້ຮັບຜົລກະທົບແລ້ວ, ຍັງມີພືດຜັກ ຣະດູແລ້ງ ທີ່ປະຊາຊົນ ປູກເປັນສິນຄ້າ ເສັຽຫາຍ ຫຼາຍສິບເຮັກຕາຣ໌. ດັ່ງຊາວບ້ານ ບ້ານໜອງບົວ ຜູ້ນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 29 ທັນວາ ນີ້ວ່າ:

ແຖວບ້ານໜອງບົວ ເດີ້. ກົກໄມ້ ກົກຕອກ ຫັກໝົດ. ສວນຜັກ ກໍບໍ່ເປັນ ຕາເອົາ ຈັກຢ່າງເລີຍ, ໝຸ່ນໝົດ. ໝາກເຫັບຕົກ ບັກຫຼາຍໆ ຕື່ນເຊົ້າມາ ໝາກເຫັບ ຍັງມີ ຂາວຈົວະເລີຍ. ຫຼັງຄາເຮືອນ ອອກໄປ ສາມສີ່ຫຼັງ ພຸ້ນນະ ຢູ່ແຖວ ບ້ານໜອງບົວ ເນ, ລົມແຮງ.

ຣາຍງານວ່າ ຜົນເສັຽຫາຍ ຈາກພະຍຸ ໝາກເຫັບ ຄັ້ງນີ້, ມີບ້ານເຮືອນ ຂອງປະຊາຊົນ ເປ່ເພ ຈຳນວນ 5 ຫຼັງ​, ໂຮງຮຽນ ນຶ່ງຫຼັງ ໄດ້ຮັບ ຜົລກະທົບ ຈາກຕົ້ນໄມ້ ລົ້ມທັບ, ປໍ້ານໍ້າມັນ 1 ປໍ້າ, ເສົາໄຟຟ້າຫັກ 7 ເສົາ ເຮັດໃຫ້ ການສັນຈອນ ໄປມາ ບໍ່ສະດວກ. ນອກຈາກນີ້, ຍັງມີຟາມງົວ ຂອງຈີນ ເສັຽຫາຍໜັກ ແລະ ມີຜູ້ເສັຽຊີວິຕ 1 ຄົນ, ເຊິ່ງເປັນກັມມະກອນ ຢູ່ຟາມງົວ ຂອງຈີນ. ດັ່ງຊາວບ້ານ ບ້ານນາຄຳ ຜູ້ນຶ່ງ ເວົ້າຕໍ່ ເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

ຢູ່ບ້ານນາຄຳ ນີ້ ເສັຽຫາຍໜັກ, ມີປໍ້ານໍ້າມັນ ແລະ ກໍເສົາໄຟຟ້າຫັກ ເຈັດຕົ້ນ. ຟາມງົວຈີນ ນີ້ ຖືວ່າໃຊ້ການ ບໍ່ໄດ້ຫຼາຍຫຼັງ ຢູ່ຟາມງົວຈີນ ນີ້ ມີກັມມະກອນ ຜູ້ນຶ່ງ ເສັຽຊີວິຕ ຢູ່ຫັ້ນ.

ປັດຈຸບັນ, ເຈົ້າໜ້າທີ່ ຈາກພາກສ່ວນ ກ່ຽວຂ້ອງ ກຳລັງລົງ ຮິບ​ໂຮມ ຂໍ້ມູນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກພະຍຸ ໝາກເຫັບ ໃນຄັ້ງນີ້ຢູ່ ເພື່ອສເນີຂໍ ງົບປະມານ ຕໍ່ຂັ້ນເທິງ ມາຊ່ອຍເຫຼືອ ຜູ້ທີ່ໄດ້ຮັບ ຜົລກະທົບ ໃນຄັ້ງນີ້ ແລະວ່າ ມູລຄ່າ ຄວາມເສັຽຫາຍ ຈາກພະຍຸ ໝາກ​ເຫັບ ເທື່ອນີ້ ຍັງບໍ່ທັນຮູ້ ຢ່າງຈະແຈ້ງເທື່ອ ຈົນກວ່າ ຈະສິ້ນສຸດ ການຮິບໂຮມ ຂໍ້ມູນ ຄວາມເສັຽຫາຍ ຈາກຫຼາຍ ໜ່ວຍງານ ທີ່ກ່ຽວຂ້ອງ, ເຊິ່ງຄາດ ວ່າ ພາຍໃນ ສັ​ປ​ດານີ້ ຄົງຈະໄດ້ ຂໍ້ມູນ ຄວາມເສັຽຫາຍ ທີ່ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.