ຊາວເມືອງສນາມໄຊ ຊອກທາວ ຫາກັນ
2018.07.27
ໃນຂະນະນີ້ ທຸກມື້ທຸກເວລາ ປະຊາຊົນລາວຫລາຍຮ້ອຍຄົນ ທີ່ຖືກຊົດຊ່ວຍຈາກໄພພິບັດ ເຂື່ອນແຕກ ມາຢູ່ເທດສະບານເມືອງສນາມໄຊ ແຂວງອັດຕະປື ພາກັນໄປໂຮມກັນ ຢູ່ໃກ້ໆທ່າເຮືອແລະເດີ່ນບ່ອນເຮລີກອບເຕີລົງ ເພື່ອລໍຖ້າ ແລະຊອກຫາ ພໍ່ແມ່ຍາດຕິພີ່ນ້ອງ ລູກຫລານ ທີ່ຫາຍສາບສູນ ຍ້ອນເຂື່ອນແຕກ ແລະທີ່ຈະຖືກສົ່ງມາ. ແມ່ປ້າຜູ້ນຶ່ງຮ້ອງໃຫ້ແລະເວົ້າກັບຜູ້ຖ່າຍວີດີໂອອອກສື່ສັງຄົມອອນລາຍຄົນນຶ່ງວ່າ
“ບໍ່ເຫັນລູກຊາຍຂອງແມ່ເດ່ລູກ ນີ້ເດ່ລູກສອງຄົນ ນີ່ເດ່ເຫັນລູກນີ່ ພໍ່ຫັ່ນບໍ່ໄດ້ ພໍ່ອາຍຸ 35 ປີ ແລ້ວເພິ່ນໃຫ້ຂ່າວ ມາເບິ່ງສາກສົບນີ່ລູກ ມີລູກສອງຄົນ ແມ່ຍິງ ນີ່ລູກກົກ ຜູ້ນີ້ໄປນຳພໍ່ ຄ້າງຢູ່ກໍໄຜ່ພຸ່ນ ຜູ້ນີ້ໄປນຳແມ່ ປັນກັນເດ່ລູກ ຜູ້ນີ້ລອຍເປັນໃຫ້ຢູ່ນຳແມ່ ຜູ້ນີ້ຢູ່ນຳພໍ່ ພໍ່ຕາຍ.”
ປ້າອີກຄົນນຶ່ງ ທີ່ຖືກຊົດຊ່ວຍມາຈາກບ້ານໃໝ່ ເລົ່າວ່າ ນາງເຫັນຊາຍຄົນນຶ່ງ ໃນບ້ານດຽວກັນ ອຸ້ມລູກນ້ອຍລອຍໜີອອກຈາກບ້ານ ແຕ່ຍ້ອນ ນ້ຳໄຫລແຮງ ລອຍບໍ່ໄຫວ ເລີຍເອົາຜ້າຂະມ້າ ມັດໃສ່ປາຍໄມ້ ເຮັດເປັນອູ່ ແລ້ວເອົາລູກນ້ອຍ ນອນໄວ້ ຫຼາຍຊົ່ວໂມງ ເພື່ອລໍຖ້າໜ່ວຍກູ້ພັຍ.
ແມ່ຍິງ ອາຍຸປະມານກາງຄົນຜູ້ນຶ່ງ ເວົ້າວ່າ ນາງໄດ້ຍິນສຽງເຮລີກອບເຕີມາ ນາງເລີຍມາລໍຖ້າ ເບິ່ງວ່າ ຈະມີພີ່ນ້ອງຄອບຄົວ ທີ່ຂີ່ເຮືອໜີ ອອກມານຳກັນ ແລ້ວເຮືອແຕກ ຈະຖືກຊົດຊ່ວຍມາບໍ່. ໃນມື້ເຊົ້າຂອງວັນທີ່ 26 ກໍຣະກະດາ ຄນະຮັບຜິດຊອບ ການຊ່ວຍເຫຼືອຜູ້ປະສົບ ພັຍພິບັດ ຂອງຣັຖບານລາວ ຖແລງຕໍ່ນັກຂ່າວວ່າ:
“ສະພາບການດັ່ງກ່າວຍັງໜັກໜ່ວງຢູ່ ມື້ວານນີ້ ທ່ານນາຍົກເພິ່ນໄດ້ຖແລງວ່າ ຈຳນວນຜູ້ຂາດທີ່ຢູ່ອາໃສມີເຖິງ 3,060 ຄົນ ຜູ້ສູນຫາຍ 131 ຄົນ ສູນຫາຍແປວ່າ ຄ້າງຢູ່ນຳຕົ້ນໄມ້ຫລືວ່າຢູ່ບ່ອນທີ່ຊອກບໍ່ເຫັນ ຫາຍສາບສູນຫລືວ່າຕາຍໄປ ໜ່ວຍກູ້ໄພສູນກາງ ແລະທ້ອງຖິ່ນ ກຳລັງ ຊອກຫາ.”
ສ່ວນທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ ແຂວງອັດຕະປື ຜູ້ຊີ້ນຳວຽກງານແກ້ໄຂພັຍພິບັດ ປະຈຳແຂວງ ກ່າວວ່າ ຜູ້ປະສົບພັຍ ໄດ້ ຖືກຊົດຊ່ວຍ ມາຢູ່ເທສບານເມືອງສນາມໄຊແລ້ວ ທັງໝົດປະມານ 3,000 ຄົນ ສ່ວນທີ່ເຫລືອອີກ 3,000 ຄົນ ຍັງຕິດຄ້າງຢູ່ຫຼັງຄາເຮືອນ ຕົ້ນໄມ້ ແລະ ໂນນ ລໍຖ້າການຊົດຊ່ວຍຢູ່.