ທາງການຈະແປງທາງ ບ.ນາທົ່ມ ຫາ ບ.ວຽງແກ້ວ
ທາງການ ນະຄອນຫຼວງວຽງຈັນ ຕຽມສ້ອມແປງ ເສັ້ນທາງ ບ້ານນາທົ່ມ ບ້ານວຽງແກ້ວ.
-
ສຸພັດຕາ
2020-08-19 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລົງໄປກວດເບິ່ງ ສະພາບເສັ້ນທາງ ຣະຫວ່າງ ບ້ານນາທົ່ມ ບ້ານວຽງແກ້ວ ເມືອງໄຊທານີ ພ້ອມໜ່ວຍງານ ທີ່ກ່ຽວຂ້ອງ ເພື່ອຕຽມ ສ້ອມແປງແລ້ວ, ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ສິງຫາ ນີ້ວ່າ:
“ໂຕນີ້ ເພິ່ນກະໄປເບິ່ງສະພາບຝົນຕົກໜັກ ແລ້ວມັນເປ່ເພ ແລ້ວກະຊິມີການສ້ອມແປງຫັ້ນແຫຼະ ເປັນບາງບ່ອນແກ້ໄຂກ່ອນຫັ້ນນາເພາະວ່າ ມັນມີຜົລກະທົບຕໍ່ປະຊາຊົນ ເພິ່ນຮ້ອງຂໍມາ, ເພິ່ນໄປເບິ່ງແລ້ວ ເພິ່ນຊິໄດ້ມາເກັບກໍາຂໍ້ມູນ ສັງລວມກ່ຽວກັບ ຜົລກະທົບ ເສັຍຫາຍປະມານ ທໍ່ໃດ ແລ້ວຊິປະເມີນວ່າ ຊິຫາເງິນທາງໃດ ມາໃຊ້ໃນການສ້ອມແປງຫັ້ນນາ.”
ຊາວເມືອງໄຊທານີ ທ່ານນຶ່ງກ່າວວ່າຫຼັງຈາກວັນທີ 14 ສິງຫາ ຜ່ານມາ ທາງການກໍໄດ້ລົງມາ ສ້ອມແປງທາງເສັ້ນນີ້ແລ້ວ ຄືເອົາດິນມາຖົມ ແລະເອົາຣົດມາເກຣດ ໃຫ້ໄປມາໄດ້, ແຕ່ຖ້າເປັນໄປໄດ້ ກໍຢາກໃຫ້ມາສ້ອມແປງ ໃຫ້ໄດ້ມາຕຖານ ເລີຍຈະດີກວ່າ:
“ມື້ກ່ອນນີ້ ເຫັນເອົາຊາຍມາຖົມ ແລ້ວເອົາຣົດມາເກດ ມີເຫັນຢູ່ແຕ່ມື້ດຽວ ຖ້າອັດດີໆ ແລ້ວເອົາຢາງມາລົງກະຄຸ້ມປະມານ ປີສາມປີນີ້ກະຢູ່ ເຂົາບໍ່ໄດ້ເວົ້າເຣື່ອງຢາງດອກ ອັນນີ້ມີແຕ່ຈົກ ເອົາດິນ ເອົາດິນມາ ແລ້ວກໍເອົາມາໃສ່ບ່ອນເລິກໆ ພໍຮອດ 6 ເດືອນ ນະ ເປັນອີກນະ.”
ທ່ານກ່າວຕື່ມວ່າ ບັນຫາທາງເປ່ເພນີ້ ນອກຈາກວ່າ ຈະມີຣົດບັນທຸກຂົນຫິນ, ຂົນປູນຂອງໂຄງການ ກໍ່ສ້າງທາງຣົດໄຟລາວ-ຈີນ ທຽວຫຼາຍ ໃນທຸກມື້ແລ້ວນັ້ນ ອີກສາເຫດນຶ່ງ ກໍຍ້ອນການ ສ້າງທາງ ບໍ່ໄດ້ມາຕຖານ.
ໃນຂນະດຽວກັນ ຊາວບ້ານອີກທ່ານນຶ່ງກໍເວົ້າວ່າ ເພິ່ນມາແປງໃນເບື້ອງຕົ້ນແລ້ວ ແຕ່ກະຍັງເປັນຄືເກົ່າ ຖ້າເປັນໄປໄດ້ກໍຢາກໃຫ້ປູເປັນທາງ ຢາງເລີຍດີກວ່າຈະເອົາດິນມາຖົມ ເພາະຖ້າເອົາດິນມາຖົມ ບໍ່ດົນກໍເພຄືເກົ່າອີກ:
“ກໍຄືເກົ່າ ກໍມຸ່ນຄືເກົ່າຫັ່ນແຫຼະ ເຈົ້າໜ້າທີ່ເຂົາກໍເອົາແຕ່ດິນ ອິຫຍັງມາເອົາດິນແດງມາປູ ອັນນັ້ນຊື່ໆອັນນັ້ນກໍຢາກໃຫ້ເພິ່ນມາ ປູຢາງໃຫ້.”
ແລະຊາວບ້ານອີກຄົນນຶ່ງ ທີ່ໃຊ້ທາງເສັ້ນນີ້ ເປັນປະຈໍາ ກໍເວົ້າຄືືກັນວ່າ:
“ຕອນນີ້ ທາງການເອົາດິນແດງມາຖົມແລ້ວ ແຕ່ຖ້າເປັນໄປໄດ້ ກໍຢາກໃຫ້ມາປູຢາງໄປເລີຍ ເພາະວ່າ ຖ້າສ້ອມແປງແບບເດີມ ຄືເອົາດິນ ມາຖົມມັນກໍຢູ່ໄດ້ບໍ່ດົນ ດຽວມັນກໍພັງອີກກ່ອນໜ້າ ນີ້, ເຫັນມາສ້ອມ ພຽງແຕ່ເອົາດິນມາປູ ຜ່ານໄປ 3 ເດືອນກໍພັງແລ້ວ.”
ເມື່ອວັນທີ 13-14 ສິງຫາ ຜ່ານມານີ້ ຊາວບ້ານ ຢູ່ເມືອງໄຊທານີ ໄດ້ຮ້ອງຮຽນ ເຖິງພາກສ່ວນກ່ຽວຂ້ອງ ວ່າເສັ້ນທາງ ຣະຫວ່າງ ບ້ານ ນາທົ່ມ-ບ້ານວຽງແກ້ວ ຊຶ່ງມີຄວາມຍາວ 7 ກິໂລແມັດ ເປ່ເພໜັກ ເປັນຂຸມເປັນບວກ ຍາມຝົນກໍມີແຕ່ຂີ້ຕົມ ບັນຫາດັ່ງກ່າວນີ້ ເກີດຂຶ້ນມາ ດົນແລ້ວ ຍ້ອນຣົດບັນທຸກ ຂົນຫິນ, ຂົນປູນຂອງໂຄງການ ສ້າງທາງຣົດໄຟລາວ-ຈີນ ສັນຈອນໄປ-ມາ ທຸກມື້.
ຫຼ້າສຸດໃນວັນທີ 17 ສິງຫານີ້ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສໍາຣວດ ເສັ້ນທາງ ບ້ານນາທົ່ມ-ບ້ານວຽງແກ້ວ ທີ່ເປ່ເພ ໂດຍມີ ເຈົ້າເມືອງ ເມືອງໄຊທານີ ຮ່ວມລົງພື້ນທີ່ ລົງສໍາຣວດນໍາດ້ວຍ. ທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ເມືອງໄຊທານີ ໃຫ້ມີການສ້ອມແປງ ທາງເສັ້ນນີ້ໃນເບື້ອງຕົ້ນກ່ອນ, ໂດຍໃຊ້ເຄື່ອງຈັກໄປ ຣະບາຍນໍ້າອອກຈາກທາງ ແລະໃຊ້ດິນຖົມ ພ້ອມກັບປັບ ສະພາບໜ້າດິນ ໃຫ້ຊາວບ້ານສາມາດ ສັນຈອນໄປມາ ໄດ້ກ່ອນ.