ໂຮງງານ ຣີໄຊໂຄ້ຈີນ ຢູ່ນາຊາຍທອງ ລົບກວນ ຊາວບ້ານ
2019.12.31
ປະຊາຊົນ 400 ປາຍຄອບຄົວ ຢູ່ບ້ານນາທ່ອນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບ ຜົລກະທົບ ຈາກກິ່ນຂິວ ຂອງໂຮງງານ ຣີໄຊໂຄ້ ພລາສຕິກ ຂອງຈີນ ເຮັດໃຫ້ ມີອາການ ວິນຫົວ, ປຸ້ນທ້ອງ ຈົນຕ້ອງໄດ້ ໄປໂຮງໝໍ. ດັ່ງປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 31 ທັນວາ ນີ້ວ່າ:
“ຜົລກະທົບ ມີແຕ່ມັນ ເວລາເຂົາເຈົ້າ ບົດຢາງ ເຮັດໃໝ່ ຫັ້ນ ມັນຂິວ. ມັນເປັນຕາເມົາ ພຸ້ນແຫຼະ ສຸຂພາບ ບໍ່ດີ ພຸ້ນແຫຼະ ວິນຫົວ, ເມົາ, ຮາກ. ບາງເທື່ອ ກໍເປັນວິນ ເປັນເມົາ ໄດ້ໄປສັກຢາ ໃສ່ຫວ້ານ ໃສ່ຢາ ລະກະມາຢູ່. ຂິວຫັ້ນ, ແມ່ກັມຫັ້ນ ຢູ່ບໍ່ໄດ້, ຄັນຜູ້ໃດ ເກີດລູກ ແລ້ວຢູ່ມໍ່ ແມ່ນໄດ້ໜີ ໄປຢູ່ບ່ອນອື່ນກ່ອນ.”
ປະຊາຊົນ ຜູ້ນີ້ ເວົ້າວ່າ ກິ່ນຂິວ ຈາກໂຮງງານ ດັ່ງກ່າວນັ້ນ, ຈະກະທົບ ໜັກສຸດ ໃນມື້ລົມ ພັດມາແຮງ ແລະ ນອກຈາກ ໂຮງງານ ຈະສົ່ງກິ່ນ ເໝັນຂິວ ແລ້ວນັ້ນ, ເຄື່ອງຈັກ ຂອງໂຮງງານ ຍັງມີ ສຽງດັງ ລົບກວນ ຊາວບ້ານ ນໍາດ້ວຍ.
ປະຊາຊົນ ຜູ້ນີ້ ກ່າວຕື່ມວ່າ ເມື່ອເດືອນ ພຶສຈິກາ ທີ່ຜ່ານມາ, ອໍານາດ ການປົກຄອງບ້ານ ໄດ້ສເນີ ບັນຫາ ກິ່ນຂິວ ຂອງໂຮງງານ ດັ່ງກ່າວ ໄປຫາ ຂັ້ນເມືອງແລ້ວ ແລະ ເຈົ້າເມືອງ ກໍໄດ້ ລົງມາ ໃຫ້ຄໍາ ແນະນໍາ ກັບໂຮງງານ:
“ເຈົ້າເມືອງ ກະລົງມາແລ້ວ ລະເພິ່ນວ່າ ໃຫ້ແກ້ໄຂ ໃນການ ຕໍ່ທໍ່ເນາະ. ການຈັດຕັ້ງ ບ້ານເຮົາ ກະເຂົ້າ ໄປຮ່ວມວ່າ ໃຫ້ເພິ່ນຕໍ່ທໍ່, ຫັ້ນນ່າ. ເພິ່ນກະສັນຍາ ວ່າຊິຕໍ່, ແຕ່ວ່າ ຢູ່ມາໄດ້ອີກ ເດືອນນຶ່ງລະ ເຂົ້າໄປສັນຍາ ໃໝ່ວ່າ ໃຫ້ເພິ່ນຕໍ່ທໍ່ ສົ່ງກິ່ນຂິວ ຂຶ້ນເທິງສູງໆ ຫັ້ນນາ ກໍຍັງບໍ່ທັນ ເຮັດນນີ້ນ່າ. ເພິ່ນວ່າ ຂໍເວລາ, ຂໍມາດົນເຕີບ ເດືອນອີກແລ້ວ ນີ້ນ່າ, ເດືອນທີສອງ ຍັງບໍ່ເຫັນຕໍ່ ຍັງເຮັດຜລິຕ ຢູ່ຄືເກົ່າ.”
ກ່ຽວກັບ ເຣື່ອງດັ່ງກ່າວ ນີ້, ທ່ານ ພູວອນ ພົງລາດແກ້ວ, ຫົວໜ້າ ຫ້ອງການປົກຄອງ ເມືອງນາຊາຍທອງ ກ່າວວ່າ ທໍ່ດູດ ກິ່ນເໝັນນັ້ນ, ໄດ້ມີ ການຕິດຕັ້ງແລ້ວ. ດັ່ງທ່ານກ່າວ ໃນມື້ດຽວກັນ ນັ້ນວ່າ:
“ຕໍ່ທໍ່ ມີເຮັດບໍ່ບໍາບັດ. ມີໆ ຂ້ອຍມີຂໍ້ມູນຢູ່. ດົນແລ້ວ, ແຕ່ດົນແລ້ວ ພາຍຫຼັງ ທີ່ມີການໄປກວດກາ ໄປຫຍັງ ທາງສິ່ງແວດລ້ອມ ເຂົາກໍມີ ການແນະນໍາ ເຂົາເຈົ້າ ກໍປັບປຸງ ໝົດແລ້ວເດ້.”
ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ກ່າວຕື່ມ ອີກວ່າ ໂຮງງານ ຣີໄຊໂຄ້ ພລາສຕິກ ດັ່ງກ່າວນັ້ນ, ໄດ້ຮັບ ອະນຸຍາດ ສ້າງຕັ້ງ ເປັນໂຮງງານ ເຟີນິເຈີ້ ໃນປີ 2016, ໂດຍແມ່ນ ຄົນລາວ ເປັນເຈົ້າຂອງ. ແຕ່ມາຮອດ ປີ 2017, ໂຮງງານ ເຟີນິເຈີ້ ບໍ່ມີໄມ້ ໃນການຜລິຕ ຈຶ່ງໃຫ້ ນັກລົງທຶນຈີນ ເຊົ່າຕໍ່ ແລະ ປ່ຽນເປັນ ໂຮງງານ ຣີໄຊໂຄ້ ພລາສຕິກ ໃນປັດຈຸບັນ.
ໂຮງງານ ດັ່ງກ່່າວ ເປັນໂຮງງານ ຂນາດໃຫຍ່ ມີເນື້ອທີ່ ປະມານ 6 ເຮັກຕ້າຣ໌ ປາຍ. ພລາສຕິກ ທີ່ນໍາມາ ຣີໄຊໂຄ້ ນັ້ນ, ແມ່ນມາຈາກ ຕ່າງປະເທດ ເປັນຕົ້ນ ຣັສເຊັຽ ແລະ ໄທຍ.