ໂຮງງານຈີນ ຜລິຕຖົງຢາງ ຢູ່ເຊໂນ ສົ່ງຜົລກະທົບ
2019.12.18
ໂຮງງານຜລິຕຖົງຢາງ ຂອງຈີນ ຢູ່ເຂດເສຖກິຈ ພິເສດ ສວັນ-ເຊໂນ, ເມືອງອຸທຸມພອນ ແຂວງສວັນນະເຂດ ປ່ອຍນ້ຳເປື້ອນ ລົງໃສ່ຫ້ວຍນ້ຳ ຢູ່ເຂດ ບ້ານນາທາດ ແລະ ບ້ານໄຊຍະມຸງຄຸນ ເຮັດໃຫ້ນ້ຳ ມີກິ່ນເໝັນ ແລະ ປາຕາຍ.
ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 18 ທັນວາ ວ່າ:
“ພວກເຂົາປ່ອຍ ນ້ຳເປື້ອນເດ້ ແບບວ່າ ໂຮງງານຖົງຢາງ ມັນຊິເປັນອັນເປື້ອນ ຄົນຈີນເດ້ ເປັນຫົວໜ້າ. ກະທົບອັນນັ້ນ ບ້ານນາທາດ ກັບ ບ້ານໄຊຍະມຸງຄຸນ. ດຽວນີ້ ສິ່ງແວດລ້ອມຫັ້ນ ມັນບໍ່ມີ ຄວາມຮັບປະກັນ ປານໃດແລ້ວ ເພາະວ່າ ເຂົາເຈົ້າປ່ອຍ ນ້ຳເປື້ອນລົງໄປ ແລ້ວເຮັດໃຫ້ ປາຢູ່ແຖວໜອງ ແຖວຫຍັງຫັ້ນແຫຼະ ຖືວ່າ ມັນເຣີ່ມຕາຍ ຟູນອງຂຶ້ນ."
ໂຮງງານ ດັ່ງກ່າວ ມີກັມມະກອນ ປະມານ 60 ຄົນ ໄດ້ເຣີ່ມຜລິຕຖົງຢາງ ໃນປີ 2019 ແລະ ກໍສົ່ງຜົລກະທົບ ນັບແຕ່ນັ້ນ ເປັນຕົ້ນມາ.
ປະຊາຊົນ ທ່ານນີ້ ໄດ້ກ່າວຕື່ມ ອີກວ່າ ຄົນບໍ່ສາມາດ ລົງໄປຫາປາ ໃນຫ້ວຍໄດ້ ແລະ ບໍ່ສາມາດ ດູດນ້ຳຂຶ້ນມາ ເຮັດນາໄດ້ ຍ້ອນວ່າ ໂຮງງານປ່ອຍນ້ຳເປື້ອນລົງ.
ຫ້ອງການ ເມືອງອຸທຸມພອນ ບໍ່ສາມາດ ແກ້ໄຂບັນຫາໄດ້, ດັ່ງເຈົ້າໜ້າທີ່ ຫ້ອງການ ເມືອງອຸທຸມພອນ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
“ສຳລັບເມືອງເຮົາ ຫ້ອງການ ເຂດເສຖກິຈເຮົາ ບໍ່ມີຊ້ຳ, ຢູ່ນະຄອນໄກສອນ ພຸ້ນແຫຼະ ເມືອງເອກພຸ້ນແຫຼະ, ພົວພັນກັບເຂດເສຖກິຈ ພຸ້ນນ່າ. ເມືອງເຮົາ ບໍ່ໄດ້ເຂົ້າໄປ ວຽກຫັ້ນ, ເພິ່ນຈະບໍຣິຫານ ພິເສດ ຂອງເພິ່ນເອງເລີຍ ເພິ່ນກະມີແຕ່ເພິ່ນບໍຣິຫານ.”
ນອກຈາກນີ້, ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຂດເສຖກິຈພິເສດ ສວັນ-ເຊໂນ, ແຕ່ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ຄຳເຫັນ ໃນເຣື້ອງນີ້.