ຄາຊີໂນຄິງໂຣມັນ ປ່ອຍນໍ້າເສັຽ ລົງສູ່ ແມ່ນໍ້າຂອງ

ພາບຖ່າຍ ຂອງນໍ້າເສັຽທີ່ຖືກປ່ອຍອອກຈາກ ໂຮງກາຊິໂນ ຄິງໂຣມັນ ຊຶ່ງເປັນຂອງນັກລົງທຶນຈີນ
ພາບຖ່າຍ ຂອງນໍ້າເສັຽທີ່ຖືກປ່ອຍອອກຈາກ ໂຮງກາຊິໂນ ຄິງໂຣມັນ ຊຶ່ງເປັນຂອງນັກລົງທຶນຈີນ (ນັກຂ່າວພົລເມືອງ)

0:00 / 0:00

ຊາວບ້ານຫຼາຍຄົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ອາສັຍນໍ້າຂອງ ໃນການດໍາລົງຊີວິດ ໄດ້ຮັບຜົລກະທົບຢ່າງໜັກໜ່ວງຍ້ອນ ຄາຊິໂນ ຄີງໂຣມັນ ທີ່ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາໄດ້ປ່ອຍ ນໍ້າເສັຍລົງແມ່ນໍ້າຂອງ ຢູ່ເຂດບ້ານພຽງງາມ ເຮັດໃຫ້ນໍ້າເນົ່າເໝັນ ຊາວບ້ານບໍ່ສາມາດລົງໄປອາບ ຫຼື ຫາປາໄດ້ຕາມປົກກະຕິ ເນື່ອງຈາກຢ້ານເປັນອັນຕະລາຍຕໍ່ສຸຂພາບ, ດັ່ງຊາວບ້ານໃກ້ຄຽງຄົນນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 24 ມິຖຸນາ ນີ້ວ່າ:

“ຄາຊິໂນ ປ່ອຍນໍ້າເສັຍລົງນໍ້າຂອງ ເຂົາລົງມັນລົງໃກ້ບ້ານ ເຂດພຽງງາມນິ່ເນາະ ປະຊາຊົນເຂດນີ້ ສ່ວນຫຼາຍອາບນໍ້າຂອງ ອາບຫຍັງລົງໄປ ຫາປູຫາປາ ກະບໍ່ໄດ້ ນໍ້າເປິເປື້ອນ ເຂດພຽງງາມນິ່ລົງໄປ ເຂດບໍຣິເວນກວ້າງ ໂອ່. ກະເປື້ອນຄືນໍ້າສອງສີນິ່ແຫຼະ ປ່ອຍອອກມາບັກຫຼາຍໆ ລົງຮ່ອງນໍ້າອັນນັ້ນຫັ້ນນະ.”

ນາງກ່າວຕື່ມວ່າ ເຫດການດັ່ງກ່າວ ໄດ້ເກີດຂຶ້ນມາດົນແລ້ວ ແຕ່ພັດບໍ່ເຫັນພາກສ່ວນກ່ຽວຂ້ອງ ລົງມາຕິດຕາມແກ້ໄຂແຕ່ຢ່າງໃດ ຄືກັບວ່າ ເປັນເຫດການປົກກະຕິ ດັ່ງນັ້ນ, ຈຶ່ງຢາກໃຫ້ມີການລົງພື້ນທີ່ ກວດກາແກ້ໄຂຢ່າງຈິງຈັງ ເພື່ອຄຸ້ມຄອງ ແມ່ນໍ້າຂອງ ແລະບໍ່ໃຫ້ຊາວບ້ານ ໄດ້ຮັບຜົລກະທົບໜັກໄປກວ່ານີ້ ຈົນເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດ.

ຊາວບ້ານໃກ້ຄຽງ ອີກຄົນນຶ່ງ ເວົ້າວ່າ ສະພາບບັນຫາດັ່ງກ່າວ ຕົນໄດ້ສັງເກດເຫັນມາດົນແລ້ວເຊັ່ນກັນ ແລະເຄີຍເຫັນຄາຊິໂນ ດັ່ງກ່າວ ໄດ້ປ່ອຍນໍ້າເສັຍລົງ ແມ່ນໍ້າຂອງແທ້ ເນື່ອງຈາກບໍ່ສາມາດ ຣະບາຍນໍ້າເສັຍອອກໄປ ບ່ອນອື່ນໄດ້ ນອກເໜືອຈາກປ່ອຍລົງແມ່ນໍ້າຂອງ ຢ່າງດຽວ:

"ເອີ່ ກະເຫັນຢູ່ ເຂົາປ່ອຍແນ່ນອນເນາະ 100% ເນາະ ມັນບໍ່ມີທາງປ່ອຍ ມີແຕ່ປ່ອຍລົງນໍ້າຂອງຢ່າງດຽວແຫຼະ ເພາະມັນເປັນນໍ້າຫ້ວຍເກົ່າ ປ່ອຍລົງຕາມນັ້ນແຫຼະ.”

ຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ໃນເມືອງຕົ້ນເຜິ້ງ ທີ່ຢູ່ຕິດແມ່ນໍ້າຂອງ ກໍຮູ້ສຶກກັງວົນ ກ່ຽວກັບ ສະພາບບັນຫາດັ່ງກ່າວ ຫາກວ່າ ທາງກາຊິໂນ ປ່ອຍນໍ້າເສັຍຫຼາຍຂຶ້ນເລື້ອຍໆ ຢ້ານເຮັດໃຫ້ ປາຕາຍ ຈົນບໍ່ສາມາດ ຫາຊື້ປາ ຈາກນໍ້າຂອງ ມາປຸງແຕ່ງອາຫານ ໃຫ້ລູກຄ້າໄດ້ອີກ.

“ຖ້າວ່າມັນຮຸນແຮງ ມັນຕ້ອງມີແນ່ນອນຜົລກະທົບ ແຕ່ວ່າໂຕນີ້ ມັນຫາກໍເປັນເນາະ ຂ່່າວໂຕນີ້ ມັນຫາກໍອອກເນາະ ເພາະວ່າເຮົາກະບໍ່ແນ່ໃຈ ຢູ່ແຖວບ້ານຕົ້ນເຜິ້ງ ທີ່ວ່າຝັ່ງຕົງຂ້າມຊຽງແສນ ພຸ້ນແຫຼະ ມັນຈຶ່ງຊິມີຜົລກະທົບ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການ ບໍຣິຫານຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ກ່າວວ່າ ໃນເບື້ອງຕົ້ນ ທາງຫ້ອງການໄດ້ເຫັນ ສະພາບດັ່ງກ່າວ ຕາມທີ່ນັກຂ່າວທ້ອງຖິ່ນ ໄດ້ເຜີຍແຜ່ຮູບພາບ ຜ່ານທາງສື່ອອນລາຍ ແລະກໍໄດ້ສົມທົບກັບເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ລົງພື້ນທີ່ໄປກວດກາ ໃນມື້ນີ້, ດັ່ງທ່ານກ່າວວ່າ:

“ເພິ່ນກໍາລັງໃຫ້ພາກສ່ວນກ່ຽວຂ້ອງໄປເບິ່ງ ເບິ່ງຈຸດຢູ່ວ່າ ມີມູນຄວາມຈິງບໍ່ຫັ້ນນະ ກໍາລັງໄປເບ່ິງຢູ່ ມື້ເຊົ້ານີ້ເພິ່ນອອກໄປແລ້ວ ປະສານຫາ ພາກສ່ວນທີ່ກ່ຽວຂ້ອງ ຂອງຜແນກຊັບຂະເຈົ້າລົງໄປກວດ ເບິ່ງ ສະພາບໂຕຈິງຢູ່.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ເພື່ອຖາມຄວາມຄືບໜ້າ ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ ເນື່ຶອງຈາກຍັງຢູ່ໃນຣະຫວ່າງ ການກວດກາຢູ່, ໃນຂນະດຽວກັນ ກໍພຍາຍາມຕິດຕໍ່ຫາ ກາຊິໂນ ຄີງໂຣມັນ ແຕ່ ບໍ່ສາມາດຕິດຕໍ່ ເຈົ້າໜ້າທີ່ຄົນໃດໄດ້.

ຢ່າງໃດກໍຕາມ ປະຊາຊົນ ຜູ້ໃຊ້ສື່ອອນລາຍຫຼາຍຄົນ ທີ່ໄດ້ຮູ້ຂ່າວດັ່ງກ່າວ ໄດ້ພາກັນວິພາກວິຈານ ກ່ຽວກັບບັນຫານີ້ຢ່າງເຜັດຮ້ອນ ຫຼາຍຄົນ ໄດ້ສເນີໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາ ຢ່າງຮີບດ່ວນ ພ້ອມທັງຮຽກຮ້ອງໃຫ້ ມີການກວດສອບ ຣະບົບບໍາບັດນໍ້າເສັຍ ຂອງ ກາຊິໂນ ຄິງໂຣມັນ ຢ່າງຣະອຽດ.

ຄາຊິໂນ ຄີງໂຣມັນ ໄດ້ເລີ່ມດໍາເນີນການ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕັ້ງແຕ່ປີ 2008 ເປັນຕົ້ນມາ ໂດຍມີທ່ານ ຈ້າວເຫວີ່ຍ ປະທານ ຄະນະບໍຣິຫານ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເປັນເຈົ້າຂອງ ຮ່ວມກັບ ກຸ່ມນັກລົງທຶນ ຈາກ ເຂດປົກຄອງພິເສດ ຮົງກົງ.

ແລະອີງຕາມຣາຍງານຂ່າວ ວຽງຈັນທາມ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ໄປເຂດສາມຫຼ່ ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 5 ມິຖຸນາ ນີ້ ເພື່ອຮູ້ກ່ຽວກັບຜົລກະທົບ ຈາກມາຕການຄວບຄຸມ ແລະປ້ອງກັນການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ເພີ່ມຕື່ມ ຮວມທັງເຣື່ອງການລົງທຶນກ່ອນນັ້ນ, ຮູ້ເຖິງອຸປສັກ ຕໍ່ນັກທ່ອງທ່ຽວ ເຂົ້າມາ ແລະ ແຜນພັທນາເຂດ ເສຖກິດພິເສດ ດັ່ງກ່າວ.