ເຂື່ອນປ່ອຍນໍ້າ ກະ​ທົບ ຫຼາຍ​ບ້ານ

ສິດນີ
2018.08.17
F-NAMTHERN-2 ເຂື່ອນນໍ້າເທີນ ສອງ ທີ່ ໄດ້ເປີດໃຊ້ມາຫລາຍປິແລ້ວ
AFP

ການ​ປ່ອຍ​ນ້ຳ​ ຈາກ​ເຂື່ອນ​ໄຟ​ຟ້າ 6 ແຫ່ງ ຢູ່​ລາວ ໃນສັ​ປ​ດາ​ນີ້ ສົ່ງ​ຜົ​ລ​ກະ​ທົບ ​ຢ່າງ​ໃຫ​ຍ່​ຫລວງ ​​ແກ່​ປະ​ຊາ​ຊົນ ທີ່​ຢູ່​ໃຕ້​ນ້ຳ ໃນ​ຈຳ​ນວນ 34 ບ້ານ ໃນ 6 ເມືອງ​ ໃນ 5 ແຂວງ ຂອງ​ລາວ, ໂດຍ​ມີ ​ປະ​ຊາ​ຊົນ ​ໄດ້​ຮັບ​ຜົ​ລ​ກະ​ທົບ ​ໂດຍ​ຮວມ​ ທັງ​ໝົດ ​ປະ​ມານ 3 ພັນ​ປາຍ​ຄອບ​ຄົວ, ໄຮ່​ນາ, ​ເນື້ອ​ທີ່​ຜ​ລິດ​ ກະ​ສິ​ກຳ ​ຂອງ​ພວກ​ຂະ​ເຈົ້າ ​ເສັຽ​ຫາຍ​ໝົດ. ໃນ​ນັ້ນ, ​ຮ່ວມ​ດ້ວຍຫຼາຍ​ບ້ານ ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຈາກ​ການ​ປ່ອຍ​ນ້ຳ ຈາກ​ເຂື່ອນ​ນ້ຳ​ເທີນ 2 ທີ່​ເມືອງ​ນາ​ກາຍ, ແຂວງ​ຄຳ​ມ່ວນ, ດັ່ງ​ເຈົ້າ​ໜ້າ​ທີ່​ກະ​ສິ​ກຳ ເມືອງ​ນາ​ກາຍ ​ທ່ານ​ນຶ່ງ ເວົ້າ​ວ່າ:

"ຂະ​ເຈົ້າ​ ເລີ້ມ​ປ່ອຍ​ ເດືອນ 6 ແຕ່​ຕົ້ນ​ເດືອນ​ ແລະ ​ດຽວ​ນີ້​ ຂະ​ເຈົ້າ ​ຈະ​ປ່ອຍ​ ລົງ​ທາ​ງ​ລຸ່ມ​ຕອນ​ເຂື່ອນ​ ເຂດ​ເມືອງ​ນາ​ກາຍ ຖ້າ​ເຂດ​ນາ​ຫັງ​ນາ​ຈາ​ນ​ນັ້ນ, 10 ບ້ານ​ພຸ້ນ​ໃດ 500 ປາຍ​ ນ້ຳ​ຖ້ວມ​ໄຮ່​ຖ້ວມ​ນາ ເປັນ​ຈຳ​ນວນ​ຄອບ​ຄົວ ​ທີ່​ຖືກ​ຮັບ​ຜົ​ລ​ກະ​ທົບ ​ແລະ ​ຢູ່​ເຂດ​ໃຕ້​ເຂດ​ເໜືອ ກໍ​ຈະ​ມີ ​ນ້ຳ​ຖ້ວມ​ໄຮ່​ນາ​ ຢູ່​ບ່ອນ​ລະ 12 ບ້ານ​ພຸ້ນ​ແຫລ​ະ ສ​ເພາະ​ບ້ານ ​ຢູ່​ຄຸ້ມ​ໃຕ້​ຄຸ້ມ​ເໜືອ ກໍ​ມີ 400 ປາຍ​ຄອບ​ຄົວ​ແລ້ວ ຖ້ວມ​ນາ​ສ່ວນ​ຫລາຍ."

ທ່ານ​ກ່າວ​ຕື່ມ​ວ່າ ການ​ປ່ອຍ​ນ້ຳ ​ຈາກ​ເຂື່ອນ​ນ້ຳ​ເທີນ​ 2 ປະ​ຊາ​ຊົນ ​ໄດ້​ຮັບ​ຜົ​ລ​ກະ​ທົບ​ ປະ​ມານ 1 ພັນ​ປາຍ ​ຄອບ​ຄົວ ໃນ​ບັນ​ດາ 22 ບ້ານ ​ເປັນ​ຕົ້ນ​ ບ້ານ​ນາ​ກາຍເໜືອ, ບ້ານ​ນາ​ກາຍ​ໃຕ້ ນາ​ຫັງ​ ແລະ ​ບ້ານ​ນາ​ຈານ ໄຮ່​ນາ​ ເນື້ອ​ທີ່​ປູກ​ຝັງ ​ຂອງ​ພວກ​ຂະ​ເຈົ້າ ​ເສັຽ​ຫາຍ ​ເຖິງ 90%.

ສຳ​ລັບ​ ການ​ປ່ອຍ​ນ້ຳ​ ຈາກ​ເຂື່ອນ​ນ້ຳ​​ງື່ມ 5 ທີ່​ ຕັ້ງ​ຢູ່​ຣະ​ຫວ່າງ ​ເມືອງ​ພູ​ກູດ ແຂ​ວງ​ຊຽງ​ຂວາງ​ ກັບ​ເມືອງ​ພູ​ຄູນ ແຂວງ​ຫລວງ​ພ​ຣະ​ບາງ ກໍ​ມີ​ປະ​ຊາ​ຊົນ​ຈຳ​ນ​ວນ 200 ປາຍ​ຄອບ​ຄົວ ​ໄດ້​ຮັບ​ຜົ​ລ​ກະ​ທົບ ໄຮ່​ນາ ເນື້ອ​ທີ່​ການ​ຜ​ລິດ ​ຂອງ​ພວກ​ຂະ​ເຈົ້າ​ ກໍ​ເສັຽ​ຫາຍ​ໝົດ​ເຫມືອນກັນ.

ສຳ​ລັບ ​ການ​ປ່ອຍ​ນ້ຳ ​ຈາກ​ເຂື່ອນ​ນ້ຳ​ຄານ 2 ແລະ 3 ທີ່​ເມືອງ​ຊຽງ​ເງິນ ແຂວງ​ຫລວງ​ພ​ຣະ​ບາງ ເນື້ອ​ທີ່​ປູກ​ຝັງ ​ຂອງ​ຊາວ​ບ້ານ ​ໄດ້​ຮັບ​ຜົ​ລ​ກະ​ທົບ ໃນ​ຈຳ​ນວນ 11 ບ້ານ ແລະ​ ຫລ​າຍ​ຮ້ອຍ​ຄອບ​ຄົວ ດັ່ງ​ເຈົ້າ​ໜ້າ​ທີ່​ ເມືອງ​ຊຽງ​ເງິນ​ ເວົ້າ​ວ່າ:

"ມັນ​ກໍ​ມີ​ ບ້ານດອນ​ໂມ, ສາ​ມະ​ຄີ​ໄຊ, ຊຽງ​ເງິນ​ບ້ານ​ແວດ, ບ້ານ​ມູດ​ລົງ ​ໄປ​ຮອດ​ສວນ​ຫລວງ ເທ​ສ​ບານ ​ເມືອງ​ຊຽງ​ເງິນ ເຂດ​ບ້ານ​ແອດ ຖ້​ວມ​ແຕ່​ກໍ​ບໍ່ຫລາຍ​ມີ​ແຕ່​ບ້ານ​ ຢູ່​ແຄມ​ນ້ຳ​ຫມໍ້ ເກີນ​ຄວນ​ຫັ້ນ​ ແຕ່​ຖ້ວມ​ກໍ​ບໍ່​ສູງ ບໍ່​ທັນ​ຖ້ວມ​ ບ່ອນ​ສ່ຽງ​ພັຍ ​ກໍ​ບໍ່​ທັນ​ເກີນ​ຂອບ​ເຂດ."

ສຳ​ລັບ​ ການ​ປ່ອຍ​ນ້ຳ​ ຈາກ​ເຂື່ອນ 1 ທີ່​ເມືອງ​ແກ້ວ​ອຸ​ດົມ ແຂວງວຽງ​ຈັນ ສົ່ງ​ຜົ​ລ​ກະ​ທົບ​ ໃຫ້​ແກ່​ປະ​ຊາ​ຊົນ​ ໃນ 40 ຄອບ​ຄົວ ເປັນ​ຕົ້ນ ​ທີ່​ບ້ານ​ນ້ຳ​ງື່ມ ​ແລະ ບ້ານ​ແກ້ວ​ອຸ​ດົມ ດັ່ງ​ເຈົ້າ​ໜ້າ​ທີ່ ​ທ້ອງ​ຖິ່ນ​ເວົ້າ​ວ່າ:

"ຜົ​ລ​ກະ​ທົບ ​ກໍ​ຖ້ວມ​ ບ່ອນ​ດິນ​ການ​ຜ​ລິດ ກໍ​ມີ​ບ່ອນ ​ອັນ​ເຮັດ​ໄຮ່​ເຮັດ​ສວນ ບ່ອນ​ເຮັດ​ໄຮ່​ ທັມ​ມະ​ຊາ​ດ ບ່ອນ​ລ້ຽງ​ສັດ ບ່ອນ​ເຮັດ​ສວນ ແຕ່​ວ່າ​ ສ​ເພາະ ​ແຕ່​ບ່ອນ​ທຳ​ ການ​ຜ​ລິດ​ກະ​ທົບ​."

ນອກ​ຈາກນີ້, ກໍ​ແມ່ນ​ ການ​ປ່ອຍ​ນ້ຳ ​ຈາກ​ເຂື່ອນ​ເຊ​ຂ​ມານ 1 ທີ່​ເມືອງ​ສານ​ໄຊ, ແຂວງ​ອັດ​ຕະ​ປື ປະ​ຊົນ​ຫລາຍ​ຄອບ​ຄົວ​ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ ​ເໝືອນ​ກັນ ດັ່​ງ​ເຈົ້າ​ໜ້າທີ່​ ເມືອ​ງສານ​ໄຊ​ ເວົ້າ​ວ່າ:

"ຜົ​ລ​ກະ​ທົບ​ນີ້​ ກໍ​ບໍ່​ມີ​ຫ​ຍັງ​ດອກ​ ແຕ່​ຖ້າ​ກ່ອນກີ້​ມີ​ຢູ່ ແຕ່​ວ່າ ​ທາງ​ແຄມ​ກ້ອງ​ເຂື່ອນ ​ເຂົາ​ກໍ​ໂຍກ​ຍ້າຍ ​ໄປ​ຫມົດ​ແລ້ວ ປ່ອຍ​ນ້ຳ​ນີ້​ ມັນ​ປ່ອຍ​ ປະ​ມານ 200 ແມດ​ກ້ອນ​ຕໍ່​ນາ​ທີ ມີ​ແຕ່​ ເຕືອນ​ປະ​ຊາ​ຊົນ ​ຜູ້​ທີ່​ຢູ່​ແຄມ​ນ້ຳ ໃຫ້​ກຽມ​ເຄື່ອງ​ຂອງ ​ແລ້ວ​ໄປ​ຢູ່​ບ່ອນ​ສູງ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ຊາ​ຊົນ ​ຜູ້​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ການ​ປ່ອຍ​ນ້ຳ ​ຈາກ​ເຂື່ອນ​ເທື່ອນີ້ ເວົ້າ​ວ່າ ພວກ​ຂະ​ເຈົ້າ ຕ້ອງ​ການທ​າງ​ການ ​ເຂົ້າ​ມາ​ ສຳ​ຣວດ​ ຄວາມ​ເສັຽ​ຫາຍ ​ເພື່ອ​ໃຫ້​ເຈົ້າ​ ຂອງ​ເຂື່ອນ ​ຈ່າຍ​ຄ່າ​ຊົດ​ເຊີຍ ​ໃຫ້​ແກ່​ຂະ​ເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.