ຈ້າວ ເຫວີຍ ຕອບໂຕ້ ສະຫະຣັຖ ຢ່າງ ແຂງຂັນ
2018.02.06
ກະຊວງການຄັງຂອງສະຫະຣັຖອາເມຣິກາ ໄດ້ອອກຖແລງຂ່າວໃນວັນທີ 30 ມົກກະຣາ 2018 ກ່ຽວກັບການຂຶ້ນບັນຊີດຳ ລົງໂທດ ຄາຊີໂນ ຄິ້ງໂຣມັນຂອງຈີນ ໃນເຂດເສຖກິດພິເສດສາມຫຼ່ຽມຄໍາ ທີ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ສປປລາວ ໂດຍກ່າວຫາວ່າ ເປັນອົງການອາຊຍາກັມ ຂ້າມຊາດ, ເປັນແກັງອາຊຍາກັມຜິດກົດໝາຍ ຢູ່ໂຮງຄາຊີໂນ ດັ່ງກ່າວ ຮວມທັງການຟອກເງິນ, ການໃຫ້ສິນບົນ, ການຄ້າມະນຸດ, ຄ້າຢາ ເສບຕິດ, ຄ້າສັດປ່າ ແລະການບັງຄັບເດັກນ້ອຍ ແມ່ຍິງໃຫ້ເປັນ ໂສເພນີ ຊຶ່ງ ອະດີດ ເຈົ້າໜ້າທີ່ທາງການລາວ ເຊື່ອວ່າ ຄາຊີໂນ ຄິ້ງໂຣມັນ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ນີ້ ມີສ່ວນກ່ຽວຂ້ອງ ກັບກິຈກໍັມ ທີ່ຜິດກົດໝາຍ ຕາມທີ່ກະຊວງການຄັງສະຫະຣັຖອາເມຣິກາ ກ່າວຫາ ນັ້ນແທ້. ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ກຸມພາ ນີ້ວ່າ:
"ຂ້າພະເຈົ້າຄິດວ່າໃບອະນຸຍາດນີ້ ຖືກຕ້ອງ ແຕ່ການປະພຶດ ຂອງບໍຣິສັດ ຫລືວ່າສະຖານທີ່ແຫ່ງນີ້ ກະຄົງຈະບໍ່ຖືກຕ້ອງເນາະ ມົ້ວສຸມການ ບໍຣິການ ທາງເພດ ສອງມາກະແມ່ນເຣຶ່ອງພົວພັນ ກັບພໍ່ຄ້າຢາເສບຕິດ ເພາະວ່າຂ້າພະເຈົ້າ ກໍເຄີຍມີມູນຢູ່ວ່າ ເຈົ້າໜ້າທີ່ ເຂົ້າໄປກ່ຽວພັນຢູ່ນະ."
ທ່ານເວົ້າຕື່ມວ່າ ປົກກະຕິແລ້ວ ເຈົ້າໜ້າທີ່ທ້ອງຖິ່ນໃນແຂວງບໍ່ແກ້ວ ບໍ່ສາມາດເຂົ້າໄປກວດກາ ສິ່ງທີ່ຜິດກົດໝາຍ ໃນໂຮງການຊີໂນນັ້ນໄດ້ ເພາະເຂດນັ້ນເຂົາມີສິດພິເສດຢູ່ແລ້ວ, ມີແຕ່ຂັ້ນສູນກາງ ຈຶ່ງສາມາດເຂົ້າໄປໄດ້ ແຕ່ບໍ່ຮູ້ວ່າເພີ່ນໄປ ກວດແນວໃດແດ່ ເພາະເພີ່ນບໍ່ໄດ້ ເປີດເຜີຍ ໃຫ້ສັງຄົມຮູ້.
ຫລັງຈາກກະຊວງການຄັງສະຫະຣັຖອາເມຣິກາ ໄດ້ອອກຖແລງຂ່າວພຽງ 4 ມີື້ ຄືໃນມື້ວັນທີ 3 ກຸມພາ ຈ້າວ ເຫວີຍ ຄົນຈີນ, ປະທານ ສະພາບໍຣິຫານ ເຂດເສຖກິດພິເສດສາມຫຼ່ຽມຄໍາ, ປະທານກຸ່ມບໍຣິສັດດອກງິ້ວຄໍາ, ເຈົ້າຂອງ ຄາຊີໂນ ຄິ້ງໂຣມັນ ໄດ້ຖແລງຂ່າວຕອບໂຕ້ ໂດຍເວົ້າວ່າ ການອອກຂ່າວຂອງກະຊວງການຄັງ ສະຫະຣັຖ ນັ້ນເປັນການກະຈາຍຂ່າວ ທີ່ມີເຈຕນາບໍ່ດີ ບໍ່ມີເຫດຜົລ ແລະມີຈຸດປະສົງ ຂຍາຍອໍານາດ ອິດທິພົນ ແລະເຮັດໃຫ້ສາກົນເຂົ້າໃຈຜິດ, ໃຫ້ນັກລົງທຶນ ແລະນັກທ່ອງທ່ຽວ ກັງວົນ.
ໃນຖແລງຂ່າວຂອງເຈົ້າຂອງຄາຊີໂນ ຄິ້ງໂຣມັນ ນັ້ນເວົ້າດັ່ງມີເນື້ອໃນບາງຕອນວ່າ ທາງບໍຣິສັດໄດ້ດໍາເນີນທຸຣະກິດ ທີ່ຖືກຕ້ອງ ໂດຍມີ ຂແນງຕຸລາການ ແລະຂແນງການທີ່ກ່ຽວຂ້ອງຂອງລາວ ເປັນຜູ້ກວດກາ, ຕິດຕາມ ແລະບໍ່ເຄີຍ ໄດ້ສ້າງຄວາມເສັຍຫາຍ ຕໍ່ຜົລປໂຍດ ຂອງປະເທສໃດ ແລະບຸກຄົນໃດ. ແລະທັງວ່າ ເຂດເສຖກິດພິເສດສາມຫລ່ຽມຄໍາ ເປັນເຂດທີ່ຣັຖບານລາວ ອະນຸມັດສ້າງຕັ້ງຂຶ້ນ ໂດຍ ມີຣັຖບານ ແລະອໍານາດການປົກຄອງທ້ອງຖິ່ນ ຂອງ ສປປລາວ ເປັນຜູ້ຄູ້ມຄອງ, ຕິດຕາມແລະກວດກາ ຮອບດ້ານ ແລະໄດ້ເຄື່ອນໄຫວ ຕາມຣະບຽບກົດໝາຍ ແລະສັນຍາຢ່າງເຂັ້ມງວດ ໃນຂະນະທີ່ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ກຸມພາ ກ່ຽວກັບຂໍ້ກ່າວຫາ ຂອງສະຫະຣັຖ ທີ່ວ່ານັ້ນ:
"ບໍ່ແມ່ນຄວາມຈິງຕີ໋ ເພາະວ່າຢູ່ໃນຫັ້ນກະມີຣະບອບການປົກຄອງ ມີການເຄື່ອນໄຫວທີ່ຖືກຕ້ອງ ມີອົງການຄຸ້ມຄອງ ບໍ່ເປັນແນວນັ້ນດອກ ເພາະເບື້ອງຣັຖ ເຮົາກະໄດ້ຕິດຕາມນໍາແດ່."
ທ່ານ ຈ້າວ ເຫວີຍ ເວົ້າໃນການຖແລງຂ່າວວ່າ ເຂດເສຖກິດນີ້ໄດ້ດໍາເນີນມາ ເປັນເວລາ 10 ປີ, ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນ ການພັທນາເສຖກິດ-ສັງຄົມ ຊຶ່ງເປັນທີ່ຍອມຮັບຈາກຣັຖບາລ ສປປລາວ ແລະປະຊາຊົນທ້ອງຖິ່ນ. ຕລອດຣະຍະຜ່ານມາ ໄດ້ຮ່ວມມືກັບ ຣັຖບານລາວ ເພື່ອຕໍ່ຕ້ານແລະສະກັດກັ້ນສິ່ງທີ່ ກະຊວງການຄັງ ສະຫະຣັຖ ຕັ້ງຂໍ້ກ່າວຫານັ້ນ.
ແຕ່ເຖິງຢ່າງໃດກໍຕາມ ມາດາມ Sigal Mandelker ເຈົ້າໜ້າທີ່ຣະດັບສູງ ຝ່າຍຕ້ານການກໍ່ການຮ້າຍ ແລະສືບສວນດ້ານການເງິນ ກະຊວງການຄັັງສະຫະຣັຖອາເມຣິກາ ກໍກ່າວຫາແກັງ ກໍ່ອາຊຍາກັມຜິດກົດໝາຍ ຢູ່ໂຮງຄາຊີໂນ ຄິ້ງໂຣມັນ ຮວມທັງ ການຟອກເງິນ, ໃຫ້ສິນບົນ, ຄ້າມະນຸດ, ຄ້າຢາເສບຕິດ, ຄ້າສັດປ່າ ແລະການບັງຄັບເດັກນ້ອຍແມ່ຍິງ ໃຫ້ເປັນໂສເພນີນຳດ້ວຍ.
ແລະຫລາຍຄົນເຊື່ອກັນວ່າ ຄາຊີໂນ ຄິ້ງໂຣມັນ ເປັນສະຖານທີ່ດໍາເນີນກິຈກັມ ຜິດກົດໝາຍຫຼາຍຢ່າງ ໃນເຂດເສຖກິດພິເສດສາມຫຼ່ຽມຄຳ ບໍ່ວ່າຈະເປັນການຄ້າຢາເສບຕິດ ຮວມທັງການເປັນຜູ້ຈັດຈຳໜ່າຍ ເຮໂຣອິນ ແລະຢາບ້າໃຫ້ກອງທັບ ວ້າແດງ ໃນຣັຖສານຂອງພະມ້າ, ການຄ້າມະນຸດ ແລະຄ້າຊິ້ນສ່ວນສັດປ່າ ທີ່ຫາຍາກ ແລະໃກ້ຈະສູນພັນ ເຊັ່ນໝີດຳ, ຫລິ່ນ, ເສືອ ແລະຊ້າງ ໂດຍທີ່ສາມາດສືບຮູ້ ເສັ້ນທາງການຄ້າຜິດກົດໝາຍ ນັ້ນມາຕັ້ງແຕ່ປີ 2014 ພາຍຫລັງເຂດເສຖກິດພິເສດ ສາມຫຼ່ຽມຄຳ ໄດ້ຮັບສຳປະທານເມື່ອປີ 2007.
ຕາມຄຳເວົ້າຂອງເຈົ້າໜ້າທີ່ປາບປາມຢາເສບຕິດ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ກຸມພາ ນີ້ແລ້ວແມ່ນວ່າມາຈາກ ສາມຫລ່ຽມຄໍາ, ແຕ່ຍັງບໍ່ສາມາດຈັບຫົວໂປ່ໄດ້:
“ກ່ຽວກັບຢາເສພຕິດແຫຼ່ງທີ່ມາຫັ້ນກໍແຕ່ພຸ້ນແຫຼະມາ ແຕ່ສາມຫຼ່ຽມພຸ້ນແຫຼະ ສ່ວນຫຼາຍຢູ່ເມືອງທີ່ວ່າ ມີເສຖກິດດີ ກໍຖືວ່າກໍມີຫຼາຍ ແຕ່ວ່າ ມັນມີຄະດີນ້ອຍ ຫຼືວ່າຈັບໄດ້ແລ້ວ ເຈົ້າໜ້າທີ່ເຮົາບໍ່ສາມາດ ທີ່ຈະສືບສວນ ຫາຫົວໂປ່ຕົວການນີ້ໄດ້ຫັ້ນນາເນາະ ເພາະຂະເຈົ້າໄດ້ໃຫ້ ການປະຕິເສດເລີຍ ບໍ່ມີການຊັກທອດ ຫາເຖົ້າແກ່ໃຫຍ່ເລີຍຫັ້ນນະ.”
ທ່ານເວົ້າວ່າ ຢາເສບຕິດທີ່ມາຈາກສາມຫລ່ຽມຄໍານັ້ນ ມີທຸກຊນິດ ທັງຢາບ້າ, ຢາໄອສ໌, ເຮໂຣອິນ, ກັນຊາ. ແຕ່ຫລາຍທີ່ສຸດແມ່ນຢາບ້າ.
ແລະອາດີດເຈົ້າໜ້າທີ່ຕໍາຣວດຊັ້ນຜູ້ນ້ອຍ ທີ່ເຄີຍປະຕິບັດງານຢູ່ທ່າເຮືອສາມຫຼ່ຽມຄໍາ ກໍໄດ້ໃຫ້ສໍາພາດ ວິທຍຸເອເຊັຍເສຣີວ່າ ຕົນຮູ້ເຫັນ ໝົດເຣຶ່ອງການຂົນສົ່ງຢາເສບຕິດນັ້ນ:
“ຂ້າພະເຈົ້າຮູ້ເຫັນໝົດກ່ຽວກັບການ ສົ່ງຢາເສພຕິດເນາະ ນັບບໍ່ຖ້ວນເລີຍໂດຍສະເພາະ ແມ່ນພໍ່ຄ້າຢາເສພຕິດທີ່ມາ ເຄັຍຢູ່ດ່ານຫັ້ນນາ ມາຕິດຕໍ່ດ່ານນະ ແຕ່ລະຄົນນັ້ນແມ່ນລະດັບ ນາຍພົນທີ່ເປັນ ລະດັບນາຍພົນ ທີ່ເປັນຜູ້ໃຫຍ່ ທະຫານເປັນຊັ້ນຜູ້ໃຫຍ່ ເປັນຜູ້ເຮັດຈົດໝາຍ ມາຫາແຕ່ລະດ່ານ ວ່າໃຫ້ຄຸ້ມກັນຣົດຄັນນັ້ນເດີ້ ຄັນນີ້ເດີ້ເນາະ ແລ້ວກໍຫລັງຈາກນັ້ນ ກໍນຳຊອງມາຢາຍໃຫ້ທຸກຄົນ ຜູ້ນ້ອຍກໍໄດ້ປະມານ ໝື່ນກວ່າບາດ ຊັ້ນຜູ້ໃຫຍ່ ກໍໄດ້້ປະມານ 3- ໝື່ນບາດ."
ກ່ຽວກັບການຄ້າປະເວນີໃນເຂດເສຖກິດພິເສດນີ້ ຮວມທັງໃນໂຮງຄາຊີໂນ ທີ່ວ່ານັ້ນ ປະຊາຊົນລາວທ່ານນື່ງກ່າວວ່າ:
"ເຂົາຊິຊອກ ເອົາຢູ່ທີ່ວ່າໂຕນອກຄາຊິໂນ ຊີ້ເນາະ ມີຜູ້ສາວ ເຂົາມັກສິປ່ຽນໄປເລື້ອຍໆ ເນາະ ຄືວ່ານະ ເຂົາຍ້າຍໄປ ຍ້າຍມາ."
ເວົ້າເຖິງການລົງໂທດ, ກະຊວງການຄັງສະຫະຣັຖອາເມຣິກາ ໄດ້ຂຶ້ນບັນຊີດໍາ ເປັນສ່ວນບຸກຄົນ 4 ຄົນ ທີ່ມີສ່ວນກ່ຽວຂ້ອງ ໂດຍກົງກັບການບໍຣິຫານ ຈັດການອົງການດັ່ງກ່າວ.
ຜູ້ທີນຶ່ງຄື; ຈ້າວ ເຫວີຍ ຄົນຈີນ ປະທານສະພາບໍຣິຫານ ເຂດເສຖກິດພິເສດ ສາມຫລ່ຽມຄໍາ, ປະທານກຸ່ມບໍຣິສັດ ດອກງິ້ວຄໍາ, ຜູ້ບໍຣິຫານສູງສຸດ ແລະເປັນເຈົ້າຂອງ ຄາຊີໂນ ຄິ້ງໂຣມັນ, ໃຫ້ສິນບົນແບບບໍ່ມີຂອບເຂດ ເພື່ອອໍານວຍຄວາມສະດວກ ໃນການຟອກເງິນ, ຄ້າຂາຍຢາເສບຕິດ ແລະຄ້າຂາຍສັດປ່າ ຢູ່ໂຮງຄາຊີໂນ ຄິ້ງໂຣມັນ;
ຜູ້ທີສອງຄື; ຍານາງ Guiqin Su ຄົນຈີນ ພັລຍາຂອງ ທ່ານ ຈ້າວ ເຫວີຍ, ເປັນຜູ້ອໍານວຍການໂຮງຄາຊີໂນ ຄິ້ງໂຣມັນ, ເປັນຜູ້ສນັບສນູນ ທາງດ້ານວັດຖຸ ແລະເປັນຜູ້ວ່າການ ຫລືເປັນຜູ້ຕາງໜ້າ ທ່ານ ຈ້າວ ເຫວີຍ;
ຜູ້ທີສາມຄື; Eberahim Abbas ຄົນສັນຊາດອອສເຕຣເລັຍ, ປັດຈຸບັນ ຮັບຜິດຊອບດ້ານຄວາມປອດພັຍ ພາຍໃນຄາຊີໂນ ຄິ້ງໂຣມັນ ແລະເປັນອາດີດຜູ້ຈັດການ ໂຮງຄາຊີໂນ ຄິ້ງໂຣມັນ ແລະທັງເປັນຜູ້ຕາງໜ້າ “ອົງການອາຊຍາກັມຂ້າມຊາດ” ຂອງທ່ານ Zhao Wei. ທ່ານ Eberahim Abbas ມີໜ້າທີ່ໃຫ້ສິນບົນໃນນາມ Zhao Wei.
ຜູ້ທີສີ່; ເປັນຄົນໄທ ຄື ທ່ານ ນັດ ຣຸ່ງຕາວັນຄີຣີ ເປັນຜູ້ອຳນວຍການບໍຣິສັດ ຄິ້ງໂຣມັນ ແລະມີໜ້າທີ່ເຄື່ອນຍ້າຍເງິນໃນນາມ Zhao Wei.
ຕາມຄໍາເວົ້າຂອງ ທ່ານ ຊູວິດ ກະມົນວິສິດ ໃນຣາຍການເຈາະເລິກ ຄາຊີໂນ ຄິ້ງໂຣມັນ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ ພາຍຫລັງຖືກສະຫະຣັຖອາເມຣິກາ ຂຶ້ນບັນຊີດໍາ ລົງໂທດ ຖານເປັນອົງການອາຊຍາກັມຂ້າມຊາດ ແລ້ວແມ່ນວ່າ ຈ້າວ ເຫວີຍ ເປັນຄົນຈີນ ມາກາວ ເຈົ້າຂອງຄາຊີໂນ ຄິ້ງໂຣມັນ ຊື່ດັງ, ມີທັງເຮືອຂົນສົ່ງສິນຄ້າ ແລະເຮືອໂດຍສານ ເພື່ອນັກທ່ອງທ່ຽວ ຍີ່ຫໍ້ YJ ທີ່ຂົນຜົລປູກ ໝາກໄມ້ ແລະຢາເສບຕິດ ເປັນເຮໂຣອິນ ແລະ ຢາບ້າ ລ່ອງລົງມາຕາມລໍາ ແມ່ນໍ້າຂອງ.
ໃນການເດີນເຮືອຂົນສົ່ງສິນຄ້າທີ່ວ່ານັ້ນ ຈ້າວ ເຫວີຍ ມີຣາຍໄດ້ສອງຕໍ່ ຄືແວ່ເອົາເຮໂຣອິນ ແລະຢາບ້າໄວ້ບໍ່ແກ້ວ, ໄວ້ຄາຊີໂນ ຄິ້ງໂຣມັນ ແລ້ວແລ່ນເຮືອເອົາໝາກໄມ້ໄປລົງຊຽງແສນ ຝັ່ງໄທ. ໝາຍຄວາມວ່າ ເອົາສິນຄ້າຖືກກົດໝາຍ ມາຝັ່ງໄທ ແລະ ປະສິນຄ້າຜິດກົດໝາຍ ໄວ້ຝັ່ງລາວ ເຮັດໃຫ້ ຈ້າວ ເຫວີຍ ລ້ຳລວຍຂຶ້ນຢ່າງໄວວາ ແລະ ມີອິດທິພົລ ໂດຍມີແຜນທີ່ຈະຂຍາຍຄາຊີໂນ ຄິ້ງໂຣມັນ ແລະສນາມບິນ ນຳດ້ວຍ.