ນັກຮຽນບໍ່ມັກຮຽນ ວິຊາຊີພ
2013.03.06

ຊາວໜຸ່ມ ນັກຮຽນລາວ ບໍ່ຄ່ອຍສົນໃຈ ນໍາການຮຽນ ວິຊາຊີພ ທີ່ບໍ່ ກ່ຽວກັບ ເຣື້ອງ ເສຖກິດ.
ເຈົ້າໜ້າທີ່ ກະຊວງ ສຶກສາທິການ ແລະ ກິລາ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍ ຕໍ່ນັກຂ່າວ ເອເຊັຍເສຣີ ວ່າບັນຫາໃຫຍ່ ໃນສັງຄົມ ລາວ ກ່ຽວກັບ ການສຶກສາ ທຸກມື້ນີ້ ແມ່ນກະແສ ແນວຄິດ ຫລືວ່າ ຈິນຕະນາການ ຂອງຄົນ ບໍ່ມັກຮຽນ ວິຊາຊີພ ຊັ້ນຕົ້ນ ແລະ ຊັ້ນກາງ ແລ່ນນໍາ ຄ່ານິຍົມ ຢາກຮຽນ ແຕ່ຣະດັບ ປຣິນຍາຕຣີ ຢູ່ ມະຫາວິທຍາໄລ ຂຶ້ນໄປ ແລະ ຢາກຮຽນແຕ່ ຂແນງວິຊາ ທີ່ຕິດພັນ ກັບເຖສກິດ ໂດຍ ບໍ່ຄໍານຶງເຖິງ ຄວາມສາມາດ ໃນການຮຽນ ແລະ ຜົນການຮຽນ ໃນຊັ້ນມັທຍົມ ຕອນປາຍ ຂອງຕົນ ເຊັ່ນ: ຕ້ອງການ ຮຽນວິຊາ ເສຖສາດ, ການບໍຣະຫານ ທຸຣະກິດ, ບັນຊີ ການເງິນ ແລະ ການທະນາຄານ ເປັນຕົ້ນ.
ກະຊວງ ສຶກສາ ໄດ້ພຍາຍາມ ຂຍາຍ ໂຮງຮຽນ ວິຊາຊີພ, ວິທຍາໄລ ເຕັກນິກ ຢູ່ແຂວງຕ່າງໆ ເພື່ອໃຫ້ນັກຮຽນ ໄດ້ຮຽນຕໍ່ ຫລາຍຂຶ້ນ ຊຶ່ງແຕ່ລະປີ ສາມາດ ຮັບນັກຮຽນ ໄດ້ເຖິງ 16 - 17 ພັນຄົນ ແຕ່ບໍ່ມີ ນັກຮຽນ ສົນໃຈ ເຂົ້າຮຽນ. ພ້ອມດຽວກັນ ຜູ້ເປັນພໍ່ແມ່ ຫລື ຜູ້ປົກຄອງ ກໍບໍ່ສົ່ງເສີມ ໃຫ້ ລູກຫລານ ຂອງຕົນ ໄປຮຽນ ເຊັ່ນໃນສົກປີ ທີ່ຜ່ານມາ ມີຜູ້ສມັກ ເຂົ້າຮຽນ ໃນໂຮງຮຽນ ວິຊາຊີພ ຂອງຣັຖບານ ພຽງ 8,000 ກວ່າຄົນ ຫລືປະມານ 50 ສ່ວນຮ້ອຍ ເທົ່ານັ້ນ.
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ທຸກມື້ນີ້ ຄົນລາວ ມີຄ່ານິຍົມ ນໍາແຕ່ກະແສ ຄວາມຮູ້ສຶກ ດັ້ງດີມ, ແລ່ນນໍາແຕ່ ໃບປະກາດ ສະນິຍິບັດ, ປອມແປງ ເອກກະສານ, ຢາກຮຽນ ແຕ່ວິຊາ ທີ່ຕົນຄິດວ່າ ມີຜົນປະໂຫຍດ ສູງ ສໍາລັບ ຕົນເອງ, ມີຈໍານວນ ຫລາຍສົມຄວນ ຮຽນຈົບແລ້ວ ບໍ່ມີວຽກເຮັດ. ດ້ວຍເຫດນີ້ ຢູ່ລາວ ຈຶ່ງຂາດເຂີນ ແຮງງານ ທີ່ມີສີມື, ມີແຮງງານ ແບບເຫຼືອ ບໍ່ພໍ.