ເຄື່ອງ ຫັຖກັມ ທີ່ຜລິດ ຢູ່ແຂວງ ຊຽງຂວາງ ບໍ່ມີຕລາດ ຮອງຮັບ ຊື້ສິນຄ້າ ຂອງ ພວກຂະເຈົ້າ.
ຊາວບ້ານ ທີ່ເມືອງແປກ ແຂວງ ຊຽງຂວາງ ມີບັນຫາ ເຣື້່ອງ ບໍ່ມີຕລາດ ຊື້ສິນຄ້າ ຫັຖກັມ ຂອງ ພວກຂະເຈົ້າ ດ່ັງນັ້ນ ສິນຄ້າ ທີ່ພວກຂະເຈົ້າ ຜລິດ ອອກມານັ້ນ ໄດ້ເອົາໄປ ຂາຍໃຫ້ ຊາວບ້ານ ດ້ວຍກັນ ແລະ ກໍຂາຍບໍ່ໄດ້ ພໍເທົ່າໃດ ເພາະ ຊາວບ້ານ ກໍທຸກຈົນ ບໍ່ມີເງິນ ຈະຊື້ ເຮັດໃຫ້ ຜູ້ຜລິດ ທັງຫລາຍ ຂາດລາຍໄດ້ ແລະ ກໍບໍ່ຢາກ ຜລິດຕື່ມອີກ. ດັ່ງຊາວຊຽງຂວາງ ຜູ້ນຶ່ງ ເວົ້າວ່າ:
"ປະຊາຊົນ ກໍຊື້ຂາຍ ກັນເອງ ຂະເຈົ້າຜລິດ ອອກມາຫລາຍ ຄືຢູ່ ແຂວງຊຽງຂວາງ ເຮົານີ້ ປະຊາຊົນ ຜລິດອອກມາໄດ້ ຫລາຍ ແຕ່ບໍ່ມີຕລາດ ຮອງຮັບ ບໍ່ມີບ່ອນຂາຍ ມີຫລາຍ ບັນຫາ ຕ້ອງໄດ້ແກ້ໄຂ ບັນຫາ ຊິວິດ ຄວາມເປັນຢູ່ ຂອງ ປະຊາຊົນ".
ເຈົ້າຫນ້າທີ່ ຫ້ອງການ ອຸດສາຫະກັມ ແຂວງຊຽງຂວາງ ເວົ້າວ່າ ສິນຄ້າ ປະເພດ ຫັຖກັມ ຂອງຊາວບ້ານ ທີ່ຜລິດ ອອກມານັັ້ນ ເຫລືອ ຄວາມຕ້ອງການ ຂອງ ຜູ້ໃຊ້, ແຕ່ການ ປູກຝັງ ສ່ວນໃຫຍ່ ໃນແຂວງ ຊຽງຂວາງນັ້ນ ແມ່ນ ນັກລົງທຶນ ຈາກ ຈີນ ແລະ ວຽດນາມ ກຸ່ມດ່ັງກ່າວ ປູກມັນຕົ້ນ ຂະເຈົ້າ ມີຕລາດເຂົາເອງ. ດັ່ງທ່ານ ເວົ້າວ່າ:
"ມັນບໍ່ມີນັກ ທຸຣະກິດ ທີ່ຈະມາ ຮັບຮອງຊື້ເອົາ ມີແຕ່ຜລິດ ຢູ່ພາຍໃນ ແບບວ່າ ຄອບຄົວ ຮັບໃຊ້ຄອບຄົວ ແຕ່ຈະສົ່ງອອກ ນອກກໍຍັງ ບໍ່ມີນັກ ທຸຣະກິດ ທີ່ຈະມາ ຮັບຊື້ເອົາ ຕົວນີ້ ດຽວນີ້ກຳລັງ ມີໂຄງການ ເຂົ້າມາຢູ່ ໂຄງການນິເວດ ອີ່ຫຍັງ ນີ້ແຫລະ ເຂົ້າມາ ແບບວ່າ ໃຫ້ ປະຊາຊົນ ມີຢູ່ມີກິນ".
ທ່ານກ່າວ ຕໍ່ໄປວ່າ ສິນຄ້າ ຂອງ ຊາວບ້ານ ສ່ວນໃຫຍ່ ຈະເປັນປະເພດ ຈັກສານ ແຕ່ຂາດຝີມື ຈຶ່ງບໍ່ມີ ນັກລົງທຶນ ສົນໃຈ ເຂົ້າມາຊື້ ແລະ ຮ່ວມລົງທຶນ ໃນປັດຈຸບັນ ມີໂຄງການ ໃຫມ່ເຂົ້າມາ ແຕ່ກໍຍັງ ບໍ່ຮູ້ວ່າ ຈະສາມາດ ແກ້ໄຂ ບັນຫາ ຊິວິດ ຄວາມ ເປັນຢູ່ ຂອງ ປະຊາຊົນ ໄດ້ຢ່າງໃດ. ແຂວງຊຽງຂວາງ ເປັນແຂວງ ທີ່ ທຸກຍາກ ແຂວງນຶ່ງ ໃນລາວ.