ໂຄງການຂຍາຍສນາມບິນ ຂ.ຊຽງຂວາງ
2015.08.20
ໂຄງການ ຂຍາຍ ສນາມບິນ ຢູ່ເຂດ ທົ່ງ ໄຫຫີນ ແຂວງ ຊຽງຂວາງ ອາຈ ເລີ້ມ ລົງມື ໃນ ອີກບໍ່ດົນ ນີ້, ພາຍຫຼັງ ຣັຖບານ ລາວ ຕົກລົງ ເຫັນດີ ເພື່ອ ໃຫ້ເປັນ ສ່ວນ ປະກອບ ສຳຄັນ ໃນແຜນການ ສເນີ ທົ່ງ ໄຫຫີນ ເປັນ ມໍຣະດົກ ໂລກ. ຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຊຽງຊວາງ:
"ກໍຄິດວ່າ ຄື ຊິບຳດົນ ກະຈີ້ຢູ່ຫັ້ນແຫຼະ ເນາະ ແຕ່ວ່າມັນ ກະໍ່ທັນ ໄດ້ລົງມື, ທາງ ທ່ານເຈົ້າແຂວງ ເພິ່ນ ກະເວົ້າວ່າ ທາງ ຣັຖບານ ເພິ່ນ ກະເຫັນດີ ແລ້ວ, ເພື່ອ ສ້າງເດິ່ນບິນ ທົ່ງ ໄຫຫີນ ນີ້ ໃຫ້ ເປັນເດີ່ນບິນ ທີ່ ສາມາດ ຮັບເ ຮືອບິນ ໂບອິ້ງ 737 ຫລື ວ່າເຮືອບິນ ໃຫຍ່ ລົງໄດ້".
ສຳລັບ ງົບປະມານ ຂອງ ໂຄງການ ນີ້ ທາງພາກສ່ວນ ກ່ຽວຂ້ອງ ຍັງບໍ່ທັນ ເປີດເຜີຍ ແລະ ບໍ່ຮູ້ວ່າດ ໄດ້ກູ້ຢືມເງິນ ຈາກ ພາກສ່ວນ ໃດແດ່. ເມື່ອ ທ້າຍປີກາຍ ມີຂ່າວ ພາຍໃນ ອອກມາວ່າ ທາງແຂວງ ໄດ້ ຮັບ ງົບປະມານ ຈຳນວນນຶ່ງ ຈາກ ປະເທດ ຈີນ.
ທ່ານກ່າວ ຕື່ມວ່າ ໃນປີ 2017 ແຂວງ ຊຽງຂວາງ ຈະ ຮັບໜ້າທີ່ ເປັນ ເຈົ້າພາບ ຈັດການ ແຂ່ງຂັນ ກິລາ ແຫ່ງຊາດ, ຊຶ່ງ ປັຈຈຸບັນ ຣັຖບານ ໄດ້ ສນອງ ງົບປະມານ ໃຫ້ ແຂວງນີ້ ແລ້ວ ສ່ວນນຶ່ງ, ເພື່ອ ຕຣຽມ ຄວາມພ້ອມ ແລະ ເຊື່ອວ່າ ການກໍ່ ສ້າງ ສນາມບິນ ທົ່ງ ໄຫຫີນ, ຈະແລ້ວທັນ ເພື່ອ ຮອງຮັບ ນັກກິລາ ແລະ ແຂກຄົນ ທີ່ ຈະເດີນທາງ ມາຮ່ວມ.
ໂຄງການ ສ້າງ ສນາມບິນ ທົ່ງ ໄຫຫີນ ຈະໃຊ້ພື້ນທີ່ ປະມານ 300 ເຮັກຕາ, ໂດຍ ຈະປັບປຸງ ສນາມບິນ ທີ່ ມີຢູ່ແລ້ວ, ໃຫ້ເປັນ ສນາມບິນ ສາກົລ ຈະ ຂຍາຍລານ ແລ່ນ ຂຶ້ນລົງ, ແລະ ສ້າງ ອາຄານ ສໍາລັບ ຜູ້ໂດຍສານ ແຫ່ງໃໝ່. ໂຄງການ ນີ້ ທຳອິດ ມີແຜນ ທີ່ ຈະເລີ່ມສ້າງ ໃນ ຕົ້ນປີນີ້, ແຕ່ໄດ້ຖືກ ເລື່ອນ ກໍານົດ, ໂດຍ ບໍ່ຮູ້ ສາເຫດ.