ບ້ານຊຽງດາຕ້ອງຍ້າຍ ປະຊາກອນ
ຊາວບ້ານຊຽງດາ ນະຄອນຫລວງ ວຽງຈັນ ຈຳເປັນຕ້ອງ ໄດ້ໂຍກຍ້າຍ ເພາະ ດິນຕອນນັ້ນ ເປັນຂອງ ຣັຖບານ ແລະ ຣັຖບານ ມີໂຄງການ ຈະສ້າງ ໂຮງຮຽນແພດ ໃນເຂດນັ້ນ.
-
2013-05-09 -
-
-
Your browser doesn’t support HTML5 audio
ຊາວບ້ານຊຽງດາ ນະຄອນຫລວງ ວຽງຈັນ ຈຳເປັນຕ້ອງ ໄດ້ໂຍກຍ້າຍ ເພາະ ດິນຕອນນັ້ນ ເປັນຂອງ ຣັຖບານ ແລະ ຣັຖບານ ມີໂຄງການ ຈະສ້າງ ໂຮງຮຽນແພດ ໃນເຂດນັ້ນ.
ຊາວບ້ານ ກວ່າຮ້ອຍ ຄອບຄົວ ຕ້ອງໄດ້ຍ້າຍ ອອກພາຍໃນ ເດືອນໜ້າ ຖ້າບໍ່ດັ່ງນັ້ນ ທາງການ ຈະນຳເອົາ ເຈົ້າໜ້າທີ່ ຕຳຣວດ ໄປບັງຄັບ ໃຫ້ໂຍກຍ້າຍ. ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ອະທິບາຍ ເຫດຜົນວ່າ:
“ຂະເຈົ້າ ໄປຢູ່ຫັ່ນນະ ປະຊາຊົນ ໄປຢູ່ ດຽວນີ້ຕ້ອງໄດ້ ຍ້າຍອອກ ເພາະວ່າມັນ ຖືກໂຄງການ ຖືກດິນ ຂອງຣັດ ຂອງ ກະຊວງສາທາ ຕະກິ້ ປະຊາຊົນ ອາສັຍຢູ່ ດຽວນີ້ເພິ່ນ ເອົາຄືນ ພວກນັ້ນຕ້ອງ ໄດ້ອອກ ເພາະວ່າເພິ່ນ ສິສ້າງ ໂຮງຮຽນ ໂຮງຫຍັງ.”
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕື່ມວ່າ ໃນເບື້ອງຕົ້ນ ເຈົ້າໜ້າທີ່ ກໍໄດ້ໂອ້ລົມ ກັບ ປະຊາຊົນ ຂໍໃຫ້ໂຍກຍ້າຍ ອອກໂດຍດີ; ຣັຖບານ ຈະໃຫ້ຄ່າ ຊົດເຊີຍ ແລະ ຈະຊອກຫາທີ່ດິນ ບ່ອນໃໝ່ໃຫ້. ຂໍ້ຂັດແຍ້ງ ທີ່ດິນ ໃນທຳນອງນີ້ ມີຫລາຍ ຢູ່ລາວ ແຕ່ກ່ອນ ປະຊາຊົນ ອາສັຍ ຢູ່ທີ່ດິນ ໂດຍທີ່ບໍ່ ຈຳເປັນຕ້ອງ ມີໃບຕາດິນ ຢ່າງຄັກແນ່; ຕໍ່ມາ ຣັຖບານ ປະກາດໃຫ້ເຮັດ ໃບຕາດິນ ແຕ່ປະຊາຊົນ ຫລາຍຄົນ ຍັງບໍ່ທັນເຮັດ; ເມື່ອຣັຖບານ ຕ້ອງການທີ່ດິນ ຣັຖບານ ກໍສາມາດ ຍຶດເອົາໄດ້ ຢ່າງສະບາຍ. ນອກຈາກ ຈະມີການ ສ້າງໂຮງຮຽນ ແລ້ວ ໃນບໍຣິເວນ ບ້ານຊຽງດາ ປັດຈຸບັນ ວຽດນາມ ກຳລັງ ສ້າງສວນສນຸກ ຫລື ບ່ອນຫລິ້ນ ເດັກນ້ອຍ ເອິ້ນວ່າ Paradise Land.