ຊາວບ້ານຖືກຫ້າມຖາມ ຄ່າ ຊົດເຊີຍ
2016.10.28

ໃນຕອນເຊົ້າ ຂອງວັນທີ 27 ຕຸລາ ຜ່ານມາ, ຊາວບ້ານ ປະມານ 100 ປາຍຄົນ ໃນເຂດ ເມືອງໄຊທານີ, ຮວມມີ ບ້ານນາທົ່ມ, ບ້ານ ໜອງວຽງຄຳ, ບ້ານ ດອນໜູນ ແລະ ບ້ານໃກ້ຄຽງ, ໄດ້ຖືກອຳນາດ ການປົກຄອງ ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ເອີ້ນໄປ ປະຊຸມ ທີ່ ສະໂມສອນ ວົງວຽນ ດອນໜູນ ເພື່ອຟັງ ການໂອ້ລົມ ກ່ຽວກັບ ບັນຫາ ການຊົດເຊີຍ ຜູ້ທີ່ຖືກ ຜົລກະທົບ ຈາກແລວທາງ ຣົຖໄຟ ລາວ-ຈີນ.
ເມື່ອຊາວບ້ານ ໄປນັ່ງຟັງຢູ່ນັ້ນ, ອຳນາດ ການປົກຄອງເມືອງ ພັດບໍ່ໄດ້ ເວົ້າເຖິງ ບັນຫາ ການຊົດເຊີຍ ຈາກ ຜົລກະທົບ ຕາມທີ່ໄດ້ ຣະບຸໄວ້, ແຕ່ ໄປເວົ້າເຖິງ ເຣື້ອງ ອື່ນແທນ. ເມື່ອຊາວບ້ານ ຖາມເຖິງ ມາດຕະການ ໃນ ການຊົດເຊີຍ ຕໍ່ ຜູ້ທີ່ໄດ້ຮັບ ຜົລກະທົບ, ອຳນາດ ການປົກຄອງ ເມືອງ ພັດບໍ່ ອະນຸຍາດ ໃຫ້ເຂົາເຈົ້າ ຖາມ. ຊາວບ້ານ ຜູ້ທີ່ເຂົ້າ ຮ່ວມຮັບຟັງ ການໂອ້ລົມ ທີ່ ຂໍສງວນຊື່ ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ໃນວັນທີ 27 ຕຸລາ ນີ້ວ່າ:
“ພວກເຂົາ ເວົ້າເຣື້ອງ ນັກຣົບ ເຣື້ອງອີ່ຫຍັງ ສມັຍໂບຮານ ພຸ້ນມາ, ບຸນທາດຫຼວງ ບຸນບ້ານນີ້ ບ້ານນັ້ນ. ອ້າວ! ມັນກ່ຽວອີ່ຫຍັງ ຄົນເຂົາ ກະຢາກຟັງ ເວົ້າຕົງ ເວົ້າແບບວ່າ ສິຊົດໃຊ້ ທໍ່ໃດໆ. ເຂົາຊິຖາມ ພັດເວົ້າລັດ ໄວ້ກ່ອນ ບໍ່ໃຫ້ຖາມ, ວ່າຊີ້. ທຸກຄົນ ກະໃຈຮ້າຍ ບາດນິ່ ເຂົາບໍ່ທັນ ແລ້ວປະຊຸມ ເຂົາອອກ ມາກ່ອນ.”
ຍານາງ ກ່າວຕື່ມວ່າ ສິ່ງ ທີ່ຊາວບ້ານ ຢາກຮູ້ແທ້ໆ ກໍ່ແມ່ນວ່າ ພາກສ່ວນ ຣັຖບານ ຈະມີການ ຊົດເຊີຍ ໃຫ້ຊາວບ້ານ ແບບໃດ ແລະ ມີຣາຍລະອຽດ ຫຍັງແດ່:
“ທາງບ້ານ ເໝິດທຸກ ຫຼັງຄາເຮືອນ ນັ້ນ ຢາກຮູ້ວ່າ ຄ່າຊົດເຊີຍ ເຈົ້າຊິຈ່າຍ ຈັ່ງໃດ? ທາງບ້ານ ຢາກຮູ້ທໍ່ນີ້ ບໍ່ໄດ້ຢາກຮູ້ ອີ່ຫຍັງ, ກະເຂົ້າໃຈ ຢູ່ວ່າ ບໍ່ໄດ້ເງິນ ໄວໆນີ້. ຄັນສິໃຫ້ ເຮົາອອກກ່ອນ ທີ່ຈະມານີ້, ກະບໍ່ເວົ້າ ພັດເວົ້າລັດ ໄວ້ກ່ອນວ່າ ເອີ້… ສິ່ງທີ່ຈຸເຈົ້າ ຢາກຖາມ ຫັ້ນນ່າ ມັນມີຢູ່ແລ້ວ ໃນປຶ້ມນີ້ນ່າ.”
ຕໍ່ບັນຫານີ້, ຜູ້ສື່ຂ່າວ ເອເຊັຽເສຣີ ກໍ່ໄດ້ຕິດຕໍ່ ໄປຫາ ພາກສ່ວນ ຫ້ອງການ ປົກຄອງ ເມືອງ ໄຊທານີ ໃນຕອນບ່າຍ ຂອງມື້ດຽວກັນ, ແຕ່ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ ປະຕິເສດ ທີ່ຈະໃຫ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້. ສ່ວນຊາວບ້ານ ອີກນາງນຶ່ງ ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ໃນວັນ ດຽວກັນວ່າ:
“ເຮົາກະຢາກຮູ້ວ່າ ຂອງເຮົາຫັ້ນ ຖືກຈັກແມັດ ກັນແທ້? ລະເພິ່ນ ສິຊົດເຊີຍ ດ້ວຍວິທີໃດ ລະມື້ໃດ ເພິ່ນສິ ຊົດເຊີຍເຮົາ, ລະເຮົາສິ ໄປຢູ່ໃສ ເຮົາສິເຮັດ ຈັ່ງໃດ ເຮົາຕ້ອງ ເຮັດຈັ່ງໃດ? ເຮົາກະຢາກ ຮູ້ເນາະ. ອັນນີ້ ຢາກຮູ້ແທ້ໆ, ແຕ່ວ່າບໍ່ຮູ້ ສິໄປຖາມ ຜູ້ໃດ? ບໍ່ຮູ້ເລີຍວ່າ ສິຕ້ອງມີ ບ່ອນໃດ ເປັນບ່ອນ ໃຫ້ເຮົາ ຮ້ອງຮຽນ ຫຼືວ່າ ເຮົາເວົ້າຫຍັງໄດ້ ອີ່ຫຍັງບໍ່, ຫັ້ນນ່າ. ອັນນີ້ ເພິ່ນມີຫຍັງ ເພິ່ນກະຕ້ອງ ແຈ້ງເຮົາ ຫັ້ນນ່າ ແຈ້ງເຮົາແນ່ ຜູ້ເຮົາຖືກ ຜົລກະທົບ ຫັ້ນນ່າ ກະເລີຍລໍໆ.”
ໃນຂນະດຽວກັນ, ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ກໍ່ຍິ່ງ ຮູ້ສຶກກັງວົນ ໃຈຂຶ້ນ ນັບມື້ ເພາະ ຫຼາຍຄົນ ກໍຢ້ານວ່າ ຈະກຽມຕົວ ບໍ່ທັນ ເມື່ອທາງການ ຈະມີຄຳສັ່ງ ໃຫ້ ໂຍກຍ້າຍ ເນື່ອງຈາກ ໄດ້ຮັບ ຂ່າວວ່າ ຈະມີການ ກໍ່ສ້າງ ໃນ ເດືອນ ທັນວາ 2016 ນີ້ແລ້ວ.