ຂ.ໄຊສົມບູນຕ້ອງການນັກ ລົງທຶນ

ຈໍາປາທອງ
2014.09.14
F-Xaysomboun ການພັທນາໂຄ່ງຮ່າງ ພື້ນຖານ ທີ່ ແຂວງໄຊສົມບູນ
Citizen journalist

 

ປັດຈຸບັນ ນອກຈາກ ໂຄງການ ກໍ່ສ້າງ ຂອງ  ຣັຖບາລ ແລ້ວ ແຂວງ ໄຊສົມບູນ ຍັງຕ້ອງການ ໃຫ້ ນັກ ທຸຣະກິດ ຕ່າງ ປະເທສ ມາ ລົງ ທຶນ ພັທນາ ກໍ່ສ້າງ ໂຄງຮ່າງ ຫຼາຍຢ່າງ. ເຊັ່ນ ຖນົນ ຫົນທາງ ໂຮງແຮມ ໂຮງຈັກ ໂຮງງານ. ດັ່ງ ເຈົ້າໜ້າທີ່ ແຂວງ ກ່າວວ່າ:

"ເຮົາຢາກດຶງ ນັກລົງທຶນ ມາເຮັດ ເສັ້ນທາງ ໂຮງແຮມ ຮ້ານອາຫານ ແດ່ ນີ້ແຫລະ ສເນີ ເຈດຈໍານົງ ມາຫລາຍຢູ່ ຣະຍະ ກ່ອນ ຕັ້ງແຂວງ ຂະເຈົ້າ ກະມາຢູ່ ສ່ວນຫລາຍ ແມ່ນຈີນ".

ທ່ານກ່າວ ຕໍ່ໄປວ່າ ທຶນຮອນ ທີ່ ຣັຖບາລ ສນອງ ໃຫ້ ກໍ່ສ້າງ ໂຄງຮ່າງ ຢູ່ແຂວງ ນີ້ ອາຈບໍ່ ພຽງພໍກັບ ແຜນການ ທີ່ ໄດ້ວາງໄວ້. ເນື້ອທີ່ ຫລາຍແຫ່ງ ຍັງຫວ່າງ ເປົ່າຢູ່ ສໍາລັບ ໃຫ້ ນັກລົງທຶນ ສໍາປະທານ ເພື່ອ ການພັທນາ.

ທ່ານວ່າ ປັດຈຸບັນ ທາງແຂວງ ກໍາລັງ ກໍ່ສ້າງຂົວ ຫຼາຍແຫ່ງ ແລະ ເສັ້ນທາງ ສໍາຄັນ ອີກ 3 ສາຍ ຈາກ ແຂວງໄຊສົມບູນ ໄປຫາ ແຂວງ ຊຽງຂວາງ ຈາກ ເທສບານ ແຂວງ ໄປຫາ ເມືອງ ລ່ອງແຈ້ງ ແລະ ຈາກ ແຂວງນີ້ ໄປຫາ ບ້ານອ່າວ ຊຶ່ງ ມີຄວາມຍາວ ທັງໝົດ 100 ກິໂລແມັດ. ຄາດວ່າ ການ ກໍ່ສ້າງທາງ 3 ສາຍນີ້ ຈະສໍາເຣັດ ໃນປີ 2016.

ເມື່ອເດືອນ ກຸມພາ 2014 ນີ້ ບໍຣິສັດ Green Partner Holding ຂອງຈີນ ໄດ້ລົງນາມ ໃນບັນທຶກ ຄວາມ ເຂົ້າໃຈ ກັບອໍານາດ ການ ປົກຄອງ ແຂວງ ໄຊສົມບູນ ກ່ຽວກັບ ການພັທນາ ໂຄງຮ່າງ ອອກແຜນຜັງ ເມືອງ ແລະ ພັທນາ ເສຖກິດ ສັງຄົມ ແລະ ຈະລົງທຶນ ສ້າງ ຂົວ ທາງ ສນາມບິນ ເຂື່ອນໄຟຟ້າ ນໍ້າປະປາ ອາຄານ ຫ້ອງການ ພັກ-ຣັຖ ແລະ ອື່ນໆ ໂດຍທາງ ບໍຣິສັດ ຈະເປັນຜູ້ ອອກທຶນ ກໍ່ສ້າງ ໃຫ້ກ່ອນ ແລ້ວ ຣັຖບາລ ລາວ ຈະຊໍາຣະໜີ້ ດ້ວຍການ ຫັກ ຄ່າພາສີ ອາກອນ ຕາມຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.