ບ້ານປ້ອນຂາມຢາກໄດ້ໄມ້ປຸກ ໂຮງຮຽນ
2017.01.10
ເຈົ້າໜ້າທີ່ ເມືອງປາກລາຍ ແຂວງໄຊຍະບຸຣີ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປິດເຜີຍຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 9 ມົກກະຣາ ນີ້ວ່າ, ປັຈຈຸບັນ ຊາວບ້ານປ້ອນຂາມ ເມືອງປາກລາຍ ແຂວງ ໄຊຍະບຸຣີ ຢາກໄດ້ໄມ້ ມາປຸກ ໂຮງຮຽນ ອະນຸບານ ເພາະວ່າ ໃນຄຸ້ມບ້ານ ບໍ່ມີ ໂຮງຮຽນ ອະນຸບານ ເທື່ອ:
“ໂຮງຮຽນນີ້ ກໍຍັງບໍ່ທັນແລ້ວ ຈໍາເປັນທີ່ບ້ານເຮົາ ຊິເຮັດນີ້ ກໍ, 1 ໂຮງຮຽນອະນຸບານ ພວກເຮົາ ກໍຍັງບໍ່ທັນມີ ເຮົາກໍຕ້ອງການ ຢາກໄດ້ໄມ້ ໄດ້ຫຍັງອີກ ເປັນຈໍານວນ ເປັນຈໍານວນໄມ້ ເປັນຫຍັງນີ້ ຖືວ່າ ທາງການເຮົານີ້ ອິງມາຊ່ວຍ ບໍ່ພຽງພໍຫັ້ນນະ ທັງໂຮງຮຽນ ອະນຸບານ ກໍຍັງ ບໍ່ທັນມີ ມີແຕ່ປະຖົມຫັ້ນນະ ຖ້າອິງໃສ່ ຄວາມຕ້ອງການ ດ້ານການສືກສາ ກໍ ຍັງບໍ່ ພຽງພໍ”.
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ເຫຕຜົນທີ່ຊາວບ້ານ ບ້ານປ້ອນຂາມ ຢາກໄດ້ໄມ້ປຸກໂຮງຮຽນ ກໍຍ້ອນວ່າ ປະຊາຊົນ ຕ້ອງໄດ້ພາລູກຫຼານ ໄປ ຮຽນ ຊັ້ນອະນຸບານ ຢູ່ບ້ານໃຫຍ່ ທີ່ ມີໂຮງຮຽນ ແຕ່ລະຍະທາງ ກໍໄກໂພດ ພໍ່ແມ່ ກໍລໍາບາກຫຼາຍ. ທ່ານກ່າວ ຕໍ່ໄປວ່າ ກ່ຽວກັບ ໂຄງການ ປຸກສ້າງ ໂຮງຮຽນນີ້ ຜ່ານມາ ເຈົ້າໜ້າທີ່ ການສືກສາ ກໍເອົາໃຈໃສ່ ແລໄດ້ຊ່ວຍເຫລືອ ຊາວບ້ານຕລອດ, ໄດ້ແບ່ງໄມ້ຈາກປ່າໄມ້ ຂັ້ນບ້ານ ໄປສ້າງຫ້ອງຮຽນ ຂັ້ນປະຖົມ ໃຫ້ຊາວບ້ານ ພ້ອມກັນນັ້ນ ຍັງໄດ້ມອບ ສັງກະສີ ແລະອຸປກອນ ການຮຽນໃຫ້ອີກ ແຕ່ບໍ່ໄດ້ ສ້າງໂຮງຮຽນ ອະນຸບານ ໃຫ້ຍ້ອນວ່າ ຕ້ອງໄຊ້ໄມ້ຫຼາຍ ແລະໄມ້ ຂອງປ່າ ຂັ້ນບ້ານ ທີມີໄວ້ ສໍາລັບ ປະຊາຊົນ ກໍມີ ຈໍານວນນ້ອຍ ຈຶ່ງຕ້ອງລໍຖ້າ ການ ພິຈາຣະນາ ຈາກ ທາງການແຂວງ.
ຢ່າງໃດກໍຕາມ ຊາວບ້ານ ຈະລໍຖ້າແຕ່ ການຊ່ວຍເຫລືອ ຈາກທາງການ ບໍ່ໄດ້ຈຶ່ງ ຈໍາເປັນຕ້ອງ ເພິ່ງພາກັນເອງ ໂດຍໄດ້ໃຊ້ເງິນ ກອງກາງ ຂອງບ້ານ ມາຈ່າຍຄ່າ ສ້າງຫ້ອງຮຽນ ອະນຸບານ ໄປກ່ອນ. ດັ່ງ ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ເວົ້າວ່າ:
“ບ້ານເຮົາກໍຄືວ່າ ເວົ້າເຣື້ອງທຶນຮອນ ບ້ານເຮົາກໍຍັງບໍ່ມີ ກໍຢາກໄດ້ຫຼາຍກ່ຽວກັບ ການສຶກສາ ຄືວ່າແຫຼະເນາະ ບ້ານເຮົາ ມັນກໍບໍ່ມີທຶນ ຮອນ ໃຫ້ການ ທີ່ຈຸດຕັ້ງ ມັນກໍຄື ຢ່າງພາບທີ່ເຫັນ ນັ້ນແຫຼະເນາະ ປະຊາຊົນ ບ້ານກໍເກັບເງິນ ເກັບຫຍັງ ກັນອອກ ຊ່ວຍກັນ ຄືເຮັດ ແບບຈັ່ງຊັ້ນ ຫັ້ນນະ ບໍ່ມີທຶນ ເພາະວ່າທຶນເຮົາ ໝົດຫັ້ນນາ”.
ປັຈຈຸບັນ ປະຊາຊົນ ບ້ານປ້ອນຂາມ ຍັງຕ້ອງການ ການຊ່ວຍເຫລືອ ເຣື້ອງໄມ້ ແລະ ຊື້ຫິີນ ແລະດິນຊາຍ ໄປສ້າງໂຮງຮຽນ ອະນຸບານ ແລະ ຫ້ອງຮຽນ ຂັ້ນປະຖົມ ຕຶ່ມ ທັງຈາກ ປະຊາຊົນ ແລະ ຈາກພາກຣັຖ.