ຂົວໄຊຍະບຸຣີ-ຫຼວງພຣະບາງ ເປີດໃຊ້ແລ້ວ

ຂົວຂ້າມ ແມ່ນໍ້າຂອງ ຣະຫວ່າງ ແຂວງ ໄຊຍະບຸຣີ ແລະ ຫລວງພຣະບາງ ເປີດ ທົດລອງ ໃຊ້ແລ້ວ ຕັ້ງແຕ່ ວັນທີ່ 12 ເດືອນ ຕຸລາ ເປັນຕົ້ນມາ.

ຂົວຂ້າມແມ່ນໍ້າຂອງ ຫລວງພຣະບາງ ຫາ ໄຊຍະບູຣີ ໃນຕອນເລີ້ມການກໍ່ສ້າງ Mek/fb

 

ຂົວ ຂ້າມແມ່ນໍ້າຂອງຣະຫວ່າງ ແຂວງ ໄຊຍະບຸຣີ ແລະ ຫລວງພຣະບາງ ເປີດທົດລອງ ໃຊ້ແລ້ວຕັ້ງແຕ່ວັນທີ່ 12 ເດືອນຕຸລາ ເປັນຕົ້ນມາ. ເຈົ້າໜ້າທີ່ລາວຄາດວ່າ ຂົວດັ່ງກ່າວ ຈະໃຫ້ຄວາມສະດວກສະບາຍ ແກ່ການຄ້າຣະຫວ່າງ ແຂວງໄຊຍະບຸຣີແລະແຂວງຫລວງພະບາງ ເວົ້າ ໂດຍທົ່ວໄປຣະຫວ່າງລາວແລະໄທ. ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າ ແຂວງຫລວງພຣະບາງ ທ່ານນຶ່ງເວົ້າວ່າ:

“ມີຜົນປະໂຍດຕໍ່ການຄ້າຣະຫວ່າງຫລວງພຣະບາງກັບໄຊຍະບຸຣີ ແລ້ວກະທາງຝັ່ງໄທ ກະຂົນສິນຄ້າເຂົ້າມາ ເພື່ອກະຕຽມຕົວເຂົ້າສູ່ AEC ນີ້ ກະຖືວ່າຂົວນີ້ສາມາດ ຮອງຮັບໃຫ້ການດໍາເນີນສິນຄ້າຂອງພວກ ເຮົາໄດ້ດີ ເພາະແຂວງໄຊຍະບຸຣີ ມີຊາຍແດນຕິດຈອດ ກັບໄທຕັ້ງ 300 ຫາ 400 ກິໂລແມັດເນາະ ແລະກໍມີດ່ານສາກົນ ດ່ານທ້ອງຖິ່ນ ສິນຄ້າຈະຫລັງໄຫລເຂົ້າມາຫລາຍ.”

ແຕ່ກ່ອນ ການຂົນສົ່ງສິນຄ້າຣະຫວ່າງແຂວງໄຊຍະບຸຣີ ແລະແຂວງຫລວງພຣະບາງ ຕ້ອງອາສັຍເຮືອບັກ ຊຶ່ງທັງຊັກຊ້າຣາຄາແພງ ແລະສິ່ງ ທີ່ສຳຄັນເປີດເປັນບາງເວລາເທົ່ານັ້ນ; ສ່ວນຂົວຈະເປີດຕລອດ 24 ຊົ່ວໂມງ. ຂົວຂ້າມແມ່ນໍ້າຂອງແຫ່ງນີ້ ເປັນຂົວເຊື່ອມຕໍ່ຣະຫວ່າງ ບ້ານທ່າ ເດື່ອ ເມືອງໄຊຍະບຸຣີ ແຂວງໄຊຍະບຸຣີ ແລະບ້ານປາກຄອນ ເມືອງນ່ານ ແຂວງຫລວງພຣະບາງ. ຣັຖບານລາວເລີ້ມສ້າງຂົວ ແຫ່ງດັ່ງກ່າວ ນັບແຕ່ປີ 2010 ເປັນຕົ້ນມາໂດຍໃຊ້ ເງິນທຶນປະມານ 10 ລ້ານດອນລ່າ ສະຫະຣັຖ ໃນນັ້ນ 8 ລ້ານຫລື 80 ສ່ວນຮ້ອຍ ຢືມຈາກຣັຖບານ ເກົາຫລີໃຕ້. ຂົວມີຄວາມຍາວ 620 ແມັດ, ກວ້າງ 10 ແມັດເຄິ່ງ ແລະມີຊ່ອງທາງຣົດແລ່ນສອງຊ່ອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org