ຊາວບ້ານບໍ່ຍອມເສັຽດິນ ໃຫ້ ຈີນ
2020.01.21
ປະຊາຊົນ 3 ຄອບຄົວ ຢູ່ບ້ານນາໄຊ ເມືອງເມືອງ ໄຊຍະບູລີ ແຂວງໄຊຍະບູລີ ບໍ່ຍອມມອບດິນ ໃຫ້ບໍຣິສັດຈີນ ເພື່ອສ້າງສູນອະນຸຮັກຊ້າງ ຍ້ອນບໍ່ຮູ້ວ່າ ຈະໄດ້ເງິນຄ່າຊົດເຊີຍເທົ່າໃດ, ຈະຄຸ້ມຄ່າດິນ ຂອງພວກຕົນ ຫລືບໍ່ ແລະ ບໍ່ຮູ້ວ່າຈະໂຍກຍ້າຍ ໄປຢູ່ໃສ ເພາະໄດ້ປຸກເຮືອນ, ປູກ ໝາກໄມ້ ເຮັດສວນຢູ່ໃນດິນຕອນນີ້ ມາດົນແລ້ວ, ດັ່ງປະຊາຊົນບ້ານນາໄຊ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ມົົກກະຣາ ນີ້ວ່າ:
"ເພິ່ນກະວ່າ ເຮັດເປັນແຫລ່ງທ່ອງທ່ຽວ ສູນອະນຸຮັກຊ້າງ ຫັ້ນແຫລະ ເພິ່ນກະວ່າແນວນັ້ນ ມັນຖືກແຕ່ ສາມຄອບຄົວ ກະບໍ່ຢາກຍ້າຍ ຫັ້ນແຫຼະນໍ້ ກໍເພາະວ່າບໍ່ຮູ້ຈະໄປຢູ່ໃສ ຄັນຍ້າຍແລ້ວຈະຈັດສັນໃຫ້ຢູ່ທີ່ໃດ ແລ້ວກະຄ່າຊົດເຊີຍຈະໄດ້ທໍ່ໃດ ມັນກະຍັງ ບໍ່ທັນຮູ້ເທື່ອຫັ້ນນະ."
ທ່ານກ່າວຕື່ມວ່າ ໂຄງການສ້າງສູນອະນຸຮັກຊ້າງ ກະທົບໃສ່ທີ່ດິນ ທໍາການຜລິດຂອງປະຊາຊົນຫລາຍເຮັກຕາ ຊຶ່ງບາງຄົນກໍຮັບເອົາເງິນ ຄ່າຊົດເຊີຍໄປແລ້ວ. ປັດຈຸບັນ ບໍລິເວນເດິ່ນສນາມຫລວງ ທີ່ຈະສ້າງເປັນສູນອະນຸຮັກຊ້າງ ຍັງບໍ່ທັນມີການ ກໍ່ສ້າງຫຍັງ ແລະ ເມື່ອເດືອນ ທັນວາ ປີກາຍ ກໍມີເຈົ້າໜ້າທີ່ຣັຖ ແລະຜູ້ລົງທຶນຈີນ ມາວັດແທກທີ່ດິນ ແຕ່ບໍ່ເຫັນມາເວົ້າເຣຶ່ອງ ຄ່າຊົດເຊີຍ, ດັ່ງ ທີ່ທ່ານກ່າວວ່າ:
"ເຣຶ່ອງດິນນີ້ແທ້ກະທົບນີ້ຫລາຍ ກະສິແມ່ນປະມານໂອ ບໍ່ຫລຸດແລ້ວສິບປາຍເຮັກຕາ ຊາວເຮັກຕາ ມີແຕ່ທາງເມືອງ ທາງແຂວງເພິ່ນລົງ ເຮັດເອງ ມາກວດການໍາກັນນັ້ນ ກະແມ່ນຄົນຈີນ ຂອງບໍລິສັດທ່ອງທ່ຽວ ຂອງຈີນ ບໍ່ທັນໄດ້ສ້າງ ບໍ່ທັນໄດ້ເຮັດຫຍັງ ບໍ່ທັນໄດ້ລົງມື ຈັກ ຢ່າງເທື່ອ ຍັງຢູ່ເກົ່າຢູ່."
ເຈົ້າໜ້າທີ່ທ່ອງທ່ຽວ ແຂວງໄຊຍະບູລີເວົ້າວ່າ ບໍຣິສັດພັທນາການທ່ອງທ່ຽວ ຊີໂນ- ລາວ (Sino-Lao) ຂອງນັກລົງທຶນຈີນ ໄດ້ສໍາປະທານ ທີ່ດິນ ຈາກ ຣັຖບານລາວ 100 ປາຍເຮັກຕາ ໃນປີ 2017 ຊຶ່ງທາງການ ເຈົ້າໜ້າທີ່ກໍໄດ້ຊົດເຊີຍ ໄປເປັນສ່ວນໃຫຍ່ ແລ້ວ:
"ນັກລົງທຶນຈີນ ທີ່ວ່າດ້ານວິຊາການ ມັນຂຶ້ນກັບລາວເຮົາ ມັນຕ້ອງໄດ້ ຂະເຈົ້າພັທນາໄປໃນຮູບແບບ ຂອງເຮົານໍ ເປັນບໍຣິສັດ ຊີໂນ-ລາວ ຂະເຈົກໍາລັງເຮັດ ສ່ວນຫຼາຍ ດິນ ມັນກະເປັນດິນຈ່ອງຢູ່ ແຕ່ຂະເຈົ້າກໍບໍ່ໄດ້ ທໍາການຜລິດຫຍັງ ສ່ວນຫຼາຍກໍແມ່ນ ຊົດເຊີຍເປັນສ່ວນໃຫຍ່ ແຫລະ."
ບໍຣິສັດພັທນາການທ່ອງທ່ຽວ ຊີໂນ-ລາວ ຈະລົງທຶນ 40 ລ້ານໂດລາ ສະຫະຣັຖ ເພື່ອສ້າງສູນຊ້າງ ໃນຮູບແບບອະນຸຮັກຊ້າງ ຂຍາຍພັນ ຊ້າງ ຢູ່ແຂວງໄຊຍະບູລີ. ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 14 ມິຖຸນາ 2019 ວ່າການສ້າງສູນ ອະນຸຮັກຊ້າງນັ້ນຍັງຊັກຊ້າ ພຽງແຕ່ໄດ້ສ້າງທາງຕັດເຂົ້າໄປ ແຕ່ຍັງບໍ່ທັນສ້າງອາຄານ ແລະ ຫ້ອງການ ຕ່າງໆ ເທື່ອ.