ທະນາຄານໂລກໝັ້ນໃຈຊ່ອຍລາວ ພົ້ນທຸກ
2015.04.05

ຫລັງຈາກ ທີ່ ຫລາຍ ອົງການ ອານຸຮັກ ສິ່ງ ແວດລ້ອມ ເວົ້າວ່າ ທະນາຄານ ໂລກ ຕ້ອງມີ ສ່ວນ ຮັບ ຜິິດຊອບ ໃນ ຜົລ ກະທົບ ຕໍ່ ສິ່ງ ແວດລ້ອມ ຈາກ ເຂື່ອນ ທີ່ ທະນາຄານ ໂລກ ສນັບ ສນູນ ທາງການ ເງິນ ທ່ານ Carl Hanson ໂຄສົກ ທະນາຄານ ໂລກ ກ່າວ ປົກປ້ອງ ການ ກ່ຽວຂ້ອ ງຂອງ ທະນາຄານ ໂລກ ໃນ ໂຄງການ ເຂື່ອນ ໄຟຟ້າ ນໍ້າເທີນ2 ວ່າ ທະນາຄານ ໂລກ ຍັງ ເຊື່ອໝັ້ນ ວ່າ ຊີວິດ ການ ເປັນຢູ່ ຂອງ ຄອບຄົວ ປະຊາຊົນ ແລະ ຊຸມຊົນ ທີ່ ໄດ້ຮັບ ຜົລ ກະທົບ ຈາກ ໂຄງການ ນັ້ນ ຈະໄດ້ຮັບ ການ ຟື້ນຟູ ແລະ ກໍເປັນ ໂຄງການ ທີ່ ຈະຊ່ວຍ ຫລຸດຜ່ອນ ຄວາມ ທຸກຍາກ ແລະ ມີ ຜົລ ປະໂຫຍດ ໃນການ ພັທນາ ຂອງລາວ ໃນ ຣະຍະ ຍາວ.
ທ່ານ ກ່າວຕໍ່ RFA ຕື່ມວ່າ ພາຍໃຕ້ ໂຄງການ ເຂື່ອນ ນໍ້າເທີນ 2 ໄດ້ ມີການ ສ້າງ ເຮືອນ ໃໝ່ ທີ່ ມີ ໄຟຟ້າ ແລະ ຫ້ອງນໍ້າ ໃຊ້ ຫຼາຍກວ່າ 1,300 ແຫ່ງ ແລ້ວ, ມີຈັກ ສູບນໍ້າ 330 ແຫ່ງ, ໂຮງຮຽນ 32 ຫລັງ, ສູນ ປິ່ນປົວ ສຸຂພາບ 2 ແຫ່ງ ແລະ ຫົນທາງ ຕ່າງໆ ເຂົ້າເຖິງ ບ້ານ ໃໝ່ ຍາວ 120 ກິໂລແມັຕ ສໍາລັບ ປະຊາຊົນ ທີ່ ຖືກ ໂຍກຍ້າຍ ຈາກ ເຂດ ເຂື່ອນ ນັ້ນ 6,300 ຄົນ.
ສໍາລັບ ປະຊາຊົນ ອີກ ຫລາຍ ພັນ ຄົນ ທີ່ ອາສັຍ ຢູ່ ໃຕ້ ເຂື່ອນ ລົງມາ ທ່ານ ກໍວ່າ ທາງ ໂຄງການ ໄດ້ ໃຫ້ ການຝຶກ ອົບຮົມ ອາຊີບ ເພື່ອ ພັທນາ ຄວາ ມສໍານານ ງານ ໃໝ່ ໃຫ້ ເປັນຕົ້ນ ການ ລ້ຽງປາ ແລະ ປູກພືດ ເພື່ອ ຊ່ວຍໃຫ້ ປະຊາຊົນ ມີ ຣາຍໄດ້.
ເຂື່ອນ ແຫ່ງນັ້ນ ສ້າງໃສ່ ສາຂາ ແມ່ນໍ້າຂອງ ຜລິດ ໄຟຟ້າ ຂາຍ ໃຫ້ ໄທ ແຕ່ປີ 2010 ເປັນຕົ້ນ ມາ ພາຍຫລັງ ທີ່ ໄດ້ ໂຍກຍ້າຍ ປະຊາຊົນ ຫລາຍ ພັນ ຄົນ ອອກຈາກ ອ່າງ ເກັບນໍ້າ ໃນເຂດ ພູພຽງ ນາກາຍ. ໃນເມື່ອ ດິນ ທຸກບ່ອນ ໃນລາວ ເປັນ ກັມມະສິດ ຂອງ ຣັຖ, ປະຊາຊົນ ຖືກ ບັງຄັບ ໃຫ້ ອອກຈາກ ທີ່ ດິນ ຂອງ ພວກ ເຂົາເຈົ້າ ເພື່ອ ໂຄງການ ພັທນາ ຕ່າງໆ ໂດຍ ຈ່າຍຄ່າ ຊົດເຊີຍ ໃຫ້ ພຽງ ເລັກນ້ອຍ ຫຼືບໍ່ ກໍບໍ່ໄດ້ ຫຍັງ ເລີຍ.