ຊີວິດຄົນງານຕັດຫຍິບ ຢູ່ລາວ

ມະນີຈັນ
2019.05.03
F-Garment ໂຮງງານຕັດຫຍິບ ຢູ່ລາວ
ຮູບພາບຈາກ : ນັກຂ່າວພົລເມືອງ

ຄົນງານລາວ ຮວມທັງຄົນງານຕັດຫຍິບ ປັດຈຸບັນ ມີທາງເລືອກຫລາຍ ໃນການຫາວຽກງານເຮັດ ເຖິງແມ່ນວ່າອຸດສາຫະກັມຕັດຫຍິບ ຈະບໍ່ ຂຍາຍຕົວ ແຕ່ທຸຣະກິດດ້ານນ ການບໍຣິການຕ່າງໆຂຍາຍຕົວດີ ຮວມທັງຮ້ານອາຫານ, ໂຮງແຮມບ້ານພັກ, ຮ້ານກິນດື່ມ ແລະການບໍຣິການ ອື່ນໆ, ເຮັດໃຫ້ຄົນວັຍອອກແຮງງານ ເປັນຕົ້ນຊາຍໜຸ່ມ ຍິງສາວລາວທັງຫລາຍ ເລືອກເຮັດໄດ້ ຫລືປ່ຽນບ່ອນເຮັດຕາມໃຈມັກ ໃນຂນະທີ່ ຈຳນວນນຶ່ງ ໄດ້ເຮັດວຽກຢູ່ບ່ອນນີ້ແລ້ວ ກໍບໍ່ຢາກໜີໄປເຮັດຢູ່ບ່ອນອື່ນ.

ເວົ້າສະເພາະໂຮງງານຕັດຫຍິບ ໃນຕົວເມືອງໃຫຍ່ຂອງລາວ ເປັນຕົ້ນຢູ່ນະຄອນຫລວງວຽງຈັນ ທີ່ມີຫລາຍໂຮງງານ ຄົນງານຈຳນວນບໍ່ໜ້ອຍ ຊອກຫາວຽກເຮັດ ແລະບ່ອນເຮັດວຽກຂອງຕົນ ຕາມທີ່ຕົນສະດວກ ແລະໄດ້ຄ່າແຮງງານດີ. ຫາກບໍ່ພໍໃຈເຮັດຢູ່ບ່ອນເກົ່າ ກໍອອກໄປເຮັດຢູ່ ບ່ອນໃໝ່.

ແຕ່ກໍມີຄົນງານຈຳນວນເຮັດຢູ່ບ່ອນເກົ່ານານເຖິງ 10-20 ປີ ທັງໆທີ່ພວກຕົນບໍ່ພໍໃຈເຮັດວຽກນັ້ນພໍເທົ່າໃດ ຍ້ອນໄດ້ຄ່າແຮງງານໜ້ອຍ ບໍ່ ສົມສ່ວນກັບຄ່າຄອງຊີບ ທີ່ຖີບຕົວສູງຂຶ້ນນັບມື້ ແຕ່ກໍຈຳຕ້ອງໄດ້ເຮັດຕໍ່ໄປ ບໍ່ຢາກໜີໄປເຮັດວຽກຢູ່ບ່ອນອື່ນ ເຖິງແມ່ນວ່າໄດ້ເງິນເຫຼືອມາ ເຮືອນໃນແຕ່ລະເດືອນໜ້ອຍ ບໍ່ຢາກພໍຢູ່ພໍກິນ. ຖ້າບໍ່ເຮັດກໍບໍ່ມີຣາຍໄດ້ເຂົ້າຄອບຄົວ. ຕາມຄໍາເວົ້າຂອງພະນັກງານບໍຣິສັດຕັດຫຍິບແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 1 ພຶສພາ 2019 ຊຶ່ງເປັນວັນກັມກອນສາກົລ ຄົບຮອບ 133 ປີ ແລະກໍເປັນມື້ທີ່ນາງ ແລະໝູ່ເພື່ອນໄດ້ ພັກຜ່ອນຢູ່ບ້ານຂອງຕົນ.

ໃນຈໍານວນຄົນງານຫຼາຍໆຄົນທີ່ບໍ່ພໍໃຈ ແຕ່ຫາກບໍ່ຍອມຍ້າຍໄປເຮັດວຽກ ຢູ່ບ່ອນອື່ນ ແລະຍອມເຮັດວຽກຢູ່ບ່ອນເກົ່າຕໍ່ໄປນັ້ນ ກໍຄົນງານ ຕັດຫຍິບ ນາງນຶ່ງ ທີ່ຂໍສະຫງວນຊື່ຕົນເອງ ແລະຊື່ບໍຣິສັດ ຫລື ຊື່ໂຮງງານທີ່ຕົນເຮັດວຽກນຳ ຢູ່ນະຄອນຫລວງວຽງຈັນ ມີແຕ່ບອກວ່າເປັນ ບໍຣິສັດ ຈີນນັ້ນ ເວົ້າຕໍ່ RFA ໃນວັນກຳມະກອນສາກົລ ທີ່ຫາກໍຜ່ານໄປນີ້ວ່າ ນາງເຮັດວຽກຢູ່ບໍຣິສັດຈີນແຫ່ງນີ້ມາໄດ້ 20 ປີແລ້ວ ຕັ້ງແຕ່ ຕອນອາຍຸ ບໍ່ຮອດ 19 ປີ. ສິ່ງທີ່ນາງບໍ່ຄ່ອຍພໍໃຈນໍາການເຮັດວຽກ ຢູ່ບ່ອນນີ້ ກ່ອນອື່ນໝົດ ແມ່ນເຣື່ອງບໍ່ໄດ້ຮັບເງິນເດືອນ ຕາມທີ່ທາງໂຮງ ງານວ່າຈະໃຫ້ ຕອນທີ່ເລີ່ມເຂົ້າມາເຮັດວຽກໃໝ່ໆ ວ່າຈະໄດ້ຫລາຍ ແຕ່ມາໄດ້ເງິນຕາມຜົລຜລິດຂອງຕົນ:

"ໂຕນີ້ກະກິນຕາມຜລິດ ກະຫຍິບໄດ້ມື້ນຶ່ງ 3-400 ໂຕ ຣາຄາກະມີແຕ່ 100 ປາຍກີບ... ສະເລັ່ຽຕໍ່ມື້ 3-40 ພັນກີບ ໂຕນີ້ເຮົາກິນເງິນ ແບບວ່າ ຜລິດຫລາຍໄດ້ຫລາຍ ເຮົາບໍ່ໄດ້ກິນເງິນເດືອນ."

ຕາມປົກກະຕິແລ້ວ ຄົນງານເຮັດວຽກມື້ນຶ່ງ 8 ຊົ່ວໂມງ. ແຕ່ບາງມື້ນາງໄດ້ເຮັດຮອດ 12 ຊົ່ວໂມງ ໂດຍໄດ້ໂອທີ ຫລືຄ່າເຮັດວຽກເກີນ ເວລາ 7-8 ພັນປາຍກີບຕໍ່ຊົ່ວໂມງ. ເວົ້າເຣື່ອງສວັດດີການສັງ ຄົມ ນາງບອກວ່າ ກໍບໍ່ມີຫຍັງຫລາຍ ມີແຕ່ເວລາເຈັບປ່ວຍ ໄດ້ໄປປົວຢູ່ໂຮງໝໍ ຍ້ອນມີ ປະກັນສັງຄົມ ຊຶ່ງຕ້ອງໄດ້ຈ່າຍເປັນເດືອນ ຄືກັນກັບຄົນງານຕັດຫຍິບທຸກຄົນໃນໂຮງງານ ດັ່ງທີ່ນາງກ່າວວ່າ:

"ເຮົາຈ່າຍເອງ ທຸກໆຄົນຕ້ອງໄດ້ມີ ຕ້ອງໄດ້ເຮັດໝົດ ແປວ່າໝົດເດືອນມາເຂົາຕັດເງິນເດືອນເຮົາ ເຮົາເສັຽເອງວ່າຊັ້ນຊະ ເດືອນນຶ່ງກະ ປະມານ 50-60 ພັນ ແປວ່າພາສີອາກອນ ຂະເຈົ້າຕັດຫລາຍກວ່າ."

ເວົ້າເຖິງເຣື່ອງບໍ່ໄດ້ຮັບເງິນເດືອນ ຄືເງິນເດືອນຂັ້ນຕ່ຳ ຕາມທີ່ທາງການກຳນົດ 1 ລ້ານ 1 ແສນກີບ ແຕ່ຫາກໄດ້ຕາມຜົລຜລິດ ທີ່ຕົນຜລິດ ໄດ້ນັ້ນ ນາງບອກວ່າ ບາງມື້ກໍເຮັດໃຫ້ຄົນງານ ຄຶດຫລາຍ ແລະທຸກໝົກທຸກໃຈ ຄັນຄຶດຮອດຄໍາເວົ້າ ຂອງທາງບໍຣິສັດ ທີ່ໄດ້ເວົ້າ ກ່ອນທີ່ ພວກຕົນ ຈະເຂົ້າມາເຮັດວຽກໃນໂຮງງານ ວ່າຈະໄດ້ຮັບເງິນເດືອນທຸກເດືອນ ຊຶ່ງປັດຈຸບັນກໍແມ່ນ 1 ລ້ານ ປາຍກີບ.

ແຕ່ເມື່ອເຂົ້າມາເຮັດແລ້ວ ກໍບໍ່ໄດ້ແບບນັ້ນ. ໄດ້ເບີກ 2 ເທື່ອຕໍ່ເດືອນ ຄື 2 ອາທິດທໍາອິດ ແລະ 2 ອາທິດສຸດທ້າຍ. ແຕ່ລະເທື່ອທີ່ໄດ້ຮັບ ກໍມີ ທັງເງິນຄ່າມາເຮັດວຽກ ຫລືທີ່ເອີ້ນກັນວ່າ ເງິນຂຍັນ 8500 ກີບຕໍ່ທີ່ມາເຮັດວຽກ, ມື້ໃດບໍ່ມາກໍບໍ່ໄດ້. ເງິນຄ່າແຮງງານ ທີ່ກິນຕາມ ຜົລຜລິດນັ້ນ ຜູ້ເຮັດເກັ່ງ ເຮັດໄວ ແມ່ນໄດ້ຫລາຍ ຄືມື້ນຶ່ງໄດ້ປະມານ 50-60 ພັນກີບ ແລະໄດ້ຄ່ານັ້ນຄ່ານີ້ ຮວມທັງຄ່າໂອທີ -ນາງວ່າ

"ມື້ນຶ່ງຄັນເຮົາບໍ່ຂາດ ກໍໄດ້ 8500 ກີບ ບວກກັບລ່ວງເວລາກະໄດ້ 60 ພັນກີບ 1 ລ້ານ 8 ແສນກີບ ກໍບໍ່ພໍຢູ່ພໍກິນປານໃດ ຍ້ອນວ່າເງິນ ຂະເຈົ້າຕັ້ງເງິນເດືອນໃຫ້ ຕ້ອງເອົາເງິນເດືອນມາແບ່ງໃຫ້ເຮົາ 2 ເທື່ອ ແຕ່ບໍ່ເຫັນເລີຍ."

ຣະບົບກິນຕາມຜົລຜລິດແບບນີ້ ນາງບອກວ່າ ບໍ່ມັກ ແລະທຸກຄົນກໍຄຶດຄືກັນກັບນາງນີ້ລະ ຄັນສິເວົ້າກໍເວົ້າບໍ່ໄດ້. ຄັນວ່າຜູ້ໄດ້ຫລາຍ ເປັນ 2-3 ລ້ານຕໍ່ເດືອນ ຫລືລ້ານປາຍຄືນາງນີ້ ກໍບໍ່ແມ່ນວ່າສິໄດ້ເງິນເມືອເຮືອນເທົ່ານັ້ນດອກ ເພາະຕ້ອງໄດ້ຖືກຕັດເປັນຄ່ານັ້ນຄ່ານີ້ທັງຄ່າ ປະກັນພັຍ ສັງຄົມ ແລະຄ່າພາສີ ແລ້ວກໍໄດ້ໜ້ອຍຫລາຍ -ນາງກ່າວ

"ຄ່າລ່ວງເວລາຕົກມື້ນຶ່ງ ເຮົາໄດ້ຢູ່ 10 ປາຍພັນຄ່າຫຍິບໄດ້ປະມານ 30-40 ພັນກີບ ຄ່າລ່ວງເວລາ 2 ຊົ່ວໂມງເຄິ່ງກະສິຕົກຢູ່ 10 ປາຍພັນ 15 ມື້ໄລ່ວັນທິດອອກ ໄດ້ຢູແສນປາຍ 7-8 ແສນ 15 ມື້."

ໂຮງງານຕັດຫຍິບຈີນ ທີ່ນາງເຮັດວຽກມາໄດ້ 20 ປີແລ້ວນັ້ນ ນາງບອກວ່າ ມີຄົນງານທັງໝົດປະມານ 1 ພັນຄົນ ຊຶ່ງສ່ວນໃຫຍ່ເປັນແມ່ຍິງ ແລະມາຈາກຕ່າງແຂວງນັ້ນ. ມີຄົນງານເຂົ້າ-ອອກຢູ່ຕລອດ. ແລະເດືອນທີ່ແລ້ວ ກໍມີຄົນອອກຫລາຍ ແລະກໍມີຄົນໜ້າໃໝ່ເຂົ້າມາ. ແຕ່ສໍາລັບ ນາງເອງ ແມ່ນບໍ່ອອກ ຕ້ອງຍອມເຮັດວຽກຕໍ່ໄປ ຍ້ອນວ່າ ອາຍຸກໍຫລາຍແລ້ວ. ຄັນອອກກໍຄົງໄປຂໍເຮັດວຽກຢູ່ບ່ອນອື່ນໄດ້ຍາກ ເຖິງໂຮງງານ ຕັດຫຍິບຈະມີຫລາຍແຫ່ງ, ເບິ່ງຜູ້ເຂົ້າມາໃໝ່ກໍມີແຕ່ ອາຍຸຍັງນ້ອຍ ແລະອີກຢ່າງນຶ່ງ ນາງກໍມັກເຈັບເປັນຢູ່ເລື້ອຍ ດັ່ງທີ່ນາງກ່າວວ່າ:

"ຢູ່ນີ້ມີວຽກຫລາຍ ລະໂຮງງານມັນຫລາຍ 20 ປີລະເຮັດມາ ບໍ່ອອກເພາະເອື້ອຍກະເປັນພຍາດຫລາຍ ເປັນນັ້ນເປັນນີ້ ງວດນຶ່ງກະໄດ້ 6-7 ແສນ ເດືອນນຶ່ງກະໄດ້ລ້ານປາຍ. ແລະແຕ່ລະປີ ກໍໄດ້ເງິນໂບນັສ ຄືໄດ້ຕອນປີໃໝ່ ລາວ, ໄດ້ 2 ລ້ານກີບ, ທຸກຄົນໄດ້ຄືກັນ."

ເວົ້າເຖິງເຣື່ອງການໄດ້ເງິນຄ່າແຮງງານ ຈະໄດ້ໝ້ອຍ ຫລືໄດ້ຫລາຍ ແມ່ນໄດ້ຕາມຜົລຜລິດ ຊຶ່ງບາງໂຮງງານຕັດຫຍິບ ຍັງໃຊ້ຢູ່ນີ້ ຄົນງານເວົ້າວ່າ ເປັນການກົດດັນໃຫ້ຄົນງານ ຕ້ອງໄດ້ເຮັດວຽກແຂ່ງກັບເວລາ ເພື່ອທີ່ຈະຜລິດໄດ້ຫລາຍ ແລະໄດ້ເງິນຫລາຍ. ບໍ່ດັ່ງນັ້ນ ຈະໄດ້ເງິນໜ້ອຍ ກັບບ້ານ ໃນແຕ່ລະເດືອນ ຄືຈະໄດ້ບໍ່ຮອດເງິນເດືອນຂັ້ນຕ່ຳ ທີ່ທາງການກຳນົດ ຄືເມື່ອກ່ອນ  9 ແສນປາຍກີບ ແລະປັດຈຸບັນ 1 ລ້ານ 1 ແສນກີບ.

ແລະຕາມຄໍາເວົ້າຂອງເຈົ້າຂອງ ບໍຣິສັດຕັດຫຍິບ ທີ່ມີພະນັກງານຕັດຫຍິບ 200 ປາຍຄົນນັ້ນແລ້ວແມ່ນວ່າ ທົ່ວໄປແລ້ວທາງໂຮງງານ ຕັດຫຍິບ ກໍມີການຕັ້ງເງິນເດືອນພື້ນຖານໄວ້ແລ້ວ ໂຮງງານນາງເອງກໍມີແບບນັ້ນຄືກັນ.

ເວົ້າເຣື່ອງໂຮງງານຕັດຫຍິບຢູ່ລາວ ທີ່ທາງການລາວ ເຄີຍຖືເປັນ 1 ໃນ 10 ອັນດັບຕົ້ນໆ ທີ່ສົ່ງຜົລຜລິດຂອງຕົນອອກໄປ ຂາຍຕ່າງປະເທດ ແລະນໍາເງິນ ຕຣາເຂົ້າມາປະເທດຫລາຍນັ້ນ ກໍມີບັນຫາເຣື່ອງການຂາດເຂີນ ຄົນງານຢູ່ຕລອດ ໂດຍສະເພາະ ໃນລະຍະ 10 ປີຫລັງມານີ້ ແລະ ບັນຫານັ້ນ ກໍມີສ່ວນເຮັດໃຫ້ອຸດສາຫະກັມ ຕັດຫຍິບຢູ່ຕົວ ຫລື ບໍ່ຂຍາຍອີກແລ້ວ. -ຕາມຄໍາເວົ້າຂອງເຈົ້າໜ້າທີ່ສະມາຄົມອຸດສາຫະກັມ ຕັດຫຍິບ ແຫ່ງຊາດລາວ ໃນມື້ວັນທີ 1 ພຶສພາ 2019 ນີ້. ໂຮງງານຕັດຫຍິບ ທັງຂອງຄົນລາວ ແລະຄົນຕ່າງປະເທດ ອັນມີທັງຈີນ, ໄທ, ອອສເຕຣເລັຽ, ຍີ່ປຸ່ນ, ຝຣັ່ງເສດ ແລະປະເທດອື່ນໆ ທີ່ຜລິດເພື່ອສົ່ງອອກ ນັ້ນ ປັດຈຸບັນ ຫລຸດລົງຈາກເມື່ອກ່ອນ ທີ່ມີ 100 ປາຍແຫ່ງ ມາເຫລືອ 85 ແຫ່ງໃນປັດຈຸບັນ. ຕລາດສໍາຄັນ ທີ່ຮອງຮັບສິນຄ້າຕັດຫຍິບ ຂອງລາວຄື 28 ປະເທດ ສະມາຊິກສະຫະພາບຢູໂຣບ, ຮອງລົງມາກໍແມ່ນສະຫະຣັຖອາເມຣິກາ, ການາດາ ແລະຍີ່ປຸ່ນ.

ແລະຕາມການສໍາຣວດຣາຍຮັບຂອງໂຮງງານຕັດຫຍິບ ໃນປີ 2018 ຜ່ານມາ ເຫັນວ່າ ມູນຄ່າການສົ່ງອອກ ສູງຂຶ້ນເລັກນ້ອຍ ປະມານ 5 ເປີເຊັນ ຄືຈາກ 175 ລ້ານໂດລາສະຫະຣັຖ ມາເປັນ 180 ລ້ານໂດລາ. ໃນຂະນະດຽວກັນ ທ່ານກໍເວົ້າວ່າ ຈຳນວນຄົນງານຕັດຫຍິບ ຫລຸດລົງ ຈາກ 28-29 ພັນຄົນ ມາຍັງ 26 ພັນຄົນ ຍ້ອນພວກເຂົາເຈົ້າມີທາງເລືອກຫລາຍ, ບໍ່ຢາກເຮັດວຽກຕັດ ຫຍິບ ກໍໄປເຮັດວຽກ ຂແນງບໍຣິການຕ່າງໆ ຕາມໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານກິນດື່ມ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.