ກັມມະກອນລາວ ເປັນກຸ່ມທີ່ໄດ້ຮັບຜົລກະທົບຢ່າງໜັກໃນ ໄລຍະໂຄວິດ-19 ຣະບາດແລະການປິດບ້ານປິດເມືອງ ຍ້ອນວ່່າງງານ ຂາດຣາຍໄດ້ ບໍ່ມີປະກັນສັງຄົມ ໂຮງງານປິດ ແຕ່ຣາຍຈ່າຍເພີ້ມຂຶ້ນ ຂາດການເບິ່ງແຍງຈາກຣັຖບານ, ກັມມະກອນຕັດຫຍິບ ໄດ້ຮັບ ຜົລກະທົບຫຼາຍກວ່າໝູ່ ຍ້ອນຫຼາຍໂຮງງານບໍ່ມີປະກັນສັງຄົມ ບໍ່ມີສວັດດີການ ແລະບໍ່ມີຣະບົບການໃຫ້ຄ່າຊົດເຊີຍ ຖ້າຖືກອອກການ, ດັ່ງກັມມະກອນຕັດຫຍິບ ນາງນຶ່ງຢູ່ນະຄອນຫຼວງວຽງຈັນ ຜູ້ທີ່ວ່າງງານ ກ່າວຕໍ່ເອເຊັຽເສຣີວ່າງຫຼັງໆມານີ້ວ່າ:
“ຄັນຄິດໄລ່ ກໍບໍ່ຄຸ້ມ ຢູ່ເຮືອນກໍມີຣາຍຈ່າຍຫຼາຍ ຊີ້ນໝູດຽວນີ້ 50 ພັນຕໍ່ໂລ ບາດນີ້ ເຂົ້າອີກ ເຂົ້າກໍຖືກໝື່ນລະແສນກີບ, ແຕ່ວ່າ ຄ່າໄຟເດືອນນຶ່ງບໍ່ແພງ, ແຕ່ວ່າ ຄ່າຢູ່ຄ່າກິນເຮົານິ່ ທິດນຶ່ງ ເຮົາຈະໄດ້ຊື້ ທິດນຶ່ງ ເຮົາຈະໄດ້ຊື້ເດ້.”
ກັມມະກອນຜູ້ນີ້ ເວົ້າຕື່ມວ່າ ເງິນທີ່ໄດ້ຫຼຸດລົງ ແມ່ນຕັ້ງແຕ່ ປີ 2020 ທີ່ຜ່ານມາໃນຊ່ວງຣະບາດຂອງໂຄວິດ-19 ຈົນຮອດປັດຈຸບັນ ກໍບໍ່ກຸ້ມຢູ່ກຸ້ມກິນ ແລະບໍ່ມີເງິນເຫຼືອ ທີ່ຈະເກັບໄວ້ໃຊ້ໃນຍາມຈໍາເປັນ ເພາະຕ້ອງໄດ້ຈ່າຍຄ່ານໍ້າ-ຄ່າໄຟ, ຄ່າປະກັນສັງຄົມ ກໍໝົດໄປ ແລ້ວ 1 ລ້ານກີບ ນີ້ຍັງບໍ່ຮວມຄ່າໃຊ້ຈ່າຍອື່ນໆເທື່ອ.
ພະນັກງານຕັດຫຍິບ ຂອງໂຮງງານຕັດຫຍິບ ແຫ່ງນຶ່ງ ໃນນະຄອນຫຼວງ ວຽງຈັນ ອີກນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ໂຮງງານຕັດຫຍິບບາງແຫ່ງ ເຮັດວຽກມາຫຼາຍປີແລ້ວ ກໍບໍ່ມີຄຸນນະພາບຊີວິດທີ່ດີ, ບໍ່ມີປະກັນສັງຄົມ, ບໍ່ມີປະກັນສຸຂພາບ ແລ້ວ ຍັງກົດຂີ່ຂົ່ມເຫັງຄົນງານ ໃຫ້ເຮັດວຽກໜັກເກີນໄປ ຈົນຄົນງານລາວ ບາງຄົນ ລາອອກ ແລ້ວໄປເຮັດວຽກບ່ອນໃໝ່.
ສ່ວນພະນັກງານຕັດຫຍິບອີກແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຕົນເຮັດວຽກຢູ່ໂຮງງານ ຕັດຫຍິບຂນາດ ກາງ ມາໄດ້ 2 ປີປາຍ, ເຮັດວຽກ ໄດ້ແຕ່ເງິນເດືອນຊື່ໆ ບໍ່ມີປະກັນສັງຄົມ, ບໍ່ມີສວັດດີການໃຫ້, ໃນເມື່ອໃຫ້ຢຸດວຽກຊົ່ວຄາວ ຍ້ອນ ໂຄວິດ-19 ຣະບາດ ຕົນແລະຄອບຄົວ ກໍຕ້ອງໄດ້ຈ່າຍຄ່າໝ ແລະ ຄ່າການຮັກສາໂຕ ດ້ວຍໂຕເອງ ຖ້າເຈັບເປັນ.
ໂຮງງານຕັດຫຍິບໃນລາວ ໄດ້ຮັບຜົລກະທົບຢ່າງຫນັກ ໃນຊ່ວງໂຄວິດ-19 ຣະບາດ ຫຼາຍໂຮງງານໄດ້ປິດກິຈການ ແລະ ໃຫ້ພະນັກ ງານຢຸດວຽກ ຍ້ອນຂາດຣາຍໄດ້ ແລະ ຂາດການສັ່ງຊື້ ແລະຕັດຈາກຕ່າງປະເທດ ໂດຍສະເພາະຈາກປະເທດຢູໂຣບ ຊື່ງເປັນລູກຄ້າ ຫຼັກ ຂອງອຸດສາຫະກັມ ການຕັດຍິບໃນລາວ.
ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ໃຫ້ບັນດາໂຮງານຕັດຫຍິບທົ່ວປະເທດ ຢຸດວຽກຊົ່ວຄາວ ນັບແຕ່ວັນທີ 27 ເມສາໄປ ເພື່ອສະກັດກັ້ນ ແລະຄວບຄຸມການແຜ່ຣະບາດຂອງ COVID-19, ດັ່ງເຈົ້າຫນ້າທີ່ອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ໃນວັນທີ 27 ເມສານິ້ີວ່າ:
"ຖືວ່າປິດເລີ່ມມື້ນີ້ເນາະ ສະເພາະໂຮງງານຕັດຫຍິບ, ຍົກເວັ້ນໂຮງງານໃດ ທີ່ມີຫ້ອງນອນ ຢູ່ໃນຂອບເຂດໂຮງງານຫັ້ນ ຖືວ່າເພິ່ນ ໄດ້ດຳເນີິນໄດ້ເນາະ ສະເພາະພະນັກງາທີ່ພັກຢູ່ຫັ້ນ ສຳລັບພະນັກງານ ນອນຢູ່ນອກຫໍພັກ ນອນນຳບ້ານ ຖືວ່າເພິ່ນບໍ່ໃຫ້ໄປ.”
ພາຍຫຼັງທີ່ມີການແຈ້ງການດັ່ງກ່າວ ໂຮງງານຕັດຫຍິບຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ບໍ່ມີຫໍພັກຄົນງານຢູ່ພາຍໃນ ກໍໄດ້ເຊົາ ການຜລິດ ແລະໃຫ້ຄົນງານ ພັກຢູ່ບ້ານ ຈົນກວ່າ ຈະມີແຈ້ງການໃໝ່ ແຕ່ການຈ່າຍຄ່າແຮງງານ ໃຫ້ແກ່ພະນັກງານ ໃນໄລຍະ ການຢຸດວຽກນັ້ນ ບໍ່ໄດ້ເອີ່ຍເຖິງ:
"ໂຕນີ້ແມ່ນແນ່ໃຈ ຕ້ອງໄດ້ມີການປະຊຸຸມກັນຕື່ມ ຫັ້ນນະ ເຣື້ອງພະນັກງານມີ ແຕ່ເຮົາສັ່ງຢຸດຊົ່ວຄາວ ມັເຣື້ອງສັ່ງປິດ ທາງຄະນະ ສະເພາະກິຈ ຂະເຈົ້າລົງມາ ກວດກາຕິດຕາມຕລອດນະ. "
ພະນັກງານ ຈາກໂຮງງານຕິດຫຍິບ ອີກຄົນນຶ່ງ ຢູ່ນະຄອນຫຼວງ ວຽງຈັນ ທີ່ໄດ້ເລີ້ມຢຸດວຽກ ໃນມື້ວັນທີ 27 ເມສາ ນີ້ເວົ້າ ວ່າ ໂຮງງານ ຂອງຕົນ ຍັງບໍ່ໄດ້ແຈ້ງການ ກ່ຽວກັບເງິນເດືອນ ຂອງຄົນງານ ໃນໄລຍະວຽກຢຸດນີ້ເທື່ອ ວ່າຈະຈ່າຍປົກກະຕິ ຫຼືຫຼຸດລົງ ຍ້ອນຕ້ອງໄດ້ເບິ່ງການຊີ້ນຳ ຈາກທາງການອີກເທື່ອນຶ່ງ:
"ບໍ່ຍັງບໍ່ຮູ້ເທື່ອເຈົ້າ ເຮົາກະຍັງບໍ່ຮູ້ຈາກຣັຖບານ ປິດມື້ນີ້ແຫຼະ.”
ທາງດ້ານຄົນງານຕັດຫຍິບ ອີກນາງນຶ່ງ ທີ່ຫາກໍຢຸດວຽກ ກ່າວວ່າ ປັດຈຸບັນຕົນເອງ ໄດ້ພັກຜ່ອນຢູ່ບ້ານຊື່ໆ ບໍ່ໄດ້ອອກໄປຊອກວຽກ ອື່ນ ເພື່ອຫາຣາຍໄດ້ ເນື່ອງຈາກທຸກມື້ນີ້ ກໍຊອກຫາວຽກ ຍາກຢູ່ແລ້ວ ຊຶ່ງຕົນເຮັດໄດ້ ແຕ່ລໍຖ້າໃຫ້ໂຮງງານເປີດໃໝ່ ເພື່ອຈະໄດ້ ກັບໄປເຮັດວຽກຄືນອີກ:
“ເພິ່ນປິດໂຈະແລ້ວ ບໍ່ໄດ້ໄປໃສຢູ່ແຕ່ເຮືອນ ໂຄວິດແລ້ວເພິ່ນປິດ ແລ້ວບໍ່ໄດ້ໄປໃສ ກະຄືຊີ່ບໍ່ໄດ້ໄປແລ້ວເຈົ້າ ກະໃຫ້ເປີດພຸ້ນແຫຼະ.”
ຍານາງກ່າວຕື່ມວ່າ ສຳລັບໃນໄລຍະທີ່ຕົນ ແລະຄົນງານອີກຫຼາຍຄົນ ທີ່ບໍ່ວຽກເຮັດງານທຳ ແລະໃຫ້ພັັກຢູ່ບ້ານນັ້ນ ຍັງແນ່ໃຈວ່າ ຈະໄດ້ການປະກັນສັງຄົມ ຫຼືບໍ່ ຊຶ່ງທາງຜູ້ບໍຣິຫານ ກໍບໍ່ມີແຈ້ງການໃດໆອອກມາເທື່ອ.
ນອກຈາກພະນັກງານ ຕັດຫຍິບ ທີ່ປະເຊີນກັບຄວາມລຳບາກ ໃນໄລຍະໂຄວິດ-19 ຣະບາດ ແລະ ການປິດບ້ານ ປິດເມືອງແລ້ວ ພະນັກ ງານຈາກໂຮງງານ ຫຼືຫ້າງຮ້ານ ທຸຣະກິຈອື່ນໆໃນລາວ ຮວມທັງພະນັກງານຣັຖ ກໍປະເຊີນກັບຄວາມເດືອດຮ້ອນເໝືອນກັນ ຊຶ່ງຣັຖບານກໍບໍ່ມີການຊ່ອຍເຫຼືອແຕ່ຢ່າງໃດ.
ຜ່ານມາ ໂຮງງານຕັດຫຍິບໃນລາວ ປະເຊີນກັບຫຼາຍບັນຫາ ບາງໂຮງງານກໍປິດໂຮງງານ ຍ້ອນຂາດການສັ່ງຊື້ ຈາກຕ່າງປະເທດ ບາງໂຮງງານກໍຂາດຄຸນນະພາບໃນຜົລຜລິດ ແລະ ບັນຫາກ່ຽວກັບຄົນງານ.
ເມື່ອປີ 2020 ຜ່ານມານີ້ ກໍເຄີຍມີຄົນງານຕັດຫຍິບ ຮວມກັນກຸ່ມປະທ້ວງ ໂຮງງານຕັດຫຍິບ ແຫ່ງນຶ່ງ ຍ້ອນບໍ່ຍອມຈ່າຍເງິນເດືອນ ຕາມກໍານົດ ເຊິ່ງໂຮງງານ ດັ່ງກ່າວ ເປັນໂຮງງານຕັດຫຍິບ ທີ່ສົ່ງການຜລິດຢຸໂຣບ ແລະ ຈີນ.
ກ່ອນໂຄວິດ-19 ຣະບາດ ກະຊວງອຸດສາຫະກັມ ແລະການຄ້າ ກໍອອກແຈ້ງການໃຫ້ອຸດສາຫະກັມຕັດຫຍິບໃນລາວ ຍົກຣະດັັບ ຄຸນນະພາບຂອງຄົນງານ ໃນການເຮັດວຽກ ໃນໂຮງງານ ໃຫ້ໄດ້ມາຕຖານ ໃນການສົ່ງອອກ.
ສໍາລັບການຍົກສູງ ອຸດສາຫະກັມຕັດຫຍິບໃນລາວ ເພື່ອໃຫ້ມີຄຸນນະພາບ ແລະໄດ້ມາຕຖານສາກົລນັ້ນ ໂຮງງານຕັດຫຍິບທຸກແຫ່ງ ຕ້ອງໄດ້ເບິ່ງແຍງເອົາໃຈໃສ່ ຄຸນນະພາບ ແຮງງານ, ມີການຝຶກອົບຮົມສີມືຄົນງານ, ໃຫ້ສວັດດີການຕ່າງໆ ຢ່າງເໝາະສົມ ເພື່ອໃຫ້ ຄົນງານທຸກຄົນ ມີສິດແລະຜົນປະໂຍດ ຕາມກົດໝາຍ.
ນອກຈາກນີ້ ໂຮງງານຕັດຫຍິບ ແຕ່ລະແຫ່ງ ກໍຕ້ອງມີມາຕຖານໃນການຜລິດ ທັງທາງດ້ານຄວາມສະອາດ ແລະຄວາມປອດພັຍ ໃນໂຮງງານນໍາດ້ວຍ ຊຶ່ງໃນປັດຈຸບັນ ໂຮງງານຕ່າງໆ ໃນລາວ ກໍໄດ້ປະຕິບັດຫຼາຍແລ້ວ.
ກ່ອນການຣະບາດໂຄວິດ-19 ໃນລາວ ມີໂຮງງານຕັດຫຍິບເຖິງ 80 ແຫ່ງ ໃນນັ້ນຜລິດເພື່ອສົ່ງອອກ 55 ໂຮງງານ, ສ່ວນໂຮງງານ ທີ່ບໍ່ໄດ້ສົ່ງອອກ ສ່ວນຫຼາຍ ຮັບວຽກມາຈາກ ໂຮງງານໃຫຍ່ ມີພຽງ 18 ໂຮງງານ ທີ່ມີເງື່ອນໄຂຄົບຖ້ວນ.
ສຳລັບຄົນງານ ໃນຂແນງຕັດຫຍິບ ກ່ອນໂຄວິດ-19 ຣະບາດ ມີປະມານ 26-30 ພັນປາຍຄົນ ຫຼັງຈາກໂຄວິດ-19 ຣະບາດ ມີແຮງ ງານຜລິດໂຕຈິງ ພຽງ 4 ພັນຄົນ. ໂດຍນໍາໃຊ້ ຄົນງານທີ່ນອນໃນຫໍພັກຜລິດ, ສ່ວນຣາຍຮັບ ເມື່ອປີ 2018 ການສົ່ງອອກມີມູລຄ່າ 180 ລ້ານໂດລາ ແຕ່ໃນປີຫຼັງໆມານີ້ ຍັງບໍ່ທັນສລຸບຣາຍຮັບເທື່ອ ຍ້ອນບັນຫາໂຄວິດ-19 ຣະບາດ.
ສ່ວນການຊ່ອຍເຫຼືອ ຄົນງານນອກຈາກປະກັນສັງຄົມ ທີ່ໂຮງງານມີໃຫ້ແລ້ວນັ້ນ ທາງສະມາຄົມອຸດສະຫະກັມ ຕັດຫຍິບລາວພຍາຍາມ ຊອກເງື່ອນໄຂ ເພື່ອໃຫ້ໂຮງງານທີ່ປິດ ຊົ່ວຄາວ ຍ້ອນໄດ້ຮັບຜົລກະທົບ ຈາກໂຄວິດ-19 ໃຫ້ກັບມາເປີດຄືນໃໝ່ ເພື່ອຮັບເອົາຄົນງານ ກັບຄືນມາເຮັດວຽກ ເພື່ອສ້າງຣາຍໄດ້ໃນຄອບຄົວ ແລະເສຖກິຈຊຸມຊົນ ຕາມເດີມ.
ແຕ່ທັງໝົດນີ້ ຣັຖບານຕ້ອງໄດ້ ອຳນວຍຄວາມສະດວກ ຕໍ່ເງື່ອນໄຂ ທີ່ໂຮງງານໄດ້ຮຽກຮ້ອງ ເປັນຕົ້ນ ຫຼຸດພາສີອາກອນ, ເລື່ອນ ເວລາຈ່າຍເງິນກູ້ ແລະສ້າງແຮງຈຸງໃຈ ໃຫ້ນາຍທຶນ ຫັນມາສັ່ງສິນຄ້າເພີ່ມຕື່ມ ເພື່ອເປັນການຫຼຸດຜ່ອນ ການແບກຫາບ ຂອງຜູ້ ປະກອບການ ໃນການຈ້າງຄົນງານຄືນໃໝ່.