ສູນຝຶກອາຊີພໃຫ້ແມ່ຍິງ ມ.ງອຍ

ມະນີຈັນ
2016.08.08
f-muang-ngoy ໝູ່ບ້ານໃນເມືອງງອຍ ແຂວງ ຫຼວງພຣະບາງ
Screen captured travel video

ຫ້ອງການແມ່ຍິງ ເມືອງງອຍ ແຂວງ ຫລວງພຣະບາງ ກໍາລັງຈັດຕັ້ງ ສູນ ຝຶກອົບຮົມ ວິຊາຊີບ ໃຫ້ແມ່ຍິງ ເປັນຕົ້ນ ຕັດຫຍິບ ເສີມສວຍ, ຊຶ່ງ ເປັນໂຄງການ ຊ່ວຍເຫລືອ ຂອງອົງການ ຕ່າງປະເທດ ກໍານົດ ດໍາເນີນໄປ 5 ປີ ເພື່ອຊ່ວຍໃຫ້ ແມ່ຍິງ ໃນເມືອງນີ້ ມີຣາຍໄດ້ ກຸ້ມຕົນເອງ ໂດຍ ຈະເລີ່ມເປີດ ໃນ ເດືອນ ກັນຍາ 2016 ນີ້. ດັ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ໄດ້ເປີດເຜີຍ ຕໍ່ RFA ວ່າ:

"ດຽວນີ້ກໍາລັງ ຊິຈັດສູນຝຶກອົບຮົມ ຕັດຫຍິບ ສູນຕັດຫຍິບເນ້ ໂຄງການ ເດລີເວີຕັສ ເພິ່ນ ກໍາລັງ ຈະມາເປີດໃໝ່ ປະມານ ເດືອນ 9 ເພິ່ນສິເປີດຮຽນ ກໍມີແບບ ຕັດສິ້ນ ຕັດເສື້ອເນາະ ບໍ່ໄດ້ເສັຽ ຄ່າຮຽນ ເນາະ ເພາະໂຄງການ ເພິ່ນມາຊ່ວຍເຫລື ເນາະ".

ທ່ານເວົ້າວ່າ ໂຄງການດັ່ງກ່າວ ແມ່ຍິງ ຢູ່ເມືອງງອຍ ສົນໃຈຫຼາຍ ແລະ ດຽວນີ້ ມີຜູ້ມາສມັກ ຈໍານວນຫຼາຍ ແຕ່ສາມາດ ຮັບໄດ້ພຽງ 30 ຄົນ ໃນແຕ່ລະຊຸດ. ນອກຈາກນີ້ ທາງຫ້ອງການ ແມ່ຍິງ ເມືອງງອຍ ຍັງມີ ກອງທຶນ ສໍາລັບ ແມ່ຍິງ ເພື່ອ ໃຫ້ກູ້ຢືມໄປ ປະກອບອາຊີບ ລ້ຽງສັດ ແລະ ປູກພືດຕ່າງໆ ແຕ່ ກອງທຶນນີ້, ປະສົບກັບ ບັນຫາ ຍ້ອນວ່າ ບາງຄົນ ທີ່ຢືມໄປນັ້ນ ບໍ່ໄດ້ນໍາເງິນ ມາຄືນ ຫລັງຈາກ ມີຣາຍໄດ້ ແລ້ວ.

ທ່ານວ່າ ຢູ່ເມືອງງອຍ ມີໂຄງການ ສົ່ງເສີມແມ່ຍິງ ຫຼາຍຢູ່ ແຕ່ກໍຍັງ ບໍ່ພຽງພໍ ທີ່ ຈະຕອບສນອງ ຄວາມຕ້ອງການ ຂອງແມ່ຍິງ ໄດ້ໝົດ ຂນະທີ່ ແມ່ຍິງ ທີ່ຫວ່າງງານ ຍັງມີຫຼາຍ ແລະ ທາງຫ້ອງການ ແມ່ຍິງ ກໍປະສົບ ບັນຫາ ໃນການພັທນາ ສົ່ງເສີມ ຄວາມກ້າວໜ້າ ຂອງ ແມ່ຍິງ ໂດຍສະເພາະ ໃນເຂດ ຫ່າງໄກ ສອກຫລີກ ຊຶ່ງ ໂຄງການ ຊ່ວຍເຫລືອ ຍັງໄປບໍ່ເຖິງ ຍ້ອນບໍ່ມີ ຖນົນຫົນທາງ ໄປຮອດ ພວກເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.