ໂຄງການຜລິດໄຟຟ້າຈາກ ພລັງລົມ

ສິດນີ
2015.08.12
F-Windmills ການຜລິດໄຟຟ້າ ຈາກພລັງລົມ ໃນຫຼາຍປະເທດ ທົ່ວໂລກ
Wikipedia

ເຈົ້າຫນ້າທີ່ ຜແນກ ແຜນການ ແລະ ການລົງທຶນ ກ່າວວ່າ, ປັດຈຸບັນ ບໍຣິສັດ ໄຟຟ້າ ທົດແທນ ຫລື IEA ຈາກ ປະເທດໄທ ກຳລັງ ສຳຣວດ ພື້ນທີ່ ຢູ່ເຂດ ຊຽງຫລວງ ເມືອງ ດາກຈຶງ ແຂວງ ເຊກອງ ເພື່ອ ສ້າງໂຄງ ການຜລິດ ໄຟຟ້າ ດ້ວຍ ພລັງລົມ. ໂຄງການ ດັ່ງກ່າວ ຈະບໍ່ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ ແຕ່ຢ່າງໃດ, ຍ້ອນວ່າ ບໍ່ໄດ້ ກວມເອົາ ປ່າສງວນ ແລະ ພື້ນທີ່ ຂອງ ຊາວບ້ານ. ດັ່ງທ່ານ ກ່າວວ່າ:

"ຢູ່ໃນ ຂອບເຂດ ນັ້ນແຫລະ ເພາະວ່າ ມັນກະ ເນໂນນ ພູເນາະ ເນື້ອທີ່ກະ ຢູ່ຫັ້ນ ມັນກະມີ ລົມ ຕລອດປີ, ເຣື້ອງໄມ້ ມັນກະ ບໍ່ແຕະຕ້ອງ ດອກ ກິຈກັມ ໂຄງການ ເພາະວ່າ ເພິ່ນ ຈັດສັນ ໃຫ້ ມັນກະ ບໍ່ຖືກ ກັບ ປ່າສງວນ ຫລື ປ່າຜລິດ ອັນນີ້ນະ, ທີ່ຕັ້ງ ໂຄງການ ມັນກະ ບໍ່ທັບຊ້ອນ ກັບ ກິຈກັມ ປະຊາຊົນ".

ທ່ານກ່າວ ຕື່ມວ່າ ຜ່ານມາ ເຈົ້າຫນ້າທີ່ ໂຄງການ ໄດ້ເຮັດ ການ ປະເມີນ ຜົລກະທົບ ຕໍ່ ສິ່ງແວດລ້ອມ, ແລະ ໄດ້ຣາຍງານ ໃຫ້ ທາງການ ແຂວງ ເຊກອງ. ຕາມ ບົດຣາຍງານ ບໍ່ມີຫຍັງ ໜ້າ ເປັນຫ່ວງ, ຄາດວ່າ ໂຄງການ ດັ່ງກ່າວ ຈະ ເລີ້ມ ລົງມື ໃນມໍ່ໆນີ້. ຕາມ ແຜນການ ຈະ ໃຫ້ສຳເຣັດ ໃນປີ 2019, ແຕ່ ຍັງບໍ່ມີ ຂໍ້ມູນ ຣາຍລະອຽດ ວ່າ ຈະໃຊ້ ພື້ນທີ່ ຫຼາຍ ປານໃດ.

ທ່ານວ່າ ຖ້າຫາກ ໂຄງການ ສ້າງສຳເຣັດ ຈະເຮັດໃຫ້ ປະຊາຊົນ ໃນເຂດ ນັ້ນ ກວ່າ 1 ພັນ ຄອບຄົວ ໄດ້ໃຊ້ ໄຟຟ້າ ຢ່າງທົ່ວເຖິງ ເພື່ອ ຫລຸດຜ່ອນ ຄວາມ ທຸກຍາກ ໃນ ຄົວເຮືອນ. ຊຶ່ງ ໃນເວລານີ້ ຫຼາຍ ຄອບຄົວ ຍັງບໍ່ມີ ໄຟຟ້າ ໃຊ້ ເລີຍ. ມີບາງ ຄອບຄົວ ເທົ່ານັ້ນ ທີ່ ມີໄຟຟ້າ ນ້ຳຢອດໃຊ້ ແຕ່ ໃຊ້ບໍ່ດົນ ກໍເພ.

ບໍຣິສັດ ໄຟຟ້າ ທົດແທນ ຈາກ ປະເທດ ໄທ ຍັງມີ ໂຄງການ ຜລິດໄຟຟ້າ ດ້ວຍ ພລັງລົມ ອີກ ນຶ່ງແຫ່ງ, ທີ່ ເມືອງ ສານໄຊ ແຂວງ ອັດຕະປື ທີ່ ມີເຂດແດນ ຕິດກັບ ເມືອງ ດາກຈຶງ ແຂວງ ເຊກອງ. ໂຄງການ ຜລິດ ໄຟຟ້າ ດ້ວຍ ພລັງລົມ 2 ແຫ່ງນີ້ ຈະໃຊ້ ພື້ນທີ່ ປະມານ 66 ພັນ ກວ່າ ເຮັກຕາ ຈະ ສາມາດ ຜລິດ ໄຟຟ້າ ໄດ້ ປະມານ 600 ເມກາວັດ, ໄຟຟ້າ ສ່ວນໃຫຽ່ ຈະສົ່ງເຂົ້າ ເຄືອຂ່າຍ ໄຟຟ້າ ອາຊຽນ ເພື່ອ ຂາຍ ເປັນ ຣາຍໄດ້ ຂອງ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.