ລາວເປີດຮັບ ນັກທ່ອງທ່ຽວແບບກຸ່ມ ໄລຍະທຳອິດ

ສນາມບິນສາກົລ ວັດໄຕ ແລະດ່ານ ຂົວມິດຕະພາບ ລາວ-ໄທຍ ແຫ່ງທີນຶ່ງ ວຽງຈັນ-ໜອງຄາຍ ມີຄວາມພ້ອມ ໃນການເປີດ ຕ້ອນຮັບນັກທ່ອງທ່ຽວ ແບບກຸ່ມທົວຣ໌ ໃນຕົ້ນ ເດືອນມົກຣາ ປີ 2022.

ທາງຂຶ້ນວັດຊຽງທອງ ເບື້ອງຖນົນແຄມຂອງ ໃນນະຄອນຫຼວງພຣະບາງ ເມືອງມໍຣະດົກໂລກ (TS), ພຶສຈິກາ 2020. RFA

ໃນວັນທີ 1 ມົກຣາປີ 2022 ທາງການລາວຈະເປີດຕ້ອນຮັບ ນັກທ່ອງທ່ຽວແບບກຸ່ມທົວຣ໌ ເປັນໄລຍະທຳອິດ ໂດຍຈະເປີດ 2 ດ່ານສາກົລກ່ອນ ຄື ສນາມບິນສາກົລວັດໄຕນະຄອນຫຼວງວຽງຈັນ ແລະດ່ານຂົວມິດຕະພາບລາວ-ໄທຍ ແຫ່ງທີນຶ່ງ ວຽງຈັນ-ໜອງຄາຍ ຊຶ່ງທັງສອງດ່ານກໍໄດ້ຕຽມຄວາມພ້ອມໃນການຕ້ອນຮັບ ນັກທ່ອງທ່ຽວເປັນຕົ້ນ ທາງດ້ານບຸກຄະລາກອນ ທາງການແພດ, ດ້ານບໍຣິການຕ່າງໆ ແລະຈຸດຄັດກອງ ນັກທ່ອງທ່ຽວໜ້າດ່ານ.

ດັ່ງເຈົ້າໜ້າທີ່ສນາມບິນວັດໄຕ ທ່່ານນຶ່ງກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 29 ທັນວາ ປີ 2021 ນີ້ວ່າ:

ຜູ້ໂດຍສານຄືມາແບບທ່ອງທ່ຽວ ກະຕ້ອງໄດ້ຮັບອະນຸຍາດຈາກສເພາະກິດຂັ້ນສູນກາງ ສນາມບິນກໍມີຄົບຊຸດ ກວດໂຄວິດພວກພນັກງານ ເພີ່ນກະແນະນຳໃຫ້ໃສ່ຊຸດ PPEເບາະແລ້ວກໍໄປຈຳກັດບໍຣິເວນທີ່ເຄັ່ງຄັດທີ່ສຸດຫັ້ນນ່າ.

ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງກ່າວວ່າ ສຳລັບດ່ານສາກົລຂົວ ມິດຕະພາບລາວ-ໄທຍ ແຫ່ງທີນຶ່ງ ວຽງຈັນ- ໜອງຄາຍ ກໍໄດ້ຕຽມພ້ອມເຊັ່ນກັນເພື່ອຮອງຮັບ ນັກທ່ອງທ່ຽວແບບກຸ່ມທົວຣ໌ທີ່ທາງການຈະເປີດຕ້ອນຮັບໃນວັນທີ 1 ມົກຣາປີ 2022 ນີ້ ແຕ່ຍັງບໍ່ອະນຸຍາດໃຫ້ ຄົນທົ່ວໄປເດີນທາງເຂົ້າ-ອອກໄດ້ເທືຶ່ອ.

ນັກຂ່າວໄປສຳພາດທາງດ່ານ ທາງເຈົ້າໜ້າທີ່ເພີ່ນກໍຕຽມພ້ອມ ໝົດແລ້ວ ແພດໝໍ ເຣື່ອງການກວດນີ້ແຫລະ ເຂົ້າມາຕ້ອງໄດ້ກວດ ຕາມກົດການທ່ອງທ່ຽວສີຂຽວ ໂຕນີ້ທົ່ວໄປເພີ່ນຍັງບໍ່ທັນເປີດເດ.

ສ່ວນຝ່າຍຝັ່ງໄທຍ ກໍໄດ້ມີການຕຽມພ້ອມ ເນື່ອງຈາກທາງການລາວ ໄດ້ປະສານກັບທາງການໄທຍກ່ອນໜ້ານີ້ ຊຶ່ງນັກທ່ອງທ່ຽວໄທຍ ແລະຕ່າງປະເທດທີ່ອາສັຍຢູ່ໄທຍ ທີ່ຕ້ອງການຈະເຂົ້າໄປທ່ຽວລາວ ທຸກຄົນຕ້ອງປະຕິບັດຕາມມາຕການປ້ອງກັນໂຄວິດ-19 ຂອງທາງການລາວ ຈື່ງຈະຜ່ານເຂົ້າໄປໄດ້. ດັ່ງເຈົ້າໜ້າທີ່ວກດຄົນເຂົ້າເມືອງຢູ່ແຂວງໜອງຄາຍ ທ່ານນຶ່ງກ່່າວວ່າ:

ຕມ ເຮົາພ້ອມຢູ່ແລ້ວ ເຂົາປະສານງານມາທັງສຳນັກງານຈັ່ງຫວັດໜອງຄາຍ ກໍຕ້ອງຜ່ານ ກຣຸບທົວຢ່າງດຽວ ຊຶ່ງເຂົາຈະມີເຂດ ກຣີນໂຊນຂອງເຂົາ ຕ້ອງມີປະກັນໂຄວິດບໍ່ຕ່ຳກວ່າ 5 ມື່ນຫລຽນສຫະຣັດ ແລ້ວກໍມີຜົລກວດໂຄວິດ 72 ຊົ່ວໂມງ ມີຫລັກການຈ່ອງທີ່ພັກ.

ອີງຕາມການຣາຍງານ ຂອງທ່ານ ພັນໂທ ກິດ່ອນ ກິວົງໄຊຮອງຫົວໜ້າຄຸ້ມຄອງງດ່ານ ຕມ ຂົວມິດຕະພາບລາວ-ໄທຍແຫ່ງທີ 1 ວຽງຈັນ-ໜອງຄາຍ ຝ່າຍລາວໃຫ້ສຳພາດຕໍ່ສື່ມວນຊົນລາວໃນວັນທີ 27 ທັນວາ ຜ່ານມາວ່າ ປັດຈຸບັນທາງດ້ານກໍໄດ້ຕຽມຄວາມພ້ອມທຸກດ້ານ ບໍ່ວ່າ ທາງດ້ານປ້ອງກັນຄວາມສງົບ ດ້ານບຸກຄະລາກອນແລະ ດ້ານສາທາຣະນະສຸກກວດໂຄວິດ-19 ແລະອື່ນໆ. ທັງຍັງ ມີການປັບປຸງຣະບົບໂຄງຮ່າງພື້ນຖານເພື່ອແກ້ໄຂບັນຫາອັ່ງອໍ ຂອງຜູ້ໂດຍສານແລະຍານພາຫານະນຳອີກແລະຢືນຢັນວ່າ ຄົນທົ່ວໄປຍັງບໍ່ສາມາດເດີນທາງເຂົ້າ-ອອກໄດ້ ມີແຕ່ກຸ່ມນັກທ່ອງທ່ຽວແບບ Group ທົວເທົ່ານັ້ນ.

ກ່ຽວກັບການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວແບບກຸ່ມທົວຣ໌ ເຂົ້າມາລາວນີ້ ຊາວລາວຫລາຍຄົນກໍມີຄວາມກັງວົນໃຈກ່່ຽວກັບໂຄວິດ-19 ທີ່ຈະຣະບາດເພີ່ມຂື້ນ ຊຶ່ງໃນປັດຈຸບັນຢູ່ປະເທດໄທຍ ກໍພົບເຫັນເຊື້ອໂຄວິດ-19 ສາຍພັນໃໝ່ ໂອມີຄອນຣະບາດໃນວົງກວ້າງ ແຕ່ຫລາຍຄົນກໍຮຽນຮູ້ທີ່ຈະຢູ່ກັບ ເຊື້ອໂຄວິດ-19 ເພື່ອຕ້ອງໄດ້ທຳຫາມາກິນ ດັ່ງຊາວລາວ ທ່ານນຶ່ງເວົ້າວ່າ:

ໂຄວິດຊີ່ເຊື້ອຫຍັງກໍຢ້ານໝົດ ແຕ່ວ່າມັນກໍໃຊ້ຊິວິດປົກກະຕິແລ້ວເດ ຮຽນຮູ້ຢູ່ນຳໂຕໂຄວິດແລ້ວ ມັນບໍ່ໝົດໄປ ຕ້ອງຢູ່ກັບມັນໃຫ້ເປັນ ມັນແບບມັນຊີນເຄີຍແລ້ວເດ ມັນບໍ່ເປັນຕາຢ້ານຄືຕອນປີ 2019 ຕ້ອງເຊພໂຕເອງເອົາ ໃສ່ຜ້າອັດປາກ.

ຊາວລາວອີກຄົນນຶ່ງກ່າວວ່າ ການເປີດປະເທດຂອງທາງການລາວ ເພື່ອຕ້ອນຮັບນັກທ່ອງທ່ຽວກຸ່ມທົວ ກໍເປັນການດີ ແຕ່ປະມານ 20% ຍັງຮູ້ສຶກຢ້ານຢູ່ ຕ້ອງໄດ້ປ້ອງກັນໂຕເອງຫລາຍຂື້ນ.

ກະດີໃຈປະມານ 80% ບໍ່ດີໃຈ 20% ຜູ້ໃດກະຢ້ານໂຄວິດ-ມັນບໍ່ຄືຕະກີ້ ສຳລັບຂ້ອຍນີ້ ຄືຈະບໍ່ຢ້ານແລ້ວ ມັນລື້ງແລ້ວ ເຮົາປ້ອງກັນ ໂຕເອງໃສ່ຜ້າປິດປາກ ມີເຈວຕິດຣົດໄປພ້ອມ ລ້າງມືໄປນຳຫັ້ນນ່າ.

ນອກຈາກນີ້ ໃນໄລຍະບຸນປີໃໝ່ສາກົລ ປີ 2022 ນີ້ ຫລາຍແຂວງໃນລາວກໍໄດ້ອອກມາຕການຫ້າມບໍ່ໃຫ້ຈັດງານສັງສັນ ຊຸມແຊວ ຍ້ອນເປັນການສ່ຽງຕໍ່ການຣະບາດ ຂອງເຊື້ອໂຄວິດ-19 ລ່າສຸດ ແຂວງຈຳປາສັກ ກໍໄດ້ແຈ້ງການໄປຍັງສຳນັກງານຕ່າງໆ ຫ້າມຈັດງານສັງສັນ ຊຸມແຊວໃນຊ່ວງບຸນປີໃໝ່ສາກົລປີນີ້ ໃຫ້ຈັດໄດ້ຢູ່ເຮືອນຕົນເອງ ແຕ່ຕ້ອງເປັນແບບງຽບງ່າຍ ແລະກະທັດຣັດ ບໍ່ໃຫ້ຈັດໃຫຍ່ໂຕ ແບບມີຄົນຫຼາຍຄົນເຂົ້າຮ່ວມ.

ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1,042 ຄົນ ມີຜູ້ຕິດເຊື້ອສະສົມ ປະມານ 108,782 ແລະເສັຽຊິວິດ 355 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org