ທ່ອງທ່ຽວວັງວຽງ ເຣີ່ມດີຂຶ້ນ ຫຼາຍກວ່າ ປີຜ່ານມາ
2022.02.09

ປັດຈຸບັນ ທຸຣະກິຈປະເພດໂຮງແຮມ, ຣີສອດ ແລະເຮືອນພັກຫຼາຍແຫ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຣີ່ມກັບມາມີລູກຄ້າໃຊ້ບໍຣິການຫຼາຍຂຶ້ນ ກວ່າໄລຍະປີທີ່ຜ່ານມາ ພາຍຫຼັງທີ່ໄດ້ມີການເປີດກວ້າງຫຼາຍຂຶ້ນ ກ່ຽວກັບການຜ່ອນຜັນມາຕການ ຄວບຄຸມໂຄວິດ-19, ແຕ່ນັກນັກທ່ອງທ່ຽວພາຍໃນຍັງບໍ່ຫຼາຍພໍ ທີ່ຈະສາມາດຟື້ນຟູເສຖກິຈ ຂອງໂຮງແຮມແລະເຮືອນພັກແຕ່ລະແຫ່ງໄດ້ ເນື່ອງຈາກຜູ້ທີ່ມາໃຊ້ບໍຣິການສ່ວນຫຼາຍ ເປັນນັກທ່ອງທ່ຽວພາຍໃນປະເທດ ແລະມັກມາແຕ່ສະເພາະຊ່ວງທ້າຍສັປດາເທົ່ານັ້ນ ແລະອີກຈໍານວນນຶ່ງ ກໍເປັນຄະນະເຈົ້າໜ້າທີ່ຣັຖ ທີ່ເດີນທາງມາເຮັດວຽກຢູ່ເມືອງວັງວຽງ ເຊິ່ງເດີນທາງມາແຕ່ໃນໄລຍະສັ້ນໆ ພຽງແຕ່ 1 ຫາ 2 ມື້ກໍກັບແລ້ວ.
ດັ່ງຜູ້ປະກອບການຣີສອດ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 9 ກຸມພາ ນີ້ວ່າ:
“ກະໂອເຄຂຶ້ນກ່ອນເກົ່າ 2 ປີຫຼັງເນາະ ທີ່ບໍ່ມີແຂກຄົນມາ ຕອນນີ້ເປີດກວ້າງ ກັບພຍາດໂຄວິດແລ້ວ ຄົນກໍມາທ່ຽວຫຼາຍຂຶ້ນ ຈະພັກຢູ່ປະມານຄືນນຶ່ງ ຫຼື 2 ຄືນ ຊ່ວງທ້າຍອາທິດ ບາງອາທິດກະບໍ່ເຕັມ.”
ນາງກ່າວຕື່ມວ່າ ຢ່າງໃດກໍຕາມ ທາງຣີສອດຂອງລາວ ກໍມີການປະຕິບັດ ຕາມມາຕການປ້ອງກັນເຊື້ອໂຄວິດ-19 ຢ່າງເຂັ້ມງວດຢູ່ ເປັນຕົ້ນ ພົ່ນຢາຂ້າເຊື້ອພາຍໃນຫ້ອງພັກ, ໃຫ້ແຂກໃສ່ຜ້າອັດປາກອັດດັງຕລອດ ເວລາທີ່ຢູ່ພາຍໃນຣີສອດ, ກວດປວັດການສັກວັກຊິນປ້ອງກັນໂຄວິດ-19 ຂອງແຂກທີ່ມາພັກ ແລະໃຫ້ພະນັກງານຕ້ອນຮັບແຂກ ສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ ແລະກວດຫາເຊື້ອໂຄວິດ-19 ເປັນປະຈໍາທຸກມື້.
ໃນຂະນະທີ່ ຜູ້ປະກອບການເຮືອນພັກແຫ່ງນຶ່ງ ຢູ່ເມືອງວັງວຽງ ກໍຢືນຢັນວ່າ ແຂກທີ່ມາໃຊ້ບໍຣິການເຊົ່າເຮືອນພັກ ໃນຊ່ວງທ້າຍສັປດາມີຫຼາຍຂຶ້ນກວ່າປີທີ່ຜ່ານມາ ສ່ວນໃນວັນຈັນ ຫາວັນສຸກ ບາງເທື່ອກໍມີພະນັກງານຣັຖ ຈາກຕ່າງເມືອງຕ່າງແຂວງ ມາເຊົ່າຫ້ອງພັກ.
ດັ່ງນາງກ່າວວ່າ:
“ແຂກພາຍໃນທີ່ຂະເຈົ້າມາຫຼີ້ນມືວັນສຸກ ເສົາເນາະ ມີທາງຣົຖໄຟມີທາງດ່ວນ ແຂກມາຫຼາຍດຽວນີ້ນ່າ ມັນສະດວກຫຼາຍ ແຕ່ວ່າ ຈັນ ຫາສຸກຫັ້ນມິດ ບ້ານພັກມີແຂກມາປະຊຸມ ພວກພະນັກງານມາປະຊຸມ ເພິ່ນເປີດປະຊຸມແລ້ວເດ້ ແຕ່ກີ້ຫັ້ນ ເພິ່ນກະບໍ່ໄດ້ເປີດໃຫ້ປະຊຸມເນາະ.”
ເຖິງແມ່ນວ່າການທ່ອງທ່ຽວ ຢູ່ເມືອງວັງວຽງ ເຣີ່ມກັບມາຄຶກຄື້ນ ຍ້ອນການເຂົ້າມາທ່ຽວຂອງນັກທ່ອງທ່ຽວພາຍໃນກໍຕາມ ແຕ່ຜູ້ປະກອບການໂຮງແຮມ ແລະເຮືອນພັກອີກຫຼາຍແຫ່ງ ກໍຍັງລໍຖ້າທີ່ຈະໃຫ້ທາງການລາວ ເປີດຮັບນັກທ່ອງທ່ຽວຈາກຕ່າງປະເທດ ດັ່ງທີ່ເຄີຍເກີດຂຶ້ນ ກ່ອນໄລຍະ ການແຜ່ຣະບາດຂອງເຊື້ອໂຄວິດ-19 ທີ່ເປັນຮູບແບບການທ່ອງທ່ຽວແບບເສຣີ ແລະບໍ່ໄດ້ມີການຈໍາກັດພື້ນທີ່ການທ່ອງທ່ຽວ ເຊິ່ງເຊື່ອວ່າ ໜ້າຈະສ້າງລາຽໄດ້ ໃຫ້ທຸຣະກິຈທ່ອງທ່ຽວໄດ້ດີກວ່ານີ້ຫຼາຍເຕີບ.
ດັ່ງພະນັກງານໂຮງແຮມແຫ່ງນຶ່ງ ຢູ່ເມືອງວັງວຽງ ກ່າວວ່າ:
“ລໍຖ້າເພິ່ນເປີດປະເທດແລ້ວ ບາງເທື່ອອາຈມີລູກຄ້າທາງໄທຍ ທາງຫຍັງມາຫຼີ້ນ ວັນເສົາວັນທິດນີ້ ຊ່ວງທ້າຍສັປດາມີ ເພິ່ນຈະມາຄ້າງຄືນ ຄືນນຶ່ງ ຫຼື 2 ຄືນ ປະມານນີ້ແຫຼະ ບາງຊ່ວງກະມີ ບາງຊ່ວງກະບໍ່ມີ.”
ໃນຂະນະດຽວກັນ ຜູ້ປະກອບການເຮືອນພັກ ຢູ່ເມືອງວັງວຽງ ອີກຈໍານວນນຶ່ງ ທີ່ເຮືອນພັກ ບໍ່ໄດ້ຕັ້ງຢູ່ໃຈກາງເມືອງ ກໍຍັງບໍ່ມີແຂກເຂົ້າມາພັກຄືແຕ່ເກົ່າ ຍ້ອນລູກຄ້າສ່ວນໃຫຍ່ ແມ່ນຊາວຕ່າງປະເທດ ເປັນຕົ້ນ ນັກທ່ອງທ່ຽວຊາວຢູໂຣປ ແລະຈາກປະເທດສະຫະຣັຖອາເມຣິກາ ທີ່ມັກມາໃຊ້ບໍຣິການເລື້ອຍໆ ດັ່ງນັ້ນ ຈໍາເປັນຕ້ອງລໍຖ້າໃຫ້ນັກທ່ອງທ່ຽວ ຈາກຕ່າງປະເທດເຫຼົ່ານັ້ນ ສາມາດມາທ່ຽວລາວໄດ້ກ່ອນ ຈຶ່ງຈະຄ່ອຍມີລາຽໄດ້.
ດັ່ງຜູ້ປະກອບການເຮືອນພັກ ອີກແຫ່ງນຶ່ງກ່າວວ່າ:
“ຢູ່ບ້ານພັກເອື້ອຍຫັ້ນ ສ່ວນຫຼາຍມັນແຂກຕ່າງປະເທດເນາະ ຕ່າງປະເທດບໍ່ເຂົ້າມາແລ້ວ ລະກະຖືວ່າບໍ່ໄດ້ແຂກ ຊ່ວງໂຄວິດນີ້ ເອື້ອຍບໍ່ມີແຂກນ່າ ລໍຖ້າເປີດປະເທດຫັ້ນແຫຼະ ຈ່ັງມີແຂກ ຄົນວຽງຈັນບໍ ຄົນລາວສ່ວນຫຼາຍ ຂະເຈົ້ານອນຢູ່ໃນໂຕເມືອງ ແຄມນໍ້າ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ເມືອງວັງວຽງ ຜູ້ນຶ່ງ ກໍຢືນຢັນວ່າ ສະພາບການທ່ອງທ່ຽວ ຢູ່ເມືອງວັງວຽງ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ ຖືວ່າເຣີ່ມກັບມາຄຶກຄື້ນກວ່າປີທີ່ຜ່ານມາ ຍ້ອນມີທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ສ້າງຄວາມສະດວກ ແກ່ການເດີນທາງ ແຕ່ຍັງບໍ່ທັນມີນັກທ່ອງທ່ຽວ ທີ່ໃຊ້ບໍຣິການທາງຣົຖໄຟລາວ-ຈີນ ມາເມືອງວັງວຽງເທື່ອ ເຊິ່ງຜູ້ທີ່ໃຊ້ບໍຣິການຣົຖໄຟລາວ-ຈີນ ຈະແມ່ນປະຊາຊົນທົ່ວໄປ ແຕ່ຈໍານວນບໍ່ຫຼາຍ.
ດັ່ງທ່ານກ່າວວ່າ:
“ມີແຂກພາຍໃນ ຈໍານວນນຶ່ງກະຄັນວ່າ ແຂກທີ່ມີອາຍຸໜ້ອຍນຶ່ງ ຂະເຈົ້າກະມາພັກຜ່ອນ ວັຍຣຸ້ນກະເຄິ່ງນີ້ ນີ້ຈະນອນນ່າ ທາງຣົຖດ່ວນກະມີຢູ່ ສະຖານີຣົຖໄຟກະມີ ແຕ່ບໍ່ຫຼາຍ.”
ໃນວັນທີ່ 7 ກຸມພາ ທີ່ຜ່ານມາ ທ່ານບຸນຈັນ ມາລາວົງ ເຈົ້າເມືອງ ເມືອງວັງວຽງ ກ່່າວຕໍ່ວິທຍຸກະຈາຍສຽງແຫ່ງຊາດລາວ ວ່າ ສໍາລັບນັກທ່ອງທ່ຽວ ທີ່ມາທ່ຽວເມືອງວັງວຽງ ສະເລັ່ຍແລ້ວ ມີຈໍານວນປະມານ 3,000 ຄົນຕໍ່ສັປດາ ເຊິ່ງສ່ວນໃຫຍ່ຈະເປັນຜູ້ທີ່ເດີນທາງມາແບບຕອນເຊົ້າ ແລະເດີນທາງກັບໃນຕອນຄໍ່າ ໂດຍເດີນທາງແບບໃຊ້ຣົຖສ່ວນຕົວ ແລ່ນຜ່ານເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ສ່ວນການເດີນທາງ ຜ່ານຣົຖໄຟລາວຈີນ ເພື່ອມາລົງສະຖານີວັງວຽງນັ້ນ ຍັງບໍ່ທັນມີເທື່ອ, ແຕ່ເຖິງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ເມືອງວັງວຽງ ກໍໄດ້ເຄື່ອນໄຫວຕິດຕາມຢ່າງໃກ້ສິດ ເພື່ອໃຫ້ບັນດາຫົວໜ່ວຍທຸຣະກິຈຫຼາຍແຫ່ງ ປະຕິບັດຕາມມາຕການຄວບຄຸມໂຄວິດ-19.
ເຖິງແມ່ນວ່າ ເມືອງວັງວຽງ ແມ່ນເມືອງນຶ່ງໃນລາວ ທີີ່ຣັຖບານກໍານົດໃຫ້ເປັນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ່ 1 ແຕ່ກໍຍັງບໍ່ທັນມີນັກທ່ອງທ່ຽວ ແບບເປັນກຸ່ມທົວຈາກຕ່າງປະເທດ ຕິດຕໍ່ເຂົ້າມາທ່ອງທ່ຽວເທື່ອ ດັ່ງນັ້ນ ທາງການເມືອງວັງວຽງ ຈຶ່ງຈະສຸມໃສ່ຊຸກຍູ້ ສົ່ງເສີມການທ່ອງທ່ຽວແບບລາວທ່ຽວລາວໄປກ່ອນ, ອີງຕາມຂໍ້ມູນຈາກ ທ່ານເຈົ້າເມືອງ ເມືອງວັງວຽງ.