ດ່ານປິດຍ້ອນໂຄວິດ-19 ໝາກໂມ ເໜົ່າ
ຊາວສວນ ປູກໝາກໂມ ຢູ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຮັບຜົລກະທົບ ໃນໄລຍະ ການຣະບາດ ຂອງພຍາດ ໂຄວິດ-19.
-
ສຸພັດຕາ
2020-05-06 -
-
-
Your browser doesn’t support HTML5 audio
ຊາວສວນປູກໝາກໂມ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຮັບຜົລກະທົບໃນໄລຍະ ໂຄວິດ-19 ຣະບາດຢູ່ນີ້ ບໍ່ສາມາດສົ່ງໝາກໂມໄປ ຂາຍຢູ່ປະເທດຈີນ ແລະຕ່າງແຂວງໄດ້ຄືແຕ່ກ່ອນ ຍ້ອນການໄປມາ ຜ່ານເມືອງ ຜ່ານແຂວງ ຍັງມີຂໍ້ຈໍາກັດ ເຮັດໃຫ້ໝາກໂມເໜົ່າ ແລະ ຕ້ອງໄດ້ຜ່າຖິ້ມເປັນຈໍານວນຫຼາຍ.
ໃນເບື້ອງຕົ້ນ ຊາວສວນໝາກໂມ ອາສັຍຂາຍໃຫ້ພໍ່ຄ້າ-ແມ່ຄ້າ ພາຍໃນແຂວງ ແຕ່ປັດຈຸບັນ ແມ່ຄ້າ-ພໍ່ຄ້າ ບໍ່ຄ່ອຍມາຊື້ແລ້ວຕ້ອງໄດ້ຜ່າຖິ້ມ, ອີງຕາມຄໍາເວົ້າ ຂອງຊາວສວນທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 6 ພຶສພາ ນີ້:
“ບໍ່ໄດ້ເອົາອອກເມືອຕ່າງປະເທດ ກໍເປັນພຍາດອັນນັ້ນໂອ່ ເຂົາບໍ່ໃຫ້ເຂົ້າບໍ່ໃຫ້ອອກ ຂາຍບໍ່ໄດ້ ກໍຖິ້ມຊະຊາຍ ວ່່າງກ່ອນນັ້ນແມ່ຄ້າເຂົາກໍມາ ຮັບເອົາເປັນຄັນຣົດ ກໍເອົາສອງແສນ ສາມແສນເທົ່ານັ້ນ ເລ້ຂາຍຖືກໆ ເຂົາກໍເອົາໄປຂາຍຕາມບ້ານ ຕາມແຂວງຫຼວງນໍ້າທາ ນີ້.”
ຊາວສວນຜູ່ນີ້ກ່າວຕື່ມວ່າ ນອກຈາກວ່າ ໝາກໂມ ທີ່ຂາຍບໍ່ໄດ້ແລ້ວນັ້ນ ກໍຍັງມີຜັກອື່ນໆນໍາ ເປັນຕົ້ນຜັກກະລໍ່າປີ, ໝາກຖົ່ວ ແລະ ພືດຜັກ ອື່ນໆເໜົ່າຖິ້ມເຕັມໄປໝົົດ ຍ້ອນຂາຍອອກບໍ່ໄດ້.
ໃນຂນະທີ່ຊາວສວນອີກຜູ່ນຶ່ງເວົ້າວ່າ ໝາກໂມຈໍານວນນຶ່ງກໍເໜົ່າ ກ່ອນທີ່ພໍ່ຄ້າແມ່ຄ້າຈະມາຮັບຊື້ ກໍຈໍາເປັນຕ້ອງຖິ້ມໄປເລີຍ ຊາວສວນບາງ ຄົນຮ້ອງໃຫ້ຍ້ອນຂາຍພືດຜັກທີ່ປູກບໍ່ໄດ້ ແຕ່ກໍບໍ່ເຫັນວ່າຈະມີພາກ ສ່ວນໃດ ໃຫ້ການຊ່ອຍເຫຼືອ:
“ມັນເນົ່າເສັຍກໍມີຢູ່ ກໍໄດ້ຖິ້ມຢູ່ສວນ ບາງຄົນກໍ່ໃຫ້ຮ້ອງ ຖິ້ມໄປເລີຍ ກໍບໍ່ມີແດ່ວ່າ ຣັຖບານຫຍັງມາຊ່ວຍເຫຼືອ ທົດແທນຫຍັງ ກໍຄືວ່າບໍ່ໄດ້ຍິນ.”
ເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ເມືອງວຽງພູຄາ ທ່ານນຶ່ງເວົ້າວ່າ ສວນໝາກໂມຢູ່ເມືອງວຽງພູຄາ ມີປະມານ 200 ປາຍເຮັກຕ້າກ່ອນໜ້ານັ້ນ ໄດ້ສົ່ງໝາກໂມອອກໄປຈີນແລ້ວສ່ວນນຶ່ງ ສ່ວນທີ່ຍັງບໍ່ໄດ້ສົ່ງອອກ ໃນໄລຍະວິກິຈນີ້ ຄາດວ່າອາຈໄດ້ຮັບຜົລກະທົບ ປະມານ 100 ເຮັກຕ້າ ແລະສ່ວນນຶ່ງແມ່ນໝາກໂມ ກໍບໍ່ໄດ້ຄຸນນະພາບ, ປັດຈຸບັນຍັງບໍ່ມີການຊ່ອຍເຫຼືອ ຕ້ອງລໍຖ້າໃຫ້ໜ່ວຍງານ ກະສິກັມລົງໄປສໍາຣວດ ເອົາຂໍ້ມູນ ອີກກ່ອນ ຈາກນັ້ນ ຈຶ່ງຈະສົ່ງຫາຂັ້ນແຂວງ, ດັ່ງທ່ານກ່າວວ່າ:
“ເກີດພຍາດນີ້ຫັ້ນນ່າ ແລ້ວບາດນີ້ມັນເອົາອອກບໍ່ໄດ້ ເອົາອອກຈີນຫັ້ນນ່າ ກະມີແຕ່ວ່າມີບັນຫາທາງນັ້ນ ບາງເທື່ອໄປຮອດດ່່ານເນາະໄລຍະ ທີ່ຈະຄ່ຽນ ມັນຊ້າຫັ້ນນ່າ 200 ປາຍເຮັກຕ້າ ແຕ່ວ່າຈໍານວນນຶ່ງ ທີ່ໄດ້ ເອົາອອກຫັ້ນນາ ລະກະຈໍານວນນຶ່ງ ບໍ່ໄດ້ເອົາອອກຊິຮອດ 100 ເຮັກຕ້າ ບໍ່ໄດ້ມາຕຖານຂອງຈີນ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ ຍັງບໍ່ໄດ້ຮັບຣາຍງານວ່າຊາວສວນໝາກໂມ ເມືອງວຽງ ພູຄາ ໄດ້ຮັບຜົລກະທົບ ຖ້າຫາກມີຜົລກະທົບແທ້ ກໍຈະສເນີຫາ ຂັ້ນເທິງ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ຊາວສວນ:
“ການຂົນສົ່ງມັນບໍ່ໄດ້ເສຣີ ມັນມີການກັກນັ້ນເຮັດໃຫ້ໄປມາຍາກ ຖ້າມັນມີຜົລກະທົບແທ້ ພວກເຮົາກະຊິມີນະໂຍບາຍເນາະ ເປັນຕົ້ນຈະສເນີ ຫາຂັ້ນເທິງ ນະໂຍບາຍເຣື່ອງພາສີ ຫຼຸດອາກອນກໍາໄຣ ນໍາເຂົ້າ- ສົ່ງອອກ ອິຫຍັງຕ່າງໆຫັ້ນ.”
ຢ່າງໃດກໍຕາມ ເຈົ້າໜ້າທີ່ກະສິກັມແລະປ່າໄມ້ ເມືອງວຽງພູຄາ ຍັງບໍ່ໄດ້ມີມາຕການຊ່ອຍເຫຼືອ ຊາວສວນໝາກໂມເທື່ອ ຕ້ອງລໍຖ້າການຮິບ ໂຮມຂໍ້ມູນ ຢ່າງຣະອຽດອີກເທື່ອນຶ່ງກ່ອນ ວ່າມີຜູ້ໄດ້ຮັບຜົລກະທົບ ຈາກ ວິກິຈໂຄວິດ-19 ເທົ່າໃດ ຈາກນັ້ນຈະໄດ້ສົ່ງຂໍ້ມູນໄປຫາຂັ້ນເທິງ ເພື່ອພິຈາຣະນາ ເຣື່ອງການຊ່ອຍເຫຼືອ.