ສິນຄ້າ ທຸກປະເພດ ແພງຂຶ້ນ ລວມທັງນ້ຳດື່ມ
ນອກຈາກອາຫານການກິນ, ນໍ້າດື່ມ ຂຶ້ນລາຄາໃນລາວ ຍ້ອນ ຄ່າເງີນກີບອອ່ນຄ່າ ເຮັດໃຫ້ລາຄາສິິນຄ້າ ປະເພດເຄື່ອງ ອຸປໂພກ ແລະ ບໍຣິໂພກ ສູງຂຶ້ນ ຢ່າງຕໍ່ເນື່ອງ, ໃນຂະນະທີ່ ທາງການລາວ ບໍ່ສາມາດຄວບຄຸມໄດ້.
-
ພອນ ພູມມີທອນ
2023-06-05 -
-
-
Your browser doesn’t support HTML5 audio
ວັນທີ່ 18 ພຶສພາ 2023 ສມາຄົມນໍ້າດື່ມ ນະຄອນຫຼວງວຽງຈັນ ອອກແຈ້ງການ ຂຶ້ນລາຄານໍ້າດື່ມບໍຣິສຸດ ຕຸກໃຫຍ່ ຂນາດ 18 ລິດ ຈາກລາຄາ 6,000 ກີບ ປັບຂຶ້ນ ເປັນ 8000 ກີບ ໂດຍຈະມີຜົລຕັ້ງແຕ່ວັນທີ 1 ມິຖຸນາ 2023 ເປັນຕົ້ນໄປ. ສາເຫດການຂຶ້ນລາຄາ ຍ້ອນຕົ້ນທຶນ ການຜລິດນໍ້າດື່ມທີ່ສູງຂຶ້ນ ເພາະອັດຕຣາ ແລກປ່ຽນເງິນຕຣາຕ່າງປະເທດ ສູງຂຶ້ນ ເຮັດໃຫ້ເງິນກີບອ່ອນລົງ ສ່ວນແຮງງານກໍຂາດເຂີນ ຢ່າງຫຼວງຫຼາຍ.
ດັ່ງເຈົ້າໜ້າທີ່ສມາຄົມນໍ້າດື່ມ ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ພຶສພາ ນີ້ວ່າ:
“ວັນທີ 1 ເດືອນ 6 ຈະຂຶ້ນເປັນ 8,000 ບາດ ນີ້ມາອີງໃສ່ອັດຕຣາເງິນເຟິ້ນີ້ນ່າ ເຮັດໃຫ້ເສຖກິຈທຸກຢ່າງຂຶ້ນໝົດເນາະ ແລ້ວ່າແຮງງານພະນັກງານ ທີ່ວ່າກັມກອນ ແບກຫາມບໍ່ ຫລືວ່າ ພະນັກງານຂັບຣົຖຫັ້ນນ່າ ເຂົາກໍຕ້ອງອອກໄປຫາເງິນຢູ່ບ່ອນອື່ນ ຖ້າເຮົາບໍ່ຂຶ້ນເງິນໃຫ້ເຂົາ ຖ້າເຮົາຊິໄປຂຶ້ນໃຫ້ເຂົາ ໂດຍທີ່ເຮົາຕ້ອງຈົກທຶນ ໂຕເອງໄສ່ຫັ້ນນ່າ ຜູ້ປະກອບການກໍບໍ່ໄຫວ ປິດໂຕໄປຫຼາຍໂຮງງານໄດ່.”
ສ່ວນອຸປກອນ ໃນການຜລິດນໍ້າດື່ມ ເປັນຕົ້ນ ກະຕຸກນໍ້າ ສານກອງ ໄສ້ກອງ ມັນລາຄາເພີ່ມຂຶ້ນເຖິງ 2 ເທົ່າ ຍ້ອນຕ້ອງນຳເຂົ້າຈາກໄທຍ ທັງໝົດ.
ດັ່ງຍານາງ ກ່າວຕື່ມວ່າ:
“ຕົ້ນທຶນທີ່ວ່າຫຼາຍເນາະ ນຶ່ງແມ່ນເຣຶ່ອງກະຕຸກນໍ້າເນາະ ຄ່າລຸ້ຍຫ້ຽນຂອງກະຕຸກນໍ້າ ເຮົາຕ້ອງໄດ້ຊື້ຕລອດ ເຮົາໃຊ້ໄປແລ້ວມັນກໍຕ້ອງມີການລຸ້ຍຫ້ຽນ ຕົກແຕກ ເສັຽຫາຍໄປເນາະ ກະຕຸກນໍ້ານີ່ ທຸກຢ່າງເຮົາຊື້ເປັນເງິນບາທ ໝົດເດ່ ກະຕຸກນໍ້າເຮົ່ຊື້ຕອນເງິນບາທບໍ່ຂຶ້ນເນາະ 10,000 ບາທ ກໍຈ່າຍແຕ່ 2,500,000 (ກີບ) ດຽວນີ້ 10,000 ບາທ ຕ້ອງຈ່າຍຢູ່5,600,000 ແລ້ວມາອີງໃສ່ສານກອງບໍ່ ປະເພດໃສ່ກອງບໍ່ ທຸກຢ່າງ ທີ່ວ່າກ່ຽວກັບນໍ້າດື່ມ ມັນເປັນລະບົບເງິນບາທໝົດ.”
ການປັບຂຶ້ນລາຄາຄັ້ງນີ້ ປັບຂຶ້ນສະເພາະ ໃນເຂດ 9 ເມືອງ ຂອງນະຄອນຫຼວງວຽງຈັນ ໂດຍເຂັມງວດໃນ 4 ເມືອງ ຄື ເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ ເປັນພິເສດ ທີ່ຕ້ອງຂາຍນໍ້າດື່ມລາຄາ 8,000 ກີບເທົ່ານັ້ນ ບໍ່ໃຫ້ຂາຍລາຄາຕໍ່າກວ່າ. ຜູ້ປະກອບການໂຮງງານນໍ້າດື່ມ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ການປັບຂຶ້ນລາຄານີ້ ກໍເພື່ອໃຫ້ສອດຄ່ອງກັບກົລໄກຕລາດ ແລະ ເພື່ອໃຫ້ຜູ້ປະກອບການ ສາມາດປັບຂຶ້ນເງິນເດືອນ ພະນັກງານໄດ້ໂດຍບໍ່ຫລຸດທຶນ.
ດັ່ງທ່ານກ່າວວ່າ:
“ນຶ່ງພລາສຕິກ ແລ້ວກໍກະຕຸກນໍ້າທີ່ນຳໃຊ້ນີ່ແຫຼະ ບັນຫາທີ່ສອງມັນເວົ້າເຣື່ອງແຮງງານ. ແຮງງານທຳການຜລິດນີ້ ເພາະວ່າເຮົາໃຫ້ເງິນເດືອນຕໍ່າເນາະ ຂະເຈົາກໍບໍ່ຢູ່ກັບເຮົາ ເພິ່ນໜີໄປເຮັດວຽກຢູ່ໄທຍ ຈຳເປັນເຮົາ ຈະຕ້ອງຂຶ້ນກັບກົລໄກຕລາດ ຕ້ອງໄດ້ຂຶ້ນເງິນ ເພາະສະນັນເຂົາເຈົ້າກໍບໍ່ຢູ່ນຳເຮົາ ເຂົາກໍໜີອີກ ທຸກໂຮງງານເລີຍ ມັນບໍ່ກັມມະກອນທີ່ຈະໃຊ້ທຳການຜລິດ. ໂຊເຟີ້ ກໍບໍ່ມີ.”
ນອກຈາກ ນະຄອນຫຼວງວຍງຈັນແລ້ວ ກຸ່ມໂຮງງານຜລິດນໍ້າດື່ມ ປະຈຳເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍໄດ້ອອກແຈ້ງການ ລົງວັນທີ 20 ພຶສພາ 2023, ປະກາດປັບຂຶ້ນາຄານໍ້າດື່ມຕຸກໃຫຍ່ ຂນາດ 18 -20 ລິດ ເປັນ 8,000 ກີບ ແລະ ມີຜົລດຳເນີນການວັນທີ 1 ມິຖຸນາ ຄືກັນ. ການປັບຂຶ້ນລາຄານໍ້າເທື່ອນີ້ ຖືວ່າແພງ ຍ້ອນສົ່ງຜົລໃຫ້ຕົ້ນທຶນການຜລິດ ຂອງ ຮ້ານອາຫານສູງນຳກັນ.
ດັ່ງເຈົ້າຂອງຮ້ານອາຫານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ:
“ແມ່ນລະ ຕຸກ 8,000 ກີບແມ່ນບໍ່ ຂ້ອຍວ່າມັນແພງໂພດ ເຮົາກໍບອກເຂົາເຈົ້າແລ້ວວ່າ ມັນແພງໂພດຢູ່ບໍ່ແກ້ວເຮົາ ສ່ວນຫຼາຍ ເວົ້າຫຍັງບໍ່ໄດ້ຫັ້ນນ່າ ເພາະວ່າເປັນມາຕການ ຂອງເຂົ້າເຈົ້າຫັ້ນນ່າ ຊື້ຢູ່ໃນບ້ານ ແລ້ວກໍຊື້ໃຊ້ພວກອາຫານ ເພາະວ່າ ພວກຂ້ອຍເຮັດອາຫານມື້ນຶ່ງ ປະມານ 10 ຕຸກ 10ປາຍຕຸກຫັ້ນແຫຼະເຈົ້າ.”
ຂະນະທີ່ເຈົ້າຂອງຮ້ານກາເຟ ຂາຍນໍ້າປັ່ນ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າງວ່າ ລາຄານໍ້າດື່ມທີ່ປັບຂຶ້ນລາຄາກໍຍັງພໍຊື້ໄດ້ ແຕ່ກໍຖືວ່າແພງ ແລະ ກ່ອນໜ້ານີ້ຮ້ານໄດ້ຂຶ້ນລາຄານໍ້າປັ່ນຈາກ 16,000 ກີບ ມາເປັນ 18,000 ກີບແລ້ວເທຶ່ອນຶ່ງ ຍ້ອນອຸປກອນ ເຄື່ອງຂອງ ແລະ ຄ່າເງິນເຟີ້ທີ່ສູງຂຶ້ນ.
ດັ່ງຍານາງ ກ່າວວ່າ:
“ສຳລັບເຮົາເນາະ ຊິວ່າແພງກໍແພງຂຶ້ນ ເພາະວ່າກໍປັບຫຼາຍເຕີບເນາະ ຕຸກນຶ່ງກໍ 2,000 ແນວນີ້ ແຕ່ວ່າຄັນວ່າຊື້ໄດ້ບໍ່ ເຮົາກໍໄດ້ຢູ່ ທຸກທີເຮົາຂາຍແກ້ວນຶ່ງ 16,000ກີບເນາະ ແຕ່ຕອນນີ້ເຮົາຂາຍແກ້ວນຶ່ງ 18,000 ພັນ.”
ມາຮອດປັຈຸບັນ ກວ່າ 91% ຂອງຄົວເຮືອນໃນລາວ ປະສົບບັນຫາດ້ານຄ່າຄອງຊີບ ເນື່ອງຈາກ ອັດຕຣາເງິນເຟີ້ ເຮັດໃຫ້ເຄື່ອງຂອງອຸປໂພກ-ບໍຣິໂພກທີ່ຈຳເປັນ ເປັນຕົ້ນ ນໍ້າດື່ມ ນໍ້າມັນ ພືດຜັກ ຊີ້ນໝູ ຊິ້ນງົວ ມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງບໍ່ສອດຄ່ອງກັບລາຍຮັບຢູ່ລາວ. ແຮງານລາວຈຳນວນຫຼາຍຈຶ່ງເດີນທາງໄປເຮັດວຽກຢູ່ໄທຍ ເພາະໄດ້ຮັບຣາຍໄດ້ຫຼາຍກວ່າ. ສົ່ງຜົລໃຫ້ພາກການຜລິດໃນລາວ ເປັນຕົ້ນ ອຸສາຫະກັມຜລິດນໍ້າດື່ມ ອຸສາຫະກັມຕັດຫຍິບ ຂາດເຂີນແຮງງານການຜລິດ ມາຕັ້ງແຕ່ໄລຍະ ຕ່າງປະເທດ ທະຍອຍເປີດປະເທດ ຫລັງສະຖານະການໂຄວິດ-19. ອີງຕາມຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ຂອງ ສປປ ລາວ ວ່າ ໃນເດືອນມົກຣາ ປີ 2023 ລາວຍັງສືບຕໍ່ ຂາດດຸນການຄ້າ ປະມານ 13 ລ້ານໂດລ້າຣ໌ ສະຫະຣັຖ, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລ້າຣ໌ ສະຫະຣັຖ, ແລະ ມູນຄ່ານໍາເຂົ້າ ປະມານ 474 ລ້ານໂດລ້າຣ໌ ສະຫະຣັຖ, ຊຶ່ງມູນຄ່າ ການນຳເຂົ້າ ຍັງສູງກວ່າ ການສົ່ງອອກ ຍ້ອນ ສປປ ລາວ ບໍ່ສາມາດ ຜລິດສິນຄ້າ ບາງປະເພດໄດ້ ເຊິ່ງຈຳເປັນຕ້ອງນຳເຂົ້າ. ຮອງຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ແຈ້ງການກອງປະຊຸມ ຄະນະຊີ້ນຳວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍຣິການ ໃນວັນທີ່ 7 ມີນາ 2023 ທີ່ຜ່ານມາ ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ ລົງຕິດຕາມກວດກາ ຄົ້ນຄວ້າ ລາຄາສິນຄ້າ ໂຕຈິງ ເພື່ອໃຫ້ສອດຄ່ອງ ກັບຕົ້ນທຶນຕົວຈິງ ໂດຍສະເພາະ ຊີ້ນໝູ ແລະ ເຂົ້າສານ ລວມເຖິງ ລາຄາສິນຄ້າອື່ນໆ ທີ່ຢູ່ໃນຣາຍການ ທີ່ຣັຖກຳນົດຄວບຄຸມ ແລະ ຄ່າບໍຣິການອື່ນໆ ເພື່ອບໍ່ໃຫ້ຜູ້ປະກອບການ ສວຍໂອກາດ ຂຶ້ນລາຄາຕາມໃຈ.
ເຈົ້າໜ້າທີ່ການຄ້າ ເວົ້າວ່າ ສຳລັບບັນຫາດັ່ງກ່າວນີ້ ພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມແກ້ໄຂຢູ່ ແຕ່ກໍຍັງ ເປັນເຣື່ອງທີ່ທ້າທາຍ ແລະ ຫຍຸ້ງຍາກ ເນື່ອງຈາກລາວ ກໍພົບບັນຫາເງິນເຟີ້ ແລະ ການສົ່ງເສີມ ການຜລິດສິນຄ້າໃນລາວ ຍັງມີໜ້ອຍ, ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍກ່າວວ່າ ໃນແຂວງຫຼວງພຣະບາງ ທາງການ ກໍມີມາຕການຄວບຄຸມສິນຄ້າຢູ່ຕລອດ ເຊິ່ງອີງໃສ່ ອັດຕຣາແລກປ່ຽນເງິນຕຣາ ຕ່າງປະເທດ, ອີງໃສ່ລາຄານ້ຳມັນເປັນຫລັກ ເຊິ່ງພາກຣັຖ ກໍບໍ່ໄດ້ຄວບຄຸມສິນຄ້າ ໝົດທຸກຢ່າງ ຈະຄວບຄຸມ ໃນ 23 ຣາຍການ ທີ່ຣັຖບານ ກຳນົດມາ ເຊັ່ນ ນ້ຳມັນເຊື້ອເພີງ, ຊີ້ນໝູ, ຊີ້ນໄກ່, ຊີ້ນງົວ, ເຫລັກ, ຊີມັງ ໂດຍຈະໄລ່ລຽນຕົ້ນທຶນ ໃຫ້ສອດຄ່ອງກັບລາຄາໂຕຈິງ ແລ້ວຈຶ່ງກຳນົດລາຄາຂາຍ ໃຫ້ຜູ້ປະກອບການ.
ຄົນລາວທ່ານນຶ່ງເວົ້າວ່າ ກໍມີການລົງກວດຕລອດ ເພື່ອບໍ່ໃຫ້ ບັນຫາຊາວຄ້າຂາຍ ສວຍໂອກາດ ຂຶ້ນລາຄາ ຕາມລຳພັງໃຈ ຖ້າພົບ ກໍມີການປັບໃໝ ຕາມລະບຽບທັນທີ.
ບັນຫາດັ່ງກ່າວນີ້ ຊາວລາວຫຼາຍຄົນ ເຫັນວ່າ ມາຕການ ທີ່ພາກຣັຖ ຈະຄວບຄຸມສິນຄ້າ ກໍບໍ່ໄດ້ແຕກຕ່າງ ຈາກທີ່ຜ່ານມາ ເພາະເຫັນອອກມາຕການ ຈະແກ້ໄຂມາຕລອດ ກໍບໍ່ເຫັນວ່າ ຈະແກ້ໄຂໄດ້ເທື່ອ ເຊິ່ງລາຄາສິນຄ້າ ກໍແພງຂຶ້ນກວ່າເກົ່າ ໂດຍສະເພາະ ສິນຄ້າ ທີ່ຈຳເປັນ ຕ້ອງໃຊ້ໃນຊີວິດປະຈຳວັນ ເຊັ່ນ ເຂົ້າສານ ປັດຈຸບັນນີ້ ເປົ໋າລະ 600,000 ກີບ ຈາກແຕ່ກ່ອນ 300,000 ກີບ ກໍແພງຂຶ້ນເທົ່າໂຕ ເຊິ່ງກໍຢາກໃຫ້ຣັຖຄວບຄຸມ ໃຫ້ໄດ້ ໂດຍສະເພາະ ເຂົ້າສານ, ນ້ຳມັນ ທີ່ທຸກເຮືອນຕ້ອງໃຊ້ ລວມເຖິງ ສິນຄ້າອື່ນໆ ເຊັ່ນ ຊີ້ນໝູ ເພາະບາງເທື່ອ ບັນດາແມ່ຄ້າພໍ່ຄ້າ ບາງຄົນ ກໍສວຍໂອກາດ ຂຶ້ນລາຄາແພງກວ່າ ພາກຣັຖກຳນົດ ກໍຍັງມີ. ສບາຍດີ.