ຊາວບ້ານໂຄກວິໄລບໍ່ໄດ້ຄ່າ ທີ່ດິນ
2016.01.29
ຊາວບ້ານ ໂຄກວິໄລ ຫຼາຍ ຄອບຄົວ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ຍັງບໍ່ໄດ້ ຄ່າຊົດເຊີຍ ທີ່ດິນ ທີ່ ເສັຽໃຫ້ ກັບ ການ ບຸກເບີກ ເສັ້ນທາງ ໄປ ສນາມກິລາ ແຫ່ງຊາດ ຫລັກ 16 ເພື່ອການ ແຂ່ງຂັ້ນ ກິລາ ຊີເກມ ໃນປີ 2009. ດັ່ງ ຊາວບ້ານ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ເປັນຜູ້ນຶ່ງ ທີ່ຖືກ ໂຄງການ ຂຍາຍທາງ ໄປສະໜາມ ກິລາ ຊີເກມ ແຕ່ປີ 2009 ຈົນມາຮອດ ປັດຈຸບັນ ຍັງບໍ່ໄດ້ ຄ່າຊົດເຊີຍ ແລະ ຍັງມີອີກ ຫຼາຍຄອບຄົວ ກະຍັງ ບໍ່ໄດ້ ແຕ່ ພວກເຮົາ ພັດໄດ້ ເສັຽພາສີ ທີ່ດິນ ທຸກປີ".
ກ່ອນທີ່ ຈະມອບດິນ ໃຫ້ ໂຄງການ ໄດ້ມີການ ເຮັດບົດບັນທຶກ ກັນ ຣະຫວ່າງ ຊາວບ້ານ ກັບ ເຈົ້າຂອງ ໂຄງການ ວ່າດ້ວຍ ການຈ່າຍ ຄ່າຊົດເຊີຍ ທີ່ ເໝາະສົມ, ແຕ່ ຊາວບ້ານ ກໍບໍ່ໄດ້ ຄ່າຊົດເຊີຍ, ຊຶ່ງ ບາງຄອບຄົວ ກໍໄດ້ມ້າງ ເຮືອນ ອອກໃຫ້ ການ ກໍ່ສ້າງ. ດັ່ງ ຊາວບ້ານ ທ່ານນີ້ ໄດ້ກ່າວ ອີກວ່າ:
"ບາງຄອບຄົວ ກະໄດ້ ມ້າງເຮືອນອອກ ການເຈຣະຈາ ເຮັດ ບົດບັນທຶກ ກັນແມ່ນ ຣັຖບານ ຈະ ຊົດເຊີຍໃຫ້ ເໝາະສົມ ແຕ່ກະຍັງ ບໍ່ໄດ້ຫຍັງ".
ໃນເດືອນ ມົກກະຣາ ປີ 2009 ຊາວບ້ານ ເຄີຍຂຽນ ຄໍາຮ້ອງ ເຖິງ ຣັຖມົນຕຣີ ວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອຂໍທວງ ເງິນ ຄ່າຊົດເຊີຍ ທີ່ດິນ, ແຕ່ ກໍບໍ່ມີ ຄໍາຕອບ ຈາກ ຫ້ອງການ ໃດໆເລີຍ.
ນອກຈາກນີ້ ເຈົ້າເມືອງ ໄຊທານີ ກໍເຄີຍຂຽນ ໃບສະເໜີ ຫາເຈົ້າຂອງ ໂຄງການ ເພື່ອ ຂໍອະນຸມັດ ເງິນ ຊົດເຊີຍ ຄ່າທີ່ດິນ ຈາກ ເຈົ້າຂອງ ໂຄງການ ໃຫ້ ແກ່ຊາວບ້ານ ທີ່ ໄດ້ຮັບຜົນ ກະທົບ ຈາກໂຄງການ ຮວມທັງໝົດ 6 ບ້ານ, ແຕ່ ເຈົ້າຂອງ ໂຄງການ ກໍບໍ່ມີ ການຈ່າຍ ຄ່າຊົດເຊີຍ ໃຫ້ຊາວບ້ານ ແຕ່ຢ່າງໃດ.