ມ.ເຊໂປນຊາວບ້ານບໍ່ມີດິນ ປູກຝັງ
2016.06.13

ໃນປັດບັນ ປະຊາຊົນ ໃນ 10 ບ້ານ ທີ່ເມືອງເຊໂປນ ຍັງບໍ່ມີທີ່ດິນ ໃນການ ທຳມາຫາກິນ ແລະປູກຝັງ ຫຼັງຈາກທີ່ ຣັຖບານ ໄດ້ຍຶດເອົາ ດິນ ຂອງ ພວກຂະເຈົ້າ ໃຫ້ ນັກລົງທຶນ ຈີນ ປູກ ຢາງພາລາ. ດັ່ງ ເຈົ້າຫນ້າທີ່ ເມືອງເຊໂປນ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 10 ມິຖຸນາ ນີ້ວ່າ:
"ທາງ ຣັຖບານ ສຳປະທານ ທີ່ດິນ ໃຫ້ຈີນ ສຳປະທານ ເນາະ ແຕ່ຫລັງຈາກນັ້ນ ປະຊາຊົນ ກໍບໍ່ມີ ດິນ ເຮັດໄຮ່ ເຮັດນາ ເນາະ ປະມານ 10 ຫມູ່ບ້ານໃດ໋ ຫມູ່ບ້ານຫລັກ ກໍແມ່ນ ບ້ານລາດ ບ້ານສະເວດ ເປັນພູເຂົາ ຫມູ່ບ້ານ ທີ່ ປະຊາຊົນ ເຂົາຈະເຮັດໄຮ່ ນະ ແຕ່ວ່າ ຈີນ ຈະໄປດຸດ ຈະໃຊ້ຣົດດຸດ ຈະເຮັດໃຫ້ ທີ່ດິນພຽງ ແຕ່ປຸກ ຢາງພາລາ".
ທ່ານກ່າວ ຕື່ມວ່າ ກ່ອນທີ່ ຈີນ ຈະເຂົ້າມາເອົາດິນ ຂອງ ຊາວບ້ານ ໃນ 10 ບ້ານ ເມື່ອ 8 ປີ ກ່ອນ, ດິນແຫ່ງນີ້ ຊາວບ້ານ ໃຊ້ເຮັດໄຮ່ ເຮັດນາ ເພື່ອລ້ຽງ ຄອບຄົວ ແຕ່ຫລັງຈາກ ຣັຖບານ ໃຫ້ ສຳປະທານ ແກ່ ນັກລົງທຶນ ຈີນ ເຂົ້າມາ ປູກ ຢາງພາລາ ຊາວບ້ານ ກໍບໍ່ມີສິດ ໃຊ້ທີ່ດິນ ຜືນນັ້ນອີກ ຕໍ່ໄປ, ຊາວບ້ານ ຫຼາຍຄົນ ກໍໄດ້ໄປຊອກ ວຽກເຮັດງານທຳ ມີຫຍັງເຮັດ ກໍເຮັດ ເພື່ອ ລ້ຽງຄອບຄົວ ໄປແຕ່ລະວັນ ຍ້ອນບໍ່ມີ ທາງເລືອກ.
ທ່ານວ່າ ການເຂົ້າມາ ຂອງນັກລົງທຶນ ຈີນ ນັ້ນ ຊາວບ້ານ ບາງຄົນ ກໍເຫັນພ້ອມນຳ ຍ້ອນວ່າ ມີວຽກເຮັດ ງານທຳ ຍ້ອນການ ເບິ່ງແຍງ ສວນຢາງ ຂອງຈີນ, ແຕ່ຊາວບ້ານ ສ່ວນໃຫຍ່ ບໍ່ເຫັນພ້ອມນຳ ຍ້ອນວ່າ ເປັນການວຽກ ຣະຍະສັ້ນ ຮອດຍາມ ປາດຢາງ ຜ່ານໄປແລ້ວ ຊາວບ້ານ ກໍບໍ່ມີ ວຽກເຮັດ. ທ່ານວ່າ ສະພາບການ ດັ່ງກ່າວ ເຮັດໃຫ້ ຊາວບ້ານ ລໍາບາກ ມາດົນແລ້ວ ແຕ່ເຮັດຫຍັງ ບໍ່ໄດ້:
"ທາງ ເຈົ້າຫນ້າທີ່ ເມືອງ ເພິ່ນ ກໍຈະມີ ວິທີເນາະ ຈະເປັນບາງຄັ້ງ ຂະເຈົ້າ ຈະໃຊ້ ຜະເດັດການ ເລີຍ ສ່ວນຫຼາຍ ຖ້າບໍ່ຕ້ອງການ ເຈົ້າກໍ ບໍ່ມີສິດ ຫຍັງ ເພາະວ່າ ດິນ ທຸກຕອນ ໃນບ້ານເນາະ ຊາວບ້ານ ມີສິດ ນຳໃຊ້ ທີ່ດິນ, ແຕ່ ສຳປະທານ ແລ້ວ ປະຊາຊົນ ກໍບໍ່ມີ ສິດນຳໃຊ້ ທີ່ດິນ ນັ້ນອີກ ເພາະວ່າ ທີ່ດິນ ໄດ້ຖືກນຳໃຊ້ ແລ້ວ ໂດຍການ ປູກ ຢາງພາລາ ເພາະວ່າ ມີສິດ ສຳປະທານ ມີເງິນກ້ອນໃຫຍ່ ໃຫ້ຝ່າຍ ຣັດ".
ແຂວງສວັນນະເຂດ ເປັນແຂວງນຶ່ງ ທີ່ ມີນັກລົງທຶນ ຈີນ ເຂົ້າມາລົງທຶນ ປູກ ຢາງພາລາ ຢ່າງຫຼວງຫຼາຍ ໃນເຂດ ພາກກາງ ແລະ ຍັງມີ ຫຼາຍບ້ານ ປະສົບ ກັບບັນຫາ ແບບດຽວ ກັນນີ້ຢູ່ ໃນແຂວງ ສວັນນະເຂດ ໂດຍບໍ່ມີ ການແກ້ໄຂ ຈາກ ຣັຖບານ.