3 ປີເສັຽດິນໃຫ້ຣົດໄຟ ຕິດໜີ້ ບໍ່ມີຣາຍໄດ້

ໄຊຍາ
2019.05.09
f-railway ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ ຕັດຜ່ານບ້ານ ບ້ານກົກງີ້ວ ແລະ ບ້ານນູນສະຫວາດ ແຂວງຫຼວງພຣະບາງ
ຮູບພາບຈາກ : ນັກຂ່າວພົລເມືອງ

ມີຫຼາຍຄອບຄົວເປັນໜີ້ ທະນາຄານ ຍ້ອນບໍ່ມີຣາຍຮັບ ຈຳເປັນຕ້ອງຮຽກຮ້ອງ ເອົາຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ. ຊາວບ້ານກົກງີ້ວ ແລະ ບ້ານນູນສະຫວາດ ເມື່ອກ່ອນບໍ່ມີໂຄງການ ສ້າງທາງຣົດໄຟ ປະຊາຊົນມີຣາຍຮັບ ຈາກການຂາຍໝາກນັດ, ແຕ່ 3 ປີມານີ້ ປະຊາຊົນ ເດືອດຮ້ອນຫຼາຍ.

ປະຊາຊົນບາງສ່ວນທີ່ຍັງລໍຖ້າ ການຈ່າຍຄ່າຊົດເຊີຍນັ້ນແມ່ນມີ ຄວາມເດືອດຮ້ອນຫຼາຍ ເຊັ່ນ; ບໍ່ໄດ້ປູກໝາກນັດຂາຍຄືແຕ່ກ່ອນ ຍ້ອນມອບ ດິນໃຫ້ໂຄງການແລ້ວ ຊໍ້າບໍ່ໜໍາ ບາງຄອບຄົວຍັງເປັນໜີ້ ທະນາຄານ ແຕ່ລະເດືອນຕ້ອງໄດ້ ຊອກຫາເງິນໄປຈ່າຍດອກເບັ້ຽ. ຍ້ອນຂາດ ຣາຍໄດ້ ເພາະບໍ່ມີວຽກເຮັດ ບໍ່ຄືເມື່ອກ່ອນບາງຄົນຍັງໄດ້ເຊົ່າດິນປູກໝາກນັດຂາຍ ມີລຣຍໄດ້ປີລະ 50 ລ້ານ ຫາ 80 ລ້ານກີບ ແຕ່ສາມປີ ມາແລ້ວ ບໍ່ມີຣາຍຮັບຫຍັງເລີຍ ຄວາມຫວັງສຸດທ້າຍ ກໍ່ຄືຕ້ອງການໄດ້ເງິນຄ່າຊົດເຊີຍ ເພື່ອໄປຈ່າຍທັງຕົ້ນທັງດອກເບັ້ຽທະນາຄານ ເພື່ອປົດ ໜີ້ ບໍ່ດັ່ງນັ້ນ ທະນາຄານ ຈະຍຶດຊັບສິນທີ່ພໍຍັງມີເຫຼືອຢູ່.

ຕໍ່ເຫດການດັ່ງກ່າວທີ່ເວົ້າມານີ້, ເຊີນທ່ານມາຟັງ ການສຳພາດ ຂອງ ວິທຍຸເອເຊັຽເສຣີ ທີ່ໂອ້ລົມກັບປະຊາຊົນ ໃນເຂດດັ່ງກ່າວເມື່ອວັນທີ 07 ພຶສພາ ຜ່ານມາ.

ຕໍ່ກໍຣະນີການຈ່າຍເງິນຄ່າຊົດເຊີຍຊັກຊ້າ ເມື່ອວັນທີ 07 ພຶສພາ ຜ່ານມາຊາວບ້ານຢູ່ເມືອງຊຽງເງິນ ກໍ່ໄດ້ຮັບຂ່າວດີວ່າ ຈະໄດ້ເງິນຄ່າຊົດ ເຊີຍ ໃນເດືອນມິຖຸນາ ຈະມາເຖິງນີ້ ດັ່ງປະຊາຊົນເມືອງຊຽງເງິນ ກ່າວຕໍ່ນັກຂ່າວ ວິທຍຸ ເອເຊັຽເສຣີວວ່າ:

"ເພິ່ນວ່າ ແຕ່ວ່າເພິ່ນຈະມາຊົດເຊີຍ ແຕ່ວ່າບໍ່ທັນໄດ້, ໄດ້ຍິນວ່າແມ່ນເດືອນຫົກນີ້ຊັ້ນເດ້, ເພິ່ນສິໄດ້ໃຫ້ນະ ເປັນເຢົ້າເປັນເຮືອນແທ້ ບໍ່ຖືກ, ຖືກແຕ່ນາສວນ."

ແຂວງຫຼວງພຣະບາງມີ 28 ບ້ານທີ່ຂຶ້ນກັບ 3 ເມືອງຄື ເມືອງຊຽງເງິນ 16 ບ້ານ ນະຄອນຫຼວງພຣະບາງ 5 ບ້ານ ແລະເມືອງຈອມເພັດ 7  ບ້ານ ທີ່ໄດ້ຮັບຜົລກະທົບ.

ໂດຍເງິນຄ່າຊົດເຊີຍ ທີ່ຜ່ານແຂວງຫລວງພຣະບາງ ທັງໝົດ 255 ຕື້ປາຍກີບ. ເມື່ອວັນທີ 29 ກຸມພາ ຜ່ານມາ ແຂວງຫລວງພຣະບາງ ໄດ້ຈັດພິທີມອບເງິນຄ່າຊົດເຊີຍ ງວດທີ 2 ຮວມມູນຄ່າ 7 ຕື້ກີບ ກວມເອົາ 3 ບ້ານຄື ບ້ານພອນໄຊ, ບ້ານນູນສະຫວາດ ແລະ ບ້ານກົກງີ້ວ ໃນນີ້ມີ 39 ຄອບຄົວໄດ້ຮັບ. ການມອບຄ່າຊົດເຊີຍຄັ້ງນີ້ ແມ່ນງວດທີ 4 ຂອງໂຄງການ ແຕ່ເປັນງວດທີສອງ ຂອງແຂວງຫລວງພຣະບາງ ທີ່ໄດ້ຮັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.