ມ.ຕະໂອ້ຍເດັກນ້ອຍຕ້ອງການ ເຄື່ອງນຸ່ງ
2017.08.31
ປະຊາຊົນກວ່າ 30 ບ້ານ ທີ່ເມືອງຕະໂອ້ຍ ແຂວງສາຣະວັນ ຂາດເຂີນເຄື່ອງນຸ່ງຫົ່ມ ຢ່າງຫນັກໃນເວລານີ້ ໂດຍສະເພາະເດັກນ້ອຍ ຍ້ອນ ຄວາມທຸກຍາກ ບໍ່ມີເງິນ ຊື້ເຄື່ອງນຸ່ງ ເປັນຕົ້ນທີ່ບ້ານ ດຶກດົງ ເປັນບ້ານທີ່ ທຸກຍາກກວ່າຫມູ່. ດັ່ງຊາວບ້ານ ທ່ານນືຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 31 ສິງຫາ ນີ້ວ່າ:
"ຄວາມທຸກຍາກອັນໃດໃຫ້ ມັນກໍເປັນນ້ຳໃຈຫມົດ ສ່ວນຫລາຍເປັນເຄື່ອງນຸ່ງຫົ່ມ ເດັກນ້ອຍ ເປັນຕາອີຕົນ ເພາະຜູ້ໃຫຍ່ ເຂົາຫົ່ມໄດ້ຢູ່ ເດັກນ້ອຍອາຍຸ ປະມານ 13 ປີ ລົງມາ ຫາ ອູ້ມໃສ່ແອວຫັ້ນແຫລະ ເຄື່ອງຫົ່ມເດັກນ້ອຍ ນີ້ແຫລະມັນຈຳເປັນ ຢູ່ພຸ້ນມັນອາກາດຫນາວ".
ຊາວບ້ານທ່ານນີ້ກ່າວຕື່ມວ່າ ຍ້ອນຫຼາຍບ້ານ ຕັ້ງຢູ່ຫ່າງໄກເມືອງ ແລະບໍ່ມີຮ້ານຂາຍ ເຄື່ອງນຸ່ງຫົ່ມ ເຖິງຈະມີ ກໍບໍ່ມີເງິນຊຶ້ື້ ຈຳເປັນຕ້ອງໄດ້ ນຸ່ງເຄື່ອງເກົ່າ ທີ່ຂາດສ້ອຍ ໃນແຕ່ລະມື້ ປະຊາຊົນ ລຳບາກຫລາຍ ໂດຍສະເພາະ ຍາມຫນາວ ເດັກນ້ອຍ ບໍ່ມີເສຶ້ື້ອ ກັນໜາວຫົ່ມ.
ສະພາບຄວາທຸກຍາກ ທີ່ເມືອງຕະໂອ້ຍ ນອກຈາກຈະມີບັນຫາ ທາງດ້ານເຄື່ອງນຸ່ງຫົ່ມແລ້ວ ໃນເຂດຫ່າງໄກ ສອກຫລີກ ຍັງບໍ່ມີໂຮງຮຽນ ສຸຂສາລາ, ບາງບ້ານ ຖ້າມີກໍຂາດ ນາຍຄຣູ ຂາດອຸປກອນ ການຮຽນການສອນ ແລະ ຈະມີຮອດ ແຕ່ຂັ້ນ ປໍ 5 ເທົ່ານັ້ນ. ເຈົ້າຫນ້າທີ່ ເມືອງຕະໂອ້ຍ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 31 ສິງຫາ ນີ້ວ່າ:
"ກໍມີ 5-6 ຫມູ່ບ້ານ ຢູ່ນີ້ມີສີ່ຊົນເຜົ່າ ຢູ່ຮວມກັນ ຖືວ່າທຸກຍາກ ໃນທົ່ວປະເທດນີ້ແລ້ວ ປະຊາຊົນ ທຸກຍາກນີ້ກາຍເຄີ່ງນື່ງ ປະມານ 70% ພຸ້ນແຫລ້ວ".
ເມືອງຕະໂອ້ຍ ເປັນນຶ່ງໃນບັນດາເມືອງທຸກຍາກ ຫຼາຍກວ່າຫມູ່ໃນລາວ ມີປະຊາກອນປະມານ 32 ພັນປາຍຄົນ 90% ເປັນຊົນເຜົ່າຕະໂອ້ຍ ແລະ 10% ເປັນ ຊົນເຜົ່າ ປະໂກ໊ະ ແລະລາວລຸ່ມ ບໍ່ມີຣະບົບ ໂຄງຮ່າງພື້ນຖານ ດັ່ງໂຮງຮຽນ ສຸຂສາລາ ນ້ຳປະປາ ແລະຖນົນຫົນທາງ ໃນຫລາຍບ້ານ.