ດິນຊາວບ້ານ ຖືກບໍລິສັດຫວຽດນາມ ຂຸດແຮ່ເຫຼັກ ກວມເອົາດິນ

ຈຳປາທອງ
2024.12.12
ດິນຊາວບ້ານ ຖືກບໍລິສັດຫວຽດນາມ ຂຸດແຮ່ເຫຼັກ ກວມເອົາດິນ ຊາວບ້ານ ຜູ້ເປັນເຈົ້າຂອງດິນ ຖືມີດ ພ້ອມກັບຮ້ອງໄລ່ ກຸ່ມພະນັກງານ ບໍລິສັດບໍ່ແຮ່ ຫວຽດນາມ ໃຫ້ໜີໄປ ໃນເວລາທີ່ພວກເຂົາ ຈະມາຈົກດິນຊາວບ້ານ. ຮູບຈາກວີດິໂອ: ວັນທີ 9 ທັນວາ 2024
Credit photos: facebook fanpage "ເມືອງລາວ Laos"

ບໍຣິສັດ ໂກເອໂກ ແຮ່ເຫຼັກ ຈໍາກັດ ຜູ້ດຽວ ທີ່ຕັ້ງຢູ່ບ້ານໜອງກະປາດ, ເມືອງບົວລະພາ ແຂວງຄໍາມ່ວນ ລັກຈົກດິນ ແລະ ທໍາລາຍຜົນລະປູກ ຂອງປະຊາຊົນ  ບ້ານຜາພິລາງ, ເມືອງວິລະບູລີ ແຂວງສະຫວັນນະເຂດ 10 ປາຍຄອບຄົວ ທີ່ມີດິນປູກມັນຕົ້ນ ຢູ່ໃນເຂດບ້ານໜອງກະປາດ ເຮັດໃຫ້ປະຊາຊົນ ບໍ່ດີໃຈ ຈົນເກີດການຜິດຖຽງກັນ ກັບພະນັກງານ ຂອງບໍລິສັດດັ່ງກ່າວ. ດິນໃນບໍລິເວນນີ້, ເປັນດິນ ຂອງຊາວບ້ານ ໃຊ້ທໍາມາຫາກິນ ມາເເຕ່ເກົ່າ ແລະ ດິນບາງຕອນ ກໍໄດ້ມີການຊື້-ຂາຍ ຕໍ່ກັນມາ, ແຕ່ບໍ່ມີໃບຕາດິນຮັບຮອງ ເຮັດໃຫ້ທາງບໍລິສັດ ຖືເອົາເປັນ ຂໍ້ອ້າງກໍາມະສິດ ໃນບໍລິເວນນີ້ ເພື່ອຂະຫຍາຍພື້ນທີ່ ການຂຸດຄົ້ນແຮ່, ອີງຕາມຄໍາເວົ້າ ຂອງຊາວບ້ານ ບ້ານນາຕໍ, ເມືອງວິລະບູລີ ນາງໜຶ່ງ ທີ່ຮູ້ເລື່ອງທີ່ວ່ານີ້  ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວານີ້.

“ປະຊາຊົນປູກມັນຕົ້ນ ແລ້ວເຂົາໃຫ້ຢຸດ ແລ້ວກົ່ນມັນຕົ້ນຖິ້ມ, ເຂົາຊິຂຸດບໍ່, ເຂົາຊິຂະຫຍາຍອອກ, ອັນນີ້ກໍບໍ່ແນ່ໃຈ. ເຂົາວ່າ ເຂດດິນເຂົາ, ເຂົາວ່າ ເຂົາປູກມັນຕົ້ນ ເຂົາກໍໃຫ້ກົ່ນ. ກໍຫຼາຍບ້ານ ບາງຄົນກໍຊື້ເດ, ຊື້ແລ້ວປູກ ເປັນດິນ ຂອງຂະເຈົ້າ ເຮັດມາແຕ່ເກົ່າແລ້ວ, ແຕ່ເຂົາຂາຍ ຂາຍຕໍ່ບາດນີ້, ຫັ້ນນ່າ ໃບຊື້-ຂາຍ  ແຕ່ວ່າ ບໍ່ມີໃບຕາດິນແທ້.”

ແຕ່ພະນັກງານ ບໍລິສັດ ໂກເອໂກ ຜູ້ໜຶ່ງ ເວົ້າໃນມື້ດຽວກັນນັ້ນວ່າ ທີ່ຜ່ານມາ ທາງບໍລິສັດນີ້, ຍັງຂຸດຄົ້ນແຮ່ເຫຼັກ ຢູ່ໃນເຂດສໍາປະທານ ທີ່ໄດ້ຮັບ, ບໍ່ໄດ້ບຸກລຸກ ເຂົ້າພື້ນທີ່ປູກຝັງ ຂອງປະຊາຊົນ ແລະ ວ່າ ຕົນບໍ່ເຫັນຄລິບວີດິໂອ ທີ່ໄດ້ເຜີຍແຜ່ ທາງສື່ສັງຄົມອອນລາຍ ກ່ຽວກັບເຫດການທີ່ວ່ານັ້ນ.

“ບໍ່, ຂ້ອຍມາເຮັດວຽກນໍາເຂົາເຈົ້າ ບໍ່ເຫັນເຂົາເຈົ້າ ບຸກເບີກບ່ອນໃດ ທີ່ເປັນເຄື່ອງປູກຂອງຝັງ ພໍ່ແມ່ປະຊາຊົນ, ຫັ້ນນ່າ. ທີ່ດິນສວນປະຊາຊົນ ທີ່ມັນເປັນທີ່ປູກຝັງ ຄືບໍ່ເຫັນເຂົາເຈົ້າໄປບຸກເບີກ, ໄປຂຸດຄົ້ນອີ່ຫຍັງ. ມີແຕ່ເຂົາເຈົ້າ ເຮັດຜ່ານມາ ແລ້ວກໍເຂົາເຈົ້າ ກໍເອົາຕາມເຂດເກົ່າ ຕາມທີ່ເຂົາເຈົ້າ ເຮັດຜ່ານມາ.”

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມ ຕິດຕໍ່ໄປຫາ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ, ແຕ່ບໍ່ສາມາດ ຕິດຕໍ່ໄດ້ ແລະ ໃນຂະນະດຽວກັນ ກໍໄດ້ຕິດຕໍ່ໄປຫາ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງບົວລະພາ, ແຕ່ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ພຽງແຕ່ວ່າ ຍັງບໍ່ທັນຮູ້ເລື່ອງນັ້ນເທື່ອ.

ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືຶອງບົວລະພາ ທ່ານໜຶ່ງ ກໍກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງ ໄດ້ຮັບຮູ້ ເລື່ອງດັ່ງກ່າວນັ້ນແລ້ວ, ແຕ່ຍັງບໍ່ທັນ ໄດ້ໄປກວດກາ ຍ້ອນຍັງຄາວຽກຫຼາຍ ແລະ ຂັ້ນເທິງ ເພິ່ນກໍໄປວຽກ ຢູ່ປະເທດຫວຽດນາມ.

“ຮູ້ຢູ່ຂໍ້ມູນ, ແຕ່ວ່າ ຂັ້ນເທິງເພິ່ນຍັງບໍ່ໄດ້ລົງ ເພາະວ່າ ກະກຽມວຽກຫຼາຍຊ່ວງນີ້, ຫັ້ນນ່າ. ຍັງບໍ່ວ່າງ  ເພາະວ່າ ຂັ້ນເທິງກໍໄປແຮກສ່ຽວ ກັບຫວຽດນາມຢູ່. ກໍຍັງໆ, ເພາະວ່າ ຂັ້ນເທິງຫັ້ນ ໄປເບິດເລີຍເດ.”

ທ່ານກ່າວຕື່ມວ່າ ບັນຫາດັ່ງກ່າວ ເກີດຈາກຊາວບ້ານ ໄປຈັບຈອງ ແລະ ບຸກເບີກທີ່ດິນ ເພື່ອທໍາມາຫາກິນ  ແບບບໍ່ມີໃບຕາດິນ. ດັ່ງນັ້ນ, ຈຶ່ງຖືວ່າ ເປັນດິນ ຂອງລັດຢູ່.

“ຂະເຈົ້ານໍາສວນມັນຕົ້ນຫຼາຍ, ມັນເລີຍເຮັດບຸກເບີກ ໄປນໍາດິນລັດ ດິນຫຍັງຫຼາຍ, ປະຊາຊົນບໍ່ຮູ້ຈັກວ່າ ມັນເປັນດິນໃຜ. ມີແຕ່ວ່າ ໄປຈັບຈອງເອົາ ແລ້ວກໍບຸກເບີກ ເປັນຂອງໂຕເອງເລີຍ, ຊີ້ນ່າ ໂດຍບໍ່ຮູ້ວ່າ ເປັນດິນ ຂອງພັກ ຂອງລັດ, ສ່ວນຫຼາຍ ມັນຊິເປັນແບບນັ້ນ. ຢູ່ເມືອງບົວລະພາ ນີ້, ມັນຍັງບໍ່ທັນເຮັດໃບຕາດິນ ອອກໃບຕາດິນ ໃຫ້ບຸກຄົນ ຫຼາຍປານນັ້ນ.”

ກ່ອນໜ້ານີ້, ໃນປີ 2022 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສັ່ງໂຈະຊົ່ວຄາວ ໂຄງການຂຸດຄົ້ນແຮ່ເຫຼັກ  ຂອງບໍລິສັດ ໂກເອໂກ ແຮ່ເຫຼັກ ຈໍາກັດ ຜູ້ດຽວ ຂອງນັກລົງທຶນຫວຽດນາມ ພາຍຫຼັງທີ່ຊາວບ້ານ 4 ບ້ານ ຄື ບ້ານນາເຕີ, ບ້ານກະແຕ, ບ້ານນາຍົມ ແລະ ບ້ານຫ້ວຍຜາຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຮ້ອງຮຽນ ໄປຍັງທາງການເມືອງ ແລະ ແຂວງ ເພາະໄດ້ຮັບຜົລກະທົບ ນໍ້າຫ້ວຍ ກາຍເປັນສີແດງ ຍ້ອນນໍ້າລ້າງແຮ່ເຫຼັກ ຂອງບໍລິສັດດັ່ງກ່າວ ໄຫຼລົງສູ່ນໍ້າຫ້ວຍ, ລົງສູ່ນໍ້າເຊນ້ອຍ.

ບ້ານໜອງກະປາດ ເມືອງບົວລະພາ ແຂວງຄໍາມ່ວນ ເປັນບ້ານ ທີ່ບໍລິສັດ ໂກເອໂກ ໄດ້ຮັບອະນຸຍາດ ຈາກລັດຖະບານ ສໍາປະທານດິນເປົ່າວ່າງ ຂອງລັດ ທັງໝົດ 5 ກິໂລຕາແມັດ ເພື່ອຂຸດຄົ້ນແຮ່ເຫຼັກ ໃນໄລຍະທົດລອງ 3 ປີ, ໂດຍທີ່ບໍລິສັດ ໄດ້ລົງມືຂຸດຄົ້ນ ໃນເດືອນກໍລະກົດ ປີ 2021 ແລະ ປັດຈຸບັນ ມີໂຕເລກຈາກທາງການ ທີ່ລະບຸວ່າ ບໍລິສັດ ໂກເອໂກ ສາມາດຂຸດຄົ້ນແຮ່ເຫຼັກ ໄດ້ທັງໝົດ 36,000 ຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.