ປະຊາຊົນບ້ານຈັດສັນ ຢາກໄດ້ ໂຮງຮຽນ ອະນຸບານ

ໄມຊູລີ
2018.01.29
F-Nalaie ໃນເຂດບ້ານຈັດສັນ ເມືອງນາແລ ແຂວງຫຼວງນໍ້າທາ
Courtesy of FB friend/Seela Sorsomphon

ປະຊາຊົນຢູ່ສນາມນຶ່ງ ໃນເຂດບ້ານຈັດສັນ ຂອງໂຄງການເຂື່ອນນໍ້າທາ1 ທີ່ເມືອງນາແລ ແຂວງຫຼວງນໍ້າທາ ຢາກໃຫ້ໂຄງການ ຫຼືພາກສ່ວນ ກ່ຽວຂ້ອງ ສ້າງໂຮງຮຽນອະນຸບານໃຫ້ ຍ້ອນວ່າຫຼັງຈາກທີ່ ຂະເຈົ້າຖືກໃຫ້ຍ້າຍມາຢູ່ ບ້ານຈັດສັນແລ້ວ, ເດັກນ້ອຍ ອະນຸບານ 200 ປາຍຄົນ ໃນເຂດບ້ານຈັດສັນນັ້ນ ບໍ່ມີບ່ອນຮຽນ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ກ່າວໃນມື້ວັນທີ 25 ມົກຣາ ນີ້ວ່າ:

“ໂອໂຮງຮຽນນີ້ ດຽວນີ້ຄວາມຕ້ອງການນີ້, ນຶ່ງແລ້ວແມ່ນເຣື້ອງໂຮງຮຽນອະນຸບານ ສເນີ 2 ຫຼັງ ບໍຣິສັດ ກໍປະຕິເສດວ່າ ໂຮງຮຽນນິ ບໍ່ມີຢູ່ໃນ ໂກຕ້າ ບາດນີ້ຢູ່ ບ້ານພວກເຮົານີ້ ທຸກໆບ້ານມີໂຮງຮຽນອະນຸບານ ດຽວນີ້ມາຢູ່ພີ້ ໂຮງຮຽນກໍ່ບໍ່ພໍ.”

ທ່ານອະທິບາຍວ່າ ນັບແຕ່ປະຊາຊົນຍ້າຍມາຢູ່ບ້ານຈັດສັນນີ້ ຕັ້ງແຕ່ເດືອນ 7 ປີ 2016 ເດັກນ້ອຍອາຍຸຊັ້ນອະນຸບານ ກໍ່ຢູ່ເຮືອນລ້າໆ ຍ້ອນ ທາງການລາວ ແລະບໍຣິສັດແສງເພັດ ຊຶ່ງເປັນຜູ້ຮັບຜິດຊອບ ໂຄງການເຂື່ອນນໍ້າທາ1 ສ້າງແຕ່ໂຮງຮຽນ ຊັ້ນປະຖົມ ແລະໂຮງຮຽນມັທຍົມ ໃນເຂດບ້ານສນາມ1 ເທົ່ານັ້ນ ສ່ວນໂຮງຮຽນອະນຸບານ ຂະເຈົ້າໄປສ້າງຢູ່ເຂດບ້ານສນາມ 2 ຊຶ່ງຫ່າງອອກໄປ 10 ປາຍກິໂລແມັດ ເຮັດໃຫ້ ການໄປໂຮງຮຽນ ນັ້ນລຳບາກຫຼາຍ.

ທີ່ຜ່ານມາ ຊາວບ້ານກໍເຄີຍສເນີເຣື້ອງນີ້ ມາຫຼາຍເທື່ອແລ້ວ ແຕ່ພາກສ່ວນກ່ຽວຂ້ອງ ຜັດບໍ່ຕອບສນອງ ແລະບອກໃຫ້ຜູ້ປົກຄອງ ພາລູກຫຼານ ມາຮຽນຢູ່ເຂດບ້ານສນາມ 2 ຍ້ອນເຂດບ້ານສນາມ 1 ບໍ່ມີໂຄຕ້າ ສ້າງໂຮງຮຽນ ອະນຸບານ.

ປະຊາຊົນຖືວ່າ ໂຮງຮຽນອະນຸບານເປັນສິ່ງຈຳເປັນ ເນື່ອງຈາກເຂດບ້ານສນາມ 1 ເປັນເຂດບ້ານໃຫຍ່ ທີ່ມີປະຊາຊົນເຖິງ 6 ບ້ານມາເຕົ້າ ໂຮມກັນ ມີປະຊາຊົນຫຼາຍກວ່າ 3 ຮ້ອຍປາຍຄອບຄົວ ຈຶ່ງມີເດັກນ້ອຍຫຼາຍ ແລະເພີ່ມຂຶ້ນທຸກໆປີ:

“ໂຮງຮຽນອະນຸບານຫັ້ນໂອ່ສຳຄັນ ໂຮງຮຽນອະນຸບານນີ ແມ່ນມີນັກຮຽນ ນັບມື້ນັບເພີ່ມ ແຕ່ລະປີນິ ປີນຶ່ງກໍເພີ້ມອັນນະ ຮ້ອຍນຶ່ງ ສອງຮ້ອຍ ຄົນ ດີແທ້ແມ່ນຕ້ອງ ທຸກໆບ້ານ ແຕ່ສນາມ 1 ບໍ່ມີ ຢູ່ບ້ານເກົ່າມີຄົບໂຮງຮຽນ ສະພາເພິ່ນກໍ່ມາຢາມເທື່ອນື່ງ ມາຢາມເທື່ອນື່ງ ກໍ່ມາເບິ່ງວ່າ ໂອ້ ກໍຄ່ອຍເຮັດຄ່ອຍໄປ ວ່າຊັ້ນ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ເມືອງນາແລ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ພາກສ່ວນກ່ຽວຂ້ອງ ກໍ່ມີແຜນທີ່ຈະສ້າງໂຮງຮຽນ ນັ້ນໃຫ້ຢູ່ ຢາກໃຫ້ ປະຊາຊົນ ລໍຖ້າໄປກ່ອນ ເນື່ອງຈາກຕອນນີ້ ກຳລັງເລັ່ງແກ້ໄຂບັນຫາ ໃນເຂດບ້ານສນາມ 2 ແລະ ສນາມ 3 ໃຫ້ແລ້ວກ່ອນ ຈຶ່ງຈະມາ ຊ່ວຍທາງບ້ານສນາມ 1.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.