ຊາວບ້ານນາຕໍໃຫຍ່ ກໍາລັງລໍາບາກ
2013.06.19
ຊາວບ້ານ ບ້ານນາຕໍໃຫຍ່ ທີ່ໂຍກຍ້າຍ ຈາກເຂດ ໂຄງການ ເຂື່ອນ ໄຊຍະບູຣີ ຍັງບໍ່ມີ ວຽກເຮັດ ງານທໍາ. ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງ ອອກຊື່ ເປີດເຜີຍວ່າ ຊາວບ້ານ ທີ່ ຖືກໂຍກຍ້າຍ ສ່ວນຫລາຍ ຍັງບໍ່ສາມາດ ຕັ້ງຕົວໄດ້ ຍັງຄອງຖ້າ ຮັບເງິນ ຊ່ວຍເຫລືອ ແລະ ການຝຶກ ອາຊີບ ຈາກ ຣັຖບານ. ທັງນີ້ ກໍຍ້ອນວ່າ ດິນປູກຝັງ ທີ່ ໂຄງການ ຈັດສັນ ໃຫ້ແຕ່ລະ ຄອບຄົວນັ້ນ ຍັງບໍ່ສາມາດ ປູກຝັງ ໄດ້ເທື່ອ ເພາະເປັນດິນ ບໍ່ໄດ້ ບຸກເບີກ ບາງບ່ອນ ເປັນ ດິນດາກ ເປັນດິນ ຊຸດໂຊມ ເກີນກວ່າ ຈະປູກຝັງ ຫຍັງໄດ້:
"ຄືບ້ານຈັດສັນ ບ້ານຫ້ວຍສຸຍ ບ້ານຫ້ວຍສຸຍ ເດີມ ຖືກໂຍກຍ້າຍ ມາຕັ້ງເປັນ ບ້ານຈັດສັນ ແຫ່ງທໍາອິດ ຊື່ວ່າ ບ້ານນາຕໍໃຫຍ່ ນີ້ຂະເຈົ້າ ບໍ່ມີວຽກ ຈະເຮັດ ເພາະວ່າ ຈະເຮັດ ກໍເພິ່ນ ສນອງອາຊີບ ໃຫ້ນີ້ແຫລະ ກໍາລັງ ຂຸ້ນຂ້ຽວກັນ ໄປ ຝຶກອົບຮົມ ກ່ຽວກັບ ການລ້ຽງ ປາດຸກ ບໍ່ ລ້ຽງໄກ່ ບໍ່ ລ້ຽງເປັດ ບໍ່ ປູກຜັກ ສວນຄົວ ນີ້ແຫລະ".
ທ່ານວ່າ ຕອນນີ້ ຣາຍໄດ້ຫລັກ ຫລື ທາງຫາຢູ່ ຫາກິນ ກໍແມ່ນ ເງິນຊົດເຊີຍ ຈາກໂຄງການ ທີ່ ຊາວບ້ານ ໄດ້ຮັບ 120 ພັນກີບ ຕໍ່ຄົນ ຕໍ່ເດືອນ ເພື່ອໃຫ້ຊື້ ອາຫານ ການກິນ. ບ້ານນາຕໍໃຫຍ່ ແມ່ນບ້ານ ຈັດສັນແຫ່ງ ທໍາອິດ ຂອງ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ຖືກໂຍກຍ້າຍ ມາຈາກ ບ້ານຫ້ວຍສຸຍ ໄດ້ເກືອບ ຮອດ 2 ປີແລ້ວ, ມີ 3-4 ຮ້ອຍຄົນ ໃນ 70-80 ຫລັງຄາ ເຮືອນ.
ດຽວນີ້ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ໄດ້ປະມານ 10 ສ່ວນຮ້ອຍ. ໃນອະນາຄົດ ທາງໂຄງການ ມີແຜນ ທີ່ຈະຍ້າຍ ຊາວບ້ານ ຕື່ມອີກ ປະມານ 1100 ຄົນ ຕາມແຜນທີ່ ຕັ້ງເອົາໄວ້.