ການຈ່າຍຄ່າຊົດເຊີຽໃຫ້ແກ່ຜູ້ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານໍ້າແບງ ໃນແຂວງອຸດົມໄຊ ມາຮອດປັດຈຸບັນນີ້ ຕ້ອງໄດ້ໂຈະໄວ້ ຍ້ອນທາງໂຄງການໝົດເງິນກ່ອນ ແລະ ບອກວ່າຈະກັບຄືນ ມາຈ່າຍໃຫ້ ໃນຮອບໃໝ່. ຕາມການ ເປີດເຜີຽ ຂອງຊາວບ້ານ:
"ຊົດເຊີຽແລ້ວ ແຕ່ເຂົາຊົດເຊີຽຕອນອື່ນໆ ຍັງນາຫັ້ນ. ນາຍັງບໍ່ໄດ້ຊົດເຊີຽເທື່ອເງິນເຂົາເຈົ້າໝົດ ສຸຂສາລາ ກັບໂຮງຮຽນຕາມເພິ່ນວ່າໃຫ້ຊາວ ບ້ານຊອກເອົາດິນຕອນໃດຕອນນຶ່ງ ທີ່ມັນເໝາະສົມແລ້ວ ຂະເຈົ້າຈະປຸກ ສ້າງໃຫ້. ທຶນກໍ່ສ້າງ ຄືສີ່ແມ່ນລະດົມ ເອົານີ້ແຫລະ".
ຊາວບ້ານຈໍານວນທີ່ກ່າວນີ້ ບໍ່ທັນໄດ້ຮັບຄ່າຊົດເຊີຽດິນນາ ແລະປ່າໄມ້ສັກ ທີ່ສູນເສັຽໄປ. ສໍາລັບການປຸກໂຮງຮຽນ ແລະສຸຂສາລາຫລັງໄໝ່ ເພື່ອແທນຫລັງເກົ່ານັ້ນ ທໍາອິດທາງໂຄງການເຂື່ອນບອກວ່າ ຈະຊອກຫາ ທີ່ດິນ ແລະປຸກໃຫ້ໃໝ່. ມາຮອດປັດຈຸບັນ ທາງໂຄງການບອກ ໃຫ້ຊາວບ້ານ ຊອກຫາທີ່ດິນໂດຍຕົນເອງ. ສ່ວນວ່າຈະປຸກໃຫ້ຫລັງໃໝ່ນັ້ນ ທາງໂຄງການບໍ່ໄດ້ບອກແຈ້ງ. ເຣື້ອງລາວທັງໝົດນີ້ ໜັງສືພິມ ລາຍວັນ ປະຊາຊົນ ລົງວັນທີ 26 ກັນຍາ ວ່າທາງໂຄງການເຂື່ອນ ໄດ້ຈ່າຍຄ່າຊົດເຊີຽໃຫ້ຊາວບ້ານທີ່ໄດ້ຮັບຜົນກະທົບໝົດແລ້ວ ທັງດິນນາ ດິນສວນ ດິນໄຮ່ ລວມທັງໝົດ 80 ເຮັກຕາກ່ວາໆ ຄິດເປັນເງິນ 1,500 ລ້ານກີບ.
ເຂື່ອນນໍ້າແບງມີຂນາດສາມາດຜລິດໄຟຟ້າໄດ້ 34 ເມກາວັດ ສ້າງໃສ່ປາກນໍ້າແບງ ຊຶ່ງເປັນສາຂາແມ່ນໍ້າຂອງໃຊ້ງົບປະມານກໍ່ສ້າງທັງໝົດ 72 ລ້ານໂດລາ ແລະໄດ້ລົງມືສ້າງແລ້ວເມື່ອ ເດືອນກໍຣະກະດາ ຜ່ານມາໂດຍບໍຣິສັດພລັງງານນໍ້າແບ່ງ ເປັນຜູ້ຖືຫຸ້ນແທນບໍຣິສັດ cneec ຂອງຈີນ 80% ແລະບໍຣິສັດໄຟຟ້າລາວ ຖືຫຸ້ນ 20%. ກໍານົດສ້າງໃຫ້ແລ້ວພາຍໃນປີ 2018.