ຜູ້ເສັຽຫາຍຈາກຣົດໄຟ ຮຽກຮ້ອງ ຄ່າຊົດເຊີຍ

ໄຊຍາ
2021.08.17
ຜູ້ເສັຽຫາຍຈາກຣົດໄຟ ຮຽກຮ້ອງ ຄ່າຊົດເຊີຍ ທາງຣົດໄຟລາວ-ຈີນ ທີ່ ໃກ້ຈະສໍາເຣັດ ການກໍ່ສ້າງ ແລະ ມີແຜນຈະເປີດ ທົດລອງໃຊ້ ໃນທ້າຍປີ 2021 ນີ້
ພາບຈາກ: ວີດີໂອ ບໍຣິສັດ ທາງຣົດໄຟ ລາວ-ຈີນ

ໃນທ້າຍປີນີ້ ຜູ້ພັທນາໂຄງການ ທາງຣົດໄຟລາວ-ຈີນ ຕັ້ງເປົ້າໝາຍວ່າ ຈະເປີດຢ່າງເປັນທາງການ. ເຖິງວ່າເຊື້ອພຍາດໂຄວິດ-19 ທັງໃນລາວ ແລະ ຈີນ ກໍມີຣະບາດຮອບໃໝ່ໜັກກວ່າເກົ່າ ແຕ່ຜູ້ພັທນາໂຄງການ ປະກາດຢ່າງຊັດເຈນວ່າ ໂຄງການນີ້ ຍັງດຳເນີນ ການເປັນປົກກະຕິ ເພື່ອໃຫ້ທັນກັບເວລາທີ່ກຳນົດເອົາໄວ້.

ເຖິງວ່າວຽກການກໍ່ສ້າງມີຄວາມຄືບໜ້າ ນັບແຕ່ສະຖານີແຂວງຫຼວງນໍ້າທາ ຈົນມາເຖິງນະຄອນຫຼວງວຽງຈັນ. ໃນຂນະດຽວກັນ ຜູ້ທີ່ໄດ້ ຮັບຜົລກະທົບຈາກໂຄງການນີ້ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ເປັນຈຳນວນຫຼາຍ, ດັ່ງປະຊາຊົນ ໃນແຂວງອຸດົມໄຊ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອສັປດາຜ່ານມາວ່າ:

“ກໍມີບາງຈຳນວນກໍຈ່າຍແລ້ວ ແຕ່ວ່າໂຕນີ້ ມັນແມ່ນລັກສະນະເຂົາເອົາດິນໄປຖອກຖິ້ມ ຕາມແຄມຫ້ວຍແຄມຮ່ອງ ລະຖືກໜອງປາບໍ່ ຖືກສວນຢາງພາຣາບໍ່ໂຕຖືກກ່ອນນີ້ໄດ້ແລ້ວ ແຕ່ວ່າໂຕນີ້ຖືກນຳຫຼັງ ກໍເລີຍວ່າໄປແທກໄປເຊັນກັນໝົດແລ້ວ ຂະເຈົ້າວ່າ ໃຫ້ລໍຖ້າ ລໍ ຖ້າຢູ່ນີ້ ກໍກາຍມາຫຼາຍເດືອນຫຼາຍ ເວລາແລ້ວຍາມໃດ ກາບໍ່ໄດ້ເຂົາແນະນຳໃຫ້ແຕ່ລໍຖ້າຫັ້ນນ່າ.”

ຊາວແຂວງອຸດົມໄຊ ໄດ້ກ່າວຕື່ມວ່າ ເຂດດິນທໍາການຜລິດຂອງຕົນ ແລະຊາວບ້ານໃນເຂດທີ່ໄດ້ຮັບຜົລກະທົບນັ້ນ ເປັນຈຸດທີ່ໂຄງການ ເອົາດິນ ອອກຈາກ ແລວທາງກໍ່ສ້າງ ມາຖອກໃສ່ທັງສວນ, ໜອງປາ ແລະ ເນື້ອທີ່ນາຈຳນວນຫຼາຍ. ເຖິງວ່າຈະເຊັນສັນຍາກັບພາກ ສ່ວນຮັບຜິດຊອບ ໂຄງການໄປແລ້ວ ແຕ່ຍັງບໍ່ທັນໄດ້ເຫັນຕິດຕໍ່ກັບມາ ເປັນເວລາ 6 ເດືອນ.

ປະຊາຊົນ ຊາວແຂວງ ຫຼວງນໍ້າທາ ຜູ້ໄດ້ຮັບຜົລກະທົບຈາກໂຄງການ ທາງຣົດໄຟລາວ-ຈີນ ໂດຍເນື້ອທີ່ດິນຢູ່ໃກ້ກັບ ເຂດການກໍ່ສ້າງ ສະຖານີແຫ່ງນຶ່ງ ໃນແຂວງຫຼວງນໍ້າທາ. ດິນຕອນດັ່ງກ່າວ ເປັນສວນທີ່ຕ້ອງໄດ້ມອບດິນໃຫ້ທາງໂຄງການ ຫຼື ເອີ້ນວ່າສະລະສິດ ໂດຍ ຄະນະຮັບຜິດຊອບໂຄງການຂັ້ນແຂວງ ຈະຈ່າຍຄ່າຊົດເຊີຍໃຫ້ຕາມປະເພດດິນ:

“ກໍມີແຕ່ເຮັດໄຮ່ເຮັດນາ ຕາມທັມມະດານີ້ ເຮັດຮົ້ວເຮັດສວນ ໄປຕາມບ່ອນ ທີ່ວ່າບໍ່ທັນຖືກຫັ້ນ ບ່ອນໃດຖືກ ກໍແມ່ນສະລະສິດ ແລະ ໂຕນັ້ນ.”

ຊາວແຂວງຫຼວງນໍ້າທາ ໄດ້ກ່າວຕື່ມວ່າ ຕອນນີ້ກໍທໍາການຜລິດ ຢູ່ບ່ອນດິນບໍ່ຖືກໂຄງການ ແຕ່ກໍຍັງລໍຖ້າ ວ່າເມື່ອໃດຄະນະ ຮັບຜິດ ຊອບໂຄງການ ຈະຈ່າຍຄ່າຊົດເຊີຍ ໃຫ້ພໍໄດ້ເປັນທຶນເພາະໄລຍະເຊື້ອໂຄວິດ-19 ຣະບາດ ການທັມມາຫາກິນກໍລຳບາກຫຼາຍ.

ສ່ວນປະຊາຊົນ ໃນແຂວງຫຼວງນໍ້າທາ ອີກທ່ານນຶ່ງ ໄດ້ກ່າວວ່າ ການຈ່າຍຄ່າຊົດເຊີຍແມ່ນເພິ່ນຈ່າຍໃຫ້ເທົ່າໃດ ກໍເອົາບໍ່ໄດ້ກຳນົດ ຣາຄາ. ເພາະຜ່ານມາ ທາງຄະນະ ຮັບຜິດຊອບໄກ່ເກັ່ຽ ເພິ່ນກໍກຳນົດຕາມເຂດພື້ນທີ່ ແລະ ການນຳໃຊ້ຂອງດິນເປັນຫຼັກ:

“ບໍ່ຮູ້ຣາຄາເທື່ອ ມີແຕ່ວ່າໃຫ້ເທົ່າໃດ ກໍແມ່ນເອົາເທົ່ານັ້ນ ໂຕນີ້ກາບໍ່ຊ່າງເວົ້າ ເອົາແຕ່ຫຼາຍຄົນ ກໍຫຼາຍຄົນເຫັນດີເອົາ ກໍໄດ້ເອົາ ນຳກັນ.”

ສ່ວນຊາວນະຄອນຫຼວງ ວຽງຈັນ ເຂດເມືອງໄຊທານີ ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວ່າ ໂຄງກໍໃກ້ຈະສ້າງສຳເຣັດແລ້ວ ແຕ່ການ ຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຍັງຊັກຊ້າ. ຍິ່ງໃນໄລຍະນີ້ ຜູ້ຫາເຊົ້າກິນຄໍ່າ ກໍໄດ້ຮັບຄວາມເດືອດຮ້ອນຫຼາຍ ເວລາໄປສອບຖາມ ຄະນະໄກ່ເກັ່ຽຂັ້ນບ້ານກໍບອກວ່າ ໃຫ້ລໍຖ້າ ເພິ່ນຍັງບໍ່ໄດ້ຕອບມາເທື່ອ.

ກ່ຽວກັບການຈ່າຍຄ່າຊົດເຊີຍ ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ທ່ານ ຈັນຕຸລາ ພານາລາສີ ຫົວໜ້າກົມຄຸ້ມຄອງ ກໍ່ສ້າງທາງ ຣົດໄຟລາວ-ຈີນ ໄດ້ຣາຍງານໃນກອງປະຊຸມຊຸກຍູ້ວຽກງານ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ທີ່ຈັດຂຶ້ນ ໃນແຂວງຫຼວງພຣະບາງ ເມື່ອວັນທີ 21 ກໍຣະກະດາ ຜ່ານມາ ໂດຍເນື້ອໃນບາງຕອນ ຣະບຸວ່າ.

ຜ່ານໂຄງການ ໄດ້ເບີກຈ່າຍຄ່າຊົດເຊີຍ ທັງໝົດ 1.488,59 ຕື້ກີບ ໃຫ້ບັນດາແຂວງ ແລະນະຄອນຫຼວງວຽງຈັນ. ໃນນີ້ ໄດ້ນໍາໃຊ້ ບ້ວງເງິນງົບປະມານ ຂອງຣັຖບານ ມູນຄ່າ 808,72 ຕື້ກີບ ແລະ ບ້ວງເງິນ ຂອງບໍຣິສັດທາງຣົດໄຟລາວ-ຈີນ ມູນຄ່າ 679,87 ຕື້ກີບ.

ສຳລັບແຜນເວນຄືນທີ່ດິນ ແລະ ຄ່າຊົດເຊີຍສິ່ງກີດຂວາງ ຂອງໂຄງການປະຈຳປີ 2021 ກະຊວງໂຍທາທິການແລະຂົນສົ່ງ ໄດ້ສເນີ ຫາກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ເພື່ອຂໍອະນຸມັດເງິນງົບປະມານ ຮັບໃຊ້ວຽກງານເວນຄືນທີ່ດິນ ຄ່າ ຊົດເຊີຍ ສິ່ງກີດຂວາງ ຂອງໂຄງການ ມູນຄ່າ 465,07 ຕື້ກີບ.

ທ່ານ ຈັນຕຸລາ ພານາລາສີ ໄດ້ຣາຍງານຕື່ມວ່າ ກ່ຽວກັບໂຄງການຊ່ອຍເຫຼືອລ້າ ໂຄງການກໍ່ສ້າງບ້ານຈັດສັນ 4 ຈຸດ ດັ່ງເຊັ່ນ ໂຄງ ການບ້ານຈັດສັນ ຢູ່ບ້ານ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ໂຄງການ ບ້ານຈັດສັນ ບ້ານນາໂຄກ ເມືອງງາ ແຂວງ ອຸດົມໄຊ, ໂຄງການບ້ານຈັດສັນ ບ້ານນາໝໍ້ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຄງການບ້ານຈັດສັນ ບ້ານບວມອໍ້ ເມືອງເງິນ ແຂວງຫຼວງພຣະບາງ. ເຊິ່ງຄາດວ່າໂຄງການນີ້ ຈະສຳເຣັດໃນເດືອນຕຸລາປີນີ້.

ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ແຕ່ບໍ່ເຕັນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ຮວມຄວາມຍາວ 426 ກິໂລແມັດ ມາຮອດ ວັນທີ 31 ພຶສພາ 2021 ສໍາເຣັດ 93,82% ໂດຍແບ່ງການກໍ່ສ້າງ ອອກເປັນ 2 ໄລຍະ ຄື ໄລຍະທີ 1 ເຣີ້ມແຕ່ບໍ່ເຕັນ ຫາສະຖານີ ໂດຍສານນະຄອນຫຼວງວຽງຈັນ ຮວມຄວາມຍາວ 409 ກິໂລແມັດ ແມ່ນສໍາເຣັດ 98,80% ຂອງວຽກງານກໍ່ສ້າງ ພື້ນຖານໂຄງຮ່າງ ທາງຣົດໄຟ.

ສ່ວນໄລຍະທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ຮວມຄວາມຍາວ 17 ກິໂລແມັດ ແມ່ນປະຕິບັດສໍາເຣັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງຮ່າງທາງຣົດໄຟ.

ທາງຫ້ອງການປະສານງານ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ໄດ້ກ່າວວ່າ ເຖິງວ່າໄລຍະນີ້ຈະມີການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ກໍຕາມ ແຕ່ຍັງສຶບຕໍ່ດຳເນີນການກໍ່ສ້າງທາງຣົດໄຟລາວ-ຈີນ ແບບປົກກະຕິ ເພື່ອຈະໃຫ້ທັນສຳເຣັດ ທັນຕາມແຜນການ.

ປັຈຈຸບັນ ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ສ້າງສຳເຣັດໄປແລ້ວ 98,80% ມີທັງໝົດ 31 ສະຖານີ ໂດຍມີ 5 ສະຖານີຫຼັກ ຈາກ ນະຄອນຫຼວງວຽງຈັນ ຫາແຂວງຫຼວງນໍ້າທາ ໄດ້ສຳເຣັດ ການວາງລາງ 417 ກິໂລແມັດ ແລະ ໄດ້ເປີດທົດລອງແລ່ນ ເປັນບາງຈຸດຫຼາຍຄັ້ງ.

ນອກຈາກນີ້ໃນເດືອນຕຸລາ ທາງໂຄງການຈະທົດລອງ ແລ່ນເຕັມຮູບແບບ ເພື່ອກຽມເປີດຢ່າງເປັນທາງການ ໃນເດືອນທັນວາ ປີ 2021 ນີ້.

ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ສ້າງຜົລກະທົບໃຫ້ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ ໃນນີ້ມີນະຄອນຫຼວງວຽງຈັນມີ 34 ບ້ານ ນອນຢູ່ໃນ ເມືອງນາຊາຍທອງ ມີ 23 ບ້ານ ແລະ ເມືອງໄຊທານີ 11 ບ້ານ. ແຂວງວຽງຈັນມີ 60 ບ້ານ ຂຶ້ນກັບ 4 ເມືອງ ຄືເມືອງ ໂພນໂຮງ ມີ 24 ບ້ານ, ເມືອງຫິນເຫີບ ມີ 11 ບ້ານ, ເມືອງວັງວຽງ ມີ 16 ບ້ານ ແລະ ເມືອງກາສີ ມີ 9 ບ້ານ.

ແຂວງຫຼວງພຣະບາງ ມີ 28 ບ້ານຂຶ້ນກັບ 3 ເມືອງຄື ເມືອງຊຽງເງິນ ມີ 16 ບ້ານ, ເມືອງຫຼວງພຣະບາງ ມີ 5 ບ້ານ ແລະ ເມືອງ ຈອມເພັດ ມີ 7 ບ້ານ, ແຂວງອຸດົມໄຊມີ 41 ບ້ານຂຶ້ນກັບ 3 ເມືອງ ຄື ເມືອງງາ ມີ 13 ບ້ານ, ເມືອງໄຊ ແລະ ເມືອງນາໝໍ້ ມີ 14 ບ້ານ, ສ່ວນແຂວງຫຼວງນໍ້າທາ ມີ 4 ບ້ານ ຂຶ້ນກັບເມືອງຫຼວງນໍ້າທາ ຕາມການປະເມີນຄ່າຊົດເຊີຍ ຂອງໂຄງການ ປະມານ 2.492,34 ຕື້ກີບ.

ໃນນີ້ມູນຄ່າຊົດເຊີຍ ສຳລັບແຂວງຫຼວງນໍ້າທາ 247,98 ຕື້ກີບ, ແຂວງອຸດົມໄຊ 398,17 ຕື້ກີບ, ແຂວງ ຫຼວງພຣະບາງ 213,29 ຕື້ ກີບ, ແຂວງວຽງຈັນ 290,31 ຕື້ກີບ ແລະ ນະຄອນຫຼວງວຽງຈັນ 1.342,59 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.