ຊາວບ້ານຍຶບຖືກຈັບຮວມ 14 ຄົນ

ຈໍາປາທອງ
2017.09.20
F-Sekong ສວນຢ່າງພາຣາ ທີ່ເຄີຍເປັນຂອງ ຊາວບ້ານ ຖືກບໍຣິສັດວຽດນາມ ມາຍຶດເອົາໃນປີ 2006 ແຕ່ຊາວບ່້ານ ມາຕິດປ້າຍໃສ່ ຍຶດເອົາຄືນ ຫລັງຈາກທີ່ທາງການແຂວງ ບໍ່ຊົດເຊີຍໃຫ້ເຂົາເຈົ້າ. ຊາວບ້ານ 2 ຄົນ ທີ່ຖືກຈັບໄປກ່ອນແລ້ວຄື: ທ້າວ ສຸວັນ(ຂວາ)ແລະ ທ້າວ ວິຄຳ.
ຖ່າຍວັນທີ 23 ກໍຣະກະດາ ປີ 2015 ໂດຍ Citizen Journalist

ທາງການແຂວງເຊກອງ ຈັບປະຊາຊົນ 14 ຄົນ ຢູ່ບ້ານຍຶບ ເມືອງທ່າແຕງ ໃນມື້ວັນທີ 25 ກໍຣະກະດາ ຍ້ອນຂໍ້ຂັດແຍ່ງ ທີ່ດິນ ຣະຫວ່າງ ບໍຣິສັດ ຢາງພາຣາ ວຽດນາມ ແລະ ປະຊາຊົນ ໃນບ້ານນີ້.

ໃນນັ້ນ ຜູ້ຖືກຈັບຈຳນວນນຶ່ງ ຖືກເຈົ້າໜ້າທີ່ ຕຳຫຣວດຕີ, ເອົາໄຟຟ້າຊັອດ ແລະ ມີຜູ້ຖືກຈັບ 2 ຄົນອາຍຸຕ່ຳກວ່າ 18 ປີ. ຍາດພີ່ນ້ອງຂອງ ຜູ້ທີ່ຖືກ ຈັບຄົນນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນວັນທີ 19 ກັນຍາ ວ່າຜູ້ທີ່ຖືກ ເຈົ້າໜ້າທີ່ ຕຳຫຣວດຕີ ຈົນເລືອດອາບໜ້າ ຢູ່ໃນຄຸກ ຄື, ທ້າວ ສຸວັນ, ທ້າວ ບຸນແລງ ຖືກທ້າຍປືນ ຖັ່ງໃສ່ຫົວຈົນສະຫລົບ, ທ້າວ ນາກ ຖືກເອົາໄຟຟ້າຊັອດ ຢູ່ເດີນໂຮງຮຽນບ້ານ ຈົນສະຫລົບ ກ່ອນທີ່ຈະນໍາຕົວ ໄປຂັງຄຸກ. ຢູ່ໃນຄຸກນັ້ນ ທ້າວ ວິຄຳ ຖືກກົດດັນ ຈົນຄິດຈະຜູກຄໍຕາຍ, ແຕ່ຄົນຢູ່ໃນຄຸກ ຊ່ວຍເຫລືອ ເອົາໄວ້ໄດ້.

ຕາມແຫລ່ງຂ່າວ ຍາດພີ່ນ້ອງຄົນໃດ ທີ່ຢາກເຂົ້າຢ້ຽມ ກໍຈະຕ້ອງໄດ້ຈ່າຍເງິນ ໃຫ້ຕຳຫຣວດ 20 ພັນກີບ ຕໍ່ຄັ້ງ. ປັດຈຸບັນ ບໍ່ມີຊາວບ້ານ ຄົນໃດ ກ້າເວົ້າເລື້ອງທີ່ດິນ ເພາະ ເຈົ້າໜ້າທີ່ ຕຳຫຣວດ ຂູ່ວ່າຈະຈັບ ຖ້າໃຜເວົ້າ.

ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ໂທຣະສັບ ໄປຫາ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ, ພັນເອກ ສົມໄຊ ພູນລະມານີ ຫົວໜ້າ ກອງບັນຊາການ ປກສ ແຂວງ, ທ່ານ ສົມນິດ ສິລິບຸນລ້ຽງ ຫົວໜ້າອົງການ ອັຍການແຂວງ ແລະອີກຫລາຍທ່ານ ທີ່ກ່ຽວຂ້ອງ ແຕ່ບໍ່ມີ ທ່ານໃດ ຮັບໂທຣະສັບ.

ແຫຼ່ງຂ່າວເວົ້າວ່າ ຣາຍຊື່ຜູ້ທີ່ຖືກຈັບໃນຈໍານວນ 14 ຄົນນັ້ນມີ, ທ້າວ ວິຄຳ,  ທ້າວ ບຸນແລງ, ທ້າວ ບຸນປົກ, ທ້າວ ນາກ (ອາຍຸ 15 ປີ) ແລະ ທ້າວ ບຸນເຕັ້ຍ ທັງ 5 ຄົນເປັນກຸ່ມນຶ່ງ ທີ່ຖືກຈັບ ເຂົ້າຄຸກຫລັກ ແຂວງເຊກອງ.

ອີກກຸ່ມນຶ່ງ ທີ່ຖືກຂັງຢູ່ຄຸກ ເມືອງລະມາມມີ,  ທ້າວ ສຸວັນ, ທ້າວ ບຸນແທ່ນ, ທ້າວ ໂປະ, ທ້າວ ໄນ, ທ້າວ ວິຫານ, ທ້າວ ສົມສະຫວັນ, ທ້າວ ສົນ, ທ້າວ ບຸນສົດ ແລະນາງ ນີ (ອາຍຸ 15 ປີ) ຊຶ່ງເປັນຄົນທີ 9. ກ່ຽວກັບບັນຫາທີ່ວ່ານີ້ ນັກກົດໝາຍລາວ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 20 ກັນຍາ ນີ້ວ່າ:

"ມັນເປັນການລະເມີດກົດໝາຍ ທີ່ຄວນໄດ້ຮັບ ການລົດໂທດ ເພາະວ່າ ເຈົ້າໜ້າທີ່ ຕຳຫຣວດ ຮູ້ແລ້ວວ່າ ການປະຕິບັດ ກົດໝາຍ ເຮັດ ແນວໃດ ການປະຕິບັດ ກົດໝາຍ ໂດຍສະເພາະ ວິທີການ ສືບສວນສອບສວນ ເຈົ້າໄປໃຊ້ກຳລັງ ເຂົາເອີ້ນວ່າ ການບັງຄັບຂົ່ມຂູ່ ລະການ ປະທຸດຊະຮ້າຍຮ່າງກາຍ ເປັນການ ກະທຳຜິດກົດໝາຍ ທີ່ຮ້າຍແຮງທີ່ສຸດ ໂດຍສະເພາະ ກັບຜູ້ທີ່ຍັງ ຢູ່ໃນຂັ້ນ ລະແວງສົງໄສ ບໍ່ແມ່ນຜູ້ ທີ່ກະທຳຜິດ ສານ ບໍ່ໄດ້ຕັດສິນ".

ຕາມຂໍ້ມູນຈາກຊາວບ້ານ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ກັບບໍຣິສັດ ຢາງພາຣາ ວຽດນາມ ທີ່ມີຊື່ຫຍໍ້ວ່າ LVF ໄດ້ເກີດຂຶ້ນມາ ແຕ່ປີ 2006 ຍ້ອນບໍຣິສັດ ນີ້ບຸກເບີກ ເນື້ອທີ່ດິນ ໄປ ກວມເອົາດິນ ຂອງຊາວບ້ານ 55 ຄອບຄົວ ຈໍານວນ 121 ເຮັກຕາ ໃນຂະນະທີ່ ທາງການເມືອງ ທ່າແຕງ ແລະ ແຂວງເຊກອງ ອະນຸມັດໃຫ້ ສຳປະທານພຽງ 42 ເຮັກຕາ ເທົ່ານັ້ນ.

ຂ່າວຄືບໜ້າ ຈໍານວນຜູ້ຖືກຈັບ: ໃນບົດຣາຍງານ ໃນເບື້ອງຕົ້ນ ເຈົ້າໜ້າທີ່ ແຂວງເຊກອງ ເວົ້າວ່າ ມີຊາວບ້ານ ຖືກຈັບ 12 ຄົນ, ແຕ່ ຍາດພີ່ນ້ອງ ຂອງຜູ້ທີ່ຖືກຈັບ ຢືນຢັນ ໃນວັນທີ 19 ກັນຍາ ວ່າ ປັດຈຸບັນ ມີຜູ້ຖືກຈັບ ທັງໝົດ 14 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.