ຊາວບ້ານວິລະບູລີ ມີບໍ່ຄໍາ ແຕ່ຍັງທຸກ
2013.01.31

ເຂດທີ່ມີອັຕຣາ ຄວາມທຸກຍາກ ຂອງປະຊາຊົນ ສູງທີ່ສຸດ ໃນລາວ ໃນປັຈຈຸບັນ ແມ່ນເມືອງເຊໂປນ ແລະ ວິລະບຸລີ ໃນແຂວງ ສວັນນະເຂດ, ເຖິງແມ່ນວ່າ ທາງເມືອງດັ່ງກ່າວ ຈະມີບໍ່ຄຳ ແລະ ທອງແດງ ທີ່ໃຫຍ່ທີ່ສຸດ ໃນລາວ ກໍຕາມ, ອີງຕາມ ຄຳເວົ້າຂອງ ເຈົ້າໜ້າທີ່ ພັທນາ ຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ແຫ່ງຊາຕ.
ເມືອງເຊໂປນ ແລະ ວິລະບູລີ ເປັນເຂດ ທີ່ມີບໍ່ຄຳ ແລະ ທອງແດງ ຫລາຍທີ່ສຸດ ໃນລາວ ແລະ ເມື່ອປີ 2012 ຜ່ານມາ ບໍ່ແຮ່ ທີ່ມີຄຸນຄ່າ ດັ່ງກ່າວ ສາມາດຜລິດ ແລະ ສົ່ງ ຄຳ ແລະ ທອງແດງ ອອກໄດ້ ເຖິງ 65,000 ອ໋ອນ ແລະ 80,000 ຕັນ ຕາມລຳດັບ ຫລື ຄຶດເປັນມູນຄ່າ ການສົ່ງອອກ ຮວມກັນ ເຖິງ 756 ລ້ານດອນລາ ສະຫະຣັຖ, ໃນນັ້ນຣັຖບານ ໄດ້ຮັບສ່ວນແບ່ງ ໃນມູນຄ່າຮວມເຖິງ 205 ລ້ານດອນລາ ສະຫະຣັຖ. ເຖິງຢ່າງໃດ ກໍຕາມ ປະຊາຊົນ ໃນເຂດເມືອງ ດັ່ງກ່າວ ຊ້ຳພັດ ໄດ້ຮັບ ສ່ວນແບ່ງ ຈາກຜົລປໂຍດ ປະມານ 5 ແສນດອນລາ ສະຫະຣັຖ ເທົ່ານັ້ນ.
ຈາກສະພາບການ ດັ່ງກ່າວ ຈຶ່ງເຮັດໃຫ້ ປະຊາຊົນ ໃນເຂດ ເມືອງເຊໂປນ ແລະ ວິລະບຸລີ ຍັງຕ້ອງປະເຊີນກັບ ຄວາມທຸກຍາກ ອີກຕໍ່ໄປ ຈົນກ່ວາ ຈະໄດ້ຮັບການ ຊ່ອຍເຫລືອ ຢ່າງພຽງພໍ ຕາມຄວາມຕ້ອງການ ທີ່ເປັນຈິງ. ເຈົ້າໜ້າທີ່ ອໍານາດ ການປົກຄອງເມືອງ ວິລະບຸລີ ກ່າວວ່າ:
“ທາງເມືອງ ຂອງພວກເຮົາ ທີ່ຜະເຊີນໜ້າແທ້ໆ ປັຈຈຸບັນນີ້ ແມ່ນອັນດັບ 1. ພວກເຮົາ ຕ້ອງການ ມີເສັ້ນທາງ, 2, ໄຟຟ້າ, 3. ແມ່ນນ້ຳບາດານ ບໍ່, ນ້ຳສ້າງ ບໍ່ ຈັ່ງຊີ້. ຄັນຫາກວ່າ ພວກເຮົາ ໄດ້ໂຕນີ້ ນະດ 3 ແນວທີ່ວ່າ ພວກເຮົາ ສາມາດລຶບລ້າງໄດ້ (ຄວາມທຸກຍາກ) ສຳລັບ ເມືອງວິລະບຸລີ.”
ເຖິງແມ່່ນວ່າ ແຂວງສວັນນະເຂດ ຈະມີການຂຍາຍໂຕ ທາງດ້ານເສຖກິຈ ໃນອັຕຣາ ທີ່ສູງກ່ວາ 10% ໃນແຕ່ລະປີ ນັບແຕ່ ປີ 2003 ເປັນຕົ້ນມາ ກໍຕາມ, ແຕ່ເນື່ອງຈາກວ່າ ການຂຍາຍໂຕ ທາງດ້ານເສຖກິຈ ດັ່ງກ່າວ ຍັງມີການ ຮວມສູນ ຢູ່ສະພາະ ໃນເຂດຕົວເມືອງ ເທົ່ານັ້ນ, ຈຶ່ງເຮັດໃຫ້ ກາຍເປັນບັນຫາ ຄວາມແຕກໂຕນກັນ ໃນຣະດັບ ຂອງຣາຍໄດ້ ຣະຫວ່າງ ປະຊາຊົນ ໃນເຂດຕົວເມືອງ ແລະ ຊົນນະບົດ ຫລາຍຂຶ້ນ ນັບມື້.
ເຖິງຢ່າງໃດ ກໍຕາມ, ປະຊາຊົນ ເມືອງເຊໂປນ ແລະ ວິລະບຸລີ ນັ້ນ ຍັງມີຣາຍໄດ້ ສເລັ່ຽ ຕ່ຳກ່ວາ 5,2 ລ້ານກີບ ຕໍ່ຄົນ ຕໍ່ປີ, ສ່ວນປະຊາຊົນ ທີ່ຢູ່ໃນເມືອງໄກສອນ ພົມວິຫານ ມີຣາຍໄດ້ ສເລັ່ຽ 10 ລ້ານກີບ ຕໍ່ຄົນ ຕໍ່ປີ.