ຄົນວຽດນາມເຂົ້າມາປັກຫຼັກ ຢູ່ ເມືອງນອງ

ຈໍາປາທອງ
2017.09.21
F-viet ສ່ວນນຶ່ງຂອງການ ບໍຣິການ ເສີຍສວຍເຮັດເລັບເຄື່ອນທີ່ ຂອງຊາວວຽດນາມ ໃນສວນສາທາຣະນະ ແລະ ຕາມບ້ານເຮືອນ
RFA/LX

ໃນຣະຍະ 4-5 ປີຜ່ານມານີ້ ຊາວວຽດນາມ ເຂົ້າມາຕັ້ງຖິ່ນຖານ ເຮັດທຸຣະກິດແບບຖາວອນ ຢູ່ເມືອງນອງເຂດຊາຍແດນ ແຂວງສະຫວັນ ນະເຂດ ຫລາຍຂຶ້ນ ກວ່າເມື່ອກ່ອນ ທີ່ ໄປໄປ-ມາມາ ແມ່ນແຕ່ຢູ່ຕາມ ຊົນນະບົດກໍມີ ຢ່າງຫຼວງຫຼາຍເກືອບວ່າ ທຸກສາຂາອາຊີບ. ຕາມຄຳ ເວົ້າຂອງເຈົ້າໜ້ທີ່ ເມືອງນອງ ໃນມື້ວັນທີ 21 ກັນຍາ ນີ້:

"ຫລາຍຫລາຍທີ່ສຸແຫລະ ອ້າຍນ້ອງລາວວຽດນະ ບໍ່ວ່າຈະເປັນອາຊີບຫຍັງ ອາຊີບຂາຍຂອງ ຢູ່ຕາມທາງ ຕາມຫຍັງກໍມີໝົດ ທະຍອຍເຂົ້າ ມາເລື້ອຍໆ ແບບຮ້ານນ້ອຍ ຮ້ານໃຫຍ່ ສ່ວນຫລາຍ ກໍປະປົນກັບ ຄົນລາວຢູ່ ຂັບຣົດຂັບຫຍັງ ສ່ວນຫລາຍ ກໍຄົນວຽດ ເຂົາປາກລາວໄດ້ ມີທຸກບ້ານ ບ້ານທຸກບ້ານ ຢູ່ບ້ານນອກ ຂອງເມືອງ ກໍຍັງມີໄປ ຕັ້ງຮ້ານ ແຕ່ກ່ອນ ບໍ່ມີນະ ແຕ່ກ່ອນ ສ່ວນຫລາຍ ເພີ່ນກໍແບບວ່າ ໄປກັບ ໄປກັບ".

ນາງເວົ້າວ່າ ໃນເມືອງນອງນີ້ ມີຄົນວຽດນາມ ເຂົ້າມາຫຼາຍແຕ່ດົນແລ້ວ. ສ່ວນໃຫຍ່ແມ່ນມາຈາກ ແຂວງດົງຮ່າ ແລະແຂວງກວາງຈີ. ແຕ່ ສ່ວນໃຫຍ່ມັກເຂົ້າມາຂາຍ ເຄື່ອງໃຊ້ຂອງສອຍ ແລະຂາຍແຮງງານ ໃນເຂດບ້ານແດນສວັນ ທີ່ຕັ້ງຢູ່ໃກ້ ກັບດ່ານຊາຍແດນແດນສະຫວັນ ທີ່ຕິດກັບວຽດນາມ.

ແຕ່ໃນປັດຈຸບັນ ມີຊາວວຽດນາມ ເຂົ້າມາທຳມາຫາກິນ ມາຄ້າຂາຍເກືອບວ່າຢູ່ ທຸກບ້ານ ໃນເມືອງນອງ ມີແຕ່ຮ້ານຄ້າ ຂອງຊາວວຽດນາມ. ນາງເວົ້າອີກວ່າ ຄົນວຽດນາມ ທີ່ເຂົ້າມາຢູ່ ໃນລາວ ແບບຖາວອນນັ້ນ ສ່ວນໃຫຍ່ແມ່ນ ມາແຕ່ງດອງ ກັບຄົນລາວ, ຢູ່ກິນນຳກັນ ທັງແບບ ຈົດທະບຽນ ແລະບໍ່ຈົດທະບຽນ,

ຈຳນວນນຶ່ງກໍແມ່ນ ນັກທຸຣະກິດ ຂນາດນ້ອຍ ມີເງິນມີຄຳແດ່ ກໍມັກເຂົ້າມາ ເຊົ່າດິນ ປະຊາຊົນ ຫລືຊື້ດິນປຸກເຮືອນ ແລ້ວກໍຊັກຊວນເອົາ ຍາດພີ່ນ້ອງ ມາຢູ່ນຳ. ດັ່ງທີ່ນາງ ກ່າວວ່າ:

"ເພີ່ນມາຫາເຊົ່າແຖວ ໝູ່ບ້ານໝູ່ຫຍັງ ແບບວ່າຊື້ທີ່ ແບບຖາວອນເລີຍ ກໍມີຫລາຍນະກະ ຖ້າເປັນຮ້ານເອົາຄອບຄົວ ເພີ່ນມານະ ກໍມາຫາ ເຮັດວຽກ ຊອກວຽກເຮັດ ມາດຕະການ ສິໄປຫາໂທດ ຈັບຄົນຕ່າງດ້າວ ຈັ່ງຊີ້ນະບໍ່ມີ ບໍ່ໄດ້ໂດນຈັບໂດນຫນັງນະ ຕໍາຣວດກໍບໍ່ເຫັນເຂົາວ່າ ຫຍັງນະ ມີແຕ່ບອກວ່າ ເອົາວຽດນາມ ນີ້ບໍ່ເປັນຫຍັງ ຖ້າສົມມຸດວ່າ ຄົນໄທ ຄົນຫຍັງ ຕ້ອງໄປແນະນໍາວ່າ ຄົນນີ້ມາ ແນວໂນ້ນຢ່າງນີ້ ຖ້າບໍ່ແນະນໍາ ນີ້ບໍ່ໄດ້ນະ".

ນາງເວົ້າວ່າ ເວົ້າເຖິງຈຳນວນ ຊາວວຽດນາມ ທີ່ເຂົ້າມາຢູ່ແບບຖາວອນ ແລະທຳມານາກິນ ຢູ່ໃນເມືອງນອງ ແຂວງສະຫວັນນະເຂດ ນີ້ນັ້ນ ຍັງບໍ່ຮູ້ວ່າ ມີເທົ່າໃດກັນແທ້ ເພາະ ທາງການ ເພີ່ນຍັງບໍ່ທັນ ໄດ້ເກັບກຳ ແລະຮວບຮວມເທື່ອ, ແຕ່ກໍເຫັນວ່າ ມີຫລາຍກວ່າແຕ່ກ່ອນ ທັງທີ່ ໄດ້ເຂົ້າມາຕັ້ງແຕ່ ສມັຍສົງຄາມ ແລະເຂົ້າມາໃນຣະຍະ ບໍ່ຫລາຍປີມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.