ວຽດນາມບ່າຍບ່ຽງກວດກາ ຄົນງານ
2016.09.30

ເຈົ້າຫນ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ທີ່ ແຂວງຄຳມ່ວນ ຍອມຮັບວ່າ ການກວດກາ ຄົນງານ ຕ່າງດ້າວ ທີ່ ຜິດ ກົດຫມາຍ ຢູ່ ແຂວງຄຳມ່ວນ ນັ້ນມີຄວາມ ຫຍຸ້ງຍາກ ຫຼາຍຢູ່ ຍ້ອນວ່າ ຂາດ ການຮ່ວມມື ຈາກ ພາກສ່ວນຕ່າງໆ ໃນການ ປະຕິບັດ ຫນ້າທີ່ ໂດຍສະເພາະ ເຈົ້າຂອງ ໂຮງງານ ວຽດນາມ ທີ່ເຮັດໃຫ້ ການກວດກາ ແຮງງານ ທີ່ ຜິດກົດຫມາຍ ບໍ່ປະສົບ ຜົລສະເຣັດ. ດັ່ງທ່ານ ກ່າວໃນວັນທີ 29 ກັນຍາ ນີ້ວ່າ:
"ຂ້ອນຂ້າງຫຍຸ້ງ ແບບມັນ ເຂົາເຫັນ ແບບບາງບ່ອນ ບ່ອນທີ່ເຮົາ ກວດແລ້ວ ບາງເທື່ອ ກໍຍັງ ຄືເກົ່າຢູ່ ແບບເຮົາ ເຮັດບໍ່ໄດ້ ມັນຕິດພັນນຳ ຫຼາຍພາກສ່ວນ ທັງເຈົ້າ ທັງນາຍ ເພີ່ນກໍວ່າ ໂຈະ ທາງໃດ ທາງໃດ ມັນກໍມີ ອັນນະ, ບາງເທື່ອ ກໍອ້າງນັ້ນ ອ້າງນີ້ ອ້າງຄົນ ນັ້ນຄົນນີ້ ບາງເທື່ອ ກໍບັດຢູ່ນຳ ຜູ້ນັ້ນ ມັນມີ ຜູ້ຄຸ້ມຄອງ ເຂົາເຂົ້າມາ ອີກນະ".
ທ່ານ ກ່າວຕື່ມວ່າ ການຂາດຄວາມຮ່ວມມື ຈາກຫຼາຍ ພາກສ່ວນນັ້ນ ເຮັດໃຫ້ການ ກວດກາ ບໍ່ປະສົບ ຜົລສຳເຣັດ ແລະ ບໍ່ຕໍ່ເນື່ອງ. ຄົນງານ ຕ່າງດ້າວ ທີ່ເຂົ້າມາ ຫຼາຍກວ່າຫມູ່ ທີ່ ແຂວງຄຳມ່ວນ ນັ້ນ ແມ່ນຄົນງານ ວຽດນາມ ເຂົ້າມາເຮັດວຽກ ໃນໂຮງງານ ເຟີນີເຈີ ທີ່ຍ້າຍບ່ອນ ເລື້ອຍໆ ເຮັດໃຫ້ ເຈົ້າຫນ້າທີ່ ບໍ່ສາມາດ ຕິດຕາມ ໄດ້:
"ສອງເດືອນ ລົງເທື່ອນື່ງ ລົງໄປກ່ອນ ມາບັດນີ້ສາ ຈຸເກົ່າ ໝາຍວ່າ ຍັງແຕ່ໂຮງງານ ເຂົາຄົນເກົ່າ ສອງສາມເດືອນ ລົງໄປ ບໍ່ເຫັນແລ້ວ ສອງສາມຄົນ ມາອີກ ຫັ້ນນະ ເຮົາລົງໄປ ເຮັດວຽກ ເຮັດຫຍັງ ກໍເຮັດຢູ່ ບາງຈຸ ທີ່ເຂົາເຮັດ ບາງຈຸ ທີ່ວ່າເຂົາມັກ ເລ້ລ້ອນ ແບບຢູ່ຫັ້ນນະ ເຮົາໄປພົບ ເຂົາແລ້ວ ເຂົາບໍ່ໃຫ້ ຄວາມຮ່ວມມື ເຮັດໄປແຫຼະ".
ປັດຈຸບັນ ທາງການແຂວງ ໄດ້ອອກຄຳສັ່ງ ໃຫ້ ທາງຫ້ອງການ ເມືອງ ກວດກາ ຄົນງານ ຕ່າງດ້າວ ໃຫ້ເດັດຂາດ ໂດຍສະເພາະ ຄົນງານ ທີ່ເຂົ້າມາແບບ ບໍ່ຖືກຕ້ອງ ໃຫ້ຕັກເຕືອນ ແລະ ສົ່ງກັບ ປະເທດໄປ ເຮັດໃບ ອະນຸຍາດ ແລ້ວກັບເຂົ້າມາ ໃຫມ່ ໃຫ້ເວລາ ຂະເຈົ້າ 60 ຫາ 90 ວັນ.