ເງິນກູ້ຈາກສາກົນ ຊ່ອຍວຽດນາມຕັດໄມ້

ແມ່ຍິງ ຊາວບ້ານທ້ອງຖິ່ນ ແລະ ລູກຊາຍ ພາກັນຍ່າງເລາະ ເບິ່ງທົ່ງນາເກົ່າ ຂອງໝູ່ບ້ານ ທີ່ຖືກບໍຣິສັດ ວຽດນາມ ຫົງອານ ໄກລານ ຍຶດໄປເຮັດສວນ ປູກຢາງພາລາ (2013)
ແມ່ຍິງ ຊາວບ້ານທ້ອງຖິ່ນ ແລະ ລູກຊາຍ ພາກັນຍ່າງເລາະ ເບິ່ງທົ່ງນາເກົ່າ ຂອງໝູ່ບ້ານ ທີ່ຖືກບໍຣິສັດ ວຽດນາມ ຫົງອານ ໄກລານ ຍຶດໄປເຮັດສວນ ປູກຢາງພາລາ (2013) (‘Global Witness’)

0:00 / 0:00

Global Witness ຣາຍງານວ່າ ສະຖາບັນ ການເງີນ ສາກົນ ແລະ ທະນາຄານ ເຢັຽຣະມັນ ສນັບສນູນ ການເງີນ ແກ່ ບໍຣິສັດ ວຽດນາມ ຫົງອານ ໄກລານ ເພື່ອ ດຳເນີນ ກິຈການ ປູກ ຢາງພາລາ ທີ່ມີການຍຶດ ເອົາດີນປູກຝັງ ຂອງ ຊາວບ້ານ ແລະ ຕັດໄມ້ ທຳລາຍປ່າ ຢູ່ໃນ ສປປລາວ ແລະ ກັມພູຊາ.

ກໂລໂບລ໌ ວິດແນັສ (Global Witness), ເປັນອົງການ ປົກປ້ອງ ຊັພຍາກອນ ທັມມະຊາດ ໃນທົ່ວໂລກ ທີ່ມີສຳນັກງານ ຢູ່ປະເທດອັງກິດ, ໄດ້ອອກຣາຍງານ ເມື່ອວັນທີ 13 ພຶສພາ, ຊຶ່ງໄດ້ເປີດເຜີຍ ກ່ຽວກັບ ການພົວພັນ ຣະຫວ່າງ ສະຖາບັນ ການເງິນສາກົນ (International Finance Corporation) ແລະ ທະນາຄານ ດ໋ອຍຈ໌ (Deutsche Bank) ຂອງ ເຢັຽຣະມັນ ກັບ ບໍຣິສັດ ຮ໋ວງ ອັນ ເກັຽ ລ໋າຽ Hoang Anh Gia Lai) ແລະ ກຸ່ມ ຢາງພາລາ (Vietnam Rubber Group) ຂອງວຽດນາມ. ພ້ອມດຽວກັນນັ້ນ, ຣາຍງານ ຍັງໄດ້ ອະທິບາຍ ຣາຍລະອຽດ ກ່ຽວກັບ ບໍຣິສັດ ຍັກໃຫຍ່ ຂອງວຽດນາມ ທີ່ມີການພົວພັນ ກັບ ນັກທຸຣະກິຈ ທີ່ມີອຳນາດ ແລະ ສໍ້ຣາສບັງຫລວງ ໃນຂົງເຂດ, ແລະ ດຳເນີນ ທຸຣະກິຈ ໂດຍບໍ່ໄດ້ຮັບໂທດ ໃນຂະນະທີ່ ທຳລາຍ ວິຖີຊີວິດ ຂອງຊຸມຊົນ ທ້ອງຖິ່ນ ແລະ ສິ່ງແວດລ້ອມ. ທະນາຄານ ດ໋ອຍຈ໌ ໄດ້ຖືຫຸ້ນ ໃນ 2 ບໍຣິສັດ ຂອງວຽດນາມ, ໃນຂະນະທີ່ ສະຖາບັນ ການເງິນສາກົນ ໄດ້ລົງທຶນ ໃນບໍຣິສັດ ຮ໋ວງ ອັນ ເກັຽ ລ໋າຽ.

ຣາຍງານ ດັ່ງກ່າວ ຍັງໄດ້ເປີດເຜີຍ ຄວາມລັບ ໃນການດຳເນີນ ກິຈການ ປູກຢາງພາລາ ຂອງບໍຣິສັດ ວຽດນາມ ທີ່ໄດ້ຮັບສັມປະທານດິນ ຫລາຍກ່ວາ 200,000 ເຮັກຕາຣ ຜ່ານ ການຕົກລົງ ຢ່າງຕໍ່ເນື່ອງ ກັບ ຣັຖບານລາວ ແລະ ກັມພູຊາ ທີ່ຂາດຄວາມໂປ່ງໃສ, ໂດຍມີການຕັດໄມ້ ທຳລາຍປ່າ ແລະ ຍຶດເອົາດິນປູກຝັງ ຂອງຊາວບ້ານ ຈົນເຮັດໃຫ້ ພວກຂະເຈົ້າ ໄດ້ຮັບຄວາມລຳບາກ ຍ້ອນບໍ່ມີ ບ່ອນທຳມາຫາກິນ.
ຍານາງ ເມກັ໋ນ ແມັກອິນເນັດສ໌ (Megan MacInnes), ຫົວໜ້າ ທິມງານ ສຳຣວດດິນ ຂອງ ກໂລໂບລ໌ ວິດແນັສ ກ່າວວ່າ:

“ສຳລັບ ຊາວບ້ານ ຜູ້ທີ່ສູນເສັຍດິນປູກຝັງນັ້ນ, ຫລາຍໆຄອບຄົວ ໄດ້ຮັບຄວາມຫຍຸ້ງຍາກ ໃນການຫາລ້ຽງຊີບ ເພາະວ່າ ພວກຂະເຈົ້າ ບໍ່ສາມາດ ປູກເຂົ້າ, ບໍ່ສາມາດ ປູກຜັກ. ນອກຈາກນັ້ນ, ພວກຂະເຈົ້າ ຍັງບໍ່ສາມາດ ເຂົ້າໄປຫາ ສິ່ງສຳຄັນ ຢູ່ໃນປ່າໄດ້ອີກ, ບໍ່ສາມາດ ເຂົ້າໄປຫາ ຢາພື້ນເມືອງ, ບໍ່ສາມາດ ເຂົ້າຫາຜັກ, ໝາກໄມ້ ແລະ ເຄື່ອງປ່າຂອງດົງ ທີ່ເປັນຣາຍໄດ້ ຂອງຄອບຄົວ. ເກືອບໝົດທຸກຄົນ ທີ່ພວກເຮົາ ໄດໂອ້ລົມນຳ, ພວກຂະເຈົ້າ ໄດ້ບອກວ່າ ພວກຂະເຈົ້າ ໄດ້ຮັບຜົລກະທົບ ທາງລົບ ຢ່າງຮ້າຍແຮງ ຈາກສວນຢາງພາລາ.”

ນຶ່ງ ໃນຈຳນວນ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ ທິມງານ ຂອງ ກໂລໂບລ໌ ວິດແນັສ ວ່າ:

“ພວກບໍຣິສັດ ເຂົາມານີ້ ເຂົາມາບຸກເລີຍນ໋າ ແບບວ່າ ສັຕຣູ ແຕ່ກີ້ ສັຕຣູ ບຸກບ້ານນີ້ ບ້ານນັ້ນ ຫັ໋ນນ໋າ ບຸກເລີຍ ແຖວທົ່ງນາພວກຂ້ອຍຫັ໋ນ. ບໍ່ຈັກຕີ້ ເຮົານີ້ ຢູ່ເຊາະເງາະ ຈັ່ງຊີ້ ມີແຕ່ ລໍຖ້າຕາຍຫັ໋ນລະ ຄັນບໍ່ມີນາເຮັດ ຊິມີອີ່ສັງກິນ.”

ຍານາງ ເມກັ໋ນ ກ່າວໃນຣາຍງານ ວ່າ ພວກນາງ ຮູ້ຈັກມາ ລະຍະນຶ່ງແລ້ວ ວ່າ ນັກການເມືອງ ສໍ້ຣາສຍັງຫລວງ ໃນກັມພູຊາ ແລະ ລາວ ມີສ່ວນຮ່ວມ ໃນການຍຶດດິນປູກຝັງ ທີ່ສົ່ງຜົລກະທົບ ຢ່າງຫລວງຫລາຍ ໃນຂົງເຂດ. ບໍຣິສັດ ວຽດນາມ ສ້າງຜົລກະທົບ ຢ່າງຮ້າຍແຮງ ດ້ານສິທທິມະນຸສ ຕໍ່ປະຊາຊົນ ທັມມະດາ ໃນລາວ ແລະ ກັມພູຊາ.

“ໃນເວລາ ກໂລໂບລ໌ ວິດແນັສ ເວົ້າເຖິງ ການສໍ້ຣາສບັງຫລວງ, ພວກເຮົາ ເວົ້າກ່ຽວກັບ ການສໍ້ຣາສບັງຫລວງ 2 ຣະດັບ, ຊຶ່ງແມ່ນ ການສໍ້ຣາສບັງຫລວງ ໃນຣະດັບທ້ອງຖິ່ນ. ຊາວບ້ານ ທີ່ພວກເຮົາ ເວົ້ານຳ ທັງໃນ ພາກໃຕ້ ຂອງລາວ ແລະ ພາກເໜືອ ຂອງກັມພູຊາ ເຊື່ອວ່າ ເຈົ້າໜ້າທີ່ ຣະດັບທ້ອງຖິ່ນ ຮັບສິນບົນ ຈາກບໍຣິສັດ ເພື່ອໃຫ້ເມີນເສີຍ ກັບຄວາມຈິງ ທີ່ບໍຣິສັດ ດຳເນີນງານ ຢ່າງຜິດກົດໝາຍ ຫລື ເພື່ອຮັບປະການວ່າ ພວກຂະເຈົ້າ ຕົກລົງ ທີ່ຈະເອົາດິນ ຂອງຊາວບ້ານ ໃຫ້ແກ່ ບໍຣິສັດ.”

ຣາຍງານ ເວົ້າຕື່ມວ່າ ກັມພູຊາ ແລະ ລາວ ພວມຕົກຢູ່ໃນ ວິກິຕການ ການຍຶດທີ່ດິ ທີ່ເຫັນວ່າ ຕັ້ງແຕ່ ປີ 2000 ເປັນຕົ້ນມາ ມີດິນຫລາຍກ່ວາ 3.7 ລ້ານເຮັກຕາຣ ທີ່ຖືກມອບໃຫ້ແກ່ ບໍຣິສັດ, ໃນນັ້ນ 40 ສ່ວນຮ້ອຍ ຂອງດິນ ແມ່ນປູກຢາງພາລາ. ການດຳເນີນກິຈການ ຂອງບໍຣິສັດ ວຽດນາມ ຂາດການປຶກສາ ກັບຊຸມຊົນທ້ອງຖິ່ນ, ບໍ່ໄດ້ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ ແລະ ໃນແຕ່ລະມື້ ພວກບໍຣິສັດ ໄດ້ໃຊ້ ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ເຝົ້າຍາມ ສວນຢາງພາລາ. ພວກຂະເຈົ້າ ໄດ້ບຸກເບີກ ພື້ນທີ່ດິນ ໃນບໍຣິເວນ ກ້ວາງຂວາງ, ຊຶ່ງສ່ວນຫລາຍແລ້ວ ເປັນປ່າສງວນ ທີ່ບໍ່ເຄີຍມີການແຕະຕ້ອງມາກ່ອນ, ກົງກັນຂ້າມກັບ ກົດໝາຍ ການປົກປ້ອງ ປ່າໄມ້, ຊຶ່ງປາກົດວ່າ ມີການສົມຮູ້ຮ່ວມຄິດ ກັບ ຜູ້ມີອຳນາດ ໃນເຂດທ້ອງຖິ່ນ. ກໂລໂບລ໌ ວິດແນັສ ຮຽກຮ້ອງ ໃຫ້ລົງໂທດ ບໍຣິສັດ ຮ໋ວງ ອັນ ເກັຽ ລ໋າຽ ແລະ ກຸ່ມຢາງພາລາ ວຽດນາມ ທີ່ດຳເນີນ ກິຈການ ຜິດກົດໝາຍ ແລະ ຍົກເລີກ ການສັມປະທານ ສວນຢາງພາລາ ໃນປະເທດລາວ ແລະ ກັມພູຊາ.
ຕັ້ງແຕ່ ເດືອນສິງຫາ ປີ 2012, ກໂລໂບລ໌ ວິດແນັສ ໄດ້ຮຽກຮ້ອງ ໃຫ້ 2 ບໍຣິສັດ ວຽດນາມ ປະຕິບັດ ຕາມກົດໝາຍ ທ້ອງຖິ່ນ, ແກ້ໄຂບັນຫາ ກັບ ຊຸມຊົນ ທີ່ໄດ້ຮັບຜົລກະທົບ ແລະ ເປີດເຜີຍ ຣາຍລະອຽດ ການສັມປະທານດິນ. ແຕ່ບໍ່ມີ ບໍຣິສັດໃດ ຍອມຮັບວ່າ ຕົນເອງ ດຳເນີນກິຈການ ຜິດກົດໝາຍ ຫລື ຈະປ່ຽນພຶຕິກັມ ໃນການດຳເນີນ ກິຈການດັ່ງກ່າວ ແຕ່ຢ່າງໃດ.
ຍານາງ ເມກັ໋ນ ກ່າວໃນຕອນທ້າຍ ວ່າ:

“ພວກເຮົາ ມີຂໍ້ແນະນຳຫລາຍໆຢ່າງ ໃນບົດຣາຍງານ ເພື່ອປົກປ້ອງຊີວິດ ການເປັນຢູ່ ຂອງຊາວບ້ານທ້ອງຖິ່ນ ແລະ ສິ່ງແວດລ້ອມ, ຣັຖບານລາວ ແລະ ກັມພູຊາ ຕ້ອງໃຊ້ມາຕການ ທາງດ້ານກົດໝາຍ ຂອງຕົນເອງ, ຊຶ່ງຢູ່ລາວ ມີກົດໝາຍ ປົກປ້ອງ ສິທທິດິນ ຂອງປະຊາຊົນ ແລະ ປ່າໄມ້. ແຕ່ວ່າ ກົດໝາຍ ດັ່ງກ່າວ ຖືກບໍຣິສັດ ຮ໋ວງ ອັນ ເກັຽ ລ໋າຽ ແລະ ບໍຣິສັດ ກຸ່ມ ຢາງພາລາ ວຽດນາມ ເມີນເສີຍ, ແລະ ເຈົ້າໜ້າທີ່ຣັຖ ກໍປາກົດວ່າ ບໍ່ເອົາຫົວຊາ ກັບ ການດຳເນີນ ກິຈກັມ ແບບຜິດກົດໝາຍ ຂອງບໍຣິສັດ ດັ່ງກ່າວ.”

ເຖິງຢ່າງໃດ ກໍຕາມ, ໃນເມື່ອຖືກຖາມ, ບໍຣິສັດ ຮ໋ວງ ອັນ ເກັຽ ລ໋າຽ ໄດ້ຢືນຢັນ ການຄອບຄອງ ພື້ນທີ່ ປູກຢາງພາລາ ເຖິງ 46,752 ເຮັກຕາຣ ໃນລາວ ແລະ ກັມພູຊາ, ແຕ່ປະຕິເສດ ການມີ ຄວາມຂັດແຍ່ງ ກັບ ຊຸມຊົນທ້ອງຖິ່ນ ຫລື ມີສ່ວນຮ່ວມ ໃນການດຳເນີນ ກິຈການ ທີ່ຜິດກົດໝາຍ. ໃນຂະນະດຽວກັນ, ກຸ່ມ ຢາງພາລາ ວຽດນາມ ກ່າວວ່າ ຫລັກຖານ ທີ່ ກໂລໂບລ໌ ວິດແນັສ ສເນີມານັ້ນ ບໍ່ມີມູນຄວາມຈິງ. ແຕ່ບໍຣິສັດ ດັ່ງກ່າວ ບໍ່ຍອມ ຢືນຢັນ ກ່ຽວກັບ ການດຳເນີນ ກິຈການ ຢາງພາລາ ໃນປະເທດລາວ ແລະ ກັມພູຊາ.