ບໍຣິສັດ ຮອງແອງ ອັດຕະປື ຂອງວຽດນາມ ທີ່ໄດ້ເຣີ່ມກໍ່ສ້າງ ສນາມບິນໜອງຄ້າງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ມາຕັ້ງແຕ່ປີ 2013 ໄດ້ກັບມາສືບຕໍ່ ກໍ່ສ້າງອີກຕື່ມ ຕັ້ງແຕ່ກາງເດືອນມິຖຸນາ 2022 ເພື່ອໃຫ້ໂຄງການດັ່ງກ່າວ ສໍາເຣັດພາຍໃນປີນີ້ ພາຍຫລັງທີ່ໄດ້ໂຈະ ການກໍ່ສ້າງມາແຕ່ເດືອນມິນາ 2020 ຍ້ອນການແຜ່ຣະບາດ ຂອງໂຄວິດ-19.
ແຕ່ຊາວບ້ານ ຢູ່ບ້ານໜອງຄ້າງ ທີ່ຫລ້າສຸດວ່າ ມີ 64 ຄອບຄົວ ຊຶ່ງໄດ້ຮັບຄວາມເດືອດຮ້ອນ ຍ້ອນດິນແດງ ຈາກການກໍ່ສ້າງນັ້ນ ໄດ້ໄຫລລົງຖົມນາຂອງພວກເຂົາເຈົ້າ ມາໄດ້ຫລາຍປີແລ້ວ ແຕ່ພວກເຂົາເຈົ້າກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ, ຈະເຮັດນາກໍບໍ່ໄດ້, ເຖິງແມ່ນວ່າ ບາງຄອບຄົວ ຈະສາມາດປູກເຂົ້າໄດ້ ແຕ່ເຂົ້າກໍບໍ່ງາມຄືແຕ່ກ່ອນ.
ດັ່ງຊາວບ້ານຜູ່ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກໍຣະກະດານີ້ວ່າ:
" ໂອ໊ ! ໜັກໜ່ວງລະບໍ ຄ່າຊົດເຊີຍຜົລກະທົບຜົລເສັຽຫາຍປະຈໍາປີ 2021 ຍັງບໍ່ທັນໄດ້. ທົ່ວບ້ານໜອງຄ້າງກະມີ 60 ກວ່າຄອບຄົວ ຈໍານວນນຶ່ງກະປູກເຂົ້າບໍ່ໄດ້ ຈໍານວນນຶ່ງປູກເຂົ້າໄດ້ກະບໍ່ງາມ ຂັ້ນເທິງເພິ່ນມາປະເມີນກະຍັງບໍ່ທັນໄດ້ຄ່າຊົດເຊີຍ ແລະອີກຈໍານວນນຶ່ງ 4 ຄອບຄົວເຂົາເຈົ້າເຮັດບໍ່ໄດ້. "
ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ເວົ້າວ່າ ຊາວບ້ານທີ່ໄດ້ຮັບຜົລກະທົນຈໍານວນດັ່ງ ກ່າວ ຍັງບໍ່ທັນໄດ້ຄ່າຊົດເຊີຍຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ. ທ່ານເອງກໍໄດ້ ສເນີໄປຍັງຂັ້ນເທິງ ເພຶ່ອຂໍໃຫ້ເພິ່ນເລັ່ງແກ້ໄຂຜົລກະທົບນັ້ນໄວທີ່ສຸດ, ຕໍ່ມາໄດ້ຄໍາຕອບວ່າ ຈະພະຍາຍາມຊົດເຊີຍ ໃຫ້ແລ້ວພາຍໃນເດືອນໜ້ານີ້.
" ເອີ ! ຍັງບໍ່ທັນໄດ້ຊົດເຊີຍ ຊາວບ້ານກະຮຽກຮ້ອງ. ກະໄດ້ນໍາສເນີທາງຂັ້ນເທິງ ເພິ່ນວ່າ ເຣື່ອງເຂົ້າເຣື່ອງເງິນ ໃຫ້ພໍ່ແມ່ປະຊາຊົນ. ມັນອາຈວ່າບໍ່ມີເຂົ້າກິນເລີຍ ເພິ່ນກະວ່າເດືອນຊິມານີ້ ເພິ່ນກະຊິເອົາມາໃຫ້ແລ້ວ ວ່າຊັ້ນ. "
ເພື່ອຂໍຮູ້ເຖິງຄວາມຄືບໜ້າ ຂອງແຜນການຊົດເຊີຍໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບບນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການປົກຄອງເມືອງຊໍາເໜືອ ທີ່ເປັນພາກສ່ວນຄົ້ນຄວ້າ ເຣື່ອງການຊົດເຊີຍນີ້, ແຕ່ເຈົ້າໜ້າທີ່ບອກໃຫ້ຮູ້ພຽງແຕ່ວ່າ ຂະນະນີ້ກໍາລັງຢູ່ໃນຂັ້ນຕອນ ກະຕຣຽມການຊົດເຊີຍຢູ່.
ເວົ້າເຖິງເຣື່ອງການກໍ່ສ້າງ ສນາມບິນ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບໂຄງການດັ່ງກ່າວ ເວົ້າວ່າ ປັດຈຸບັນ ວຽກງານກໍ່ສ້າງ ສນາມບິນໜອງຄ້າງ ຍັງຊໍ່າເກົ່າ ຄືສ້າງໄດ້ 92%. ທາງບໍຣິສັດໄດ້ສົ່ງພະນັກງານ ແລະຄົນງານກັບມາສືບຕໍ່ ກໍ່ສ້າງ.
" ກະຄືເກົ່າຫັ້ນແຫລະ 92% ບໍຣິສັດເພິ່ນວ່າເພິ່ນພ້ອມ. ມີແຕ່ເຂົາເຈົ້າສົ່ງພະນັກງານເຂົາເຈົ້າ ມາແກ້ບັນດາວຽກທີ່ຍັງຄ້າງຫັ້ນ. "
ແລະຊາວບ້ານ ຢູ່ແຂວງຫົວພັນນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກໍຣະກະດານີ້ວ່າ ກໍເຫັນເພິ່ນກໍາລັງກໍ່ສ້າງ ສນາມບິນໜອງຄ້າງຢູ່, ເພິ່ນບໍ່ອະນຸຍາດໃຫ້ຄົນນອກເຂົ້າໄປ ໃນເຂດການກໍ່ສ້າງ, ບໍ່ຮູ້ວ່າເພິ່ນຈະສ້າງແລ້ວເມື່ອໃດ.
" ໜອງຄ້າງຍັງບໍ່ເປີດ ໄປຖ່າຍຮູບກໍໄດ້ຢູ່ ແຕ່ວ່າເຂົາຍັງສ້າງບໍ່ແລ້ວ ເຂົາກະຍັງພະຍາຍາມສ້າງຢູ່ ແຕ່ວ່າກະຍັງຄ້າງຢູ່ຫັ້ນແຫລະ. "
ການເດີນທາງ ທາງເຮືອບິນ ລະຫວ່າງນະຄອນຫລວງວຽງຈັນ ແລະ ແຂວງ ຫົວພັນ ໃນທຸກມື້ນີ້ ກໍຍັງມີຖ້ຽວບິນ ຈາກສນາມບິນສາກົລວັດໄຕ ໄປຫາສນາມບິນນາທອງ ເມືອງຊໍາເໜືອ 6 ຖ້ຽວຕໍ່ອາທິດ ໂດຍໃຊ້ເຮືອບິນຂນາດນ້ອຍ, ຖ້າສ້າງສນາມບິນໜອງຄ້າງແລ້ວ ກໍຈະເປັນເຮືອບິນຂນາດໃຫຍ່.
ດັ່ງຜູ້ບໍຣິການຈ່ອງປີ້ເຮືອບິນ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
" ມັນຕ້ອງເປັນຍົນໃຫຍ່ ເພາະວ່າມັນເດີ່ນໃຫຍ່ ຄ້າງຢູ່ຫັ້ນແຫລະ ຍັງບໍ່ມີຂ່າວຫຍັງເທື່ອ ໜ້າຈະບໍ່ທັນແລ້ວ ຢູ່ນາທອງມີ 6 ຖ້ຽວ ວັນຈັນ ຮອດວັນເສົາ.
ບໍຣິສັດ ຮອງແອງ ອັດຕະປື ເປັນບໍຣິສັດ ທີ່ຢູ່ພາຍໃຕ້ບໍຣິສັດ ຮອງແອງຍາລາຍ ຂອງວຽດນາມ ໄດ້ເຣີ່ມກໍ່ສ້າງສນາມບິນ ໜອງຄ້າງ ມາຕັ້ງແຕ່ປີ 2013 ໃນເນື້ອທີ່ 200 ປາຍເຮັກຕ້າຣ໌, ມູນຄ່າການກໍ່ສ້າງ 74 ລ້ານໂດລ້າຣ໌ສະຫະຣັຖ. ໂຄງການນີ້ໄດ້ສົ່ງຜົລກະທົບ ຕໍ່ທີ່ດິນຂອງຊາວບ້ານຫລາຍຄອບຄົວ ແຕ່ທາງການລາວ ບໍ່ໄດ້ເປີດເຜີຍຈໍານວນ ຄອບຄົວຢ່າງລະອຽດ, ຈະໄດ້ຈ່າຍຄ່າຊົດເຊີຍແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບທັງໝົດ 6 ຕື້ກີບ.
ມາຮອດປີ 2015 ໂຄງການດັ່ງກ່າວ ກໍໄດ້ຖືກໂຈະການກໍ່ສ້າງ ເພາະທາງບໍຣິສັດບໍ່ມີງົບປະມານ ກໍ່ສ້າງ ຍ້ອນມີໜີ້ສິນຈຳນວນຫຼາຍ. ຈົນມາຮອດປີ 2018 ຈຶ່ງໄດ້ກັບມາສືບ ຕໍ່ກໍ່ສ້າງອີກ, ແຕ່ກໍຕ້ອງໄດ້ໂຈະ ການກໍ່ສ້າງໄປອີກ ໃນເດືອນມິນາ 2020 ຍ້ອນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ແລະກໍໄດ້ກັບມາສືບຕໍ່ກໍ່ສ້າງຕື່ມອີກ ຕັ້ງແຕ່ກາງເດືອນມິຖຸນາ 2022 ເປັນຕົ້ນມາ ແລະກໍຍັງບໍ່ມີກໍານົດຄັກແນ່ວ່າ ສນາມບິນໜອງຄ້າງນີ້ ຈະສ້າງສໍາເຣັດ ແລະເປີດໃຊ້ໄດ້ເມື່ອໃດກັນແທ້.