ວຽດນາມຈະສ້າງເດີ່ນກ໊ອຟ ຢູ່ ຂ.ອຸດົມໄຊ


2013.11.01
F-Oudomxay-clouds ທັມມະຊາດ ຍາມເຊົ້າ ທີ່ເມືອງປາກແບງ ແຂວງອຸດົມໄຊ ທີ່ມີ ທະເລນໍ້າໝອກ ປົກຄຸມ ອາກາດ ປອດໂປ່ງ ສົດຊື່ນ. ຮູປຖ່າຍ 10/21/2007
RFA

 

ປັຈຈຸບັນບໍຣິສັດວຽດນາມກໍາລັງສໍາຣວດພື້ນທີ່ ແຂວງອຸດົມໄຊ ເພື່ອ ສ້າງສນາມຕກ໊ອຟ ຂນາດ 450 ເຮັກຕາຣ໌ 36 ຂຸມ ຫລັງຈາກໄດ້ ເຊັນ ບົດບັນທຶກຄວາມເຂົ້າໃຈ ກັບຣັຖບານລາວເມື່ອເດືອນ ສິງຫາ ຜ່ານມາໂດຍການສໍາຣວດຈະໃຊ້ເວລາ 6 ເດືອນ. ດັ່ງເຈົ້າໜ້າທີ່ກະ ຊວງແຜນການ ແລະການລົງທືນຂອງລາວກ່າວວ່າ:

“ດຽວນີ້ກໍາລັງສໍາຣວດພວກເຮົາມີສັນຍານໍາກັນ 6 ເດືອນ ຊີ່ສໍາຣວດ ແລ້ວຍັງອີກ 3 ເດືອນເຂົາເຈົ້າຈີ່ງຊີ່ມາ ຣາຍງານວ່າ ມັນມີຄວາມ ເປັນໄປໄດ້ຊໍ່າໃດ ແລ້ວຫລັງຈາກນັ້ນ ຄັນໄປໄດ້ດີ ເຂົາເຈົ້າຊີ່ສເນີ ເພື່ອຂໍອະນຸມັດ ກໍ່ສ້າງ”.

ເຈົ້າໜ້າທີ່ກ່າວຕໍ່ໄປວ່າເປັນທີ່ຄາດກັນວ່າ ທາງບໍຣິສັດວຽດນາມ ຈະ ລົງທຶນສ້າງ ຢ່າງແນ່ນອນ ເພາະພື້ນທີ່ ໃນເຂດນີ ເປັນພື້ນທີ່ກ້ວາງ ແລະຢູ່ໃກ້ກັບອ່າງເກັບນໍ້າ ຊື່ງມີທີ່ຕັ້ງສງ່າງາມ ແຕ່ບໍ່ຮູ້ວ່າຖ້າມີການ ສ້າງແທ້ນັ້ນ ຈະໃຊ້ທຶນຫລາຍ ປານໃດ. ແລະວ່າການລົງທຶນ ສ້າງ ສນາມກ໊ອຟດັ່ງກ່າວ ທາງການແຂວງ ອຸດົມໄຊ ກໍເຫັນວ່າ ຈະຊ່ວຍ ດຶງດູດ ນັກທ່ອງທ່ຽວ ໄດ້ຫລາຍ ແລະເຮັດໃຫ້ຊາວບ້ານໃນເຂດໃກ້ ຄຽງ ມີວຽກເຮັດງານທໍາ ແຕ່ສິ່ງທີ່ທ້າທາຍ ກໍຄືວ່າ ບໍຣິສັດທີ່ຈະລົງທຶນ ສ້າງນັ້ນຈະຫາລູກຄ້າ ຊາວຕ່າງຊາດ ເຂົ້າມາຫລີ້ນກ໊ອຟ ໄດ້ຫລືບໍ? ທີ່ຜ່ານມາ ທາງການລາວ ຕໍານິຕິຕຽນ ການຈັບຈອງ ຫຼື ສັມປະທານທີ່ດິນ ຂອງນັກລົງທຶນຕ່າງຊາດ ວ່າບໍ່ມີ ປະສິດທິພາບ ເພາະວ່າໄດ້ຮັບ ສັມປະທານໄປແລ້ວ ເຮັດເຄີ່ງໆກາງໆ ກໍຢຸດສງັກລົງ ແລະປະຊາຊົນ ກໍເສັຍທີ່ດິນໄປຊື່ໆ.

ຢ່າງໃດກໍຕາມ ພື້ນທີ່ຈະສ້າງສນາມກ໊ອຟ ດັ່ງກ່າວ ແຕ່ກ່ອນເຄີຍເປັນດິນຊາວບ້ານ ແຕ່ພາຍຫລັງທາງແຂວງໄດ້ສ້າງ ອ່າງນໍ້າແລະເຂື່ອນດິນ ຢູ່ບໍຣິເວັນດັ່ງກ່າວກໍໄດ້ ເວນຄືນທີ່ດິນ ຈາກປະຊາຊົນ ແລະທີ່ສໍາຄັນກໍຄືວ່າ ສນາມກ໊ອຟ ແຫ່ງນີ້ ຈະເປັນສ່ວນນື່ງ ຂອງໂຄງການ ເສຖາກິດ ສະເພາະ ຖໍ້າຈອມ-ອ່າງຫິນ ທີ່ມີພື້ນທີ່ທັງໝົດປະມານ 1,000 ກ່ວາ ເຮັກຕາຣ໌ ຊື່ງເຂດນີ້ ຈະຖືກພັທນາເປັນເຂດບໍຣິການ ແລະແຫລ່ງທ່ອງ ທ່ຽວ ທີ່ສໍາຄັນຂອງແຂວງຈີ່ງຢາກໃຫ້ມີສນາມກ໊ອຟ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.