ສນາມກ໊ອຟ ຂ.ອຸດົມໄຊ ຍັງບໍ່ ຄືບໜ້າ

ສິດນີ
2014.08.26
F-oudomxay ທັມຊາດໃນຍາມເຊົ້າ ທີ່ແຂວງອຸດົມໄຊ ຮູປຖ່າຍ 10/21/2007
RFA

 

ເຈົ້າຫນ້າທີ່ ເວົ້າວ່າ ປັດຈຸບັນ ບໍຣິສັດ ວຽດນາມ ທີ່ ມີແຜນຈະສ້າງ  ສນາມກ໊ອຟ ຢູ່ເມືອງໄຊ ແຂວງ ອຸດົມໄຊ ນັ້ນ ຍັງມິດງຽບ ຢູ່ ບໍ່ມີ ທ່າທີ ວ່າຈະສ້າງ ແຕ່ຢ່າງໃດ ເຖິງແມ່ນວ່າ ສັນຍາ ການສຳຣວດ ໄດ້ຫມົດໄປ ແລ້ວ ກໍຕາມ. ທາງການ ແຂວງ ກໍມີຄວາມ ສົນໃຈ ໃນ ໂຄງການ ນັ້ນ ເພາະເປັນ ໂຄງການໃຫຽ່ ຈື່ງ ໃຫ້ ເຈົ້າຫນ້າທີ່ ກ່ຽວຂ້ອງ ຕິດຕາມ ຢູ່ຕຣອດ ແຕ່ກໍຍັງ ບໍ່ມີ ຄຳຕອບ. ດັ່ງທ່ານ ກ່າວວ່າ:

"ບໍ່ທັນຕອບ ເທື່ອ ບໍ່ໄດ້ ຄຳຕອບ ຫຍັງເລີຍ ອອກມາເທື່ອ ສັນຍາ ເພີ່ມຫມົດແລ້ວ ແລ້ວເຮົາເຮັດ ລາຍງານຫາ ຂັ້ນເທີງ ຂັ້ນເທີງ ກໍຕິດ ຕາມ ອອກມາ ແບບວ່າໃຫ້ ເຮັດແບບນີ້ໆ".

ທ່ານ ກ່າວຕື່ມວ່າ ບໍຣິສັດ ວຽດນາມ ເລີ້ມສຶກສາ ຄວາມ ເປັນໄປໄດ້ ກ່ຽວກັບ ສນາມກ໊ອຟ ດັ່ງກ່າວ ໃນເດືອນ ກັນຍາ ປີ 2013 ຊຶ່ງ ໃຊ້ເວລາ ສຳຣວດ 6 ເດືອນ ເມື່ອ ຄົບກຳນົດ ການ ສຳຣວດ ກໍມິດງຽບໄປ ແລະ ສາເຫດ ບໍ່ມີໃຜຮູ້ ແຕ່ ພວກຂະເຈົ້າ ແຈ້ງວ່າ ກຳລັງ ປຶກສາຫາລື ກັບ ຜູ້ໃຫຽ່ ຢູ່ປະເທດ ວຽດນາມ ຊຶ່ງເຂົາເຈົ້າ ໃຊ້ເປັນ ຂໍ້ອ້າງ ມາຕຣອດ.

ທ່ານວ່າ ໃນ ເວລານີ້ ທາງການ ແຂວງ ອຸດົມໄຊ ກໍກຳລັງ ຕຣຽມ ເປັນເຈົ້າພາບ ຈັດການ ແຂ່ງຂັນກິລາ ແຫ່ງຊາດ ຄັ້ງທີ 10 ຈື່ງບໍ່ມີ ເວລາ ໃນການ ເລັ່ງລັດ ບໍຣິສັດ ດັ່ງກ່າວ ເທື່ອ. ແຕ່ ກໍຍັງສົນໃຈ ໃນ ໂຄງການ ນັ້ນຢູ່ ເພາະ ເປັນໂຄງການ ທີ່ ຈະຊ່່ອຍ ພັທນາ ແຂວງ ອຸດົມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.