ວຽດນາມຍັງເຂົ້າມາຕັດໄມ້ ໃນ ລາວ

ກຸ່ມ ຂະບວນການ ຕັດໄມ້ ວຽດນາມ ຍັງເຂົ້າມາ ຕັດໄມ້ ໃນ ດິນແດນ ຂອງລາວ ແລ້ວ ຂົນໄປ ວຽດນາມ ຢູ່ເປັນ ປະຈຳ ແລະ ຕລອດມາ.

ໄມ້ທີ່ຖືກຕັດ ຢູ່ແຂວງພາກໃຕ້ ຂອງລາວ ແລ້ວຂົນສົ່ງໄປ ວຽດນາມ Citizen journalist

 

ກຸ່ມ ຂະບວນການ ຕັດໄມ້ ວຽດນາມ ຍັງຕັດໄມ້ ໃນ ດິນແດນ ຂອງລາວ ແລ້ວ ຂົນໄປ ວຽດນາມ ຢູ່ເປັນ ປະຈຳ ແລະ ຕລອດມາ ເມື່ອ ອາທິດ ທີ່ແລ້ວ ຕຳຣວດ ວຽດນາມ ຈັບຄົນ ຂັບຣົດ ຫລາຍຄັນ ທີ່ ຂົນສົ່ງ ໄມ້ທ່ອນ ຈາກລາວ ໄປ ໃຫ້ໂຮງງານ ເຟີນີເຈີ ໃນ ວຽດນາມ.

ສຳນັກງານ ຂ່າວສານ ທາງການ ຂອງ ວຽດນາມ ຣາຍງານວ່າ ເມື່ອ ຕົ້ນເດືອນ ກັນຍາ ເຈົ້າໜ້າທີ່ ຕຳຣວດ ວຽດນາມ ຈັບ ຄົນຂັບຣົດ ທົວ ຫົກຄັນ ທີ່ ຊຸກເຊື່ອງ ໄມ້ທ່ອນ ໄວ້ ຢູ່ກ້ອງຣົດ ບ່ອນໄວ້ ເຄື່ອງຂອງ. ໄມ້ທ່ອນ ເຫລົ່ານັ້ນ ລ້ວນແລ້ວ ແຕ່ແມ່ນ ໄມ້ແຂງ ແລະ ຖືກຍຶດ ໃນພາກກາງ ຂອງ ວຽດນາມ ທີ່ ມີຊາຍແດນ ຕິດກັບ ແຂວງ ບໍຣິຄຳໄຊ ຄຳມ່ວນ ສວັນນະເຂດ ສາຣະວັນ ເຊກອງ ແລະ ອັດຕະປື ໄມ້ທ່ອນ ທ່ອນນຶ່ງ ເປັນເຫງົ້າໄມ້ ຫລື ຕໍໄມ້; ໄມ້ທັງໝົດ ຖືກລັກ ມາຈາກ ພາກໃຕ້ ຂອງລາວ ແລະ ປະກົດວ່າ ພວກຄ້າໄມ້ ເຖື່ອນ ລັກ ຂົນສົ່ງໄມ້ ເທື່ອລະເລັກ ລະໜ້ອຍ ເທື່ອລະ ທ່ອນສອງທ່ອນ.

ເມື່ອວັນທີ 6 ກັນຍາ ເຈົ້າໜ້າທີ່ ຕຳຣວດ ສິ່ງແວດລ້ອມ ວຽດນາມ ຈັບ ຄົນຂັບຣົດ ທົວ ແລະ ຍຶດໄມ້ທ່ອນ ທີ່ ມີບໍຣິມາດ 2.5 ແມັດກ້ອນ ໃນເຂດ ເມືອງ ເອລ່ອຍ ແຂວງ ທົ່ວທ່ຽນຮູ່. ເຈົ້າໜ້າທີ່ ຕຳຣວດ ຖາມຫາ ໃບ ອະນຸຍາດ ຊື້ໄມ້; ຄົນຂັນຣົດ ບອກວ່າ ບໍ່ມີ ແລະ ເຈົ້າໜ້າທີ່ ຖາມຕໍ່ວ່າ ໄມ້ທ່ອນ ເຫລົ່ານີ້ ມາຈາກໃສ? ຄົນຂັບຣົດ ບໍ່ຍອມຕອບ.

ມື້ຕໍ່ມາ ເມື່ອ ວັນທີ່ 7 ກັນຍາ ເຈົ້າໜ້າທີ່ ຕຳຣວດ ວຽດນາມ ຈັບ ຄົນຂັບຣົດ ທົວ ອີກຄັນນຶ່ງ ແລະ ຍຶດ ໄມ້ທ່ອນ ທີ່ ມີບໍຣິມາດ 1.6 ແມັດກ້ອນ ໃນເຂດ ເມືອງ ຮ່ວງທຸຍ ແຂວງ ທົ່ວທ່ຽນຮູ່ ເຊັ່ນກັນ. ຄົນຂັບຣົດ ເວົ້າ ກັບ ເຈົ້າໜ້າທີ່ ຕຳຣວດວ່າ ເຂົາຮັບຈ້າງ ຂົນສົ່ງ ໄມ້ທ່ອນ ເຫລົ່ານີ້ ຈາກ ແຂວງດັກລັກ ໄປຫາ ແຂວງ ເຫງັ່ຽອັນ. ໃນ ມື້ດຽວກັນ ຕຳຣວດ ກໍຈັບ ຄົນຂັບຣົດ ບັນທຸກ ສອງຄັນ ທີ່ ຂົນໄມ້ທ່ອນ ຈຳນວນ 8.3 ແມັດກ້ອນ ຢູ່ ເມືອງ ຟົງດ່ຽນ ແຂວງ ທົ່ວທ່ຽນຮູ່.

ຫລັງຈາກ ນັ້ນ ເຈົ້າໜ້າທີ່ ຕຳຣວດ ວຽດນາມ ກໍຈັບຄົນ ຂັບຣົດ ໂດຍສານ ຣົດທົວ ແລະ ຣົດບັນທຸກ ຫລາຍຄັນ ອີກ ທີ່ ຂົນສົ່ງໄມ້ ເຖື່ອນ ໃນແຂວງ ໃກ້ຄຽງ ກັບ ແຂວງ ທົ່ວທ່ຽນຮູ່ ຕົວຢ່າງ ຢູ່ ແຂວງ ກວ່າງໄຫງ່ ຕຳຣວດ ກໍຍຶດ ໄມ້ທ່ອນ ທີ່ ມີບໍຣິມາດ 4.3 ແມັດກ້ອນ ຈາກຣົດ ບັນທຸກ ຄັນນຶ່ງ ທີ່ ກຳລັງແລ່ນ ຈາກ ແຂວງ ຄັນຮົ່ວໄປ ພາກເໜືອ ຂອງ ວຽດນາມ. ຢູ່ແຂວງ ກວ່າງນາມ ເຈົ້າໜ້າທີ່ ແຮງຍຶດ ໄມ້ທ່ອນໄດ້ ຫລາຍ ເຖິງ 10.3 ແມັດກ້ອນ. ຜູ້ຂັບຣົດ ບອກວ່າ ແມ່ນໄມ້ ມາຈາກ ບໍຣິເວນ ສ້າງເຂື່ອນ ໃນລາວ. ຢູ່ ແຂວງ ກວ່າງຈີ ຊຶ່ງ ມີຊາຍແດນ ຕິດກັບ ແຂວງ ສວັນນະເຂດ ສາຣະວັນ ແລະ ເຊກອງ ເຈົ້າໜ້າທີ່ ກໍຍຶດໄມ້ 5.5 ແມັດກ້ອນ. ຄົນຂັບຣົດ ເວົ້າວ່າ ເຂົາຮັບຈ້າງ ຂົນໄມ້ ດັ່ງກ່າວ ຈາກ ລາວ ເພື່ອໄປສົ່ງ ໃຫ້ ໂຮງງານ ເຟີນີເຈີ ຢູ່ ເມືອງດົງຮ່າ. ສລຸບແລ້ວ ເຈົ້າໜ້າທີ່ ຕຳຣວດ ວຽດນາມ ຍຶດ ໄມ້ທ່ອນ ທີ່ ໄປຈາກລາວ ໄດ້ທັງໝົດ 32.5 ແມັດກ້ອນ. ນັ້ນເປັນພຽງ ການຍຶດ ໃນຣະຍະ ບໍ່ເທົ່າໃດ ມື້ ເທົ່ານັ້ນ.

ຂ້າພະເຈົ້າ ກໍໄດ້ ໂທຣະສັບ ໄປຖາມ ເຈົ້າຂອງ ໂຮງເລື່ອຍ ແຫ່ງນຶ່ງ ໃນແຂວງ ສາຣະວັນ ວ່າ ປັດຈຸບັນ ຍັງ ມີການຕັດໄມ້ ເຖື່ອນ ຢູ່ບໍ່ໃນ ແຂວງ ສາຣະວັນ? ເຈົ້າຂອງ ໂຮງເລື່ອຍ ຕອບວ່າ:

"ໄມ້ເຖື່ອນ ດຽວນີ້ ກະໃຫ້ ໄປເບິ່ງເອງ ນັ້ນແຫລະ ໃນເຂດນັ້ນ ມັນກະໄປ ທາງເຂດ ອັດຕະປື ລົງໄປ ພຸ້ນ ມັນເປັນ ພູຫົວໂລ້ນ ໝົດແລ້ວ ແຫລະ; ເຂົາຕັດໄມ້ ຈົນເກືອບ ໝົດ ພຸ້ນແລ້ວ ເຂົາຕັດໄມ້ ເຮົາກໍບໍ່ ເຂົ້າໃຈ ເພິ່ນ ອະນຸຍາດ ໃຫ້ຕັດ ແນວໃດ."

ເຈົ້າຂອງ ໂຮງເລື່ອຍ ຜູ້ນີ້ ເວົ້າອີກວ່າ ປັດຈຸບັນ ໄມ້ສ່ວນນຶ່ງ ຖືກ ຕັດອອກຈາກ ບໍຣິເວນ ສ້າງເຂື່ອນ. ຢູ່ພາກໃຕ້ ຂອງລາວ ກຳລັງ ມີການ ສ້າງເຂື່ອນ ຫລາຍແຫ່ງ; ບາງເຂື່ອນ ບໍຣິສັດ ວຽດນາມ ເປັນ ຜູ້ສ້າງ; ຕາມນ້ຳ ເຊກອງ ສາຍດຽວ ກໍມີ 4-5 ເຂື່ອນ ແລ້ວ.

ຣັຖບານ ລາວ ອອກກົດໝາຍ ຫ້າມສົ່ງ ໄມ້ທ່ອນ ອອກ ຕ່າງປະເທດ ເປັນເວລາ ສິບກວ່າປີ ແລ້ວ ແຕ່ການ ຕັດໄມ້ ຢູ່ລາວ ແລ້ວຂົນ ໄມ້ທ່ອນ ອອກໄປ ວຽດນາມ ຍັງມີຢູ່ ຕລອດມາ. ເມື່ອສອງ ສາມປີ ກ່ອນ ອົງການ ສືບສວນ ສິ່ງແວດລ້ອມ ຫລື EIA ທີ່ ມີ ສຳນັກງານ ໃຫຍ່ ຢູ່ ປະເທດ ອັງກິດ ໄດ້ສົ່ງ ເຈົ້າໜ້າທີ່ ປອມຕົວ ເຂົ້າໄປ ລາວ ແລະ ວຽດນາມ ເພື່ອ ຢາກຮູ້ວ່າ ຍັງມີການ ຕັດໄມ້ ເຖື່ອນ ຢູ່ລາວ ແລ້ວ ຂົນອອກໄປ ວຽດນາມ ຢູ່ແທ້ ຫລືບໍ່?

ຫລັງການ ສືບສວນ ອົງການ ສືບສວນ ສິ່ງແວດລ້ອມ ກໍເຜີຍແພ່ ວີດີໂອ ອອກທາງ ຢູທູບ ຫລື ອິນເຕີແນັດ. ຕອນນຶ່ງ ເຈົ້າໜ້າທີ່ ສືບສວນ ຖາມ ຄົນງານ ຂອງ ບໍຣິສັດ ພອນສັກ ຄົນນຶ່ງວ່າ ພອນສັກ ແມ່ນໃຜ? ຄົນງານ ຜູ້ນັ້ນ ຕອບວ່າ:

"ພອນສັກ ເປັນຜູ້ ໃກ້ຊິດ ກັບ ຣັຖບານ ກັບ ປະທານ ປະເທດ; ບາງເທື່ອ ເຈົ້າໜ້າທີ່ ຣັຖບານ ກໍມາຢ້ຽມຢາມ ບ່ອນຕັດໄມ້ ຂອງ ພວກເຮົາ."

ບໍຣິສັດ ພອນສັກ ເປັນ ບໍຣິສັດ ຕັດໄມ້ ໃຫຍ່ ໃນລາວ ທີ່ຮ່ວມມື ຢ່າງໃກ້ຊິດ ກັບ ບໍຣິສັດ ທະຫານ ວຽດນາມ. ຫລັງຈາກ ນັ້ນ ເຈົ້າໜ້າທີ່ ອົງການ ສືບສວນ ສິ່ງແວດລ້ອມ ກໍໄປຖາມ ພວກຄ້າໄມ້ ໃນ ວຽດນາມ ໃກ້ໆ ກັບແຂວງ ຄຳມ່ວນວ່າ ໄມ້ທ່ອນ ທີ່ກອງ ຢູ່ໃນ ບໍຣິເວນ ນັ້ນ ມາຈາກໃສ ແລະ ກໍເປັນໄມ້ ຂອງໃຜ? ແລະ ໄດ້ຮັບ ຄຳຕອບວ່າ:

"ປະມານ 95 ສ່ວນຮ້ອຍ ເປັນໄມ້ ມາຈາກລາວ; ສ່ວນຜູ້ຊື້ ແມ່ນ ກອງທັບ ວຽດນາມ."

ສ່ວນພວກ ຄ້າໄມ້ ຢູ່ ເມືອງວິນ ແຂວງ ເຫງັ່ຽອັນ ທີ່ ມີຊາຍແດນ ຕິດກັບ ແຂວງ ບໍຣິຄຳໄຊ ຕອບວ່າ:

"ແມ່ນແລ້ວ ແມ່ນໄມ້ ມາຈາກ ລາວ ຮ້ອຍເປີເຊັນ. ພວກເຮົາ ໄປຕັດໄມ້ ຢູ່ລາວ ແລ້ວຂົນມາ ເມືອງວິນ; ປີກາຍ ມີປະມານ 110 ແມັດກ້ອນ."

ພະນັກງານ ຢູ່ໂຮງງານ ເຟີນີເຈີ ແຫ່ງນຶ່ງ ໃນ ບໍຣິເວນ ນະຄອນ ໂຮ່ຈິ່ມິ່ນ ເວົ້າວ່າ:

"ຄົນລາວ ເປັນຄົນ ທີ່ມີນິໄສ ດີ; ແຕ່ເວລາ ເຮັດ ທຸຣະກິດ ພວກເຮົາ ຕ້ອງຈ່າຍເງິນ ກ້ອງໂຕະ ຫລາຍ".

ພໍ່ຄ້າ ໄມ້ເຖື່ອນ ຢູ່ ວຽດນາມ ອີກຄົນນຶ່ງ ເວົ້າ ໃນທຳນອງ ດຽວກັນວ່າ:

"ພວກເຮົາ ຕັດໄມ້ ຢູ່ ລາວ ດ້ວຍຕົນເອງ; ພວກເຮົາ ຕ້ອງຈ່າຍ ເງິນໃຫ້ ແກ່ ຣັຖບານ ລາວ ເຈົ້າໜ້າທີ່ ດ່ານ ພາສີ ອາກອນ ແລະ ເຈົ້າໜ້າທີ່ ຕຳຣວດ ລາວ; ບໍ່ຍາກ ບໍ່ມີຫຍັງ ຍາກ ຢູ່ລາວ ຖ້າຫາກ ມີເງິນ."

ນອກຈາກ ບໍຣິສັດ ຂອງ ກອງທັບ ວຽດນາມ ແລ້ວ ບໍຣິສັດ ຂອງ ຣັຖບານ ວຽດນາມ ອື່ນໆ ກໍເຂົ້າ ມາຕັດໄມ້ ຢູ່ລາວ ຢ່າງ ຫລວງຫລາຍ ເຊັ່ນກັນ. ຕົວຢ່າງ ບໍຣິສັດ ຢາງ ວຽດນາມ ໄດ້ຮັບ ສັມປະທານ ທີ່ດິນ ນັບ ແສນ ເຮັກຕາ ສ່ວນຫລາຍ ຢູ່ພາກໃຕ້ ຂອງລາວ. ກ່ອນຈະປູກ ຢາງພາຣາ ຣັດວິສາຫະກັດ ຂອງ ວຽດນາມ ກໍຕັດໄມ້ ແລະ ຂົນອອກ ໄປວຽດນາມ.

ເມື່ອ ປະມານ 3 ປີກ່ອນ ອົງການ ຮັກສາ ສິ່ງແວດລ້ອມ ເປັນຕົ້ນ ອົງການ ສືບສວນ ສິ່ງແວດລ້ອມ ແລະ ອົງການ Global Witness ໄດ້ຣາຍງານ ເປີດເຜີຍ ການລັກຕັດໄມ້ ຢູ່ລາວ ແລ້ວຂົນ ໄປ ວຽດນາມ. ຕໍ່ມາ ເມື່ອ ທ້າຍປີກາຍ ສະພາ ປົກປ້ອງ ຮັກສາ ປ່າໄມ້ ທີ່ ມີສຳນັກງານ ຢູ່ ສະຫະຣັຖ ອະເມຣິກາ ໄດ້ໂຈະ ການອອກ ໃບຮັບຮອງ ໃຫ້ ບໍຣິສັດ ຢາງວຽດນາມ ເພາະ ບໍຣິສັດ ດັ່ງກ່າວ ຕັດໄມ້ ແລະ ຍຶດ ເອົາທີ່ດິນ ຂອງ ປະຊາຊົນ ທ້ອງຖິ່ນ ຢ່າງ ຜິດກົດໝາຍ ທັງ ຢູ່ລາວ ແລະ ກຳພູຊາ.

ແຕ່ເມື່ອ ອາທິດ ທີ່ແລ້ວ ສະພາ ປົກປ້ອງ ຮັກສາ ປ່າໄມ້ ດັ່ງກ່າວ ກໍໄດ້ອອກ ໃບຮັບຮອງ ໃຫ້ ບໍຣິສັດ ຢາງ ວຽດນາມ ໃໝ່ ໝາຍຄວາມ ວ່າ ບໍຣິສັດ ວຽດນາມ ຈະມີສິດ ເຂົ້າໄປຂໍ ສັມປະທານ ທີ່ດິນ ແລະ ຕັດໄມ້ ຢູ່ລາວ ໄດ້ຄືນ ຄືເກົ່າ.

ສະນັ້ນ ເມື່ອວັນທີ່ 11 ເດືອນ ກັນຍາ ປີ 2014 ນີ້ ອົງການ ຮັກສາ ສິ່ງແວດລ້ອມ The Global Witness ຊຶ່ງ ມີ ສໍານັກງານ ຢູ່ ປະເທດ ອັງກິດ ໄດ້ຂຽນ ຈົດໝາຍ ປະທ້ວງ ຕໍ່ ສະພາ ປົກປ້ອງ ຮັກສາ ປ່າໄມ້ ວ່າ ເປັນຫຍັງ ຈຶ່ງອອກ ໃບຮັບຮອງ ໃຫ້ແກ່ ບໍຣິສັດ ວຽດນາມ ອີກ. ນາງ Ali Hines ຜູ້ ຮັບຜິດຊອບ ໃນການ ຂຽນ ຈົດໝາຍ ປະທ້ວງ ນັ້ນ ກ່າວກັບ ຂ້າພະເຈົ້າ ວ່າ:

"ພວກເຮົາໄດ້ ສົ່ງ ຈົດໝາຍ ປະທ້ວງ ໄປແລ້ວ; ພວກເຮົາ ເຊື່ອວ່າ ທາງສະພາ ປ່າໄມ້ ຄົງຈະຍອມ ພິຈາຣະນາ ການປະທ້ວງ ເພາະມັນ ເປັນການ ປະທ້ວງ ຫລື ຮ້ອງທຸກ ຈາກ ອົງການ ອິສຣະ ພວກເຮົາ ຫວັງວ່າ ສະພາ ປົກປ້ອງ ຮັກສາ ປ່າໄມ້ ຄົງຈະ ຈັດຕັ້ງ ຄນະ ກັມມະການ ຂື້ນ ເພື່ອ ສືບສວນ ແລະ ສຸດທ້າຍ ກໍຂື້ນກັບ ສະພາ ວ່າຈະ ແກ້ໄຂ ບັນຫານີ້ ກັບ ບໍຣິສັດ ຢາງ ວຽດນາມ ແນວໃດ."

ເມື່ອ ອາທິດ ທີ່ແລ້ວ ບໍຣິສັດ ຢາງ ວຽດນາມ ກໍໄດ້ ປະກາດ ເປີດ ໂອກາດ ໃຫ້ ປະຊາຊົນ ທ້ອງຖິ່ນ ທີ່ ໄດ້ຮັບ ຜົນກະທົບ ຈາກ ການເຮັດ ທຸຣະກິດ ຂອງ ບໍຣິສັດ ເປັນຕົ້ນ ຈາກ ການປູກ ຢາງພາຣາ ມີ ສິດຮ້ອງທຸກ ຕໍ່ ບໍຣິສັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org