ຊາວບ້ານໜອງອໍ້ບໍ່ພໍໃຈຄ່າ ທີ່ດິນ
2016.03.10
ຊາວບ້ານ ໂນນສວ່າງ, ບ້ານໂນນແກ້ວ ບ້ານດ່ານຄຳ ແລະ ບ້ານເກົ້າຫລ້ຽວ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ພັທນາ ໜອງອໍ້ ບໍ່ພໍໃຈ ຄ່າຊົດເຊີຍ ເພາະເຫັນວ່າ ໄດ້ໜ້ອຍກວ່າ ທີ່ຄາດໄວ້. ດັ່ງ ຊາວບ້ານ ທ່ານນຶ່ງ ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 9 ມິນາ ນີ້ວ່າ:
"ຜູ້ມັນໄດ້ ກະໄດ້ ໄປແລ້ວເດ້ ເພິ່ນໃຫ້ຕາມ ເນື້ອທີ່ ສ່ວນຫຼາຍ ກໍບໍ່ຢາກພໍ ຫັ້ນແຫລະ ແຕ່ວ່າ ເຮັດແນວໃດ ຣາຄາຣັດ ເພິ່ນໃຫ້ ແນວນັ້ນ ພວກຢູ່ແຄມໜອງ ເພິ່ນກະ ຮ້ອນຮົນ".
ທ່ານກ່າວ ຕື່ມວ່າ ດິນ ທີ່ໄດ້ຮັບ ຜົລກະທົບ ສ່ວນໃຫຍ່ ແມ່ນດິນປູກຝັງ ແລະ ດິນນາ ຂອງຊາວບ້ານ ແຕ່ຍັງບໍ່ຮູ້ ຄັກແນ່ວ່າ ຄ່າຊົດເຊີຍ ທີ່ທາງການ ໃຫ້ ຊາວບ້ານນັ້ນ ເຮັກຕາ ລະເທົ່າໃດ ກັນແທ້ ທາງການ ເວົ້າວ່າ ຖ້າຜູ້ໃດ ຮັບໄປແລ້ວ ກໍບໍ່ມີສີດ ຮຽກຮ້ອງ ເງິນ ເພີ້ມອີກ ຖືວ່າ ຫມົດສິດ.
ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ ເມືອງ ສີໂຄດຕະບອງ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ວ່າ ທາງການ ກຳລັງ ໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ ຢູ່ ແຕ່ຫຼາຍ ຫລື ຫນ້ອຍນັ້ນ ຂຶ້ນກັບທີ່ດີນ ຂອງ ປະຊາຊົນ. ທ່ານກ່າວວ່າ:
"ແຈ້ງໃຫ້ ຜູ້ມີດິນ ຢູ່ໃນ ບໍຣິເວນ ຫັ້ນ ມາຮັບເອົາ ເງິນຄ່າຊົດເຊີຍ ຈ່າວຊົດເຊີຍ ຜູ້ທີ່ຖືກ ຜົລກະທົບ ດິນ ບໍຣິເວນ ໜອງອໍ້ ຫັ້ນມັນຕ່າງ ແຕ່ວ່າ ດິນຫນ້ອຍ ຫລືຫຼາຍ".
ໃນວັນທີ 3 ມິນາ ຜ່ານມາ ເຈົ້າເມືອງໆ ສີໂຄດຕະບອງ ໄດ້ອອກແຈ້ງການ ໃຫ້ ຊາວບ້ານ ຜູ້ທີ່ມີດິນ ໃນເຂດໜອງອໍ້ ໃຫ້ເຂົ້າມາ ແຈ້ງຕໍ່ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ ພາຍໃນ 10 ວັນ ນັບແຕ່ມ໋ື້ ແຈ້ງການ ຖ້າ ກາຍກຳນົດ ນັ້ນ ຖືວ່າ ສລະສິດ ແລະ ດິນ ກໍຈະຖືກ ທາງການຍຶດ ເປັນຂອງ ຣັດ.