ຄ່າບໍຣິການ ທາງດ່ວນ ວຽງຈັນ-ວັງວຽງ ຍັງແພງ ພາຍຫຼັງເປີດໃຊ້ 3 ປີ

ໄຊຍາ
2023.12.21
ຄ່າບໍຣິການ ທາງດ່ວນ ວຽງຈັນ-ວັງວຽງ ຍັງແພງ ພາຍຫຼັງເປີດໃຊ້ 3 ປີ ທາງດ່ວນວຽງຈັນ-ວັງວຽງ ຈຸດອຸມົງມິຕພາບລາວ-ຈີນ, ເດືອນທັນວາ 2020
RFA

ເມື່ອວັນທີ 20 ທັນວາ ທີ່ຜ່ານມາ ເປັນເວລາຄົບຮອບ 3 ປີ ທີ່ເປີດນໍາໃຊ້ ເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນ ຫາເມືອງວັງວຽງ ແຂວງວຽງຈັນ. ພາຍຫຼັງໄດ້ເປີດນຳໃຊ້ ຢ່າງເປັນທາງການ ມາຕັ້ງແຕ່ວັນທີ 20 ທັນວາ 2020 ເຊິ່ງເສັ້ນທາງດ່ວນນີ້ ເປັນໂຄງການນຶ່ງ ທີ່ນອນຢູ່ໃນໂຄງການ ທາງດ່ວນ ລາວ-ຈີນ ທີ່ມີຈຸດຣິເຣີ່ມ ແຕ່ນະຄອນຫຼວງວຽງຈັນ ແລະ ມີແຜນການກໍ່ສ້າງເພີ່ມ ໄປຈົນເຖິງ ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ.

ໃນວາຣະ ທີ່ທາງດ່ວນແຫ່ງນີ້ ມີອາຍຸຄົບ 3 ປີ ທາງຜູ້ໃຊ້ບໍຣິການ ຫຼາຍຄົນ ກໍຮູ້ສຶກຍິນດີ ເຮັດໃຫ້ເກີດຄວາມສະດວກ ໃນການສັນຈອນ ແລະ ມີເສັ້ນທາງ ທີ່ທັນສໄມ ໃນລາວ, ແຕ່ຜູ້ໃຊ້ບໍຣິການ ອີກຈຳນວນບໍ່ໜ້ອຍ ກໍເຫັນວ່າ ລາຄາຄ່າບໍຣິການທາງດ່ວນ ຈາກນະຄອນຫຼວງວຽງຈັນ ຫາເມືອງວັງວຽງ ຍັງມີລາຄາແພງຫຼາຍ ເມື່ອທຽບໃສ່ບັນຫາເງິນເຟີ້ ໃນປັດຈຸບັນ. ດັ່ງຜູ້ໃຊ້ທາງດ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ທັນວາ ນີ້ວ່າ:

“ປະຢັດເວລາລົງ ຄວາມປອດພັຍນໍາ. ໄປຮອດວັງວຽງເບາະ ປະມານຊົ່ວໂມງເຄິ່ງ ຈະເປັນເຣື່ອງລາຄາ ຢາກແພງຂຶ້ນ ເພາະວ່າ ມີແນວໂນ້ມ ຊິຂຶ້ນອີກ.”

ຜູ້ປະກອບການ ຣົຖຕູ້ໂດຍສານ ສາຍນະຄອນຫຼວງວຽງຈັນ-ວັງວຽງ ທີ່ມັກໃຊ້ບໍຣິການທາງດ່ວນ ແຫ່ງນີ້ເລື້ອຍໆ ກໍຍອມຮັບວ່າ ລາຄາຄ່າໃຊ້ຈ່າຍທາງດ່ວນ ຂ້ອນຂ້າງແພງຫຼາຍ ສເລັ່ຽແລ້ວ ສຳລັບຣົຖຕູ້ ຕ້ອງໄດ້ເສັຽຄ່າບໍຣິການ ທັງຂາໄປ ແລະ ຂາກັບ ປະມານ 500,000 ກີບ ແລະ ກໍ່ມີແນວໂນ້ມວ່າ ອາດຈະມີການປັບ ຄ່າບໍຣິການຂຶ້ນຕື່ມອີກ. ດັ່ງທ່ານກ່າວວ່າ:

“ເບິ່ງໂຕຈິງຫວາ ກະຢາກແພງຢູ່ໄດ໋. ໄປ-ກັບ ດຽວນີ້ ໄລ່ສເລັ່ຽ ກະປະມານ 500,000 ກີບເພາະວ່າ 231,000 ແລ້ວກັບ ກະ 231,000 ພໍດີເປັນ 462,000. ຢ້ານຂຶ້ນອີກຢູ່ ເພາະວ່າ ຂຶ້ນຕາມເຣທເງິນຫັ້ນແຫຼະ.”

22.jpg

ທາງດ່ວນ ວຽງຈັນ-ວັງວຽງ  ທີ່ເປັນສ່ວນນຶ່ງ ຂອງທາງດ່ວນລາວ-ຈີນ, ເດືອນທັນວາ 2020. Credit photos: RFA

ຜູ້ປະກອບການ ຣົຖໂດຍສານ ອີກທ່ານນຶ່ງ ກໍເຫັນວ່າ ນອກຈາກໃນປັດຈຸບັນ ຖືວ່າຂ້ອນຂ້າງແພງແລ້ວ ກໍມີຂ່າວ ແບບບໍ່ເປັນທາງການ ອອກມາຕື່ມວ່າ ໃນປີໜ້າ ອາດຈະມີການປັບລາຄາ ຄ່າໃຊ້ທາງດ່ວນ ເພີ່ມຂຶ້ນ, ເຊິ່ງໃນໄລຍະຜ່ານມາ ທ່ານເອງ ກໍເຫັນວ່າ ມີແຕ່ປັບລາຄາຂຶ້ນເລື້ອຍໆ, ໂດຍບໍ່ມີການຫຼຸດລາຄາ ຄ່າບໍຣິການ ໃນໂອກາດສຳຄັນ. ດັ່ງທ່ານກ່າວວ່າ:

“ຄ່າທາງດ່ວນ ໄປວັງວຽງ ຣົຖຕູ້ນີ້ນ່າ ມັນກະຊິຢູ່ໃນລາວ 200,000 ປາຍ. ແມ່ນ, ໄດ້ຍິນວ່າ ເພິ່ນຊິປັບຂຶ້ນ ເພາະວ່າ ຂຶ້ນຕາມເງິນ, ຫັ້ນນ່າ. ແຕ່ກີ້ ມີແຕ່ 100,000 ປາຍ 180,000-190,000. ດຽວນີ້ ກະ 200,000 ປາຍໜ້ອຍນຶ່ງ. ໂອ, ໂຕທາງດ່ວນ ມັນຫຼຸດບໍ່ໄດ້.”

ຜູ້ປະກອບການນໍາທ່ຽວ ກ່າວວ່າໃນປີ 2024, ເຊິ່ງເປັນປີທ່ອງທ່ຽວລາວ ກໍຫວັງວ່າ ທາງບໍຣິສັດ ຜູ້ສັມປະທານ ທາງດ່ວນແຫ່ງດັ່ງກ່າວນີ້ ຈະມີການຫຼຸດລາຄາ ໃຊ້ບໍຣິການ ຫຼືຈັດໃຫ້ມີ ໂປຣໂມຊັ້ນອື່ນໆ  ເພື່ອເປັນການສົ່ງເສີມ ຕໍ່ນັກທ່ອງທ່ຽວ ທັງຄົນລາວ ແລະ ຄົນຕ່າງປະເທດ ແທນທີ່ຈະມີການປັບ ຂຶ້ນລາຄາ ໃຊ້ບໍຣິການ ແຕ່ພຽງຢ່າງດຽວ. ດັ່ງທ່ານກ່າວວ່າ:

“ຄວາມເຫັນຫວາ ກະເຫັນດີແຫຼະ ກະຫຼຸດລາຄາລົງເລີຍ. ທາງດ່ວນນີ້, ມັນກະສະດວກສະບາຍຢູ່. ເອີ, ວັງວຽງ ເຄີຍໄປເລື້ອຍໆຢູ່, ແຕ່ວ່າ ໃນປີນີ້ ບໍ່ໄດ້ໄປຈັກເທື່ອ.”

ນັກວິຊາການ ດ້ານການທ່ອງທ່ຽວ ເຫັນວ່າ ການທີ່ບໍຣິສັດ ຜູ້ສັມປະທານ ທາງດ່ວນແຫ່ງນີ້ ຈະມີການຫຼຸດລາຄາ ຄ່າໃຊ້ບໍຣິການນັ້ນ, ກໍຍັງບໍ່ແນ່ໃຈຄືກັນ. ແຕ່ກໍເປັນທີ່ຮູ້ຈັກກັນດີວ່າ ນັກລົງທຶນຈີນ ທີ່ເຂົ້າມາໃນລາວ ກໍລ້ວນແຕ່ໃຫ້ຄວາມສຳຄັນ ກ່ຽວກັບການສແວງຫາ ຜົລກຳໄລ ເປັນຫຼັກຢູ່ແລ້ວ ແລະ ບັນຫາເງິນເຟີ້ ໃນລາວ ກໍອາດຈະເຮັດໃຫ້ບໍຣິສັດ ຕ້ອງມີການປັບ ຂຶ້ນລາຄາເພີ່ມ. ດັ່ງທ່ານກ່າວວ່າ:

“ຫຼຸດ ຫຼືວ່າເພີ່ມ ກະບໍ່ຮູ້ເທື່ອ ເພາະວ່າ ອັນນີ້ ເປັນບໍຣິສັດ ຂອງຄົນຈີນ. ຄັນຣັຖບານ ເຂົາໃຫ້ຫຼຸດ ກະອາດຈະຫຼຸດໄດ້ ກໍຣະນີທີ່ວ່າ ເງິນເຮົາບໍ່ເຟີ້ຫຼາຍ ມັນກໍອາດຈະຫຼຸດຕາມ ແບບນີ້ຄືກັນ. ດຽວນີ້ເງິນລາວ ມັນກະເຟີ້.”

33.jpg

ບັດຜ່ານ ທາງດ່ວນ ວຽງຈັນ-ວັງວຽງ, ເດືອນທັນວາ 2020. Credit photos: RFA

ນອກຈາກນີ້, ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ຈໍານວນນຶ່ງ ກໍໄດ້ສະແດງຄວາມເຫັນວ່າ ຜູ້ສັມປະທານ ທາງດ່ວນແຫ່ງນີ້ ຕ້ອງໄດ້ມີການປັບປຸງ ແລະ ສ້ອມແປງບາງຈຸດ ຂອງທາງດ່ວນເພີ່ມ ເພື່ອຄວາມປອດພັຍ ຂອງຜູ້ໃຊ້ບໍຣິການ ເປັນຕົ້ນວ່າ ຫຼາຍຈຸດ ເທິງເສັ້ນທາງດ່ວນ ເຣີ່ມມີສະພາບເປ່ເພ, ບ່າງບ່ອນ ບໍ່ມີຮົ້ວກັ້ນ. ຫຼາຍຈຸດ ໃນອຸມົງ ບໍ່ເປີດໄຟຟ້າ ເຮັດໃຫ້ສ່ຽງ ຕໍ່ການເກີດອຸບັດຕິເຫດ ແລະ ອື່ນໆ.

ກ່ອນໜ້ານີ້, ເມື່ອວັນທີ 01 ກໍຣະກະດາ 2022 ບໍຣິສັດຮ່ວມທຶນ ພັທນາທາງດ່ວນລາວ-ຈີນ ຈຳກັດ ຫາກໍປັບຂຶ້ນລາຄາ ໃຊ້ບໍຣິການທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ເປັນຕົ້ນ ຣົຖປະເພດ 2 ຂນາດ 2T ຂຶ້ນໄປ, ແຕ່ໜ້ອຍກ່ວາ 5T ເກັບຄ່າບໍຣິການ 166,000 ກີບຕໍ່ຖ້ຽວ ແລະ ຣົຖປະເພດ 3 ຂນາດ 5T ຂຶ້ນໄປ, ແຕ່ໜ້ອຍກ່ວາ 10T ເກັບຄ່າບໍຣິການ 232,000 ກີບຕໍ່ຖ້ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.